ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກຕີກ້ອຟ ລາວ ຈາກ ອາເມຣິກາ ຝຣັ່ງ ແລະ ການາດາ ກໍາລັງມູ້ງໜ້າສູ່ ສປປ ລາວ


ທິມຕີກ້ອຟ ລາວ-ອາເມຣິກັນ ຈາກເຂດວໍຊິງຕັນ ດີ.ຊີ ກໍາລັງມຸ່ງໜ້າ ສູ່ ສປປ ລາວ ເພື່ອເຂົ້າແຂ່ງຂັນ ຕີກ້ອຟ ມິດຕະພາບ.
ທິມຕີກ້ອຟ ລາວ-ອາເມຣິກັນ ຈາກເຂດວໍຊິງຕັນ ດີ.ຊີ ກໍາລັງມຸ່ງໜ້າ ສູ່ ສປປ ລາວ ເພື່ອເຂົ້າແຂ່ງຂັນ ຕີກ້ອຟ ມິດຕະພາບ.
ກ້ອຟ ​ເປັນ​ກິລາເກົ່າ​ແກ່ຊະ​ນິດ​ນຶ່ງ ທີ່ເລີ້ມ​ຂຶ້ນ​ຢູ່​ໃນ​ສັດຕະ​ວັດ ທີ່
15 ​ໃນສະ​ກອ໊ດ​ແລນ. ​ແຕ່​ວ່າ​ມັນ​ບໍ່​ໄດ້ເລີ້ມເປັນ​ທີ່​ນິຍົມຈົນ​ກວ່າ ​
ຕອນ​ທ້າຍ​ຂອງສັດຕະ​ວັດ​ທີ່ 19 ຢູ່ທີ່​ປະ​ເທດ​ອັງກິດ. ຫລັງ​ຈາກ
ນັ້ນຈຶ່ງຖືກແຜ່ຜາຍ​ຂະຫຍາຍ​ອອກ​ໄປ​ທົ່ວ​ໂລກ. ລັກສະນະສະ​
ເພາະຂອງ​ການ​ຕີກ້ອ​ຟນັ້ນ ​ກໍ​ຄືມັນ​ເປັນ​ກິລາ​ທີ່ ຫລີ້ນ​ຜູ້​ດຽວຊ່ວຍ
​ຕົນ​ເອງ ​ຕ້ອງ​ຕັ້ງ​ສະມາທິ ເພື່ອຕີ​ລູກ​ກ້ອ​ຟ ​ໃຫ້ໄປ​ເຖິງຂຸ​ມເປົ້າໝາຍ. ​

ໃນ​ຕອນ​ຕົ້ນ​ຂອງ​ປະວັດ​ສາດ​ນັ້ນ ກ້ອ​ຟຖື​ວ່າ ​ເປັນ​ກິລາ​ຂອງ​ພວກ​
ຂຸ​ນນາງ​ເທົ່າ​ນັ້ນ. ໃນ​ລະຍະ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມານີ້ ເປັນ​ທີ່ສັງ
​ເກດໃຫ້ເຫັນ​ວ່າ ຢູ່​ໃນ ສປປ ລາວ ​ໄດ້​ມີ​ການ​ສ້າງ​ເດີ່ນ​ຕີ​ກ້ອ​ຟ
ຫລາຍ​ຂື້ນ ​ເພື່ອ​ເປັນ​ບ່ອນ​ພັກ​ຜ່ອນຢ່ອນ​ອາຣົມ ໃຫ້ ແກ່ບັນດາ
ນັກ​ທ່ອງ​ທ່ຽວແລະ​ຕ້ອນຮັບແຂກ​ຕ່າງປະ​ເທດ. ​ພ້ອມໆ​ດຽວ​ກັນນີ້
ປະຊາ​ກອນ​ລາວ​ ຢູ່ໃນ​ຍຸກ​ສະ​ໄໝ​ໃໝ່ນີ້ ບໍ່​ວ່າ​ແຕ່ຢູ່​ໃນເມື​ອງລາວ ​ແລະຢູ່ທົ່ວ​ໂລກຕ່າງກໍ​ພາກັນເລີ້​ມນິຍົມ​ ຫລີ້ນ​ກິລາ​ຕີ​ກ້ອຟນີ້ຫລາຍ​ຂື້ນ​.

