ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນລາວຍອມເປັນເຄື່ອງມື ໃນການຖືຄອງທີ່ດິນ ແທນຊາວຕ່າງຊາດ ຫລາຍຂຶ້ນ


ດິນຕອນນຶ່ງທີ່ໃຫ້ສໍາປະທານແກ່ບໍລິສັດຕ່າງປະເທດ
ດິນຕອນນຶ່ງທີ່ໃຫ້ສໍາປະທານແກ່ບໍລິສັດຕ່າງປະເທດ

ເຈົ້າໜ້າທີ່ລາວເຊື່ອວ່າ ມີປະຊາຊົນລາວຈໍານວນບໍ່ໜ້ອຍທີ່ຍອມເປັນເຄື່ອງມືໃນການຖືຄອງ ທີ່ດິນ ແທນຊາວຕ່າງຊາດຢູ່ໃນລາວ ແລະເຊື່ອວ່າບັນຫາດັ່ງກ່າວນີ້ຈະມີລະດັບຄວາມຮຸນ ແຮງເພີ່ມຂຶ້ນນັບມື້.

ເຈົ້າໜ້າທີ່ຂັ້ນສູງໃນອົງການກວດກາຂອງລັດຖະບານລາວ ໄດ້ໃຫ້ການຍອມຮັບວ່າ ການທີ່ລັດຖະບານລາວໄດ້ໃຫ້ການສະໜັບສະໜູນ ແລະສົ່ງເສີມການລົງທຶນຈາກ
ຕ່າງປະເທດ ເຂົ້າມາໃນພາກກະສິກໍາຫຼາຍຂຶ້ນພາຍໃຕ້ແຜນການ 3+2 ກໍຄືຊາວ
ຕ່າງຊາດ ເປັນຝ່າຍລົງທຶນ ພ້ອມດ້ວຍການຕອບສະໜອງໃນດ້ານເທັກນິກ ແລະ
ແນວພັນພືດທີ່ຈະປູກ ໃນຂະນະທີ່ປະຊາຊົນລາວ ເປັນຝ່າຍອອກແຮງງານ ແລະ
ປະກອບສ່ວນດ້ວຍທີ່ດິນ ສໍາຫຼັບການປູກພືດນັ້ນໄດ້ສົ່ງຜົນກະທົບທັງໃນດ້ານ
ບວກແລະດ້ານລົບຕໍ່ລາວ.

ສ່ວນຜົນກະທົບໃນດ້ານບວກນັ້ນກໍຄື ການທີ່ປະກົດວ່າ ມີບັນດານັກທຸລະກິດຊາວ
ຕ່າງຊາດ ໄດ້ພາກັນເຂົ້າມາລົງທຶນ ໃນພາກກະສິກໍາໃນລາວຫຼາຍຂຶ້ນຢ່າງຕໍ່ເນື່ອງ
ຊຶ່ງມາຮອດປະຈຸບັນ ກໍກວມເອົາພື້ນທີ່ສໍາປະທານທີ່ລວມກວ້າງກວ່າ 4 ແສນເຮັກຕາ
ແລ້ວ ໃນທົ່ວປະເທດລາວ. ສ່ວນຜົນກະທົບດ້ານລົບ ທີ່ເກີດຂຶ້ນຄຽງຄູ່ກັນໄປນັ້ນກໍຄື ບັນຫາກ່ຽວກັບການຖືຄອງທີ່ດິນ ເນື່ອງຈາກການກວດກາພົບວ່າ ສິດທິໃນການຖື ຄອງທີ່ດິນທີ່ເປັນຈິງພາຍໃຕ້ແຜນການ 3+2 ນັ້ນ ໄດ້ມີການປ່ຽນມືຈາກປະຊາ
ຊົນລາວ ໄປເປັນຂອງຊາວຕ່າງຊາດ ໂດຍທີ່ປະຊາຊົນລາວ ຍອມເປັນຜູ້ຖືຄອງທີ່ດິນ ແທນເພື່ອແລກກັບຜົນປະໂຫຍດພຽງເລັກນ້ອຍເທົ່ານັ້ນ.

