ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທາງການລາວ ຢ້ານວ່າ ເຊື້ອໄວຣັສ Covid-19 ຈະກັບຄືນມາເກີດການລະບາດ ຢູ່ໃນລາວ ອີກເທື່ອໃໝ່


ຮ້ານກິນດື່ມ ຢູ່ໃນລາວ ບໍ່ປະຕິບັດຕາມມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ໂດຍບໍ່ມີການໃສ່ໜ້າກາກປ້ອງກັນແຕ່ຢ່າງໃດ.
ຮ້ານກິນດື່ມ ຢູ່ໃນລາວ ບໍ່ປະຕິບັດຕາມມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ໂດຍບໍ່ມີການໃສ່ໜ້າກາກປ້ອງກັນແຕ່ຢ່າງໃດ.

ທາງການລາວ ຢ້ານວ່າ ເຊື້ອໄວຣັສ Covid-19 ຈະກັບຄືນມາເກີດການລະບາດຢູ່ໃນລາວອີກເທື່ອໃໝ່ ເພາະປະຊາຊົນບໍເຂັ້ມງວດປະຕິບັດມາດຕະການປ້ອງກັນ ໂດຍສະເພາະຮ້ານກິນ-ດືມ ແລະສະຖານບັນເທີງ.

ທ່ານສີສະຫວາດ ສຸດທະນິລະໄຊ ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫລງວ່າ ບັນຫາທີ່ໜ້າເປັນຫ່ວງໃນເວລານີ້ ຄືການທີ່ມີປະຊາຊົນລາວ ຈຳນວນຫລາຍບໍ່ເຂັ້ມງວດປະຕິບັດມາດຕະການປ້ອງກັນການລະບາດຂອງເຊື້ອໄວຣັສ Covid-19 ເພາະການກວດບໍ່ພົບຜູ້ຕິດເຊື້ອລາຍໃໝ່ຢູ່ພາຍໃນລາວ ນັບແຕ່ວັນທີ 13 ເມສາ 2020 ເປັນຕົ້ນມານັ້ນ ເຮັດໃຫ້ປະຊາຊົນລາວ ຈຳນວນບໍ່ນ້ອຍໄດ້ພາກັນເຊື່ອວ່າ ບໍ່ມີໄວຣັສ Covid-19 ຢູ່ພາຍໃນລາວອີກແລ້ວ ແລະມີພຽງຜູ້ຕິດເຊື້ອລາຍໃໝ່ທີ່ເດີນທາງມາຈາກຕ່າງປະເທດເທົ່ານັ້ນ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ປະຊາຊົນລາວ ຈຳນວນບໍ່ນ້ອຍໄດ້ພາກັນລົດລະດັບຄວາມເຂັ້ມງວດໃນການປະຕິບັດມາດຕະການປ້ອງກັນການລະບາດຂອງເຊື້ອໄວຣັສ Covid-19 ດັ່ງກ່າວ ໂດຍສະເພາະ ແມ່ນຢູ່ຕາມຮ້ານກິນດື່ມແລະສະຖານບັນເທີງຕ່າງໆນັ້ນ ຖືເປັນສະຖານທີ່ທີ່ມີຄວາມສ່ຽງ ຫຼືວວ່າ ມີຄວາມເປັນໄປໄດ້ທີ່ໄວຣັສ Covid-19 ອາດຈະກັບຄືນມາເກີດການລະບາດໃນລາວ ໄດ້ອີກເທື່ອໃໝ່ ດັ່ງທີ່ ທ່ານສີສະຫວາດ ໄດ້ໃຫ້ການຢືນຢັນວ່າ:

“ຮ້ານກິນ-ດື່ມ ຮ້ານບັນເທີງບາງຮ້ານ ແມ່ນມີປະຊາຊົນເຂົ້າມາຮັບໃຊ້ບໍລິການເປັນຈຳນວນຫລວງຫລາຍໂດຍບໍ່ໄດ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດເທົ່າທີ່ຄວນ ເປັນຕົ້ນ ກໍແມ່ນການປະຕິບັດໄລຍະຫ່າງທາງສັງຄົມ 1 ຫາ 2 ແມັດ ການລ້າງມືເລື້ອຍໆ ດ້ວຍນໍ້າສະອາດໃສ່ສະບູ ຫລືເຈລລ້າງມື ການຮັກສາມາາລະຍາດການໄອ-ຈາມ ການໃສ່ຜ້າປິດປາກ-ປິດດັ ເມື່ອມີຄວາມຈຳເປັນ ຫລືໄປສະຖານທີ່ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ ສ່ວນຫລວງຫລາຍປະຊາຊົນກະຖືເບົາ.”

ເຈົ້າໜ້າທີ່ລາວ ກຳລັງກວດພວກນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງເຂົ້າມາໃນລາວ ໃນຊ່ວງໄລຍະທີ່ມີການລະບາດຂອງພະຍາດຫາກໍເລີ້ມຕົ້ນຂຶ້ນ ເມື່ອເດືອນມີນາ ປີນີ້.
ເຈົ້າໜ້າທີ່ລາວ ກຳລັງກວດພວກນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງເຂົ້າມາໃນລາວ ໃນຊ່ວງໄລຍະທີ່ມີການລະບາດຂອງພະຍາດຫາກໍເລີ້ມຕົ້ນຂຶ້ນ ເມື່ອເດືອນມີນາ ປີນີ້.

ໂດຍຄະນະສະເພາະກິດເພື່ອການປ້ອງກັນ ຄວບຄຸມແລະແກ້ໄຂການລະບາດຂອງພະຍາດໄວຣັສ Covid-19 ຍັງສືບຕໍ່ມາດຕະການກັກບໍລິເວນເປັນເວລາ 14 ວັນສຳລັບຄົນລາວ ແລະຊາວຕ່າງຊາດທຸກຄົນທີ່ເດີນທາງມາໃນລາວ ທັງກໍຍັງບໍ່ມີກຳນົດທີ່ແນ່ນອນດ້ວຍວ່າ ຈະສາມາດຢຸດການດຳເນີນມາດຕະການດັ່ງກ່າວໄດ້ເມື່ອໃດ ເພາະວ່າ ພະຍາດໄວຣັສ Covid-19 ຍັງມີການລະບາດຢູ່ໃນຫລາຍໆປະເທດທົ່ວໂລກ ຈຶ່ງເຮັດໃຫ້ທາງການລາວ ຍັງຄົງຮັກສາມາດຕະການເຂັ້ມງວດໃນການຄວບຄຸມແລະກວດກາສຸຂະພາບຂອງທຸກຄົນທີ່ເດີນທາງເຂງົາມາລາວ ເພື່ອສະກັດກັ້ນບໍ່ໃຫ້ເຊື້ອໄວຣັສ Covid-19 ກັບຄືນມາລະບາດໃນລາວອີກເທື່ອໃໝ່.

ພ້ອມກັນນີ້ ທາງການລາວ ກໍຍັງສືບຕໍ່ມາດຕະການໂຈະການອອກວີຊາ ໃຫ້ກັບຊາວຕ່າງຊາດ ໂດຍຈັດຕັ້ງປະຕິບັດຄຽງຄູ່ກັນກັບການປິດດ່ານຊາຍແດນທີ່ຕິດຕໍ່ກັບປະເທດເພື່ອນບ້ານ ຊຶ່ງຈະຍົກເວັ້ນໃຫ້ສະເພາະນັກການທູດ ພະນັການບໍລິສັດຕ່າງຊາດແລະອົງການສາກົນ ທີ່ມີຄວາມຈຳເປັນເທົ່ານັ້ນ ຊຶ່ງທີ່ຜ່ານມາກໍໄດ້ກວດພົບຜູ້ຕິດເຊື້ອໄວຣັສ Covid-19 ຈຳນວນ 20 ລາຍ ທີ່ເດີນທາງມາຈາກຕ່າງປະເທດທັງໝົດ.

