ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາແຂວງ ພາກເໜືອ ຂອງ ລາວ ແລະ ແຂວງ ຢຸນໜານ ຂອງ ຈີນ ເຫັນດີ ນຳການ ຮ່ວມມື ເພີ່ມເຕີມ


ເຈົ້າໜ້າທີ່ ລາວ ແລະ ແຂວງ ຢຸນໜານ ພົບປະກັນເພື່ອເຈລະຈາການຮ່ວມມືຂອງທັງສອງຝ່າຍ.
ເຈົ້າໜ້າທີ່ ລາວ ແລະ ແຂວງ ຢຸນໜານ ພົບປະກັນເພື່ອເຈລະຈາການຮ່ວມມືຂອງທັງສອງຝ່າຍ.

ບັນດາແຂວງພາກເໜືອຂອງ ລາວ ກັບແຂວງ ຢຸນໜານຂອງ ຈີນ ຕົກລົງເສີມຂະຫຍາຍ ການຮ່ວມມືຮອບດ້ານເພື່ອເພີ່ມມູນຄ່າການ ຄ້າ ແລະ ການລົງທຶນລະຫວ່າງກັນໃຫ້ຫຼາຍ ຂຶ້ນຢ່າງບໍ່ຢຸດຢັ້ງ.

ການຕົກລົງເພື່ອເສີມຂະຫຍາຍການຮ່ວມມືຮອບດ້ານ ລະຫວ່າງແຂວງ ຢຸນໜານ ຂອງ ຈີນ ກັບບັນດາແຂວງພາກເໜືອຂອງ ລາວ ຊຶ່ງປະກອບດ້ວຍແຂວງ ຜົ້ງສາລີ, ຫຼວງນ້ຳທາ, ຫຼວງ ພະບາງ, ອຸດົມໄຊ, ຊຽງຂວາງ, ຫົວພັນ, ໄຊສົມບູນ ແລະ ແຂວງວຽງຈັນ ມີຂຶ້ນໃນໂອກາດ ກອງປະຊຸມຄັ້ງທີ 7 ຂອງຄະນະປະສານງານບັນດາແຂວງພາກເໜືອຂອງ ລາວ ກັບແຂວງ ຢຸນໜານ ຂອງ ຈີນ ຊຶ່ງໄດ້ຈັດການປະຊຸມຢ່າງເປັນທາງການເມື່ອ ບໍ່ດົນມານີ້ຢູ່ ທີ່ແຂວງ ວຽງຈັນ.

ໂດຍພາຍໃຕ້ການຕົກລົງໃນຄັ້ງຫຼ້າສຸດນີ້ທາງການແຂວງ ຢຸນໜານ ຂອງ ຈີນ ຈະໃຫ້ການ ຊ່ວຍເຫຼືອແກ່ບັນດາແຂວງພາກເໜືອຂອງ ລາວ ທັງໃນດ້ານເງິນທຶນ ແລະ ເທັກນິກທີ່ແນໃສ່ ການພັດທະນາບຸກຄະລາກອນ ເພື່ອຮອງຮັບການຮ່ວມມືຮອບດ້ານ ລະຫວ່າງກັນໃຫ້ມີປະສິດ ທິຜົນສູງຂຶ້ນ ໂດຍສະເພາະແມ່ນໃນດ້ານການຄ້າ, ການລົງທຶນ ແລະ ການແປ ຮູບສິນຄ້າກະ ສິກຳ ເພື່ອສົ່ງອອກໄປຕ່າງປະເທດຊຶ່ງຖືເປັນທີ່ແຮງສຳຄັນ ໃນບັນດາແຂວງພາກເໜືອຂອງ ລາວ ທັງກໍຍັງເປັນເຂດທີ່ບັນດາບໍລິສັດຂອງ ຈີນ ໄດ້ເຂົ້າມາລົງທຶນເພີ່ມຂຶ້ນນັບມື້ອີກດ້ວຍ.

ການຕົກລົງດັ່ງກ່າວນີ້ ຖືເປັນພາກສ່ວນໜຶ່ງຂອງກອງປະຊຸມຄະນະກຳມະທິການ ຮ່ວມມືດ້ານ ເສດຖະກິດການຄ້າ ແລະ ເທັກນິກລະຫວ່າງ ລາວ ກັບ ຈີນ ທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ວຽງຈັນ ເມື່ອທ້າຍເດືອນພຶດສະພາທີ່ຜ່ານມາ ຊຶ່ງທັງສອງຝ່າຍກໍໄດ້ຕົກລົງທີ່ຈະເສີມຂະ ຫາຍາຍການຮ່ວມມືທາງກ້ານເສດຖະກິດ ລະຫວ່າງກັນຢ່າງຮອບດ້ານ ໂດຍຈະຮ່ວມມືກັນ ສ້າງແຜນແມ່ບົດວ່າດ້ວຍການຮ່ວມມືດ້ານເສດຖະກິດ ແລະ ເທັກນິກສະບັບໃໝ່ໃຫ້ແລ້ວສຳ ເລັດໃນທ້າຍປີ 2015 ເພື່ອທີ່ຈະໄດ້ນຳໃຊ້ເປັນແຜນປະຕິບັດການລະຫວ່າງ ກັນໃນຊ່ວງປີ 2016 – 2020 ຕໍ່ໄປ.

ຄະນະກຳມະການເສດຖະກິດ ລາວ ແລະ ຢຸນໜານ ເຂົ້າຮ່ວມກອງປະຊຸມກ່ຽວກັບ ການຮ່ວມືສອງຝ່າຍ.
ຄະນະກຳມະການເສດຖະກິດ ລາວ ແລະ ຢຸນໜານ ເຂົ້າຮ່ວມກອງປະຊຸມກ່ຽວກັບ ການຮ່ວມືສອງຝ່າຍ.