ສວນມັນຕົ້ນ ທີ່ລົງທຶນໂດຍບໍລິສັດຕ່າງປະເທດທີ່ລາວ
ສວນມັນຕົ້ນ ທີ່ລົງທຶນໂດຍບໍລິສັດຕ່າງປະເທດທີ່ລາວ

ພ້ອມກັນນີ້ ເຈົ້າໜ້າທີ່ຂັ້ນ
ສູງຂອງລາວຍັງເຊື່ອອີກ
ດ້ວຍວ່າ ບັນຫາດັ່ງກ່າວ
ຈະຮຸນແຮງຫຼາຍຂຶ້ນນັບ
ມື້ ຖ້າຫາກວ່າທາງການ
ລາວບໍ່ຫາທາງປ້ອງກັນ
ຢ່າງມີປະສິດທິຜົນ ດັ່ງ
ທີ່ທ່ານໄດ້ກ່າວວ່າ:

ຕໍ່ຂະບວນການຊື້ຂາຍ
ທີ່ດິນຂອງນາຍທຶນ ຫຼື
ວ່າ ຄົນຕ່າງປະເທດໄດ້ໃສ່ຊື່ຄົນລາວ
ແມ່ນກໍາລັງເປັນຄ່ານິຍົມຂອງຄົນລາວ
ຈໍານວນນຶ່ງ ທີ່
ຂາດສະຕິດ້ານຄວາມຮັບຮູ້ທາງດ້ານກົດລະບຽບ ຫຼືວ່າດ້ານ
ກົດໝາຍບ້ານເມືອງ ພ້ອມທັງຫຼົງໄຫຼນໍາຄ່າຈ້າງລາງວັນ
ຈາກນາຍທຶນ
ກາຍເປັນຄົນທີ່ເອີ້ນວ່ານາຍໜ້າ ຫຼື ວ່າຄົນຕ່າງດ້າວທີ່
ບໍ່ແມ່ນສັນຊາດລາວ
ເພື່ອອອກຊື່ໃນໃບຕາດິນ ແລະກໍາລັງເປັນບັນຫາທີ່ແ
ຜ່ລາມຫຼາຍ.

ກ່ອນໜ້ານີ້ ເຈົ້າໜ້າທີ່ຂັ້ນສູງປະຈໍາຫ້ອງການສະພາແຫ່ງຊາດລາວໄດ້ໃຫ້ການຢືນຢັນ
ວ່າ ບັນຫາທີ່ພົ້ນເດັ່ນທີ່ສຸດທີ່ປະຊາຊົນລາວໄດ້ສະແດງການຮຽກຮ້ອງຂໍຄວາມຊ່ວຍເຫຼືອ
ຈາກສະພາແຫ່ງຊາດ ລາວຫຼາຍທີ່ສຸດໃນທຸກມື້ນີ້ກໍຄືບັນຫາຂັດແຍ້ງກ່ຽວກັບທີ່ດິນເຮັດ
ການຜະລິດ ແລະທີ່ຢູ່ອາໄສ ຊຶ່ງສ່ວນໃຫຍ່ກໍເປັນບັນຫາຂັດແຍ້ງກັບລັດຖະບານ ແລະ
ບັນດາອົງການປົກຄອງທ້ອງຖິ່ນໃນທົ່ວປະເທດລາວ ທີ່ມີສາເຫດສໍາຄັນມາຈາກການ
ໃຫ້ສໍາປະທານ ທີ່ດິນແກ່ພາກເອກະຊົນທີ່ໄປທັບ ຫຼືກວມເອົາທີ່ດິນຂອງປະຊາຊົນລາວ
ອີກດ້ວຍໃນຂະນະດຽວກັນ.

ເຈົ້າໜ້າທີ່ຂັ້ນສູງຂອງລາວ ຍັງບອກອີກວ່າການຮຽກຮ້ອງຂໍການຊ່ວຍເຫຼືອຂອງປະຊາຊົນ ລາວດັ່ງກ່າວໄດ້ເພີ່ມຂຶ້ນທຸກປີໂດຍໃນປີ 2011 ທີ່ຜ່ານມາກໍປະກົດວ່າມີຢູ່ຫຼາຍກວ່າ 400 ກໍລະນີທີ່ປະຊາຊົນລາວໄດ້ສະແດງການຮຽກຮ້ອງໂດຍກົງມາເຖິງຫ້ອງການສະພາແຫ່ງ
ຊາດລາວ ແລະການຮຽກຮ້ອງດັ່ງກ່າວກໍຍັງໄດ້ລວມໄປເຖິງການຂໍໃຫ້ຊ່ວຍແກ້ໄຂບັນຫາ ຕ່າງໆທີ່ເກິດຂຶ້ນໃນວົງການລັດຖະ ບານລາວດ້ວຍ ໂດຍສະເພາະແມ່ນການຂໍໃຫ້ດໍາເນີນ
ມາດຕະການປ້ອງກັນ ແລະປາບປາມການສໍ້ລາດບັງຫຼວງໃນວົງການຂອງລັດຖະບານ
ລາວໃຫ້ມີປະສິດທິພາບ ແລະໃຫ້ມີການລົງໂທດພະນັກງານຂອງລັດຖະບານ ທີ່ໄດ້ມີ ຄວາມຜິດຢ່າງແທ້ຈິງໂດຍບໍ່ມີການຍົກເວັ້ນ.

