ລັດຖະບານລາວຈະສົ່ງເສີມ ແລະອຳນວຍຄວາມສະດວກໃຫ້ຄົນເຊື້ອຊາດລາວໃນຕ່າງປະເທດ ກັບຄືນມາລາວ ໃຫ້ຫລາຍຂຶ້ນ ດ້ວຍການຍົກລະດັບປະກາດແຈ້ງການເປັນດຳລັດ ປະທານປະເທດ.
ທ່ານ ແສງເພັດ ຮູງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງ ຖະແຫລງຢືນຢັນວ່າ ແຜນການ ສຳຄັນທີ່ກະຊວງການຕ່າງປະເທດກຳລັງກະກຽມຢູ່ໃນປັດຈຸບັນນີ້ ດ້ວຍເປົ້າໝາຍທີ່ຈະສົ່ງເສີມ ແລະອຳນວຍ ຄວາມສະດວກສຳລັບຄົນເຊື້ອຊາດລາວໃນຕ່າງປະເທດ ທີ່ຕ້ອງການຈະເດີນທາງມາລາວ ທັ້ງທີ່ເປັນການຊົ່ວຄາວ ແລະເປັນການຖາວອນ ໃນໄລຍະຕໍ່ໄປນີ້ ກໍຄືການຍົກລະດັບປະກາດແຈ້ງການ ຂອງລັດຖະບານໃຫ້ຂຶ້ນເປັນດໍລັດຂອງປະທານປະເທດ ຊຶ່ງຈະເຮັດໃຫ້ຄົນເຊື້ອຊາດລາວ ໃນຕ່າງປະເທດໝັ້ນໃຈໄດ້ວ່າ ລັດຖະບານໃຫ້ຄວາມສຳຄັນຢ່າງຍິ່ງ ຕໍ່ການເດີນທາງກັບຄືນມາລາວ ຂອງພວກເຂົາເຈົ້າ ທີ່ຕ້ອງການຈະປະກອບສ່ວນເຂົ້າໃນການພັດທະນາປະເທດຊາດບາວ ດັ່ງທີ່ທ່ານແສງເພັດຢືນຢັນວ່າ:
“ໃນປັດຈຸບັນ ທາງກະຊວງການຕ່າງປະເທດກຳລັງຄົ້ນຄວ້າຮ່າງດຳລັດ ວ່າດ້ວຍການຮັບ ແລະອຳນວຍຄວາມສະດວກດ້ານວີຊາ ໃຫ້ແກ່ຄົນເຊື້ອຊາດລາວເຮົາ ຢູ່ຕ່າງປະເທດ ຊຶ່ງໃນປັດຈະບັນນີ້ ພວກເຮົາປະຕິບັດພຽງແຕ່ເປັນລັກສະນະແຈ້ງການຂອງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ແຕ່ໃນຂັ້ນຕໍ່ໄປ ພວກເຮົາຢາກສ້າງເປັນດຳລັດ ຈະມີຄວາມໜັກແໜ້ນຂຶ້ນ. ອີກຢ່າງນຶ່ງພວກເຮົາກໍຈະໄດ້ສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ ພິຈາລະນານິຕິກຳ ຈຳນວນນຶ່ງຕື່ມ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ພີ່ນ້ອງເຊື້ອຊາດລາວ ຂອງພວກເຮົາຢູ່ຕ່າງປະເທດ ໄດ້ອ່ວຍໜ້າກັບມາຫາປະເທດຂອງພວກເຮົາ.”
ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນສູນກາງແນວລາວສ້າງຊາດ ຢືນຢັນວ່າ ສູນກາງ ແນວລາວສ້າງຊາດໄດ້ຮັບມອບໝາຍຈາກສູນກາງພັກປະຊາຊົນ ປະຕິວັດລາວ ໃຫ້ຮັບຜິດຊອບໃນການດຳ
ເນີນງານເພື່ອສົ່ງເສີມ ແລະອຳນວຍຄວາມສະດວກໃຫ້ແກ່ບັນດາຄົນເຊື້ອຊາດລາວ ໃນ
ຕ່າງປະເທດ ທີ່ຕ້ອງການຈະເດີນທາງກັບຄືນມາຢ້ຽມຢາມ ແລະລົງທຶນດຳເນີນທຸລະກິດ
ຢູ່ໃນລາວໃຫ້ຫຼາຍຂຶ້ນ ເພາະເຊື່ອວ່າຄົນເຊື້ອຊາດລາວ ໃນຕ່າງປະເທດ ຈະປະກອບ
ສ່ວນຢ່າງສຳຄັນເຂົ້າ ໃນການພັດທະນາເສດຖະກິດລາວ ໃຫ້ຈະເລີນກ້າວໜ້າ ໃນ
ອະນາຄົດນັ້ນເອງ.