ນອກຈາກນີ້ ມາດຕະການນຶ່ງທີ່ທາງການລາວ ໄດ້ມີການຈັດຕັ້ງປະຕິບັດຢ່າງເຂັ້ມງວດໃນໄລຍະຜ່ານມາ ກໍຄືການກວດສຸກຂະພາບຂອງແຮງງານຕ່າງຊາດທຸກຄົນ ທີ່ເດີນທາງມາຈາກປະເທດທີ່ມີການແຜ່ລະບາດຂອງໄວຣັສ Covid-19 ໂດຍຖ້າຫາກກວດພົບວ່າ ມີອາການເປັນໄຂ້ ກໍຈະສົ່ງຕົວໄປຍັງສະຖານທີ່ກັກກັນ ເພື່ອກວດອາການເປັນເວລາ 14 ວັນ ໂດຍນາຍຈ້າງຈະຕ້ອງຮັບຜິດຊອບລູກຈ້າງຂອງຕົນ ແລະຈະຕ້ອງໃຫ້ການຮ່ວມມືກັບເຈົ້າໜ້າທີ່ສາທາລະນະສຸກ ທີ່ໄປກວດເບິ່ງອາການຂອງລູກຈ້າງທີ່ຖືກກັກບໍລິເວນອີກດ້ວຍ.

ທັງນີ້ ຄະນະສະເພາະກິດ ມອບໝາຍໃຫ້ກະຊວງປ້ອງກັນຄວາມສະຫງົບ ເປັນພາກສ່ວນທີ່ຮັບຜິດຊອບກວດກາການເດີນທາງຂອງແຮງງານແລະປະຊາຊົນລາວ ຢ່າງເຂັ້ມງວດ ໂດຍອະນຸຍາດໃຫ້ມີການເດີນທາງພາຍໃນປະເທດເທົ່ານັ້ນ ສ່ວນແຮງງານລາວທີ່ເດີນທາງກັບມາຈາກຕ່າງປະເທດ ກໍຈະຖືກສົ່ງຕົວໄປກັກບໍລິເວນຢູ່ສູນຮອງຮັບໃນຫແຕ່ລະແຂວງເປັນເວລາ 14 ວັນ ໂດຍບໍ່ມີການຍົກເວັ້ນ ຊຶ່ງນັບຕັ້ງແຕ່ເດືອນມີນາ 2020 ເປັນຕົ້ນມາ ກໍປາກົດວ່າ ມີແຮງງານລາວ ທີ່ເດີນທາງກັບມາຈາກໄທຫລາຍກວ່າ 3 ຫແສນຮົນ ສ່ວນກະຊວງແຮງງານໄທ ລາຍງານວ່າ ມີແຮງງານລາວທຳງານຢ່າງຖືກຕ້ອງຕາມກົດໝາຍ 277,845 ຄົນ ຫາກແຕ່ ເຄືອຂ່າຍໃຫ້ການຊ່ວຍເຫຼືອແຮງງານຕ່າງຊາດໃນໄທ ປະເມີນວ່າ ມີແຮງງານລາວຢູ່ໃນໄທກວ່າ 6 ແສນຄົນ ໃນນີ້ເປັນແຮງງານຜິດກົດໝາຍກວ່າ 330,000 ຄົນ ທິ່ກັບມາລາວໃນໄລຍະທີ່ຜ່ານມາ ຈຶ່ງນັບເປນປັດໄຈສ່ຽງທີ່ເຊື້ອໄວຣັສ Covid-19ຈະເລັດລອດເຂົ້າມາລະບາດໃນລາວໄດ້ດ້ວຍເຊັ່ນກັນ.

XS
SM
MD
LG