ສະບາຍດີທ່ານຜູ້ຟັງທີ່ເຄົາຣົບ ລາຍການຊີວິດຊາວລາວໃນຕ່າງ
ແດນຂອງເຮົາແລງ ວັນພະຫັດມື້ນີ້ ຂ້າພະເຈົ້າຈະນຳພາທ່ານ
ໄປທຳຄວາມຮູ້ຈັກກັບການເຕົ້າໂຮມພົບປະສັງສັນ ຂອງພີ່ນ້ອງ
ຊາວຄຳມ່ວນທີ່ໄດ້ຍົກຍ້າຍມາຕັ້ງຖິ່ນຖານຢູ່ນອກປະເທດ ຫຼັງ
ຈາກໄດ້ມີການປ່ຽນ ແປງລະບອບການປົກຄອງ ໃນລາວ ເມື່ອ
ປີ 1975. ພວກເຂົາເຈົ້າໄດ້ນັດໝາຍໄປເຕົ້າໂຮມເພື່ອພົບພໍ້
ຖາມຂ່າວຄວາມສຸກທຸກຊຶ່ງກັນແລະກັນ ຫຼັງຈາກໄດ້ພັດພາກ
ຈາກກັນມາເປັນເວລາ ເກືອບ 40 ປີ ຢູ່ທີ່ນະຄອນ Montreal
ປະເທດການາດາ.
ນະຄອນ Montreal ເປັນຫົວເມືອງທີ່ໃຫຍ່ທີ່ສຸດ ໃນແຂວງ
Quebec ແລະໃຫຍ່ເປັນອັນ ດັບສອງຂອງການາດາ ຮອງ
ຈາກນະຄອນ Toronto. ອີງຕາມໂຕເລກຂອງປີ 2011 ນະ
ຄອນ Montreal ມີປະຊາກອນຢູ່ 1 ລ້ານ 6 ແສນກວ່າຄົນ ໃນນັ້ນແລະເຂດຊານເມືອງ ອ້ອມແອ້ມມີຊາວລາວປະມານ 7 ຫາ 8 ພັນກວ່າຄົນອາໄສຢູ່ ຮວມທັງຄົນລາວ ທີ່ມາຈາກ ແຂວງຄຳມ່ວນ.
ກ່ຽວກັບການພົບພໍ້ສັງສັນຂອງພີ່ນ້ອງຊາວແຂວງຄຳມ່ວນໃນຄັ້ງນີ້ ຂ້າພະເຈົ້າໄດ້ມີໂອ
ກາດໂອ້ລົມກັບທ່ານກັອກ ສຸຣິຍະເດດ ທີ່ປຶກສາພ້ອມທັງເປັນຄະນະກຳມະການໃນ ການຈັດງານຊຶ່ງທ່ານໄດ້ເລົ່າສູ່ຟັງເຖິງຄວາມຄິດລິເລີ້ມແລະການຕັດສິນໃຈຈັດງານພົບ
ພໍ້ກັນໃນເທື່ອນີ້ທີ່ ນະຄອນ Montreal:
ງານພົບພໍ້ສັງສັນຂອງພີ່ນ້ອງຊາວແຂວງຄຳມ່ວນເລີ້ມຂຶ້ນໃນມື້ວັນເສົາທີ 31 ສິງຫາ ທີ່
ສວນ ສາທາລະນະ Parc Michel Chartrand ໃນເຂດເມືອງລອງເກີຍ ດ້ວຍພິທີບາ
ສີສູ່ຂວັນ ກິນເຂົ້າສາມັກຄີ ການເລົ່າສຸກເລົ່າຄວາມສຸກທຸກສູ່ກັນຟັງ ຂອງຍາດສະນິດ
ມິດສະຫາຍທີ່ໄດ້ ພັດພາກຈາກກັນມາເປັນເວລາດົນງານທ່າມກາງການບັນເລງຂອງ
ວົງດົນຕີຫຼາຍໆຄະນະຕັ້ງ ແຕ່ເຊົ້າຈົນຮອດ 6 ໂມງແລງ. ບັນຍາກາດຂອງງານ ໄດ້ດຳ
ເນີນໄປ ດ້ວຍຄວາມມ່ວນຊື່ນ ເປັນກັນເອງ ມີອາຫານການກິນຢ່າງຫຼາກຫຼາຍບໍການ
ຕະຫລອດເວລາຮວມທັງເຂົ້າປຽກຕ່ອນ ຂາງົວປິ່ນພ້ອມທັງເຫຼົ້າຢາປາແປ້ງຊຶ່ງມີພີ່ນ້ອງ
ຊາວແຂວງຄຳມ່ວນ ໃນເຂດທ້ອງຖິ່ນ ເປັນຜູ້ຈັດແຈງ ແລະ ອຳນວຍຄວາມສະດວກ
ພິເສດສຸດກໍໄດ້ແກ່ຍາເອື້ອຍແກ້ວຕາ ແລະເກືອບທຸກໆຄົນ ທີ່ໄປຮ່ວມໃນງານ ຕ່າງກໍ
ເວົ້າເປັນສຽງດຽວກັນວ່າ ມ່ວນຫຼາຍ.
ງານລາຕີສະໂມສອນ ຫລື ງານພາຕີ້ໃຫຍ່ເຕົ້າໂຮມລູກຫລານພະຍາສີໂຄດ ຊຶ່ງຈັດຂຶ້ນ
ຢູ່ທີ່ Plaza Antique ເລີ້ມດ້ວຍການກ່າວເປີດ ຂອງທ່ານຄຳກົງ ປະທານຈັດງານຕິດ
ຕາມດ້ວຍການຮ້ອງຊື່ພີ່ນ້ອງແຂວງຄຳມ່ວນທີ່ເດີນທາງມາຈາກຫຼາຍປະເທດການຮ້ອງ ເພງນຶ່ງໃນອານາ ຂອງສີລາວົງຮ່ວມກັນ ການໂຊຝີມືຂອງວົງດົນຕີຄະນະຕ່າງໆ ແລະ ການສະແດງຟ້ອນ.
