ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງປະຊຸມໃຫຍ່ພັກ ປປ ລາວ ບໍ່ໄດ້ປ່ຽນ ນະໂຍບາຍຫຍັງຫຼາຍ


Useljenici iz 40 zemalja u trenutku kada je završena ceremonija prijema u američko državljanstvo u Federal Hall-u u New Yorku.
Useljenici iz 40 zemalja u trenutku kada je završena ceremonija prijema u američko državljanstvo u Federal Hall-u u New Yorku.

ໃນກອງປະຊຸມໃຫຍ່ຊຶ່ງມີຂຶ້ນໃນທຸກໆ 5 ປີຢູ່ນະຄອນຫຼວງວຽງຈັນຂອງພັກຄອມມູນິສລາວ ທີ່ປົກຄອງປະເທດຢູ່ໃນເວລານີ້ ໄດ້ມີການເລືອກເອົາຄະນະນຳພາຊຸດໃໝ່ ແລະກຳນົດເປົ້າ ໝາຍໃນການພັດທະນາທາງດ້ານເສດຖະກິດສັງຄົມ. ພວກນັກວິເຄາະກ່າວວ່າກອງປະຊຸມ ທີ່ວ່ານີ້ ຈະບໍ່ພາໃຫ້ມີການປ່ຽນແປງຢ່າງໃຫຍ່ຫຼວງທາງດ້ານ ການເມືອງຫຼືດ້ານເສດຖະກິດ ແຕ່ຢ່າງໃດ ຢູ່ໃນ ສປປ ລາວ. Mike Ives ມີລາຍງານ ກ່ຽວກັບເລື່ອງນີ້ຈາກກຸງຮ່າໂນ່ຍ

ພວກຜູ້ນຳຂອງພັກຄອມມູນິສລາວ ເປີດກອງປະຊຸມໃຫຍ່
ຂອງພັກ ຊຶ່ງມີຂຶ້ນໃນທຸກໆ 5 ປີໃນເດືອນແລ້ວນີ້. ພວກ
ນັກວິເຄາະກ່າວວ່າ ກອງປະຊຸມດັ່ງກ່າວນີ້ ແມ່ນເປັນການ
ເສີມຂະຫຍາຍອຳນາດຂອງພັກທີ່ມີຢູ່ແລະຈະບໍ່ມີການປ່ຽນ
ແປງທີ່ສຳຄັນໃດໆ ໃນຍຸດທະສາດການພັດທະນາ ຫລື
ນະໂຍບາຍການຕ່າງປະເທດຂອງ ສປປ ລາວຊຶ່ງເປັນປະ
ເທດທີ່ທຸກຍາກແລະມີພັກການເມືອງແຕ່ພຽງພັກດຽວນັ້ນ.

ສປປ ລາວ ຊຶ່ງມີພົນລະເມືອງປະມານ 6 ລ້ານຄົນແລະມີ
ຊາຍແດນຕິດກັບຈີນ ຫວຽດນາມ ກຳປູເຈັຍ ໄທແລະມຽນ
ມານັ້ນ ແມ່ນເປັນນຶ່ງໃນບັນດາປະເທດທີ່ທຸກຍາກທີ່ສຸດໃນ
ໂລກແລະກາງຕໍ່ການຊ່ອຍເຫຼືອຢ່າງໜັກແລະການລົງທຶນ
ຂອງຕ່າງປະເທດ.

ໃນກອງປະຊຸມໃຫຍ່ຂອງພັກ ຊຶ່ງໄຂຂຶ້ນແຕ່ວັນທີ 17 ຫາ
21 ມີນາຢູ່ທີ່ນະຄອນຫຼວງວຽງຈັນນັ້ນ ພວກຜູ້ແທນໄດ້
ພາກັນເລືອກເອົາທ່ານຈູມມະລີ ໄຊຍະສອນ ອາຍຸ 75 ປີ ເຂົ້າຮັບຕຳແໜ່ງເປັນເລຂາທິການ
ໃຫຍ່ ຂອງພັກປະຊາຊົນປະຕິວັດລາວຕື່ມອີກ ແລະເລືອກເອົາສະມາຊິກຊຸດໃໝ່ຂອງຄະນະ
ກຳມະການບໍລິຫານງານແລະຄະນະກຳມະການກົມການເມືອງສູນກາງພັກ.

ນອກນັ້ນກອງປະຊຸມໃຫຍ່ຂອງພັກຍັງຮັບຮອງເອົາເປົ້າໝາຍທີ່ສຳຄັນສຳລັບການພັດທະ ນາເສດຖະກິດແລະສັງຄົມແຫ່ງຊາດຂອງລາວ ໃຫ້ເຕີບໂຕໃນອັດຕາສະເລ່ຍ ບໍ່ຫຼຸດ 8%
ຕໍ່ປີ ແຕ່ປີ 2011 ຫາ 2015 ແລະໃຫ້ການຢືນຢັນຕໍ່ເປົ້າໝາຍ ໃນການທີ່ຈະນຳພາປະ ເທດລາວໃຫ້ຫຼຸດພົ້ນອອກຈາກສະພາບການເປັນປະເທດດ້ອຍພັດທະນາໃຫ້ໄດ້ພາຍໃນປີ
2020.