ໃນ​ ວັນ​ທີ 11 ຫາວັນ​ທີ 26 ເດືອນ​ພະ​ຈິກນີ້ ຢູ່​ທີ່ ສປປລາວ ຈະ​ມີ​ການ​ແຂ່ງຂັນ ກິ​ລາຕີ​
ກ້ອ​ຟ ມິດຕະພາບ ລະຫວ່່າງ ປະຊາ​ຄົມ​ລາວ-ອາ​ເມຣິກັນ ​ແລະ​ປະຊາ​ຄົມ​ລາວ ທີ່ ສປປ ລາວ. ນັກ​ຕີ​ກ້ອ​ຟ ເ​ຊື້​ອສາຍລາວ ຈາກ ອາ​ເມຣິກາ ​ກາ​ນາ​ດາ ແລະ ຝຣັ່ງ ປ​ະ​ມານ 50 ຄົນ ​ພ້ອມ​ດ້ວຍ ສະມາຊິກ ຄອບຄົວ ຮ່ວມ​ທັງ​ໝົດຮ້ອຍກວ່າ​ຄົນ ​ຈະເລີ້ມອອກເດີນ​ທາງ
ຈາກ Washington D.C​. ລັດ Virginia, Maryland, North Carolina, Connecticut, Georgia, Minnesota, Colorado, Arkansas, ກັບປະ ​ເ​ທດ Canada ​ແລະ France ໄປ​ຍັງ ສປປ ລາວ ເພື່ອ​ເຂົ້າ​ຮ່ວມ​ແຂ່ງ​ຂັນ ຕີກ້ອຟມິດ​ຕະພາບ.

​ການ​ແຂ່ງຂັນຕີ​ກ້ອຟ ມິດ​ຕະພາບ ​ດັ່ງກ່າວ​ນີ້ ​ເປັນ​ຄັ້ງ​ແລກ​ໃນ​ປະ​ຫວັດ​ສາດ ໂດຍການ​ປະສານ​ງານ​ຈາກ ສະ​ຖານ​ເອກ​ອັກ​ຄະ​ລັດຖະທູດ ສປປລາວ ທີ່ ນະ​ຄອນ ຫລວງ ວໍ​ຊິງ​ຕັນ ດີ.ຊີ. ​ເພື່ອ​ສ້າງ​ໂອກາດ​ໃຫ້ແກ່ບັນດາຊາວ​ລາວ ທີ່ຢູ່​ຕ່າງປະ​ເທດ ​ມີ​ໂອກາດເດີນ​ທາງ ກັບ​ຄືນ​ໄປ​ ຢ້ຽ​ມຢາມ​ບ້ານ​ເກີດ​ເມື​ອງນອນ​.

