ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຊາວລາວໃນຕ່າງປະເທດ ສົ່ງເງິນຫຼາຍໆລ້ານໂດລາ ກັບຄືນປະເທດ ໃນແຕ່ລະປີ


ເງິນໂດລາສະຫະລັດ.
ເງິນໂດລາສະຫະລັດ.

ລາວ ມີຫຼາຍໆທາງ ທີ່ຈະໄດ້ຮັບຜົນປະໂຫຍດ ຈາກຄົນລາວທີ່ຢູ່ໃນຕ່າງປະເທດ ຫຼືລາວນອກ. ສາສະດາຈານຜູ້ຊົງຄຸນນະວຸດທິ ກູ ຢາງ ຈາກມະຫາວິທະຍາໄລ ລັດຄາລີຟໍເນຍ ທີ່ສະແຕນິສ ລອສ ກ່າວວ່າ ລາວນອກໄດ້ສົ່ງເງິນຫຼາຍໆລ້ານໂດລາກັບຄືນປະເທດໃນແຕ່ລະປີ ແຕ່ກໍຍັງໜ້ອຍຢູ່ຖ້າປຽບທຽບໃສ່ຫວຽດນາມ ທີ່ໄດ້ຮັບຜົນປະໂຫຍດຢ່າງຫຼວງ ຫຼາຍຈາກພວກຫວຽດກຽວ ຫລື ຊາວຫວຽດນາມພົ້ນທະເລ. ດຣ. ກູ ຢາງ ກ່າວກ່ຽວກັບເລື້ອງນີ້ວ່າ:


“ຊາວຫວຽດນາມອາເມຣິກັນ ສົ່ງເງິນກັບຄືນປະເທດເປັນຈຳນວນມະຫາສານ 14 ພັນ ລ້ານໂດລາ ໃນປີ 2017”

ດຣ. ກູ ຢາງ ເວົ້າວ່າ ນອກນັ້ນແລ້ວ ລັດຖະບານຫວຽດນາມ ຍັງໄດ້ຮັບຜົນປະໂຫຍດ ໃນການຊັກຊວນໃຫ້ພວກຫວຽດກຽວ ກັບຄືນໄປຢ້ຽມຢາມປະເທດຫວຽດນາມ ຊຶ່ງທ່ານກ່າວກ່ຽວກັບເລື້ອງນີ້ວ່າ:


“ມີຊາວຫວຽດກຽວ ຫຼືຊາວຫວຽດນາມພົ້ນທະເລຈຳນວນ 5 ແສນຄົນເດີນທາງໄປຢ້ຽມ ຢາມຫວຽດນາມທຸກໆປີ ພວກເຂົາເຈົ້ານຳເອົາເງິນໂດລາກັບຄືນໄປພ້ອມຈ່າຍຄ່າໂຮງ ແຮມ ເຂົ້າຮ້ານອາຫານ ໄດ້ຮັບຜົນປະໂຫຍດຈາກສິ່ງເຫຼົ່ງນີ້.”

ແນວໃດກໍຕາມ ອີງຕາມການສຶກສາຄົ້ນຄວ້າ ຂອງອົງການ Pew ໃນປີ 2017 ແລ້ວ ຄົນລາວໃນອາເມຣິກາ ໄດ້ສົ່ງເງິນກັບຄືນປະເທດຢ່າງໜ້ອຍ 24 ລ້ານໂດລາ ແຕ່ດັ່ງທີ່ເຮົາຮູ້ກັນດີຄົນລາວສ່ວນໃຫຍ່ບໍ່ໄດ້ໃຊ້ບໍລິການສົ່ງເງິນ ແຕ່ມັກຈະເອົາໃຫ້ກັນໂລດໂດຍບໍ່ຜ່ານອົງການສົ່ງເງິນ ຈຶ່ງບໍ່ມີໃນໂຕເລກທີ່ຈົດບັນທຶກໃດໆ.

XS
SM
MD
LG