ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະຍາບານຄົນ ລາວ ໃນ ອອສເຕຣເລຍ ໃຊ້ມາດຕະການປ້ອງກັນ COVID-19 ທີ່ເຄັ່ງຄັດກວ່າເກົ່າ ໃນຂະນະທີ່ເກີດການຕິດເຊື້ອຄັ້ງໃໝ່


ປະຊາຊົນລຽນແຖວຢູ່ສະຖານທີ່ກວດ COVID-19, ນະຄອນ ຊິດນີ, ອອສເຕຣເລຍ. 21 ທັນວາ, 2020.
ປະຊາຊົນລຽນແຖວຢູ່ສະຖານທີ່ກວດ COVID-19, ນະຄອນ ຊິດນີ, ອອສເຕຣເລຍ. 21 ທັນວາ, 2020.

ລັດ ນິວ ຊາວແວລສ໌ ໄດ້ເປັນຈຸດສູນກາງໃນການລະບາດຂອງໄວຣສໂຄໂຣນາຄັ້ງຫຼ້າສຸດນີ້, ແລະ ນະຄອນ ຊິດນີ ກໍກຳລັງຕໍ່ສູ້ກັບຜູ້ທີ່ໄດ້ຕິດເຊື້ອຈຳນວນນຶ່ງ ຕັ້ງແຕ່ໄລຍະບຸນ ຄຣິສມັສ ເປັນຕົ້ນມາ.

ລັດດັ່ງກ່າວໄດ້ທຳການກວດໂຣກໃໝ່ 32,667 ຄັ້ງ ແລະ ມີິຜູ້ຖືກກວດຕິດເຊື້ອ 5 ຄົນໃນວັນທີ 5 ຜ່ານມາ, ເຊິ່ງ 4 ຄົນຢູ່ພາຍໃນປະເທດ ແລະ 1 ຄົນຈາກຕ່າງປະເທດ.

ລັດຖະບານໃນລັດ ນິວ ຊາວແວລສ໌ ໄດ້ອອກກົດລະບຽບທີ່ເຄັ່ງຄັດ ເພື່ອຄວບຄຸມການຕິດຕໍ່ໂຣກໃນຄັ້ງນັ້ນ. ວີໂອເອ ລາວ ໄດ້ລົມກັບທ່ານນາງ ອຸໄລວັນ ຄົນລາວທີ່ເປັນພະຍາບານຢູ່ໃນລັດນັ້ນ, ເຊິ່ງລາວໄດ້ກ່າວວ່າ “ຢູ່ໃນ ອອສເຕຣ ເລຍ ນີ້ມັນໄດ້ລະບາດຂຶ້ນ, ທຸກມື້ທຸກມື້, ຫຼາຍຂຶ້ນຫຼາຍຂຶ້ນ. ລັດຖະບານເພິ່ນ ກະໄດ້ວາງກົດລະບຽບ ອອກມາຢ່າງເຄັ່ງຄັດ. ມື້ວັນເສົາແລ້ວນີ້ ເລີ່ມແຕ່ 12 ໂມງກາງຄືນມາ ທຸກຄົນທີ່ອອກໄປ Shop, ໄປຫາໃຜກະຢ່າ ຫຼືວ່າໄປວຽກໄປ ການ ຕ້ອງໄດ້ອັດປາກ ອັດສົບ, ຕ້ອງໃສ່ໜ້າກາກ. ຖ້າວ່າໃຜບໍ່ໃສ່ໜ້າກາກໄປໃສກະຢ່າ ຈະຖືກປັບໃໝ 200 ກວ່າດອນ.”

ທ່ານນາງ ອຸໄລວັນ ຕ້ອງໄດ້ໄປການທຸກມື້ ເປັນພະຍາບານເບິ່ງແຍ່ງຄົນຊະລາຢູ່ສະຖານທີ່ແຫ່ງນຶ່ງ. ລາວເວົ້າວ່າ ໄປການຕົນເອງກໍຕ້ອງໄດ້ເຄັ່ງຄັດໃນການ ປ້ອງກັນຕົນເອງ ແລະ ຜູ້ທີ່ອາໄສຢູ່ໃນສະຖານທີ່ແຫ່ງນັ້ນ.

ທ່ານນາງ ອຸໄລວັນເວົ້າວ່າ “ເຂົ້າໂຮງການປັບກໍຕ້ອງໄດ້ລ້າງມືດ້ວຍເຫຼົ້າລະກະ ໃສ່ໜ້າກາກໃນທັນທີ. ຢູ່ໃນວຽກໃນການຕ້ອງໄດ້ໃສ່ຕະຫຼອດບໍ່ສາມາດປົດອອກໄດ້. ລະກະພະຍາຍາມລ້າງມືຕະ ຫຼອດ. ປົກກະຕິແລ້ວເຮັດກັບພວກຜູ້ເຖົ້າແຮງຕ້ອງປ້ອງກັນ ເພາະວ່າພວກຜູ້ເຖົ້າເຂົາເຈົ້າບໍ່ມີພູມຕ້ານທານ.”

ອອສເຕຣເລຍ ໄດ້ລາຍງານການຕິດໄວຣັສໂຄໂຣນາພຽງ 28,500 ກວ່າກໍລະນີເທົ່ານັ້ນ ແລະ ເສຍຊີວິດ 909 ຄົນ.

ອອສເຕຣເລຍ ໄດ້ປິດເຂດຊາຍແດນສາກົນຂອງເຂົາເຈົ້າຕໍ່ຄົນຕ່າງປະເທດທີ່ບໍ່ມີສັນຊາດ ແລະ ອາໄສຢູ່ຖອນວອນທຸກຄົນ ນັບຕັ້ງແຕ່ເດືອນມີນາເປັນຕົ້ນມາ. ແຕ່ຜູ້ທີ່ໄດ້ຮັບອະນຸຍາດໃຫ້ເຂົ້າປະ ເທດຕ້ອງໄດ້ກັກຕົວກວດໂຣກຢູ່ໂຮງແຮມ 14 ວັນ.

XS
SM
MD
LG