ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຂຶ້ນທະບຽນແຮງງານຕ່າງຊາດ ຄັ້ງທີ 1 ບໍ່ເປັນໄປຕາມເປົ້າໝາຍ ຈຶ່ງຕ້ອງດຳເນີນການ ຄັ້ງທີ 2


ແຮງງານຕ່າງຊາດ ຊາວຫວຽດນາມ ກຳລັງເຮັດວຽກ ໃນໂຄງການກໍ່ສ້າງຂົວແຫ່ງນຶ່ງ ໃນລາວ
ແຮງງານຕ່າງຊາດ ຊາວຫວຽດນາມ ກຳລັງເຮັດວຽກ ໃນໂຄງການກໍ່ສ້າງຂົວແຫ່ງນຶ່ງ ໃນລາວ

ທາງການລາວ ຍອມຮັບວ່າ ການຂຶ້ນທະບຽນແຮງງານຕ່າງຊາດ ຄັ້ງທີ 1 ທີ່ບໍ່ເປັນໄປ
ຕາມເປົ້າໝາຍທີ່ວາງໄວ້ນັ້ນ ເຮັດໃຫ້ຈຳເປັນຕ້ອງດຳເນີນການຂຶ້ນທະບຽນແຮງງານ
ຕ່າງຊາດ ໃນລາວອີກເປັນຄັ້ງທີ 2.

ທ່ານພົງໄຊສິດ ອິນຖະລາດ ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ
ສະຫວັດດີການສັງຄົມ ຍອມຮັບວ່າ ການຂຶ້ນທະບຽນແຮງງານຕ່າງຊາດ ທີ່ລັກລອບ
ທຳງານໂດຍຜິດກົດໝາຍໃນລາວ ທີ່ເລີ່ມດຳເນີນການນັບແຕ່ວັນທີ 1 ກັນຍາ 2017 ແລະຍັງຈະດຳເນີນການໄປຈົນເຖິງ ວັນທີ 30 ພະຈິກ 2017 ນັ້ນ ນັບເປັນການຂຶ້ນ
ທະບຽນແຮງງານຕ່າງຊາດໃນລາວ ເປັນຄັ້ງທີ 2 ເນື່ອງຈາກວ່າ ການຂຶ້ນທະບຽນ
ຄັ້ງທີ 1 ໃນຊ່ວງວັນທີ 16 ທັນວາ 2015 - ວັນທີ 30 ກັນຍາ 2016 ນັ້ນ ບໍ່ເປັນໄປ
ຕາມເປົ້າໝາຍທີ່ວາງໄວ້ ດັ່ງທີ່ ທ່ານໄຊສິດ ໄດ້ໃຫ້ການອະທິບາຍວ່າ:

“ເວລາເຮົາຂຶ້ນທະບຽນ ເຂົາກະໜີກັບຄືນປະເທດກະມີ ຫຼືວ່າ ຜ່ານມາ ເຮົາກະເຮັດ
ບໍ່ພ້ອມກັນແນ່ ມັນກະຍັງມີບ່ອນຫລົບຫລີກ ລີ້ຊ່ອນຢູ່ ອັນນີ້ ພວກເຮົາກະໄດ້ອອກ
ແຈ້ງການໄປແລ້ວ ລັດຖະມົນຕີສອງກະຊວງເນາະ ກະຊວງແຮງງານ ແລະສະຫວັດ
ດີການສັງຄົມ ແລ້ວກະທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກະໄດ້ອອກ
ແຈ້ງການໄປແລ້ວ ເຖິງບັນດາແຂວງວ່າ ໃຫ້ສືບຕໍ່ຂຶ້ນທະບຽນ ເລີ່ມວັນທີ 1 ເດືອນ 9
ເປັນຕົ້ນໄປ ໃຫ້ພ້ອມກັນໃນທົ່ວປະເທດ ແລ້ວກະໃຫ້ເວລາ 3 ເດືອນ ຫລັງຈາກນັ້ນ
ເມື່ອຂຶ້ນທະບຽນແລ້ວ ພວກເຮົາຈະມີການແບ່ງລະອຽດ ປະເພດຂອງຄົນຕ່າງ
ປະເທດເນາະ ອັນໃດເປັນຜູ້ອອກແຮງງານ ກຸ່ມໃດເປັນຜູ້ລົງທຶນ ກຸ່ມໃດເປັນຜູ້
ເລ່ລ່ອນ ຫາບເລ່ ແຝງຮອຍ ຫຼືວ່າ ປະກອບອາຊີບອິດສະລະ ເຮົາຈະແຍກລະອຽດ.”