ສວນພືດທີ່ເກັບກ່ຽວໄດ້ໃນໄລຍະສັ້ນ ທີ່ປູກໂດຍປະຊາຊົນ ໃນແຂວງສະຫວັນນະເຂດ
ສວນພືດທີ່ເກັບກ່ຽວໄດ້ໃນໄລຍະສັ້ນ ທີ່ປູກໂດຍປະຊາຊົນ ໃນແຂວງສະຫວັນນະເຂດ

ນອກຈາກນັ້ນ, ປະຊາຊົນທີ່
ໄດ້ສະແດງການຮຽກຮ້ອງ
ເຖິງສະພາແຫ່ງຊາດລາວ
ເຫຼົ່ານີ້ ຍັງໄດ້ຮຽກຮ້ອງໃຫ້
ຄະນະລັດຖະບານລາວດໍາ
ເນີນການບໍລິຫານປະເທດ
ຢ່າງໂປ່ງໃສ ເຊັ່ນມີການນໍາ
ໃຊ້ງົບປະມານຢ່າງມີປະສິດ
ທິຜົນຫຼືບໍ່ມີການຮົ່ວໄຫຼຂອງ
ງົບປະມານມີການສຶກສາ
ແລະປ້ອງກັນບັນຫາຜົນກະ
ທົບຕໍ່ສັງຄົມແລະ ສິ່ງແວດລ້ອມທໍາມະຊາດຢ່າງຄັກແນ່ ກ່ອນທີ່ຈະຕັດສິນໃຈອະນຸມັດ
ໂຄງການລົງທຶນຈາກຕ່າງປະເທດໃນລາວ ແລະຄວບຄຸມກວດກາການນໍາໃຊ້ຊັບສິນ
ຂອງລັດຖະບານ ໃຫ້ຖືກຕ້ອງຕາມກົດໝາຍຢ່າງເຂັ້ມງວດເປັນຕົ້ນ.

ທາງດ້ານທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ຊຶ່ງເຄີຍເປັນປະທານສະພາແຫ່ງ
ລາວດ້ວຍນັ້ນ ກໍໄດ້ຖະແຫຼງຍອມຮັບວ່າ ບັນຫາທີ່ປະຊາຊົນລາວໄດ້ພາກັນຮ້ອງຮຽນມາ
ເຖິງຄະນະປະຈໍາສະພາແຫ່ງຊາດຫຼາຍທີ່ສຸດ ແລະກໍໄດ້ສະເໜີໃຫ້ລັດຖະບານດໍາເນີນ ມາດຕະການແກ້ໄຂຢ່າງຮີບດ່ວນນັ້ນ ກໍຄືບັນຫາ ແລະຂໍ້ຂັດແຍ້ງກ່ຽວກັບທີ່ດິນທໍາການ
ຜະລິດ ເນື່ອງຈາກວ່າໃນປະຈຸບັນນີ້ຍັງມີປະຊາຊົນລາວຈໍານວນບໍ່ໜ້ອຍທີ່ບໍ່ມີທີ່ດິນທໍາ
ການຜະລິດ ສ່ວນປະຊາຊົນລາວທີ່ມີທີ່ດິນທໍາການຜະລິດແລ້ວນັ້ນ ກັບຕ້ອງປະສົບບັນ ຫາເຂດສໍາປະທານທີ່ດິນຂອງເອກະຊົນລາວ ແລະ ຄົນຕ່າງປະເທດໄດ້ໄປກວມເອົາທີ່ ດິນຂອງພວກເຂົາເຈົ້າຢ່າງກວ້າງຂວາງ.

XS
SM
MD
LG