ນາຍົກລັດຖະມົນຕີລາວ ສັ່ງປິດໂຮງເລື່ອຍ 1,206 ແຫ່ງ ທີ່ກ່ຽວຂ້ອງໃນການລັກລອບ
ຕັດ ແລະຄ້າໄມ້ຜິດກົດໝາຍ ໂດຍມີບັນດາພະນັກງານພັກລັດ ເຂົ້າໄປມີສ່ວນໄດ້ຮັບ
ຜົນປະໂຫຍດດັ່ງກ່າວດ້ວຍ.
ທ່ານຈະເລີນ ເຢຍປາວເຮີ ລັດຖະມົນຕີ ແລະໂຄສົກລັດຖະບານລາວ ຖະແຫລງຢືນ
ຢັນວ່າ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ມີຄຳສັ່ງໃຫ້ປິດໂຮງເລື່ອຍ 1,206
ແຫ່ງໃນປີ 2017 ທີ່ຜ່ານມາ ເນື່ອງຈາກມີສ່ວນກ່ຽວຂ້ອງໃນການລັກລອບຕັດ ແລະ
ຄ້າໄມ້ໂດຍຜິດກົດໝາຍ ແລະໃນນີ້ກໍເປັນໂຮງເລື່ອຍທີ່ດຳເນີນກິດຈະການໂດຍບໍ່ໄດ້ຂໍ
ອະນຸຍາດຕາມລະບຽບກົດໝາຍເຖິງ 1,186 ແຫ່ງ ສ່ວນອີກ 20 ແຫ່ງກໍໄດ້ເຂົ້າໄປລັກ
ລອບຕັດໄມ້ໃນເຂດປ່າສະຫງວນແຫ່ງຊາດ ຊຶ່ງການທີ່ບັນດາເຈົ້າຂອງໂຮງເລື່ອຍສາ
ມາດດຳເນີນການໄດ້ຄືແນວນີ້ກໍເພາະວ່າ ພະນັກງານພັກລັດໄດ້ເຂົ້າໄປມີສ່ວນໄດ້ຮັບ
ຜົນປະໂຫຍດດ້ວຍນັ້ນເອງ.
ຕໍ່ບັນຫາດັ່ງກ່າວ ທ່ານສົມມາດ ພົນເສນາ ລັດຖະມົນຕີວ່າການກະຊວງຊັບພະຍາກອນ
ທຳມະຊາດ ແລະສິ່ງແວດລ້ອມ ກໍຍອມຮັບວ່າໄດ້ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດແຜນການຟື້ນຟູປ່າໄມ້ ແລະສະພາບແວດລ້ອມທຳມະຊາດ ໃນລາວຢ່າງຫຼີກລ້ຽງບໍ່ໄດ້
ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນການໄດ້ດຳເນີນ ໄປຢ່າງຊັກຊ້າ ແລະບໍ່ມີ
ປະສິດທິພາບ ເນື່ອງຈາກພະນັກງານພັກລັດ ທີ່ມີໜ້າທີ່ໂດຍກົງໃນວຽກງານດັ່ງກ່າວນີ້
ຍັງຂາດຄວາມຮັບຜິດຊອບທັງຕໍ່ໜ້າທີ່ຂອງພວກຕົນ ແລະຕໍ່ຜົນປະໂຫຍດຂອງປະເທດ
ຊາດ ທັງຍັງບໍ່ຊື່ສັດສຸດຈະລິດດ້ວຍ ດັ່ງທີ່ ທ່ານສົມມາດ ໄດ້ຢືນຢັນວ່າ :
“ສະມາຊິກພັກຈຳນວນນຶ່ງຍັງຈົງຈຽມ ແລະເກງໃຈບໍ່ທັນກ້າຫານພຽງພໍໃນການຕຳ
ນິຕິຊົມຊຶ່ງກັນ ແລະກັນ ບໍ່ທັນມີມາດຕະການແກ້ໄຂບັນຫາຫຍໍ້ທໍ້ຊຳ້ເຮື້ອ ໃຫ້ໄດ້ຢ່າງ
ຂາດຕົວເຖິງມີກະຍັງບໍ່ໜັກແໜ້ນເທົ່າທີ່ຄວນ ຍັງບໍ່ທັນເປັນປົກກະຕິ ກ້າວໄກມະຫາ
ຊົນ ການລົງຮາກຖານ ລົງໃກ້ຊິດຕິດແທດທ້ອງຖິ່ນບໍ່ທັນທົ່ວເຖິງ ຍັງມີຫາງສຽງທາງ
ດ້ານຄວາມບໍລິສຸດ ສັດຊື່ ບໍ່ມີຄວາມໂປ່ງໃສໃນການຄຸ້ມຄອງ ແລະໃຊ້ຈ່າຍງົບປະ
ມານ ບໍ່ປະຢັດມັດທະຍັດ ຫຼິ້ນກິນຟຸມເຟືອຍ ທັດສະນະພົວພັນທາງດ້ານສັງຄົມ ບໍ່
ທັນເປັນແບບຢ່າງໃຫ້ແກ່ມະຫາຊົນ.”
