ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດຂາຍ ອາຫານທາງ ອອນໄລນ໌ ຂອງຄົນ ລາວ ໃນ ສະຫະລັດ ໄດ້ຮັບຜົນກຳໄລດີ ໃນລະຫວ່າງ ໂຣກລະບາດ COVID-19


ໜ້າເວັບໄຊ້ ບໍລິສັດນໍ້າແຈ່ວສົ້ມ ມາເດີ ມາເດີ.
ໜ້າເວັບໄຊ້ ບໍລິສັດນໍ້າແຈ່ວສົ້ມ ມາເດີ ມາເດີ.

ທຸລະກິດຂອງຄົນ ລາວ ທີ່ຂາຍສິນຄ້າທາງອອນໄລນ໌ ໃນ ສະຫະລັດ ໃນ ລະຫວ່າງ COVID-19 ສ່ວນຫຼາຍແມ່ນໄດ້ຮັບຜົນກະທົບໜ້ອຍ ແລະ ມີຜົນກຳໄລດີກວ່າທຸລະກິດທີ່ເປີດຮ້ານຂາຍຕ່າງໆ.

ເຖິງແມ່ນທຸລະກິດທັງຫຼາຍ ໃນ ສະຫະລັດ, ໂດຍສະເພາະແມ່ນທຸລະກິດ ກ່ຽວກັບ ອາຫານຈະຖືກອະນຸຍາດໃຫ້ເປີດຄືນພາຍໃນປະເທດກໍຕາມ. ລາຍໄດ້ຂອງຜູ້ປະກອບກິດຈະການຮ້ານອາຫານນັ້ນ ກໍບໍ່ໄດ້ດີຄືກ່ອນໂຣກ ລະບາດ COVID-19 ໄດ້ເກີດຂຶ້ນ. ຄົນ ລາວ ທີ່ອາໄສຢູ່ໃນ ສະຫະລັດ ຈຳນວນບໍ່ນ້ອຍແມ່ນໄດ້ຍຶດອາຊີບເປັນພໍ່ຄ້າຊາວຂາຍ,​ ແລະ ນັບຕັ້ງແຕ່ໂຣກລະບາດໄດ້ເລີ່ມຂຶ້ນ ເຂົາເຈົ້າກໍໄດ້ຮັບຜົນກະທົບຢ່າງໜັກ ແລະ ບາງຄົນກໍໄດ້ປິດກິດຈະການໄປຢ່າງຖາວອນ ຍ້ອນບໍ່ມີລາຍຮັບ.

ທຸລະກິດອອນໄລນ໌ທີ່ຄົນ ລາວ ເຮັດໃນ ສະຫະລັດ ສ່ວນຫຼາຍຈະແມ່ນຂອງກິນແຫ້ງ ແລະ ນໍ້າແຈ່ວຕ່າງໆທີ່ຂາຍເປັນແກ້ວ. ອາຫານທີ່ວ່ານີ້ສາມາດເກັບໄວ້ດົນ ແລະ ກໍສະດວກໃນການຈັດສົ່ງໃຫ້ລູກ ຄ້າ.

ເຈົ້າຂອງບໍລິສັດນໍ້າແຈ່ວສົ້ມ ມາເດີ ມາເດີ, ທ່ານນາງ ບີ ສະຫວັດດີ ໄດ້ກ່າວຕໍ່ ວີໂອເອ ລາວ ວ່າ: ຂາຍບາງເທື່ອເດືອນນຶ່ງ 5,000 ແກ້ວນີ້ແຫຼະ. ແກ້ວນຶ່ງກະແລ້ວແຕ່, ຕະຫຼາດອີຫຍັງ, ຂ້ອຍອອນໄລນ໌ $5.99. ຕະຫຼາດຢູ່ແຊນດີເອໂກ ກະຂາຍປະມານ $5.99 ຫາ $6.99. ເຂົາເຈົ້າກະຊິຊື້ຫຼາຍກ່ອນເກົ່າເພາະວ່າ ຄົນຫຼາຍກວ່າເກົ່າເຂົາເຈົ້າຢູ່ເຮືອນ. ຢູ່ເຮືອນເຮັດກິນເດີ ບາດນີ້ເຂົາເຈົ້າກະຢູ່ ຕະຫຼາດຫຼາຍຫັ້ນນະ ເຂົາເຈົ້າກໍເລີຍຊື້ແຈ່ວ ໄປກິນຢູ່ເຮືອນ.”

ໃນຂະນະທີ່ໂຣກລະບາດ COVID-19 ຍັງສືບຕໍ່ຮຸນແຮງຢູ່ນີ້, ຮ້ານອາຫານຕ່າງໆແມ່ນຄາດວ່າຈະໄດ້ຮັບຜົນກະທົບຕໍ່ໄປຈົນກວ່າຈະມີຢາວັກຊີນອອກມາ ແລະ ຄວບຄຸມການລະບາດໄດ້.

XS
SM
MD
LG