ພີ່ນ້ອງແຂວງຄຳມ່ວນຜູ້ນຶ່ງຈາກປະເທດຝຣັ່ງເວົ້າວ່າ ການພົບພໍ້ກັນຢູ່ Montreal ນີ້ຖື
ວ່າ ເປັນການເລີ້ມຕົ້ນ ແລະທາງກຸງປາຣີກໍຫວັງວ່າ ຈະໄດ້ເປັນເຈົ້າພາບໃນຂັ້ນຕໍ່ໆໄປ.
ທ່ານຄຳເພັດ ຈາກລັດຄາລີຟໍເນຍກໍເວົ້າວ່າ ດີໃຈຫລາຍທີ່ໄດ້ມາພົບໜ້າພໍ້ຕາໝູ່ເພື່ອນ ທີ່ໄດ້ພັດພາກຈາກກັນມາເປັນເວລາດົນນານ.
ທ່ານຄຳສະແຫວງ ໄຊຊະນະ ຄົນແຂວງຄຳມ່ວນອີກຜູ້ນຶ່ງ ຈາກພາກຕາເວັນຕົກການາ
ດາ ກໍ ສະແດງຄວາມຕື່ນເຕັ້ນດີໃຈ ກ່ຽວກັບງານໃນຄໍ່າຄືນມື້ນີ້.
ນອກຈາກຄົນແຂວງຄຳມ່ວນແລ້ວ ພີ່ນ້ອງຊາວລາວໃນເຂດອ້ອມແອ້ມນະຄອນ Montreal
ກໍ ໄປຮ່ວມໃນງານພົບພໍ້ສັງສັນຄັ້ງນີ້ຄືກັນ.
ສ່ວນທ່ານບຸນເລີດ ມາລາວົງ ກໍເປັນຄົນລາວອີກຜູ້ນຶ່ງ ທີ່ໄປຮ່ວມໃນງານຣາຕີສະໂມ
ສອນ ຂອງພີ່ນ້ອງແຂວງຄຳມ່ວນ ຊຶ່ງທ່ານໃຫ້ການຊີ້ແຈງເພີ້ມຕື່ມວ່າ:
ພ້ອມດຽວກັນ ພວກທີ່ເປັນເຂີຍທ່າແຂກກໍພາລູກເມຍເດີນທາງໄປຮ່ວມງານພົບພໍ້ສັງ
ສັນໃນຄັ້ງ ນີ້ ຊຶ່ງເຂີຍທ່າແຂກຄົນນຶ່ງ ຈາກລັດອິລລີນອຍ ສະຫະລັດ ໃຫ້ການຊີ້ແຈງ ກ່ຽວກັບການເດີນ ທາງໄປຮ່ວມໃນເທື່ອນີ້ວ່າ:
ເຂີຍທ່າແຂກອີກຄົນນຶ່ງ ຈາກລັດ Connecticut ບອກວ່າ ງານສັງສັນໃນຄັ້ງນີ້ ມ່ວນ
ຫຼາຍ.
ບັນຍາກາດຂອງງານຣາຕີສະໂມສອນໃນຄໍ່າຄືນມື້ນີ້ ຄົງບໍ່ມີໃຜໃຫ້ການບັນລະຍາຍສູ່
ຟັງໄດ້ ດີໄປກວ່າ ທ່ານອະນຸສັກ ທັມມະວົງສາ ສິນລະປິນອະວຸໂສ ຈາກເຂດນະຄອນ Montreal.
ທ່ານຄຳກົງ ປະທານຈັດງານໃນຄັ້ງນີ້ ກ່າວສະຫລຸບສູ່ຟັງວ່າ:
ຕໍ່ຄຳຖາມທີ່ວ່າ ອີກດົນປານໃດ ພີ່ນ້ອງຊາວແຂວງຄຳມ່ວນຈຶ່ງຈະໄດ້ພົບພໍ້ກັນອີກ ທ່ານຄຳກົງ ເວົ້າວ່າ ຈະບໍ່ໄວກວ່າ 2 ປີ ບໍ່ຊ້າກວ່າ 4 ປີ ແລະນະຄອນ Montreal ຈະ ເປັນເຈົ້າພາບຕື່ມ ອີກຫລືບໍ່ນັ້ນ ທ່ານຄຳກົງໃຫ້ຄຳຕອບວ່າ:
ງານພົບພໍ້ສັງສົນຄົນແຂວງຄຳມ່ວນໃນເທື່ອນີ້ ນອກຈາກທ່ານຄຳກົງ ແລະຍາເອື້ອຍ
ແກ້ວຕາ ແລ້ວກໍຍັງມີຫົວແຫ່ວຫົວແຮງ ຄົນສຳຄັນໆ ຮວມທັງທ່ານສີຍົນ ແພງວົງສັກ ທ່ານນິນລະຄອນທີ ອິນທະນະວົງ ທ່ານຄຳປຣະເສີດ ແສງດາຣາແລະຄະນະກຳມະ
ການ ອື່ນໆອີກຫຼາຍໆຄົນ.
ເບິ່ງສະໄລດ໌ ພີ່ນ້ອງຊາວຄຳມ່ວນ ພົບພໍ້ກັນ.

ເບິ່ງຄວາມເຫັນ (3)
ໂຫລດຄວາມເຫັນ ຕື່ມອີກ