ທັງນີ້ລັດຖະບານລາວໄດ້ວາງແຜນການເພີ້ມການປົກຫູ້ມຂອງປ່າໄມ້ໃຫ້ໄດ້ 37,000
ເຮັກຕາຕໍ່ປີໂດຍແນໃສ່ການເພີ້ມຄວາມໜາແໜ້ນຂອງປ່າໄມ້ໃຫ້ເຖິງ 70 ເປີເຊັນ ຂອງ
ພື້ນທີ່ທັງໝົດຕາມແຜນຍຸດທະສາດປ່າໄມ້ແຫ່ງຊາດເຖິງປີ 2020 ໂດຍການຊຸກຍູ້ໃຫ້
ປູກຕົ້ນໄມ້ໃນເຂດອ່າງໂຕ່ງຂອງເຂື່ອນໄຟຟ້າ ແລະເຂດຄອງຊົນລະປະທານຕ່າງໆນັ້ນ
ຖືເປັນພື້ນທີ່ສຳຄັນທີ່ຈະຕ້ອງປູກຕົ້ນໄມ້ໃຫ້ໄດ້ຫຼາຍທີ່ສຸດ.
ແຕ່ຢ່າງໃດກໍຕາມທ່ານລ່ຽນ ທິແກ້ວ ລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້
ກໍໄດ້ໃຫ້ທັດສະນະ ລັບປະເມີນວ່າ ສະພາບປ່າໄມ້ຂອງລາວໃນປັດຈຸບັນຍັງມີຄວາມ
ໜາແໜ້ນເຫຼືອຢູ່ປະມານ 40 ເປີເຊັນຂອງພື້ນທີ່ທັງໝົດ ໝາຍຄວາມວ່າໃນລະຍະນັບ
ແຕ່ປີ 2017-2020 ລັດຖະບານລາວກໍຈະຕ້ອງເພີ່ມການປົກຫູ້ມຂອງປ່າໄມ້ໃຫ້ໄດ້ໃນ
ອັດຕາສະເລ່ຍ 10 ເປີເຊັນຕໍ່ປີ ໃນທຸກຂະ ແໜງໃນທົ່ວປະເທດ ໂດຍເຂດທີ່ລັດຖະບານ
ຖືເປັນພື້ນທີ່ເປົ້າໝາຍສຳຄັນທີ່ຈະຕ້ອງຈັດຕັ້ງປະຕິບັດເພື່ອໃຫ້ບັນລຸເປົ້າໝາຍໃຫ້ໄດ້ກໍ
ຄືເຂດປ່າສະຫງວນແຫ່ງຊາດ ຊຶ່ງກໍຍັງປາກົດວ່າໄດ້ມີການລັກລອບເຂົ້າໄປຕັດໄມ້ຢູ່
ເລື້ອຍມາ.
ທັງນີ້ໂດຍອົງການອະນຸລັກສິ່ງແວດລ້ອມ Global Witness ລາຍງານວ່າ ເຂດທີ່ມີ
ການລັກລອບຕັດໄມ້ຫຼາຍທີ່ສຸດກໍຄືເຂດທີ່ຕິດຕໍ່ຊາຍແດນກັບຫວຽດນາມ ຊຶ່ງລວມເຖິງ
ເຂດປ່າສະຫງວນແຫ່ງຊາດນາກາຍໃນແຂວງຄຳມ່ວນ ຊຶ່ງບັນດານາຍທຶນ ແລະພະນັກ
ງານລັດຈຳນວນນຶ່ງໄດ້ຮວມກັນ ວ່າຈ້າງປະຊາຊົນລາວໃນເຂດທ້ອງຖິ່ນໃຫ້ພາກັນເຂົ້າ
ໄປລັກລອບຕັດໄມ້ເປັນເຂດປ່າສະຫງວນແຫ່ງຊາດ ນາກາຍ ແລ້ວກໍລັກລອບຂົນໃນ
ເວລາກາງຄືນເພື່ອສົ່ງອອກໄປຊາຍແດນດ້ານຫວຽດນາມຕາມລຳດັບ.
ທາງດ້ານທ່ານສຸຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະຊິກຳ ແລະປ່າໄມ້
ໃຫ້ການຍອມຮັບວ່າເປັນການຍາກ ແລະເປັນສິ່ງທີ່ທ້າທາຍຫຼາຍທີ່ຈະເພີ້ມການປົກຫຸ້ມ
ຂອງປ່າໄມ້ໃນລາວໃຫ້ໄດ້ເຖິງ 70 ເປີເຊັນຂອງພື້ນທີ່ທັງໝົດໃນປີ 2020 ເພາະການຈັດ
ຕັ້ງປະຕິບັດນັບແຕ່ປີ 2005 ເປັນຕົ້ນມາໄດ້ປະເຊີນບັນຫາຫຼາຍດ້ານທີ່ລວມເຖິງບັນ
ຫາການປະສານງານ ລະຫວ່າງໜ່ວຍງານຂອງລັດຖະບານດ້ວຍ.
ເບິ່ງຄວາມເຫັນ (15)
ໂຫລດຄວາມເຫັນ ຕື່ມອີກ