ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຖືກມອບໝາຍໃຫ້ຈັດການແຂ່ງຂັນເຕະບານໂລກ ຮອບຄັດເລືອກ ຊາຍເຂດເອເຊຍ ລະຫວ່າງເກົາຫຼີເໜືອ ກັບ ຊີເຣຍ ແລະກັບ ມຽນມາ


ການແຂ່ງຂັນເຕະບານລະຫວ່າງ ເກົາຫລີເໜືອ ກັບ ຊີເຣຍ ເເມ່ນຈະຈັດຂຶ້ນ ໃນວັນທີ 6 ມິຖຸນານີ້ ທີ່ສະໜາມກິລາເເຫ່ງຊາດ ຫຼັກທີ 16 ທີ່ເມືອງນາຊາຍທອງ, ວຽງຈັນ.
ການແຂ່ງຂັນເຕະບານລະຫວ່າງ ເກົາຫລີເໜືອ ກັບ ຊີເຣຍ ເເມ່ນຈະຈັດຂຶ້ນ ໃນວັນທີ 6 ມິຖຸນານີ້ ທີ່ສະໜາມກິລາເເຫ່ງຊາດ ຫຼັກທີ 16 ທີ່ເມືອງນາຊາຍທອງ, ວຽງຈັນ.

ປະເທດລາວ ໄດ້ຖືກຄັດເລືອກໃຫ້ຈັດການແຂ່ງຂັນກິລາເຕະບານຮອບຄັດເລືອກ ບານໂລກຂອງສະມາຄົມບານເຕະເອເຊຍ Asian Football Confederation (AFC) ສອງຄູ່ ລະຫວ່າງ ສປປ ເກົາຫລີເໜືອ ເເລະ ປະເທດຊີເຣຍ ພ້ອມກັບຄູ່ຂອງປະເທດມຽນມາ ກັບ ສປປ ເກົາຫຼີເໜືອ ໃນເດືອນມິຖຸນາ ທີ່ຈະມາຮອດນີ້.

ການແຂ່ງຂັນເຕະບານລະຫວ່າງ ສປປ ເກົາຫລີເໜືອ ກັບ ຊີເຣຍ ເເມ່ນຈະຈັດຂຶ້ນ ໃນວັນທີ 6 ເດືອນມິຖຸນານີ້ ທີ່ສະໜາມກິລາເເຫ່ງຊາດຫຼັກທີ 16 ທີ່ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນນ. ສ່ວນຄູ່ຂອງປະເທດມຽນມ້າ ກັບ ສປປ ເກົາຫຼີເໜືອ ຈະຈັດຂຶ້ນໃນວັນທີ 11 ເຊິ່ງເວລາທີ່ຈະຈັດການເເຂ່ງຂັນຍັງບໍ່ໄດ້ລະບຸ ຢ່າງຊັດເຈນເທື່ອ ຈາກທາງອົງການບານເຕະຂອງເອເຊຍ (AFC).

ທາງສະຫະພັນບານເຕະຂອງຊີເຣຍ ບໍ່ໄດ້ລະບຸວ່າ ການຈັດເເຂ່ງຂັນຄັ້ງນີ້ ເເມ່ນຖືກຍ້າຍຍ້ອນສາເຫດໃດ ເເຕ່ທາງສຳນັກຂ່າວ NK News ໄດ້ກ່າວວ່າ ການຍ້າຍສະຖານທີ່ເເຂ່ງຂັນຈາກພຽງຢາງ ເມືອງຫຼວງຂອງເກົາຫຼີເໜືອ ມາຈັດຢູ່ນະຄອນຫຼວງວຽງຈັນ ປະເທດລາວ ນັ້ນ ແມ່ນ ເພື່ອຄວາມໄດ້ປຽບໃນການເເຂ່ງຂັນ ຕໍ່ເກົາຫຼີເໜືອ.

ໃນບົດລາຍງານຂອງສຳນັກຂ່າວ NK News, ເຊິ່ງເປັນອົງການຂ່າວເອກະຊົນອິດສະຫຼະ ໂດຍມີຫ້ອງການຕັ້ງຢູ່ໃນສະຫະລັດ ຢູໂຣບ ແລະ ສາທາລະນະລັດເກົາຫຼີ, https://www.nknews.org/2024/05/world-cup-qualifier-in-north-korea-scrapped-again-dprk-to-face-syria-in-laos/, ຍັງໄດ້ກ່າວເພີ່ມຕື່ມວ່າ ທ່ານ ສະຕີບ ໄພຣສ໌ (Steve Price) ເຊິ່ງໄດ້ເປັນນັກວິເຄາະທາງດ້ານຂ່າວກິລາ ໃນປະເທດເກົາຫຼີໃຕ້ ກ່າວວ່າ: “ປະເທດລາວຈະເຮັດໃຫ້ເກົາຫຼີເໜືອ ໄດ້ປຽບຍ້ອນວ່າ ຈະມີການສ້າງສະພາບເເວດລ້ອມທີ່ບໍ່ເອື້ອອຳນວຍຕໍ່ທີມຊາດຊີເຣຍ.”