ແຮງງານຕ່າງຊາດ ຊາວຈີນ ກຳລັງທຳງານກໍ່ສ້າງທາງ ສາຍນຶ່ງ ຢູ່ໃນລາວ
ແຮງງານຕ່າງຊາດ ຊາວຈີນ ກຳລັງທຳງານກໍ່ສ້າງທາງ ສາຍນຶ່ງ ຢູ່ໃນລາວ

ໂດຍການຂຶ້ນທະບຽນ ແລະອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວ ໃຫ້ແຮງງານ
ຕ່າງຊາດໃນລາວດັ່ງກ່າວ ເປັນການປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີ
ເລກທີ 62/ນຍ ກ່ຽວກັບການຂຶ້ນທະບຽນແຮງງານໃຫ້ຊາວຕ່າງປະເທດທີ່ມາອາໄສ
ຢູ່ໃນລາວ ທີ່ເປັນຄວາມຮັບຜິດຊອບຮ່ວມກັນ ລະຫວ່າງກະຊວງແຮງງານ ແລະ
ສະຫວັດດີການສັງຄົມ ກັບ ກະຊວງປ້ອງກັນຄວາມສະຫງົບ ຊຶ່ງຈັດຕັ້ງປະຕິບັດ
ໃນຊ່ວງວັນທີ 16 ທັນວາ 2015 - ວັນທີ 30 ກັນຍາ 2016 ໂດຍຂຶ້ນທະບຽນແຮງງານ
ຕ່າງຊາດໄດ້ 22,766 ຄົນ ໃນນີ້ເປັນແຮງງານຫວຽດນາມ 17,537 ຄົນ ຈີນ 4,323 ຄົນ
ໄທ 612 ຄົນ ແລະອື່ນໆ 132 ຄົນ ໂດຍທີ່ແຮງງານຊາວຕ່າງຊາດ ກໍຈະຕ້ອງເສຍຄ່າ
ທຳນຽມບັດອະນຸຍາດ ຄົນລະ 3 ແສນກີບຕໍ່ເດືອນ ຫຼື 3,600,000 ກີບຕໍ່ຄົນຕໍ່ປີ ຈຶ່ງເຊື່ອ
ວ່າ ເປັນອີກສາເຫດນຶ່ງທີ່ເຮັດໃຫ້ແຮງງານຕ່າງຊາດ ພາກັນຫລົບຫລີກ ຈາກການຂຶ້ນ
ທະບຽນດັ່ງກ່າວ.

ທັງນີ້ ໂດຍສະຫະພັນກຳມະບານລາວ ສະເໜີລາຍງານວ່າ ມີແຮງງານຕ່າງຊາດຫຼາຍ
ກວ່າ 50,000 ຄົນໃນລາວ ຊຶ່ງໃນນີ້ ໄດ້ຂຶ້ນທະບຽນກັບທາງການລາວແລ້ວ 22,766
ຄົນ ໝາຍຄວາມວ່າ ມີແຮງງານຕ່າງຊາດຫຼາຍກວ່າ 27,000 ຄົນ ທີ່ບໍ່ໄດ້ຂຶ້ນທະບຽນ
ແລະ ຍັງລັກລອບທຳງານໃນລາວ ໂດຍຜິດກົດໝາຍ ຢູ່ເລື້ອຍມາ ຫາກແຕ່ວ່າ ການທີ່
ລາວ ກໍຍງັຂາດແຄນແຮງງານມີຝີມື ແລະບໍ່ສາມາດ ທີ່ຈະຕອບສະໜອງແຮງງານມີຝີມື
ໃຫ້ກັບບັນດາບໍລິສັດຕ່າງຊາດ ທີ່ລົງທຶນໃນລາວໄດ້ຢ່າງພຽງພໍດ້ວຍນັ້ນ ກໍຍັງເຮັດໃຫ້
ທາງການລາວ ຕ້ອງອະນຸຍາດໃຫ້ບໍລິສັດຕ່າງຊາດ ສາມາດວ່າຈ້າງແຮງງານມີຝີມື
ຈາກຕ່າງປະເທດ ເຂົ້າມາທຳງານໃນລາວໄດ້ ຈຳນວນຫຼາຍໝື່ນຄົນໃນປັດຈຸບັນນີ້.

ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍໄດ້ວາງເປົ້າໝາຍການພັດທະນາແຮງງານ
ໃນປີ 2016-2020 ໄວ້ວ່າ ຈະພັດທະນາແຮງງານມີຝີມືໃຫ້ໄດ້ 658,000 ກວ່າຄົນ
ເພື່ອຕອບສະໜອງໃຫ້ບໍລິສັດຕ່າງຊາດທີ່ລົງທຶນໃນລາວໃຫ້ໄດ້ ຢ່າງພຽງພໍ ແລະຈະ
ສ້າງມາດຕະຖານຝີມືແຮງງານໃນ 27 ສາຂາອາຊີບໃຫ້ແຮງງານລາວ 12,500 ຄົນ
ເພື່ອໃຫ້ສາມາດໄປທຳງານໄດ້ໃນທຸກປະເທດສະມາຊິກໃນອາຊຽນດ້ວຍກັນ ຫາກ
ແຕ່ວ່າ ການທີ່ຈະບັນລຸເປົ້າໝາຍໄດ້ຢ່າງແທ້ຈິງນັ້ນ ກໍບໍ່ແມ່ນເລື່ອງງ່າຍ ເພາະວ່າ ສະຖາບັນການສຶກສາຊັ້ນສູງຂອງລັດຖະບານລາວ ສາມາດຮອງຮັບນັກສຶກສາໄດ້
ພຽງ 11,000 ກວ່າຄົນ ໃນຂະນະທີ່ມີນັກຮຽນຫຼາຍກວ່າ 60,000 ຄົນ ທີ່ຈົບມັດທະຍົມ
ປາຍ ໃນແຕ່ລະປີ ທັງຍັງມີທ່າອຽງເພີ່ມຈຳນວນຫຼາຍຂຶ້ນທຸກປີ ອີກດ້ວຍ.

XS
SM
MD
LG