ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດຜະລິດຕະພັນ ນໍ້າຕຳໝາກຫຸ່ງຂອງ ລາວ ໃນລັດ ອາແຄນຊໍ ບໍ່ຖືກຜົນກະທົບຈາກ COVID-19 ຫຼາຍປານໃດ


ຜະລິດຕະພັນນໍ້າຕຳໝາກຫຸ້ງຂອງບໍລິສັດ Ninja Foods, ວາງຂາຍຢູ່ຮ້ານຊຸບເປີມາເກັດແຫ່ງນຶ່ງ.
ຜະລິດຕະພັນນໍ້າຕຳໝາກຫຸ້ງຂອງບໍລິສັດ Ninja Foods, ວາງຂາຍຢູ່ຮ້ານຊຸບເປີມາເກັດແຫ່ງນຶ່ງ.

ໄວຣັສໂຄໂຣນາໄດ້ສ້າງຄວາມເສຍຫາຍຢ່າງມະຫານສານຕໍ່ເສດຖະກິດໃນທົ່ວໂລກ ດ້ວຍການເດີນທາງສ່ວນຫຼາຍໄດ້ຖືກປິດ, ຮ້ານອາຫານ ແລະ ຮ້ານກິນດື່ມ ຫຼຸບທຶນ ຫຼື ປິດຢ່າງຖາວອນຍ້ອນຂາດລາຍໄດ້ຈາກການບໍ່ມີລູກຄ້າ. ແຕ່ກໍມີທຸລະ ກິດຈຳນວນນຶ່ງທີ່ບໍ່ໄດ້ຮັບຜົນກະທົບປານໃດຈາກໂຣກລະບາດນີ້ ເຊິ່ງນັ້ນກໍແມ່ນທຸ ລະກິດທາງອອນໄລນ໌.

ພວກເຮົາໄດ້ລົມກັບເຈົ້າຂອງຮ່ວມບໍລິສັດຂາຍນໍ້າຕຳໝາກຫຸ່ງຂອງຄົນ ລາວ ຊື່ວ່າ Ninja Foods. ບໍລິສັດດັ່ງກ່າວຕັ້ງຢູ່ເມືອງ ເຟເຢັດວິລ,​ ລັດ ອາແຄນຊໍ. ເຂົາເຈົ້າສົ່ງຜະລິດຕະພັນຂອງເຂົາເຈົ້າໄປຂາຍຢູ່ຮ້ານຊຸບເປີມາເກັດ ສາກົນ ຫຼື ຕະຫຼາດເອເຊຍ ພ້ອມກັບຂາຍທາງອອນໄລນ໌.

ທ່ານນາງ ອາເລັກສ໌ ລັດຕະນະ ສິຣິວັດ ແລະ ທ່ານນາງ ຄຳຫຼ້າ ສິຣິວັດ ເຈົ້າຂອງຮ່ວມບໍລິສັດ Ninja Foods ໄດ້ກ່າວ ກ່ຽວກັບ ຜົນກະທົບຕໍ່ບໍລິສັດວ່າ “ກະມີຢູ່ໜ້ອຍນຶ່ງ ເພາະວ່າຊ່ວງຕະຫຼາດປິດ ອໍເດີຈາກທາງຕະຫຼາດກະບໍ່ຂຶ້ນມາ, ຫາກແຕ່ວ່າ ອອນໄລນ໌ ພັດຫຼາຍຂຶ້ນ, ມັນກະເລີຍ Balance (ດຸນດ່ຽງ) ກັນ. ເພາະວ່າຄົນບໍ່ຄ່ອຍຢາກໄປຊື້ເອງແມ່ນບໍ່ ເຂົາເຈົ້າກະສັ່ງອອນໄລນ໌ຫຼາຍຂຶ້ນ. ລະ ຕະຫຼາດກະສັ່ງໜ້ອຍລົງ ມັນກະ Balance ອອກ. ກະໂອເຄຢູ່ບໍ່ໄດ້ Impact (ສົ່ງຜົນກະທົບ) ປານໃດ.”

ບໍລິສັດ Ninja Foods ແມ່ນບໍລິສັດຜະລິດຕະພັນສິນຄ້າຂອງຄົນ ລາວ ພຽງບໍ ລິສັດດຽວໃນລັດ ອາແຄນຊໍ, ມີລູກຄ້າຈາກຫຼາຍປະເທດ ລວມມີຄົນ ລາວ, ໄທ, ຫວຽດນາມ, ຈີນ, ກຳປູເຈຍ, ອາເມຣິກັນ ແລະ ອາເມຣິກາລາຕິນ.

ລັດ ອາແຄນຊໍ ຕັ້ງຢູ່ພາກໃຕ້ຂອງ ສະຫະລັດ, ໃນວັນພຸດວານນີ້ໄດ້ລາຍງານກໍ ລະນີຜູ້ຕິດໄວຣັສໂຄໂຣນາໃໝ່ 734 ຄົນ. ຕົວເລກກໍລະນີທັງໝົດໃນລັດດັ່ງ ກ່າວມີ 40,181 ກໍລະນີ ແລະ ມີຜູ້ເສຍຊີວິດແລ້ວ 428 ຄົນ.

XS
SM
MD
LG