ເຊິ່ງກໍເປັນເຫດຈູງໃຈຍ້ອນວ່າ ເກົາຫຼີເໜືອຕ້ອງການເອົາຊະນະຊີເຣຍ ເເລະປະເທດມຽນມ້າ ເພື່ອຜ່ານເຂົ້າສູ່ຮອບການເເຂ່ງຂັນໃນຮອບຕໍ່ໆໄປ ຫຼັງຈາກທີ່ເກົາຫຼີເໜືອ ໄດ້ຍົກເລີກເກມການເເຂ່ງຂັນກັບຍີ່ປຸ່ນກ່ອນຫນ້ານີ້ ໂດຍໃຫ້ຊະນະ 3-0 ເເບບອັດຕະໂນມັດ ຍ້ອນເກົາຫຼີເໜືອອ້າງເລື່ອງຄວາມກັງວົນຂອງພະຍາດລະບາດໃນປະເທດຍີ່ປຸ່ນ. ດ້ວຍສາເຫດນີ້ ເຊິ່ງເປັນຜົນເຮັດໃຫ້ເກົາຫຼີເໜືອ ຕ້ອງເອົາຊະນະຊີເຣຍ ກັບປະເທດມຽນມ້າ ຢູ່ໃນປະເທດລາວໃຫ້ໄດ້.

ການເເຂ່ງຂັນທີ່ຈະຈັດຂຶ້ນໃນປະເທດລາວ ຍັງບໍ່ເປັນທີ່ເເນ່ຊັດວ່າ ສື່ມົນຊົນ ເເລະ ຜູ້ຊົມຈະສາມາດເຂົ້າໄປຮ່ວມຊົມການເເຂ່ງຂັນໄດ້ ຫຼືບໍ່ ເພາະມັນເປັນການເເຂ່ງຂັນເເຫ່ງປະຫວັດສາດທີ່ປະເທດລາວ ໄດ້ຮັບໜ້າທີ່ເປັນເຈົ້າພາບຈັດການແຂ່ງຂັນ ເເລະ ເປັນນັດທີ່ຕັດສິນວ່າ ເກົາຫຼີເໜືອ ຈະໄດ້ຜ່ານເຂົ້າຮອບຕໍ່ໄປ ໃນບານໂລກປີ 2026 ຫຼືບໍ່. ໂດຍນັກເຕະບານທ່ານນຶ່ງ ກໍໄດ້ໃຫ້ທັດສະນະຂອງຕົນກ່ຽວກັບການແຂ່ງຂັນເຕະບານໃນຄັ້ງນີ້່ວ່າ “ຄືແບບສູສີກັນໃດສອງທີມນີ້ ຕາມທີ່ເຮົາເບິ່ງໃດ ເຮົາຄຶດວ່າສູສີກັນ ເຮົາເບິ່ງນະ ຈັກເກົາຫຼີເໜືອນີ້ຫລະ ແບບເກັ່ງຢູ່ເກົາຫຼີເໜືອ ແມ່ນ! ແລະໄດ້ຍິນເຂົາວ່າ ແມ່ນອັນປະເທດເຂົາແມ່ນ ບໍ່ໃຫ້ຄົນຕ່າງປະເທດເຂົ້າປະເທດຕິ ແລ້ວເຂົາມາຈັດຢູ່ລາວ ແບບ AFC ພວກສະຫະພັນ ພວກສະຫະພັນ ພວກ FIFA ເຂົາບອກໃຫ້ມາຈັດຢູ່ລາວ ໜ້າຈະໜ້າຈະໃສສະອາດຕີ້.”

ຄວາມສຳພັນຂອງລາວກັບເກົາຫຼີເໜືອ ເເມ່ນຍັງມີການພົວພັນກັນຢ່າງເເໜ້ນເເຟ້ນ ເຊິ່ງທາງການລາວ ກໍໄດ້ອຳນວຍຄວາມສະດວກຕໍ່ການເຄື່ອນໄຫວວຽກງານທາງດ້ານການທູດກັບປະເທດເກົາຫຼີເໜືອ ໂດຍສະເໝີມາ ຕັ້ງເເຕ່ວັນສ້າງຕັ້ງ ໃນປີ 1974 ຕາມລາຍງານຂອງ The Laotian Times.

ໃນປີ 2018 ສາທະລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ລົງນາມໃຫ້ຄຳໝັ້ນສັນຍາກັບອົງການສະຫະປະຊາຊາດ ວ່າ ຈະ ບໍ່ສະໜັບສະໜູນການເຄື່ອນໄຫວທາງທຸລະກິດ ເເລະ ການຄ້າກັບ ສປປ ເກົາຫຼີເໜືອ.

ໂດຍລວມເເລ້ວ, ການເເຂ່ງຂັນເຕະບານຄັ້ງນີ້ ຈະເປັນຂີດໝາຍຄວາມສຳພັນຂອງ ສປປ ລາວ ກັບ ສປປ ເກົາຫຼີເໜືອ ຖ້າຫາກເກົາຫຼີເໜືອຊະນະໂດຍບໍ່ຂາວໃສສະອາດ ທາງຊີເຣຍ ເເລະ ມຽນມ້າ ກໍບໍ່ມີອຳນາດຕໍ່ຮອງໄດ້ຫຼາຍ ເພາະການເເຂ່ງຂັນເເມ່ນຈະຈັດຂຶ້ນຢູ່ລາວ ໂດຍອາໃສເງື່ອນໄຂດ້ານສາຍສຳພັນທາງການທູດທີ່ແໜ້ນແຟ້ນ ແລະສິ່ງແວດລ້ອມຕ່າງໆຈາກປະເທດລາວ ເປັນທີ່ເພິ່ງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG