ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທາງການລາວປິດເມືອງຫລາຍແຫ່ງ ໃນຊ່ວງບຸນປີໃໝ່ລາວ ເພື່ອລະງັບການຕິດໂຄວິດໃນລາວທີ່ກໍາລັງເພີ້ມຂຶ້ນຢ່າງໄວວາ 


ສະຖານີຂົນສົງໂດຍສານ ສາຍເໜືອ ແລະຕ່າງປະເທດ.
ສະຖານີຂົນສົງໂດຍສານ ສາຍເໜືອ ແລະຕ່າງປະເທດ.

ຄ້າຍໆກັນກັບຢູ່ໃນໄທບ່ອນທີ່ຈໍານວນຄົນຕິດເຊື້ອເພີ້ມຂຶ້ນຢ່າງໄວວາ ນັບອາທິດ ທີ 2 ຂອງເດືອນນີ້ມາ ຢູ່ລາວກໍມີການລະບາດຂອງໂຄວິດ-19 ເພີ້ມຂຶ້ນເຊັ່ນກັນ ເມື່ອຄົນໄທ ແລະແຮງງານລາວຫລາຍຄົນເດີນທາງມາຈາກໄທ ໃນຊ່ວງບຸນປີ ໃໝ່ລາວ ຫລືບຸນສົງການປີນີ້. ການເດີນທາງເຂົ້າມາລາວຂອງຜູ້ທີ່ຕິດເຊື້ອ ພະຍາດໄດ້ຖືກກວດພົບວ່າມີ 9 ຄົນໃນໄລຍະ 10 ມື້ຜ່ານມານີ້. ດັ່ງນັ້ນ ທາງ ການລາວກໍໄດ້ເພີ້ມມາດຕະການກວດກາ, ປິດບ້ານ ແລະ ປິດເມືອງໃນຫລາຍ ແຫ່ງທີ່ມີຊາຍແດນຕິດກັບປະເທດເພື່ອນບ້ານ ນັບແຕ່ວັນທີ 13 ຈົນຮອດວັນທີ 30 ເມສານີ້, ກິ່ງສະຫວັນ ມີລາຍງານກ່ຽວກັບເລື້ອງນີ້ ຈາກ ນັກຂ່າວຂອງພວກ ມາສະເໜີທ່ານໃນອັນດັບຕໍ່ໄປ.

ລິງໂດຍກົງ

ເຊີນຊົມ ວີດີໂອ ຈາກ ສປປ ລາວ
please wait

No media source currently available

0:00 0:01:06 0:00
ລິງໂດຍກົງ

ເດືອນເມສາປົກກະຕິແລ້ວ ແມ່ນເປັນເດືອນທີ່ຜູ້ຄົນທັງໃນລາວ ແລະໄທ ມີຄວາມ ກະຕືລືລົ້ນ ແລະຄອງຄອຍຈະໄດ້ສະຫລອງບຸນປີໃໝ່. ສໍາລັບຄົນທີ່ໄປເຮັດວຽກ ເຮັດງານຢູ່ໄກບ້ານ ກໍຈະໄດ້ກັບບ້ານໄປຢ້ຽມຢາມຄອບຄົວ. ແຕ່ວ່າປີນີ້ ການເດີນ ທາງກັບບ້ານຂອງແຮງງານລາວມາແຕ່ໄທ ແລະປະເທດອື່ນ ພ້ອມທັງຄົນໄທເອງ ບາງຄົນທີ່ເດີນທາງເຂົ້າມາລາວ ກໍພົບວ່າມີການຕິດເຊື້ອໄວຣັສໂຄໂຣນາ 9 ຄົນ ແລ້ວ ຊຶ່ງເປັນການເພີ້ມຂຶ້ນຢ່າງໄວວາ ໃນພຽງແຕ່ໃນ 6 ມື້ເທົ່ານັ້ນ ກໍຄືນັບ ແຕ່ວັນທີ 10 ເຖິງວັນທີ 16 ເມສາຜ່ານມານີ້. ໃນນີ້ມີແຮງງານລາວທີ່ກັບມາຈາກ ໄທ 7 ຄົນ, ນັກທຸລະກິດໄທທີ່ອາໄສຢູ່ລາວ 1 ຄົນ ແລະພະນັກງານລາວທີ່ເດີນ ທາງກັບມາຈາກປະເທດມົງໂກເລຍ 1 ຄົນ ແລະໄດ້ເຮັດໃຫ້ຈໍານວນຄົນຕິດເຊື້ອ ໃນລາວທັງໝົດເປັນ 58 ຄົນ ນັບແຕ່ມີ ການລະບາດຂອງພະຍາດນີ້ເລີ້ມແຕ່ຕົ້ນປີ ກາຍນີ້ມາ.

ສໍາລັບກໍລະນີ ນັກທຸລະກິດໄທຄົນນຶ່ງທີ່ພົບວ່າຕິດເຊື້ອ ໂຄວິດ-19 ນີ້ ແມ່ນມີ ການພົວພັນ
ກັບຄົນທີ່ຮູ້ຈັກຮັກແພງກັນທີ່ຕິດເຊື້ອ ແລະລັກລອບເຂົ້າມາລາວ, ອີງຕາມການລາຍງານ
ຂອງຄະນະສະເພາະກິດເພື່ອປ້ອງກັນ ແລະຄວບຄຸມ ແລະແກ້ໄຂພະຍາດໂຄວິດ-19
ຂອງລາວ ແລະອີງຕາມການບອກເລົ່າຂອງ ປະຊາຊົນທ່ານນຶ່ງໃນເມືອງຫາດຊາຍຟອງ
ຊຶ່ງທ່ານເລົ່າສູ່ຟັງດັ່ງນີ້:

“ເອີມັນກະມາເປີດຮ້າຍເກມອີ່ຫຍັງຢູ່ນະຄອນຫລວງວຽງຈັນນໍາສາຂາ. ບາດເຈົ້າເກັບເອົາເງິນ ໄລ່ເປີເຊັນອີ່ຫຍັງແລ້ວໆຊິເອົາເງິນຂ້າມຟາກ. ບາດນີ້ ເຈົ້າກະມີຄົນໄທຂ້າມມາໂອນເອົາເງິນນໍາເຈົ້າຫັ້ນ ໝໍໄທຂ້າມມາຜັດຕິດເຊື້ອ. ຂ້າມທາງເຮືອ ລັກຂ້າມ.”

ເພື່ອຄວບຄຸມບໍ່ໃຫ້ການລະບາດນີ້ເພີ້ມຂຶ້ນ ລັດຖະບານລາວໄດ້ປິດເມືອງ ແລະ ແຂວງຕ່າງໆ ຫລາຍແຫ່ງໂດຍສະເພາະແມ່ນຢູ່ໃນເມືອງ ທີ່ຕັ້ງຢູ່ແຄມແມ່ນໍ້າຂອງ ເພື່ອປ້ອງກັນຄົນການລັກລອບຂ້າມແມ່ນໍ້າຂອງມາລາວ ດັ່ງການໃຫ້ສໍາພາດ ຂອງພະນັກງານທ່ານນຶ່ງທີ່ເຮັດວຽກໃນບໍລິສັດເອກກະຊົນແຫ່ງນຶ່ງ ໃນນະຄອນ ຫລວງວຽງຈັນ ທີ່ຈະໄປຢ້ຽມຢາມຄອບຄົວ ແລະດູແລເມຍທີ່ກໍາລັງເກີດລູກຢູ່ ເມືອງແກ່ນທ້າວ, ແຂວງໄຊຍະບູລີ ທີ່ມີຊາຍແດນຕິດ ກັບຈັງຫວັດເລີຍຂອງໄທ. ທ່ານບອກວ່າບໍ່ສາມາດເດີນທາງໄດ້ຍ້ອນທາງການກວດກາຕາມເສັ້ນທາງຕ່າງໆ ຢ່າງເຄັ່ງຄັດ ຊຶ່ງເຮັດໃຫ້ລົດເມ ແລະລົດໂດຍສານຢູ່ໃນບາງເຂດ ຢຸດການໃຫ້ ບໍລິການຊຶ່ງ ຜູ້ກ່ຽວເລົ່າສູ່ຟັງດັ່ງນີ້:

“ເຂົາກະອັນນີ້ຫລາຍຢ່າງ ຫັ້ນລະ ເຂົາກະບໍ່ໃຫ້ໄປຊາຍແດນ ແກ່ນທ້າວຫັ້ນແລ້ວ ພໍດີລູກກະຖ້າມາທາງຊາຍແດນປາກລາຍພີ້ນະ ຄົນລະທາງເລີຍບາດນີ້ ແຕ່ຮອດປາກລາຍຊິໃຫ້ເຂົາມາຮັບເອົາ ທາງປາກລາຍບາດນີ້, ປິດປິດ ປິດໝົດເລີຍ ປິດເມືອງເລີຍນະ ມັນມີໂຄວິດແຖວຝັ່ງໄທ ເຂົາຢ້ານຄົນໄທ ລັກລອບເຂົ້າມາ. ແຕ່ວ່າຄົນລາວ ແທ້ກະບໍ່ເປັນຫຍັງດອກ ເພາະເຂົາຢ້ານຄົນໄທລັກລອບເຂົ້າມາເດ ເພາະມັນກະເປັນຊາຍແດນແກ່ນທ້າວ ຊາຍແດນຕິດກັບໄທນະ ລູກກະຂຶ້ນລົດເຊົ້ານີ້ ຮອດຄີວລົດແລ້ວເຂົາບອກວ່າມັນບໍ່ມີລົດແກ່ນທ້າວ ແລະປາກລາຍ ກະເລີຍກັບມາ ເຂົາວ່າມື້ອື່ນມີແຕ່ລົດປາກລາຍ ສ່ວນລົດແກ່ນທ້າວເຂົາກະບໍ່ກ້າແລ່ນລະ ເຂົາກະຢ້ານນະ.”

ນອກຈາກນັ້ນ ຢູ່ທາງເຂດພາກໃຕ້ຂອງລາວກໍມີມາດຕະການປິດເມືອງເຊັ່ນກັນ ນັບ ແຕ່ວັນທີ 14 ໄປເຖິງ 30 ເມສາ ດັ່ງທີ່ພະນັກງານຂອງບໍລິສັດເອກະຊົນ ແຫ່ງນຶ່ງ ທີ່ມາຈາກແຂວງຈໍາປາສັກ ທີ່ມີແຜນໄປຢ້ຽມຢາມຄອບຄົວໃນໂອກາດ ພັກບຸນປີໃໝ່ແຕ່ວັນທີ 13 ຫາ 17 ແຕ່ວ່າຜູ້ກ່ຽວກໍໄປຮອດແຕ່ເມືອງທ່າແຂກ, ແຂວງບໍລິຄໍາໄຊແລ້ວກໍຕັດສິນໃຈກັບຄືນວຽງຈັນ ຍ້ອນມີຄົນບອກວ່າຈະມີການປິດເມືອງຢູ່ໃນແຂວງຈໍາປາສັກທີ່ມີຊາຍແດນຕິດກັບຈັງຫວັດອຸບົນຂອງໄທນັ້ນ, ຊຶ່ງຜູ້ກ່ຽວເລົ່າເຖິງເລື້ອງນີ້ສູ່ຟັງວ່າ: ​

ໂອ້ຍຂ້ອຍກັບມາວຽງຄືນແລ້ວ ບໍ່ເປັນຫຍັງດອກກະເດີນທາງເຂົ້າອອກໄດ້ປົກກະຕິ ຫາກ
ແຕ່ວ່າ ເຂົາມີແຈ້ງການມາວ່າຊິເລີ້ມລ໋ອກດາວມື້ອື່ນ ຫາວັນທີ 30ວ່າຊັ້ນ ຄັນຊັ້ນວັນທີ 30
ຂ້ອຍກະວ່າຊິກັບມາວັນທີ 17 ເດດມັນບໍ່ມີຄົນເປີດຮ້ານອີ່ຫຍັງຫັ້ນນະ, ຕອນກັບມາກະມາ
ຖາມຕໍາຫລວດທາງບ້ານໄຮ່-ປາກງື່ມ ເຂົາເຈົ້າກະວ່າມື້ອື່ນເຊົ້າເຂົາເລີ້ມລ໋ອກດາວຮອດ
ວັນທີ 30 ວ່າຊັ້ນ. ເຂົາແຈ້ງການຫວ່າງສວຍສວຍນີ້ໜາ ຫວ່າງເຮົາອອກເມືອໜິ.”

ສ່ວນຢູ່ແຂວງອຸດົມໄຊ ແລະແຂວງອື່ນໆ ທີ່ມີຊາຍແດນຕິດກັບຈີນນັ້ນ ກໍຍິ່ງມີເລີ້ມ ມີການກວດກາ ແລະປະຕິບັດລະບຽບການເຝົ້າລະວັງການລະບາດຂອງພະ ຍາດນີ້ຢ່າງເຄັ່ງຄັດກວ່າເຂດພາກໃຕ້ຂອງລາວອີກ ຊຶ່ງມີການຕັ້ງດ່ານກວດ ການເດີນທາງຂອງຄົນເຂົ້າ-ອອກໃນເມືອງທີ່ມີຊາຍແດນຕິດກັບຈີນ ດັ່ງການ ບອກເລົ່າຂອງປະຊາຊົນທ່ານນຶ່ງໃນແຂວງສະຫວັນນະເຂດທີ່ຫາກໍ່ກັບຈາກ ການເດີນທາງໄປປະຕິບັດພາລະກິດບາງຢ່າງ ລວມທັງແຂວງອຸດົມໄຊ ແລະ ແຂວງພາກເໜືອອື່ນໆ ໃນລະຫວ່າງວັນທີ 8 ຫາ ວັນທີ 11 ເມສາຜ່ານມາ.

ແຕ່ຢ່າງໃດກໍຕາມ ສໍາລັບໃນນະຄອນຫລວງວຽງຈັນນັ້ນ ແມ່ນຍັງບໍ່ໄດ້ປິດ ການເຂົ້າ-ອອກເມືອງເທື່ອ ເພາະຢ້ານມັນຈະມີຜົນກະທົບຕໍ່ສັງຄົມ ແຕ່ໃຫ້ປະ ຕິບັດມາດຕະການເຝົ້າລະວັງເພື່ອປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19 ເຊັ່ນການປິດສະຖານບັນເທີງຕ່າງໆ ເພື່ອຫລີກລ້ຽງການເຕົ້າ ໂຮມກັນຫລາຍຄົນຈົນເກີນໄປ ອີງຕາມແຈ້ງການສະບັບເລກທີ 368/ຫສນຍ ລົງວັນທີ 13 ເມສາ, 2021.

XS
SM
MD
LG