ທ່ານ Martin Stuart-Fox ສາດສະດາຈານກິດຕິມະສັກທີ່ມະຫາວິທະຍາໄລ Queens
land ໃນອອສເຕຣເລຍກ່າວວ່າ ກອງປະຊຸມໃຫຍ່ຂອງພັກ ແມ່ນເສີມຂະຫຍາຍອຳນາດ ຂອງພັກປະຊາຊົນປະຕິວັດລາວແລະກອງທັບປົດປ່ອຍປະຊາຊົນຊຶ່ງເປັນຜູ້ຕາງໜ້າຢູ່ໃນ
ພັກດັ່ງກ່າວ.

ທ່ານເວົ້າວ່າ ກອງປະຊຸມໃຫຍ່ຂອງພັກບໍ່ໄດ້ໃຫ້ສັນຍານໃດໆ ກ່ຽວກັບວ່າຈະມີການຫັນ
ປ່ຽນໄປສູ່ປະຊາທິປະໄຕ.

ທ່ານ Martin Stuart-Fox ເວົ້າວ່າ ສປປ ລາວ ຍິນດີຮັບເອົາການຊ່ອຍເຫຼືອ ແລະ ການລົງທຶນຈາກບັນດາປະເທດເພື່ອນບ້ານທີ່ມີຄວາມເຂັ້ມແຂງຂອງລາວ ຮວມທັງຈີນ
ຫວຽດນາມແລະໄທ ຊຶ່ງປະກອບເປັນ 3 ປະເທດທີ່ລົງທຶນຫຼາຍທີ່ສຸດຢູ່ໃນລາວພ້ອມໆ ກັບການຊ່ອຍເຫຼືອຈາກບັນດາປະເທດນາຍທຶນຕາເວັນຕົກ.

// ສຽງ //

ທ່ານ Martin Stuart-Fox ເວົ້າວ່າ “ນະໂຍບາຍການຕ່າງປະເທດຂອງລາວ
ແມ່ນຢືນຢັນເຖິງການເປັນມິດກັບທຸກໆປະເທດແລະຂ້າພະເຈົ້າຄິດວ່າລາວ
ຈະສືບຕໍ່ພະຍາຍາມດຳເນີນນະໂຍບາຍດັ່ງກ່າວແລະຄິດວ່າ ລາວອາດຈະ
ເຮັດໄດ້ດີຫຼາຍ.”


ພວກນັກວິເຄາະບາງຄົນກ່າວວ່າ ການແຕ່ງຕັ້ງທ່ານທອງສິງ ທຳມະວົງເຂົ້າຮັບຕຳແໜ່ງ ເປັນນາຍົກລັດຖະມົນຕີໃນເດືອນທັນວາຜ່ານມາ ແມ່ນເປັນສັນຍານໃຫ້ເຫັນເຖິງການປ່ຽນ ແປງໄປສູ່ພັກຝ່າຍນິຍົມຫວຽດນາມ ແທນພັກຝ່າຍນິຍົມຈີນ ພາຍໃນຄະນະນຳພາຄອມມູ
ນິສລາວ ແຕ່ພວກນັກວິເຄາະອີກສ່ວນນຶ່ງລົງຄວາມເຫັນວ່າ ການຊັ່ງຊາຕີລາຄາທີ່ວ່ານີ້ ແມ່ນບໍ່ໄດ້ຄຳນຶງເຖິງຄວາມແຕກຕ່າງເລັກໆນ້ອຍໆໃນວົງການເມືອງຂອງລາວ.

ທ່ານ Martin Stuart-Fox ກ່າວຕໍ່ VOA ວ່າ ບໍ່ວ່າຈະມີການຊັບຊ້ອນໃດໆກໍຕາມຢູ່ ພາຍໃນພັກລາວຍັງຈະສືບຕໍ່ຍາດແຍ່ງເອົາການລົງທຶນຂອງຕ່າງປະເທດໂດຍການຂາຍ ເລຊັບພະຍາກອນທຳມະຊາດທີ່ຕົນມີຢູ່ ສ່ວນໃຫຍ່ແລ້ວກໍແມ່ນໄມ້ ບໍ່ແຮ່ແລະພາກສ່ວນ
ໄຟຟ້າພະລັງນໍ້າ.

ທ່ານເວົ້າວ່າ ມີທາງເປັນໄປໄດ້ທີ່ວ່າລາວ ຊຶ່ງມີອັດຕາການເຕີບໂຕຢ່າງແທ້ຈິງຂອງຍອດ
ຜະລິດຮວມແຫ່ງຊາດຫຼື GDP 7% ໃນປີ 2009 ນັ້ນ ຈະບັນລຸການເຕີບໂຕໃນອັດຕາ
8% ໃນປີນີ້. ແຕ່ແນວໃດກໍຕາມທ່ານໃຫ້ຂໍ້ສັງເກດວ່າ ບໍ່ແມ່ນຄົນລາວທັງໝົດໄດ້ຮັບຜົນ
ປະໂຫຍດຈາກການຂະຫຍາຍໂຕຂອງເສດຖະກິດແຫ່ງຊາດ.

// ສຽງ //

ທ່ານ Martin Stuart-Fox ເວົ້າວ່າ "ບັນຫາຢູ່ລາວກໍມີຢູ່ວ່າ ຄວາມຮັ່ງມີບໍ່ໄດ້ມີ
ການແບ່ງປັນໃຫ້ທົ່ວເຖິງ ດັ່ງນັ້ນຄວາມຮັ່ງມີທັງໝົດ ໃນທີ່ສຸດກໍໄປໂຮມກັນ
ຢູ່ຕາມຫົວເມືອງທີ່ຕັ້ງເລາະລຽບແຄມແມ່ນໍ້າຂອງແລະມີພຽງເລັກນ້ອຍເທົ່າ
ນັ້ນຕົກໄປເຖິງເຂດອື່ນໆຂອງປະເທດ ແລະເຂດພູຜາ ບ່ອນທີ່ພວກຊົນກຸ່ມ
ນ້ອຍອາໄສຢູ່ ດ້ວຍເຫດນີ້ລາວຈຶ່ງຈະສືບຕໍ່ ປະເຊີນກັບສະພາບຄວາມທຸກ ຍາກໃນລະດັບສູງຢູ່ໃນເຂດຊົນນະບົດທີ່ສອກຫຼີກຫ່າງ ກ."

ທ່ານກ່າວຕື່ມວ່າ ຍັງເປັນການສົງໄສຢູ່ທີ່ວ່າລາວຈະບັນລຸເປົ້າໝາຍໃນການຫຼຸດພົ້ນຈາກການ ເປັນປະເທດດ້ອຍພັດທະນາພາຍໃນປີ 2020.

ລາຍໄດ້ສະເລ່ຍຂອງປະຊາຊົນລາວແມ່ນຍັງຕໍ່າກວ່າ 1,000 ໂດລາຕໍ່ປີ ໃນປີ 2010 ອີງຕາມ ການກະປະມານຂອງກະຊວງການຕ່າງປະເທດສະຫະລັດ.

ພວກຄອມມູນິສໄດ້ເຂົ້າກຳອຳນາດຢູ່ລາວ ໃນຕອນທ້າຍຂອງສົງຄາມກາງເມືອງໃນປີ 1975.

ສະຫະລັດໄດ້ຖິ້ມລະເບີດລົງໃສ່ລາວຢ່າງໜັກໃນລະຫວ່າງສົງຄາມຫວຽດນາມ ແລະເຈົ້າໜ້າ
ທີ່ລາວກ່າວອ້າງວ່າ ສະເລ່ຍແລ້ວປະເທດລາວເປັນປະເທດທີ່ຖືກຖິ້ມລະເບີດໃສ່ໜັກທີ່ສຸດໃນ
ໂລກ.

ໃນໄລຍະສອງສາມເດືອນຜ່ານມານີ້ ສປປ ລາວໄດ້ຖືກຕຳໜິຕິຕຽນຈາກບັນດາອົງການປົກ
ປ້ອງສະພາບແວດລ້ອມ ບັນດາອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານ ແລະພວກເຈົ້າໜ້າ
ທີ່ຫວຽດນາມທີ່ໄດ້ໃຫ້ການອະນຸມັດຕໍ່ແຜນການພັດທະນາຂອງບໍລິສັດໄທທີ່ຈະສ້າງເຂື່ອນ
ແຫ່ງທຳອິດ ຂອງຈຳນວນທັງໝົດ 12 ເຂື່ອນ ໃສ່ເຂດລຸ່ມແມ່ນໍ້າຂອງ.

ພວກເຈົ້າໜ້າທີ່ລາວເວົ້າວ່າ ການສ້າງເຂື່ອນໃສ່ແມ່ນໍ້າຂອງນີ້ຈະຊ່ອຍກະຕຸກຊຸກຍູ້ໃຫ້ເສດຖະ
ກິດເຕີບໂຕແລະແກ່ດຶງເອົາລາວ ອອກຈາກການເປັນປະເທດທີ່ທຸກຍາກ. ຈີນຊຶ່ງເປັນເພື່ອນ
ບ້ານຂອງລາວນັ້ນໄດ້ 4 ເຂື່ອນທີ່ໃຊ້ການໄດ້ແລ້ວໃສ່ຕອນເທິງຂອງແມ່ນໍ້າຂອງ ທີ່ຈີນເອີ້ນ
ວ່າ ແມ່ນໍ້າລ້ານຊ້າງນັ້ນ.

XS
SM
MD
LG