ການສະຫຼອງກຸດສົງການປີໃໝ່ລາວໃນຕ່າງແດນ ກໍແມ່ນຖືວ່າໄດ້ຈັດສະຫຼອງກັນເກືອບ
ວ່າຕະຫຼອດທັງເດືອນເມສາ ຊຶ່ງສ່ວນໃຫຍ່ແລ້ວ ຈະຈັດໃຫ້ຖືກວັນຢຸດສຸດສັບປະດາ
ວັນເສົາແລະອາທິດ ແລ້ວແຕ່ຄວາມສະດວກຕາມເຂດທ້ອງຖິ່ນຂອງໃຜລາວ ຊຶ່ງໃນວັນ
ເສົາ ທີ 28 ເມສາຜ່ານມານີ້ ທາງສະຖານເອກອັກຄະລັດຖະທູດລາວປະຈໍາສະຫະລັດ
ອາເມຣິກາ ທີ່ນະຄອນຫຼວງ Washington DC ໄດ້ຈັດງານລ້ຽງສະຫຼອງປີໃໝ່ລາວຂຶ້ນ
ຊຶ່ງກໍໄດ້ມີແຂກເຂົ້າຮ່ວມທັງທີ່ເປັນຄົນລາວ ແລະຊາວຕ່າງຊາດ ເກືອບ 300 ຄົນ ທີ່ໄດ້
ເດີນທາງມາຈາກ ຫຼາຍໆລັດໃນສະຫະລັດແລະໄກເຖິງປະເທດການາດາ ກໍມີ. ພິທີ
ທາງສາສະນາຕັກບາດຢາດນໍ້ານັ້ນແມ່ນໄດ້ຈັດຂຶ້ນກ່ອນໜ້າອາທິດນຶ່ງແລ້ວ ເພື່ອຄວາມ
ສະດວກແລະເໝາະສົມ.
ກ່ອນເປີດງານລ້ຽງຕ້ອນຮັບ
ປີໃໝ່ຢ່າງເປັນທາງການ
ສະຖານທູດກໍໄດ້ເຊີນ ພະນະ
ທ່ານພົງສະຫວັດ ບຸບຜາ
ລັດຖະມົນຕີປະຈໍາສໍານັກງານ
ປະທານປະເທດ ມາໂອ້ລົມ
ກັບບັນດາແຂກທີ່ເຂົ້າຮ່ວມ
ພ້ອມທັງໃຫ້ຂໍ້ມູນກະຈ່າງແຈ້ງ
ກ່ຽວກັບສະພາບການຂອງ
ສປປ ລາວ ໃນປັດຈຸບັນແລະ
ເປີດໂອກາດໃຫ້ຄົນລາວ
ໃນຕ່າງແດນໄດ້ສອບຖາມ
ລາຍລະອຽດຕ່າງໆເຊັ່ນກັນ.
ຫຼັງຈາກທີ່ເປີດງານລ້ຽງກ່າວຕ້ອນຮັບແຂກຢ່າງເປັນທາງການແລ້ວ ກໍໄດ້ມີການສະແດງ
ສິນລະປະວັນນະຄະດີຈາກປະຊາຄົມລາວ-ອາເມຣິກັນໃນຂົງເຂດ Washington DC
ແລະຫຼາຍໆເຂດໃນທ້ອງຖິ່ນ ແລະສະມາຄົມສະຕີລາວຈາກແຂວງ Quebec, Canada
ພ້ອມທັງຄະນະວົງດົນຕີຫຼວງພະບາງຈາກ ລັດ Pensynvania ນໍາອີກ ຊຶ່ງເອກອັກຄະ
ລັດຖະທູດ ທ່ານ ແສງ ສຸກຂະທິວົງ ໄດ້ກ່າວເຖິງຈຸດປະສົງ ໃນການຈັດສະຫຼອງປີໃໝ່
ປີຄ.ສ. 2555 ວ່າ:
/ກົດປຸ່ມນີ້ເພື່ອຮັບຟັງສຽງຂອງທ່ານ ແສງ ສຸກຂະທິວົງ/
ພ້ອມດຽວກັນນີ້ ພະນະທ່ານ ພົງສະຫວັດ ບຸບຜາ ກໍໄດ້ກ່າວອວຍພອນໃຫ້ກັບແຂກທີ່ເຂົ້າຮ່ວມໃນງານສະຫຼອງຄັ້ງນີ້ ເຊັ່ນກັນ ຊຶ່ງທ່ານກ່າວວ່າ:
/ກົດປຸ່ມນີ້ເພື່ອຮັບຟັງສຽງຂອງ ທ່ານ ພົງສະຫວັດ ບຸບຜາ/
ບຸກຄົນສໍາຄັນອີກທ່ານນຶ່ງ
ທີ່ມີໜ້າໃນການສະຫຼອງນີ້ກໍຄື
ທ່ານ ສະເຫຼີມໄຊ ກົມມະສິດ
ຊຶ່ງເປັນເອກອັກຄະລັດຖະທູດ
ປະຈໍາສະຫະປະຊາຊາດຜູ້ມີ
ອໍານາດເຕັມ ສໍານັກງານຜູ້
ຕາງໜ້າ ສປປລາວ ພ້ອມດ້ວຍ
ພັນລະຍາ ທີ່ເດີນທາງມາຈາກ
ນະຄອນ New York ກໍໄດ້
ກ່າວອວຍພອນໃຫ້ຊາວລາວ
ໃນໂອກາດເຣີກງາມຍາມດີນີ້
ເຊັ່ນກັນ ຊຶ່ງທ່ານໄດ້ກ່າວດັ່ງນີ້:
/ກົດປຸ່ມນີ້ເພື່ອຮັບຟັງສຽງຂອງທ່ານສະເຫຼີມໄຊ ກົມມະສິດ/
ເຕັ້ນໃຫ້ເເກ່ງານນີ້ ກໍຄົງເປັນການ
ປາກົດຕົວຂອງນາງສາວ
ນິຕະຍາ ປານມາໄລທອງ ຜູ້ທີ່
ໄດ້ຮັບຕໍາແໜ່ງອັນມີກຽດສູງ
ສຸດໃນເວທີນາງງາມ ເປັນເຖິງ
Miss Minnesota USA 2012
ຊຶ່ງກໍເປັນສາວ ອາເມຣິກັນເຊື້ອ
ສາຍລາວ ຜູ້ທໍາອິດທີ່ໄດ້ຮັບ
ຕໍາແໜ່ງນີ້ ແລະກໍຈະເປັນຕົວ
ແທນຂອງລັດ Minnesota
ເພື່ອເຂົ້າປະກວດຮ່ວມກັບ
ສາວງາມທັງໝົດຈາກ 50 ລັດ
ໃນເວທີການປະກວດ
Miss USA 2012 ໃນເດືອນ
ມິຖຸນາຈະມານີ້ທີ່ Las Vegas.
ນາງສາວນິຕະຍາ ກໍໄດ້ຂຶ້ນ
ກ່າວຂອບໃຈປະຊາຄົມລາວ
ຂອບໃຈຜູ້ອຸບປະຖໍາແລະສື່
ມວນຊົນ ໂດຍສະເພາະ
ຍາເອຶ້ອຍ ດາຣາ ບັກຄໍາ
ຫົວໜ້າພະແນກພາສາລາວ
ຂອງສຽງອາເມຣິກາ ທີ່ໄດ້
ໃຫ້ການສໜັບສະໜູນມາຕະຫຼອດ ຊຶ່ງນາງກ່າວດັ່ງນີ້:
/ກົດປຸ່ມນີ້ເພື່ອຮັບຟັງສຽງຂອງນາງສາວ ນິຕະຍາ/
ລາວນັ້ນ ຈະຕ້ອງມີການເປີດ
ລໍາວົງ ທີ່ຈັດໃຫ້ເປັນຮອບປະ
ຖົມມະເລີກ ທັງແຂກແລະເຈົ້າ
ພາບ ກໍໄດ້ມ່ວນຊື່ນ ອີ່ມໜໍາ
ສໍາລານ ດ້ວຍອາຫານລາວ
ເລີດຣົດ ທັງຄາວຫວານທີ່ມາ
ສົມທົບຈາກປະຊາຄົມລາວໃນ
ຂົງເຂດແລະຕ່າງລັດ. ສິນລະ
ປິນທີ່ເດີນທາງມາຮ່ວມຈາກ
ປະຊາຄົມລາວການາດາ
ວິໄລຈັນ ສະເວດວົງ ກໍໄດ້ກ່າວ
ໃຫ້ຄວາມເຫັນໃນການມາປະ
ກອບສ່ວນໃນຄັ້ງນີ້ວ່າ:
/ກົດປຸ່ມນີ້ເພື່ອຮັບຟັງສຽງຂອງ ວິໄລຈັນ ສະເວດວົງ/
ສ່ວນ Molly Yang ພັນລະຍາຄົນງາມຂອງທ່ານ Dr. Yang Dao ກໍໄດ້ມາສົມທົບ
ແຕ່ງກາຍຊຸດຊົນເຜົ່າມົ້ງທີ່ສວຍງາມ ສ້າງຄວາມຕື່ນຕາຕື່ນໃຈໃຫ້ແຂກໃນງານ
ຊຶ່ງເພິ່ນກໍໄດ້ກ່າວເຖິງການມາຮ່ວມສະຫຼອງຄັ້ງດັ່ງກ່າວນີ້ວ່າ:
/ກົດປຸ່ມນີ້ເພື່ອຮັບຟັງສຽງຂອງ Molly Yang/
ປະທານສະຕຣີ ລາວ ການາດາ
ກໍໄດ້ນໍາພາທັງຄະນະຫຼາຍກວ່າ
35 ຄົນ ມາສະແດງສິນລະປະ
ຟ້ອນລໍາ ຊຶ່ງກໍເປັນຄັ້ງທໍາອິດທີ່
ທາງຄະນະໄດ້ມາຮ່ວມສະຫຼອງ
ຊຶ່ງທ່ານນາງ ສະຫວັນ ຕັນເສຣີ
ກໍໄດ້ກ່າວກັບ VOA ວ່າ:
/ກົດປຸ່ມນີ້ເພື່ອຮັບຟັງສຽງຂອງ ສະຫວັນ ຕັນເສຣີ/
ນັກທຸລະກິດ ເຈົ້າຂອງຮ້ານອາຫານ ສີສົງຄາມ ປັນຍານຸວົງ ຈາກ Calgary,
Canada ກໍໄດ້ສະແດງອອກເຖິງຄວາມຮູ້ສຶກດີໃຈທີ່ໄດ້ມາຮ່ວມ ຊຶ່ງລາວກ່າວດັ່ງນີ້:
/ກົດປຸ່ມນີ້ເພື່ອຮັບຟັງສຽງຂອງ ສີສົງຄາມ ປັນຍານຸວົງ/
ຈຸດປະສົງຫຼັກຂອງການຈັດງານທີ່ທາງສະຖານທູດເປັນເຈົ້າພາບສະຫຼອງກຸດສົງການ
ປີໃໝ່ລາວຄັ້ງນີ້ ກໍແມ່ນເພື່ອຢາກຈະໃຫ້ຊາວລາວທົ່ວທຸກສາລະທິດໄດ້ມາພົບໜ້າພໍ້
ຕາກັນ ແລະຮັກສາສືບທອດ ຮີດຄອງປະເພນີຂອງລາວ ຊຶ່ງເຮັດໃຫ້ຫຼາຍໆທ່ານຢາກ
ຈະກັບມາຮ່ວມສະຫຼອງໃໝ່ອີກຕື່ມໃນແໜ້າກໍຖືວ່າເປັນການສະຫຼອງທີ່ຈົບລົງດ້ວຍ
ຄວາມມ່ວນຊື່ນເບີກບານ ຕາມປະເພນີ ແລະລາຍການຊີວິດຊາວລາວໃນຕ່າງແດນ
ຂອງ VOAຈະກັບມາພົບທ່ານຜູ້ຟັງອີກໃນທຸກໆວັນພະຫັດ. ໂປດຄອຍຕິດຕາມຟັງ.