ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປິດປະເທດ ເພື່ອສະກັດກັ້ນ ການແຜ່ລະບາດຂອງໂຄວິດ ເຮັດໃຫ້ການຂົນສົ່ງ ແລະການຈໍລະຈອນສິນຄ້າ ໄດ້ຮັບຜົນກະທົບໜັກທີ່ສຸດ 


ສປປ ລາວ
ສປປ ລາວ

ລາວ ຊຶ່ງມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າ 700 ລາຍ ຫຼັງຈາກມີຄື້ນການລະບາດ
ສູງສຸດ ໃນຮອບ 3 ຢ່າງເປັນປະຫວັດການ ທີ່ເລີ້ມແຕ່ກາງເດືອນເມສາເປັນຕົ້ນມາ. ສະ
ພາບການນີ້ ສົ່ງຜົນເຮັດໃຫ້ ການຈໍລະຈອນ ສິນຄ້າລໍາບາກ ເມື່ອການເດີນທາງ ແລະການ
ຂົນສົ່ງສິ່ງຂອງ ພົບຄວາມຫຍຸ້ງ ຍາກຍ້ອນມາດຕະການປິດເມືອງ ແລະການເດີນທາງ ລະ
ຫວ່າງແຂວງຕ່າງໆໂດຍເປັນສ່ວນນຶ່ງ ຂອງມາດຕະການສະກັດກັ້ນ ກະແສການລະບາດ
ຂອງພະ ຍາດບໍ່ ໃຫ້ເພີ້ມຂຶ້ນ ຢ່າງວ່ອງໄວອີກ. ກິ່ງສະຫວັນ ມີລາຍງານເລື້ອງນີ້ ຈາກນັກ
ຂ່າວຂອງ ວີໂອເອ ມາສະເໜີທ່ານໃນອັນດັບຕໍ່ໄປ.

ເຊີນຊົມວີດີໂອ ລາຍງານຈາກ ສປປ ລາວ
please wait

No media source currently available

0:00 0:01:10 0:00
ລິງໂດຍກົງ

ສປປ ລາວ ກໍາລັງປະເຊີນກັບຄື້ນການລະບາດ ຂອງພະຍາດໂຄວິດ-19 ຢ່າງ ຮ້າຍແຮງ
ແລະໃນວົງກວ້າງຢ່າງເປັນປະຫວັດການ ເມື່ອຈໍານວນຜູ້ຕິດເຊື້ອໃໝ່ ເພີ້ມຂຶ້ນ 700 ກວ່າ
ຄົນ ໃນເດືອນເມສາ ຊຶ່ງພຽງເດືອນດຽວເທົ່ານັ້ນ ກໍເພີ້ມຂຶ້ນຫລາຍກວ່າ 20 ເທົ່າ ເມື່ອທຽບ
ໃສ່ຈໍານວນຄົນຕິດເຊື້ອໃນຕະຫຼອດ 1 ປີ ຜ່ານມາ ທີ່ມີພຽງແຕ່ 45 ລາຍເທົ່ານັ້ນ ດັ່ງທີ່
ດຣ. ພູທອນ ເມືອງປາກ, ຮອງລັດ ຖະມົນຕີ ກະຊວງສາທາລະນະສຸກ ແລະ ຫົວໜ້າຄະ
ນະສະເພາະກິດຄວບຄຸມໂຄວິດ-19 ຖະແຫຼງຜ່ານໂທລະພາບແຫ່ງຊາດລາວໃນວັນທີ
30 ເມສາ ຜ່ານມາວ່າ:

“ມາຮອດປະຈຸບັນນີ້ ຕົວເລກຂອງຜູ້ຕິດເຊື້ອສະສົມ ທັງໝົດຈໍານວນ 757 ຄົນ ອັນສໍາຄັນ
ສະເພາະເດືອນເມສານີ້ ຕົວເລກພຸ້ງສູງຂຶ້ນ ເປັນປະຫວັດການ ຊຶ່ງບໍ່ເຄີຍມີມາໃນເດືອນ
ດຽວຮອດວັນທີ 30 ເມສາມີຜູ້ຕິດເຊື້ອເຖິງ 709 ຄົນ ອັນນີ້ທຽບໃສ່ປີໜຶ່ງຜ່ານມາ ແມ່ນສູງ
ເຖິງຊາວກວ່າເທົ່າ, ປີຜ່ານມາຕົວເລກມີແຕ່ 45 ຄົນ ອັນນີ້ເດືອນດຽວເຈັດຮ້ອຍກວ່າຄົນ
ອັນນີ້ຖືວ່າໃຫ້ພວກເຮົາຮັບຮູ້ເຂົ້າໃຈວ່າໃນສະພາບເດືອນເມສາ 2021 ນີ້ ການລະບາດ
ຄັ້ງນີ້ ແມ່ນມີຄວາມຮ້າຍແຮງ ແລະກະຕີວົງກວ້າງໄປຮອດ 15 ແຂວງໃນທົ່ວປະເທດ ຍັງ
ພຽງແຕ່ 3 ແຂວງ ເທົ້ານັ້ນ ບໍ່ທັນລາຍງານວ່າ ມີຜູ້ຕິດເຊື້ອ ໃນນັ້ນມີແຂວງຫົວພັນ ແຂວງ
ໄຊສົມ ບູນ ແລະແຂວງອັດຕະປື ເພື່ອຮັບມືກັບສະພາບການນີ້ ທ່ານກ່າວຕໍ່ໄປວ່າ:

“ບັນດາແຂວງທີ່ມີການຕິດເຊື້ອສູງນີ້ເຫັນວ່າ ຍັງຈະຕ້ອງໄດ້ເຂັ້ມງວດ ມາດຕະ ການສືບຕໍ່
ປະຕິບັດ 3 ຍຸດທະວິທີເພື່ອຄວບຄຸມການລະບາດໜີ້ໃຫ້ໄດ້. 3 ຍຸດ ທະວິທີສູ້ຮົບນັ້ນກໍເຄີຍ
ໄດ້ລຶ້ມຄືນມາເລື້ອຍໆ ແມ່ນການປິດລ້ອມເພື່ອບໍ່ໃຫ້ ເຊື້ອ ອອກ ບໍ່ໃຫ້ເຊື້ອເຂົ້າ, ປາບເຊື້ອ,
ຂ້າເຊື້ອ ເອົາຜູ້ຕິດເຊື້ອນັ້ນໄປປິ່ນປົວ, ລະກາ ເພີ້ມທະວີມາດຕະການປ້ອງກັນບໍ່ໃຫ້ຕິດໃສ່
ຜູ້ອື່ນ ດ້ວຍການປະຕິບັດມາດຕະ ການໃສ່ຜ້າປິດປາກ ດັງ, ໄລຍະຫ່າງ, ລ້າງມືຢູ່ເລື້ອຍໆ
ລະກາສັກຢາວັກຊິນ ໜິ ໃຫ້ໄດ້ຫລາຍເພີ້ມຄວາມຄຸ້ມກັນລວມໝູ່ຢູ່ໃນສັງຄົມພວກເຮົາໜີ້
ໃຫ້ມັນສູງຂຶ້ນ.”

ແຕ່ວ່າໃນການປະຕິບັດປິດລ້ອມ ບໍ່ໃຫ້ເຊື້ອອອກ ບໍ່ໃຫ້ເຊື້ອເຂົ້າທີ່ທ່ານພູທອນ ວ່ານັ້ນກໍຄື
ການຈໍາກັດການໄປມາຫາສູ່ກັນລະຫວ່າງຄົນໃນບ້ານ ແລະ ເມືອງ ຢູ່ໃນຫລາຍແຂວງເພື່ອ
ຈໍາກັດບໍ່ໃຫ້ຄົນອອກໄປ ແລະເຂົ້າມາຫາເຂດທີ່ມີ ການລະບາດຢ່າງໜັກ ເຊັ່ນນະຄອນ
ຫລວງວຽງຈັນ, ຈໍາປາສັກ, ສະຫວັນນະເຂດ, ສາລະວັນ, ບໍ່ແກ້ວ ແລະຫລວງນໍ້າທານັ້ນໄດ້
ເຮັດໃຫ້ການຂົນສົ່ງ ແລະຈໍລະຈອນ ສິນຄ້າມີຄວາມລໍາບາກຫລາຍ ດັ່ງການບອກເລົ່າຂອງ
ພະນັກ ງານບໍລິ ສັດໝີແພນດາ ຊຶ່ງເປັນສາຂາບໍລິສັດຕ່າງປະເທດອັນນຶ່ງ ທີ່ຮັບຂົນສົ່ງອາ
ຫານ ແລະເຄື່ອງຍ່ອຍ ເຖິງເຮືອນຄົນ ຫລືສະຖານທີ່ຕ່າງໆ ໃນນະຄອນຫລວງວຽງຈັນ ຕາມ
ການສັ່ງເຄື່ອງທາງອອນລາຍວ່າ:

“ໂອ້..ໄປສົ່ງເຄື່ອງຫວາ ເຮົາກະຫລີກເອົາ ເຮົາຫລີກເອົາ ຄັນເຮົາມີໜັງສື “ະສະບາຍບໍ່ກັກ
ບໍ່ກັກ ມີແຕ່ເຮົາຫລີກເອົາ ຄັນຮົາໄປຫາເຂົາ ເຂົາກັກໃດ ມີແຕ່ເຮົາຫລີກເອົາ ມັນຫາກມີ
ທາງເວັ້ນດອກ, ມີມີມີ ຂຶ້ນກັບບາງບ່ອນ ກະໃຫ້ໄປ ບາງບ່ອນກະບໍ່ໃຫ້ໄປ.”

ບໍ່ພຽງແຕ່ເທົ່ານັ້ນ ຜູ້ປະກອບການຂົນສົ່ງສິນຄ້າລະຫວ່າງແຂວງຕ່າງໆ ກໍຕ້ອງ ໄດ້ຢຸດທຸລະ
ກິດໄວ້ເຊັ່ນກັນຍ້ອນທາງການຫ້າມມີການເດີນລະຫວ່າງແຂວງ ດັ່ງການບອກເລົ່າຂອງພະ
ນັກງານບໍລິສັດ ສົ່ງເຄື່ອງມີໄຊ ສາຂາຫລັກ 20 ແຂວງບໍລິຄໍາໄຊ ກ່າວກ່ຽວກັບຄວາມຫຍຸ້ງ
ຍາກການປິດເສັ້ນທາງຂົນສົ່ງສົ່ງສິນຄ້າໃນຊ່ວງໂຄວິດລະບາດ ຮອບນີ້ວ່າ: ​

“ມີໄຊສາຂາຫລັກຊາວ, ໂອ້ ຫລັກ 20 ນີ້ ປິດຮັບເຄື່ອງ ປິດຝາກເຄື່ອງໝົດທິດແລ້ວນະ
ເພາະວ່າ ເຈົ້າໜ້າທີ່ເພິ່ນສັ່ງປິດເມືອງແລ້ວ ຖ້າເບິ່ງມື້ວັນຈັນ ວ່າຊິໄດ້ເປີດເບາະປິດແລ້ວ,
ຮອດວັນທີ 5 ເດືອນ 5 ແຕ່ບໍ່ຮູ້ວ່າຮອດມື້ນັ້ນແລ້ວເພິ່ນຍັງຊິປ່ຽນແປງ ຫລືບໍ່”

ເນື່ອງຈາກການຂົນສົ່ງຖືກຈໍາກັດ ຍ້ອນມາດຕະການປິດການເດີນທາງລະຫວ່າງແຂວງ
ແລະເມືອງຕ່າງໆເກືອບທົ່ວປະເທດ ກໍເຮັດໃຫ້ກິດຈະການສ່ວນໃຫຍ່ຖືກ ປິດລົງ ແລະຫ້າງ
ຮ້ານຕ່າງໆ ກໍເປີດໃຫ້ບໍລິການ ແລະຄ້າຂາຍແບບຈໍາກັດທີີ່ສຸດ ແມ່ນແຕ່ຢູ່ໃນແຂວງ ເຊັ່ນ
ແຂວງຫລວງນໍ້າທາ ທີ່ບໍ່ມີການລະບາດຂອງພະຍາດ ດັ່ງກ່າວຮ້າຍແຮງເທົ່າກັນກັບໃນ
ນະຄອນຫວງວຽງຈັນກໍຕາມ ດັ່ງການບອກເລົ່າ ນັກນັກທຸລະກິດຍິງຄົນນຶ່ງໃນເມືອງຫລວງ
ນໍ້າທາງ ກ່ຽວກັບຜົນກະທົບຂອງມາດ ຕະການປິດບ້ານ ປິດເມືອງຕໍ່ການຄ້າຂາຍ ໃນ
ແຂວງດັ່ງກ່າວວ່າ:

“ເອີຢູ່ນໍ້າທາກະປອດໄພຢູ່ ກະລ໋ອກຄືກັນ ແຕ່ກະບໍ່ໃຫ້ໄປໃສມາໃສຫັ້ນລະກະໄປໄດ້ຢູ່ຕະ
ຫລາດຕະລີ ກະໄປ ກະໄປຕ່າງແຂວງຫລາຍຄົນກະບໍ່ໄປ ເຂົາກະຢ້ານເນາະ, ຮ້ານໂອ້ຍ
ປິດໝົດລະ ຂາຍເຄື່ອງຂາຍຂອງ ເຂົາຢ້ານເອງ ປິດໝົດແຫລະໃຜກະບໍ່ກ້າຂາຍ. ຮ້ານເຂົາ
ກະສັ່ງປິດໝົດລະ ຮ້ານເທັກຮ້ານບາ ສັ່ງປິດແຕ່ດົນແລ້ວ ແຕ່ລະຮ້ານອາຫານເຂົາກະໃຫ້
ປິດອີກ. ຂາຍເຄື່ອງຂາຍຂອງ ບາງຄົນກະຂາຍ ບາງຄົນກະບໍ່ຂາຍ, ແມ່ນລະ ປ້າໂທ ເຄັ່ງ
ຄັດຫລາຍເນາະ ຊຸດນີ້ເນາະ ເພີ້ມຂຶ້ນມື້ລະຮ້ອຍ ມື້ລະຮ້ອຍ ປົກກະຕິຢູ່ລາວເຮົາປອດໄພ
ແລ້ວນະ ບໍ່ໜ້າເລີຍເນາະ.”

ລາວ ທີ່ເຄີຍສາມາດຄວບຄຸມການລະບາດ ຂອງພະຍາດໂຄວິດ-19 ໄດ້ດີສົມ ຄວນໃນໄລຍະປີນຶ່ງນັ້ນ ບັດນີ້ໄດ້ກາຍເປັນປະເທດທີ່ມີການລະບາດອັນດຸເດືອດຂອງພະຍາດອັນຕະລາຍຮ້າຍແຮງນີ້ ຈົນບາງປະເທດໃນສະຫະລັດກໍໄດ້ອອກລະບຽບຫ້າມຄົນໃນປະເທດຕົນເດີນທາງໄປລາວ, ຕາມການລາຍງານຂອງວີໂອເອ ໃນອາທິດແລ້ວນີ້.

ໃນວັນເສົາຜ່ານ ກໍຄືວັນທີ 1 ພຶດສະພາຜ່ານມາ ກໍມີລາຍງານວ່າ ມີຜູ້ຕິດເຊື້ອ ໃໝ່ຢູ່ລາວອີກ 64 ກໍລະນີ ຊຶ່ງເຮັດໃຫ້ມີຜູ້ຕິດເຊື້ອທັງໝົດເປັນ 821 ຄົນແລ້ວ. ເມື່ອກໍລະນີການລະບາດ ຂອງພະຍາດນີ້ ສືບຕໍ່ເພີ້ມຂຶ້ນບໍ່ຢຸດຢັ້ງ ໃນແຕ່ລະວັນ ເຊັ່ນນີ້ ສະແດງໃຫ້ເຫັນວ່າມາດຕະການປິດບ້ານ ປິດເມືອງ ແລະ ແຂວງຕ່າງໆ ເກືອບທົ່ວປະເທດຄົງຍັງສືບຕໍ່ດໍາເນີນໄປອີກ. ສະນັ້ນຜົນກະທົບທີ່ ເຮັດໃຫ້ການຈໍລະຈອນສິນຄ້າ ແລະຊີວິດການເປັນຢູ່ຂອງຄົນສ່ວນໃຫຍ່ ໃນປະເທດບໍ່ມີທ່າທີວ່າຈະດີຂຶ້ນເລີຍໃນອະນາຄົດອັນໃກ້ນີ້.

XS
SM
MD
LG