ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ບັນດາຜູ້ເປັນພໍ່ແມ່ໃນ ລາວ ບໍ່ພໍໃຈກັບການປະກາດໂຈະການຮຽນ ແລະ ການສອນແບບເຊິ່ງໜ້າ ຍ້ອນການລະບາດຂອງ ໂຄວິດ-19


ນາຍຄູກວດອຸນຫະພູມນັກຮຽນຢູ່ໂຮງຮຽນແຫ່ງນຶ່ງ.
ນາຍຄູກວດອຸນຫະພູມນັກຮຽນຢູ່ໂຮງຮຽນແຫ່ງນຶ່ງ.

ການລະບາດຂອງໄວຣັສ ໂຄວິດ-19 ໃນ ລາວ ໄດ້ເຮັດໃຫ້ລັດຖະບານອອກຄຳສັ່ງປິດໂຮງຮຽນຄັ້ງໃໝ່ ອີງຕາມແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ ເມື່ອວັນທີ 23 ມີນາ ທີ່ຜ່ານມາ.

ຂໍ້ທີສີ່ຂອງແຈ້ງການດັ່ງກ່າວເວົ້າວ່າ “ໃຫ້ໂຈະການເປີດການຮຽນ-ການສອນແບບເຊິ່ງໜ້າ, ໃຫ້ຈັດການຮຽນ-ການສອນແບບທາງໄກໃນສະຖານະການສຶກສາກ່ອນໄວຮຽນ ແລະ ຊັ້ນປະຖົມປີທີ 1 ຫາປີທີ 4 ທັງພາກລັດ ແລະ ເອກະຊົນ ໃນແຂວງ, ນະຄອນຫຼວງ ແລະ ໃນເຂດທີ່ມີການລະບາດຂອງພະຍາດ COVID-19 ໃນຊຸມຊົນທັງຫຼາຍ.

ແຈ້ງການນັ້ນໄດ້ເຮັດໃຫ້ພໍ່ແມ່ຜູ້ປົກຄອງຈຳນວນຫຼາຍບໍ່ພໍໃຈ. ຫຼາຍຄົນໄດ້ອອກມາສະແດງຄວາມເຫັນ ແລະ ສົນທະນາກັນຢ່າງດຸເດືອດ ໃນສື່ສັງຄົມ.

ແມ່ຍິງຄົນນຶ່ງ ທີ່ອາໄສຢູ່ບ້ານໂພນຕ້ອງ ນະຄອນຫຼວງ ວຽງຈັນ ກ່າວວ່າ “ຂ້າ ພະເຈົ້າບໍ່ເຫັນດີກັບແຈ້ງການນີ້, ເລື່ອງເດັກນ້ອຍເຂົ້າໂຮງຮຽນ ຕ້ອງເປັນບູລິມະສິດສູງສຸດ. ເຂົາເຈົ້າແມ່ນອະນາຄົດຂອງຊາດ. ຕັ້ງແຕ່ໂຄວິດເລີ່ມ ລູກຂອງຂ້າພະເຈົ້າກໍບໍ່ໄດ້ຮຽນປົກກະຕິ. ຢູ່ບ້ານເຮົາມັນບໍ່ສະດວກຄືຢູ່ປະເທດທີ່ຈະເລີນແລ້ວ. ຖ້າຊິປິດກໍປິດພວກຮ້ານກິນດື່ມ ຫຼື ສະຖານທີ່ຈັດງານແຕ່ງດອງກ່ອນເບາະ?”

ບັນຫາດັ່ງກ່າວນີ້ຢູ່ ສະຫະລັດ ກໍຍັງເປັນມີການໂຕ້ຖຽງກັນຢູ່, ເຊິ່ງຕາມການສຳຫຼວດຂອງສູນກາງຄົ້ນຄວ້າ Pew ນັ້ນ, ພໍ່ແມ່ທີ່ມີລາຍໄດ້ສູງປະມານ 46 ເປີ ເຊັນ ແລະ ຜູ້ທີ່ມີລາຍໄດ້ປານກາງ 43 ເປີເຊັນເວົ້າວ່າໂຮງຮຽນຄວນເປີດໃຫ້ສອນຊ່ອງໜ້າເທົ່ານັ້ນ,​ ເມື່ອທຽບໃສ່ພໍ່ແມ່ ຜູ້ທີ່ມີລາຍໄດ້ຕໍ່າ 28 ເປີເຊັນ.

XS
SM
MD
LG