ການ​ແຂ່ງ​ຂັນ​ຈະ​ໄດ້​ຈັດ​ຂື້ນ​ທີ່ ເດີ່ນ​ຕີ​ກ້ອຟ ທີ່ແຂວງວຽງ​ຈັນ ຫລວງ​ພຣະບາງ ​ແລະ​ຈໍາປາ​ສັກ. ​ຮວມ​ຢູ່​ໃນ​ລາຍການ​ນັ້ນ ບັນດາ​ນັກ​ຕີ​ກ້ອ​ຟ ຈາກ​ຕ່າງປະ​ເທດ ຈະ​ມີ​ໂອກາດໄປຢ້ຽມ
ຢາມ 5 ​ແຂ​ວງ ​ອັນ​ມີ ວຽງ​ຈັນ ຫລວງ​ພະບາງ ຄໍາມ່ວນ ສະຫວັນ​ນະ​ເຂດ ແລະ​ຈໍາປາ​ສັກ.
ຮ່ວມ​ຢູ່​ໃນ​ຄະນະຕີ​ກ້ອຟຊຸດ​ນີ້ ມີ​ຫລາຍໆທ່ານ ​ເຄີຍ​ໄດ້ໄປ​ຢ້ຽມຢາມ​ເມືອງ​ລາວມາ​ກ່ອນ​ແລ້ວ ໂດຍ​ສະ​ເພາະ ທ່ານ Sam ສັງ​ບົວ​ສີ ຫົວໜ້າ​ນໍ​າພາຄະ​ນະ ຈາກ​ເຂດ ວໍ​ຊິງ​ຕັນ ດີ.ຊີ ​ທີ່ໄດ້​ໃຫ້​ສໍາ​ພາດ​ ແກ່ວີ​ໂອ​ເອ ກ່ຽວ​ກັບ​ການ​ເດີນ​ທາງໃນ​ຄັ້ງ​ນີ້ວ່າ:
please wait

No media source currently available

0:00 0:02:00 0:00
ລິງໂດຍກົງ



ນອກ​ນັ້ນ ກໍ​ຍັງມີ​ຫລາຍໆ​ທ່ານ ​ທີ່​ຍັງບໍ່​ເຄີຍ​ກັບໄປຢ້ຽມຢາມ​ເມືອງ​ລາວຈັກ​ເທື່ອ ນັບ​ຕັ້ງ​ແຕ່​ເຂົາ​ເຈົ້າ​ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ໃໝ່ ຢູ່​ໃນສະຫະລັດ ອາ​ເມຣິກາ ​ ​ເມື່ອຫລາຍ​ສິບ​ປີ​ກ່ອນ. ​ຜູ້​ນຶ່ງໃນ​ນັ້ນ ກໍ​ຄືທ່ານ ​ເພັດ (Ong) ມູນ​ຂະ​ຕິ ທີ່​ບໍ່​ເຄີຍ​ໄດ້​ກັບຄືນ​ເມືອ​ຢ້ຽມຢາມ​ເມືອງ​ລາວຈັກ​ເທື່ອ ທ່ານໄດ້​ກ່າວຕໍ່ ວີ​ໂອ​ເອ ວ່າ:
please wait

No media source currently available

0:00 0:02:08 0:00
ລິງໂດຍກົງ



ທ່ານ Tony Ngamsanith ກໍ​ແມ່ນ​ອີ​ກທ່ານນຶ່ງ​ທີ່​ເດີນທາງ​ມາ​ຢູ່ ສະຫະລັດ ກັບ​ຄອບຄົວ ຕັ້ງ​ແຕ່ອາຍຸ​ 14 ປີ ​ແລະ​ບໍ່​ມີ​ໂອກາດ​ໄດ້​ເດີ​ນທາງ​ໄປ​ຢ້ຽມຢາມເມືອງລາວ. ທ່ານ​ກ່່າວ​ຕໍ່ ວີ​ໂອ​ເອ ວ່າ:
please wait

No media source currently available

0:00 0:01:57 0:00
ລິງໂດຍກົງ



ຫລັງ​ຈາກ​ການ​ແຂ່ງຂັນ​ສີ້​ນສຸດ​ລົງ​ແລ້ວ ບັນ​ດາ​ນັກ​ຕີ​ກ້ອຟ ​ແລະ​ຄອບຄົວ ຈະຖື ​ໂອກາດດຽວ​ກັນ​ນີ້​ທ່ອງ​ທ່ຽວ ​ບຸນພະທາດ​ຫລວງປະ​ຈໍາປີ ທີ່​ ນະຄອນ​ຫລວງ ວຽງ​ຈັນ ​ແລະ​ຫລັງ​ຈາກ​ນັ້ນ​ ກໍ​ຈະ​ໄດ້​ກັບ​ຄືນ​ສູ່ ສະຫະລັດອາ​ເມຣິກາ.
XS
SM
MD
LG