ໂດຍກອງປະຊຸມຄັ້ງນີ້ຍັງໄດ້ສະເໜີລາຍງານດ້ວຍວ່າໃນປີ 2014 ທີ່ຜ່ານມາການຄ້າລະ ຫວ່າງ ລາວ ກັບ ຈີນ ໄດ້ຂະຫຍາຍຕົວເພີ່ມ ຂຶ້ນເຖິງ 31 ເປີເຊັນທຽບໃສ່ປີ 2013 ດ້ວຍມຸນຄ່າ ການຄ້າລວມ ເຖິງ 3,610 ລ້ານໂດລາຂໍຊຶ່ງໃນນີ້ແບ່ງເປັນການສົ່ງອອກສິນຄ້າ ຂອງ ລາວ ໄປ ຈີນ ໃນມູນຄ່າ 1,770 ລ້ານໂດລາເພີ່ມຂຶ້ນ 27 ເປີ ເຊັນທຽບກັບປີ 2013 ແລະ ລາວ ນຳເຂົ້າສິນຄ້າຈາກ ຈີນ ໃນມູນ ຄ່າ 1,840 ລ້ານໂດລາເພີ່ມຂຶ້ນ 7 ເປີເຊັນທຽບໃສ່ປີ 2013 ຊຶ່ງກໍ ເຮັດໃຫ້ຄາດໝາຍວ່າການຄ້າ ລາວ ແລະ ຈີນ ຈະມີມູນຄ່າຫຼາຍ ກວ່າ 4,000 ລ້ານໂດລາໃນປີ 2015 ນີ້ອີກດ້ວຍ.

ແຕ່ຢ່າງໃດກໍຕາມ ລາວ ກໍຍັງເປັນຝ່າຍທີ່ຂາດດຸນການຄ້າລະຫວ່າງປະເທດຢູ່ເລື້ອຍມາໂດຍ ສຳລັບໃນປີ 2015 ນີ້ທາງການ ລາວ ກໍໄດ້ວາງຄາດໝາຍການຄ້າຕ່າງປະເທດ ໄວ້ໃນມູນຄ່າ ລວມເຖິງ 8,868 ລ້ານໂດລາທີ່ແບ່ງເປັນການສົ່ງອອກສິນຄ້າໃນມູນຄ່າລວມ 4,168 ລ້ານໂດ ລາ ແລະ ນຳເຂົ້າສິນຄ້າຈາກຕ່າງປະເທດໃນມູນຄ່າລວມ 4,700 ລ້ານໂດລາ ເພື່ອຄວບຄຸມ ການຂາດດຸນການຄ້າໃຫ້ຢູ່ໃນມູນຄ່າບໍ່ເກີນ 532 ລ້ານໂດລາ ແຕ່ວ່າການທີ່ຈະສາມາດ ປະຕິ ບັດໄດ້ດັ່ງກ່າວນີ້ກໍບໍ່ແມ່ນເລື່ອງງ່າຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃຫ້ ການຊີ້ແຈງວ່າ

“ສັງຄົມເຮົາປັດຈຸບັນນີ້ເອີ້ນວ່າເປັນສັງຄົມທຸກຍາກ ແຕ່ກໍເຫັນວ່າຢູ່ໃນສັງຄົມເຮົາມີການ ນຳໃຊ້ສິນຄ້າ ແລະ ການບໍລິການທີ່ຫຼູຫຼາທີ່ຟຸມເຟືອຍຫຼາຍພໍສົມຄວນ ຄືພວກເຮົາເຫັນ ນຳກັນປະເພດລົດຍົນມີຂາຍຢ່າງຫຼວງຫຼາຍ ເປັນລົດທີ່ມີລາຄາແພງ ຊຶ່ງວ່າບັນດາ ປະເທດໃກ້ຄຽງບໍ່ທັນມີ ບາງທີຢູ່ບ້ານເຮົາກະມີແລ້ວ ປະເພດເຫຼົ້າບໍໍ່ ຢາສູບບໍ່ກະແມ່ນ ມີຢ່າງຫຼວງຫຼາຍ.”

ໂດຍ ລາວ ໄດ້ນຳເຂົ້ານ້ຳມັນເຊື້ອໄຟຫຼາຍກວ່າ 900 ລ້ານລິດໃນປີ 2013 ແລະ ເພີ່ມຂຶ້ນເປັນ 1,000 ກວ່າລ້ານລິດໃນປີ 2014 ສ່ວນໃນຕະຫຼອດປີ 2015 ນີ້ຄາດວ່າ ລາວ ຈະນຳເຂົ້ານ້ຳ ມັນເຊື້ອໄຟຈາກຕ່າງປະເທດໃນປະລິມານລວມຫຼາຍກວ່າ 1,200 ລ້ານລິດເນື່ອງຈາກວ່າ ໃນໄລຍະ 9 ເດືອນທີ່ຜ່ານມາກໍໄດ້ມີການນຳເຂົ້ານ້ຳມັນເຊຶ້ອໄຟຈາກຕ່າງປະເທດ ຫຼາຍກວ່າ 1,000 ລ້ານລິດແລ້ວ ທັງນີ້ໂດຍມີສາເຫດມາຈາກການລົງທຶນຂອງຕ່າງ ປະເທດໃນ ລາວ ເພີ່ມຂຶ້ນ ແລະ ຈຳນວນຍານພາຫະນະທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງນັ້ນເອງ.

XS
SM
MD
LG