ທັງນີ້ ທ່ານໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ໃນຖານະປະ
ທານ ຄະນະຮັບຜິດຊອບໃນການຈັດຕັ້ງປະຕິບັດດັ່ງກ່າວ ກໍໄດ້ໃຫ້ການຕ້ອນຮັບ ແລະ
ພົບປະກັບບັນດາຜູ້ຕາງໜ້າຂອງຄົນເຊື້ອຊາດລາວ ຈາກຕ່າງປະເທດ ມາແລ້ວຫຼາຍຄັ້ງ
ເຊັ່ນຄະນະຄົນເຊື້ອຊາດລາວຈາກລັດ Queen Land ປະເທດອອສເຕຣເລຍ ທີ່ໄດ້
ເດີນທາງມາຢ້ຽມຢາມ ແລະຈັດກິດຈະກຳແຂ່ງຂັນກິລາຕີກັອຟ ເພື່ອມິດຕະພາບ ຢູ່
ນະຄອນວຽງຈັນ ແລະຫລວງພະບາງເມື່ອປີ 2018 ຊຶ່ງກໍປາກົດວ່າ ຄະນະຜູ້ຕາງໜ້າ
ຂອງຄົນເຊື້ອຊາດລາວດັ່ງກ່າວ ກໍໄດ້ສະແດງຄວາມຕ້ອງການ ທີ່ຈະໄດ້ຮັບການສະ
ໜັບສະໜຸນ ແລະການຕອບສະໜອງຈາກລັດຖະບານລາວ ຊຶ່ງຮວມເຖິງການໄດ້ຮັບ
ສິດໃນການຖືຄອງຊັບສິນຢູ່ທີ່ລາວ ເຊັ່ນທີ່ດິນ ເຮືອນ ແລະສິດທີ່ຈະພັກອາໄສຢູ່ໃນ
ລາວ ຢ່າງຖາວອນ ຫຼື permanent resident (PR) ເປັນຕົ້ນ.
ທັງນີ້ໂດຍໃນໂອກາດກອງປະຊຸມສາມັນຄົບຄະນະຂອງສູນກາງແນວລາວສ້າງຊາດ ຄັ້ງ
ທີ 4 ສະໄໝທີ 10 ເມື່ອກາງເດືອນມີນາ 2019 ນີ້ ກອງປະຊຸມດັ່ງກ່າວ ກໍໄດ້ກຳນົດໃຫ້
ການພົວພັນ-ຮ່ວມມືກັບຄົນເຊື້ອຊາດລາວໃນຕ່າງປະເທດ ເປັນວຽກງານນຶ່ງ ທີ່ຈະຊຸກ
ຍູ້ໃຫ້ມີການຂະຫຍາຍຕົວຢ່າງກວ້າງຂວາງດ້ວຍການສົ່ງຜູ້ຕາງໜ້າຂອງແນວລາວ ສ້າງຊາດໄປປະຈຳຢູ່ສະຖານທູດ ແລະສະຖານກົງສຸນລາວ ໃນຕ່າງປະເທດ.
ສ່ວນກົດໝາຍວ່າດ້ວນສັນຊາດລາວທີ່ດັດແກ້ ແລະປະກາດໃຊ້ນັບແຕ່ວັນທີ 11 ທັນວາ
2017 ເປັນຕົ້ນມາ ກໍໄດ້ກຳນົດເງື່ອນໄຂ ອຳນວຍຄວາມສະດວກໃຫ້ກັບຄົນເຊື້ອຊາດ
ລາວ ທີ່ຢາກຈະໄດ້ສັນຊາດລາວ ເປັນກໍລະນີພິເສດ ເຊັ່ນ ການເປັນພົນລະເມືອງກິຕິມະ
ສັກສຳລັບຜູ້ທີ່ບໍ່ຢາກສະຫຼະສັນຊາດຕ່າງປະເທດແຕ່ຕ້ອງເປັນຜູ້ທີ່ມີຜົນງານດີເດັ່ນທີ່ປະ
ກອບສ່ວນເຂົ້າໃນການພັດທະນາ ແລະເປັນນັກທຸລະກິດດີເດັ່ນທີ່ສັງຄົມລາວຍອມຮັບ
ແລະເພື່ອໃຫ້ວ່ອງໄວ ໃນການປະຕິບັດຕົວຈິງ ກໍໄດ້ໂອນອຳນາດການພິຈາລະນາ ໃຫ້
ສັນຊາດລາວ ຈາກຄະນະປະຈຳສະພາແຫ່ງຊາດມາເປັນຄວາມຮັບຜິດຊອບຂອງລັດຖະ
ບາລາວ ອີກດ້ວຍ.