ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການ​ສະຫລອງ ​ປີ​​ໃໝ່ລາວ ພ.ສ. 2561 ​ຢ່າງ​ຄຶກຄື້ນເປັນ ເວລາ 2 ວັນ​ ຢູ່ວັດລາວ ພຸດທະວົງ


ຂະບວນແຫ່ນາງສັງຂານທີ່ວັດລາວພຸດທະວົງໃນວັນອາທິດ ທີ 15 ເມສາ 2018, ພສ 2561
ຂະບວນແຫ່ນາງສັງຂານທີ່ວັດລາວພຸດທະວົງໃນວັນອາທິດ ທີ 15 ເມສາ 2018, ພສ 2561

ທ່ານຜູ້ຟັງທັງຫຼາຍ ​ປີ​ໃໝ່ລາວກໍ​ໄດ້​ບັນຈົບ​ຄົບຮອບ​ມາ​ອີກ​ວາລະ​ນຶ່ງ. ເໝືອນກັນ
​ກັບ​ຊາວ​ລາວຢູ່​ໃນ​ ສປປ ລາວ ​ແລະ​ໃນ​ທົ່ວ​ໂລກ, ປະຊາ​ຄົມ​ລາວໃນ​ເຂດ​ນະຄອນ
ຫລວງວໍຊິງຕັນ​ຊຶ່ງ​ນໍາພາ​ໂດຍ​ພະ​ສົງອົງ​ພະ​ເຈົ້າ ກໍ​ຄື​ເຈົ້າອາວາດ​ວັດລາວ​ພຸດ​ທະ​ວົງ
ໄດ້​ຈັດ​ງານ​ສະຫລອງ​ປີໃໝ່ລາວ ພ.ສ. 25061 ຂຶ້ນ​ຢ່າງ​ຄຶກ ຄື້ນ​ມ່ວນ​ຊື່ນເປັນ​ເວ
ລາ​ສອງ​ວັນ ຄື​ໃນ​ວັນ​ເສົາ ​ແລະ​ວັນ​ອາທິດ​ທີ່​ຜ່ານ​ມານີ້ ຊຶ່ງມີ​ແຂກ​ຕ່າງ​ດ້າວ ທ້າວ​
ຕ່າງ​ແດນ ​ແລະ​ຄົນ​ລາວ​ມາ​ຈາກ​ຫລາຍ​ລັດ ນັບ​ທາງ​ຈາກ ສປປ ລາວ​ ​ໄດ້​ເຂົ້າ​ໄປ
ຮ່ວມ​ທໍາ​ພິທີ​ທາງ​ສາດສະໜາ ​ແລະ​ທ່ຽວ​ໄປ​ຊົມງານ​ແລະພ້ອມ​ທັງ​ປະກອບສ່ວນ​ສ້າງ​ຄວາມມ່ວນຊື່ນໃນງານດັ່ງກ່າວຫລາຍກວ່າ 5,000 ຄົນ. ການ​ສະຫລອງ​ງານ​ດັ່ງ
ກ່າວ​ເປັນ​ຢ່າງ​ໃດ​ນັ້ນ ບົວ​ສະຫວັນ​ຈະ​ນໍາ​ເອົາ​ການ​ສໍາພາດ​ກັບ ພຣະອາຈານ ດຣ.
ມະຫາຈັນດາພອນ ຈັກກະ​ວາ​ໂລ ຮອງເຈົ້າອະທິການວັດ ພ້ອມດ້ວຍພໍ່ຄ້າ ແມ່ຄ້າ ແລະ
​ແຂກ​ຄົນຈໍານວນ​ນຶ່ງງທີ່ໄດ້​ໄມາຮ່ວມ​ງານ​ດັ່ງ​ກ່າວມາສະເໜີທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ການແຫ່ນາງສັງຂານທີ່ວັດລາວພຸດທະວົງ ພ.ສ. 2561
ການແຫ່ນາງສັງຂານທີ່ວັດລາວພຸດທະວົງ ພ.ສ. 2561

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ​ທີ່ທ່ານໄດ້ຟັງຜ່ານໄປນັ້ນແມ່ນສຽງຕີຄ້ອງຮ້ອງໂຮເສບ
ແຫ່ນາງສັງຂານບຸນປີໃໝ່ ພ.ສ. 25061 ປີຈໍປີ​ນີ້ ຢູ່ທີ່ວັດລາວພຸດທະວົງ, ເມືອງ
Cattlet, ລັດເວີຈິເນຍ ໃນວັນເສົາ ​ແລະ​ວັນ​ອາທິດທີ 14-15 ຜ່ານມານີ້ ​ແລະ​
ຫລາຍໆ ​ທ່ານກໍ​ອາດ​ຈະ​ໄດ້​ເບິ່ງ​ໄດ້​ຊົມ​ການຖ່າຍ​ທອດ​ສົດ​ການ​ສະຫລອງ​ປີ​ໃໝ່ລາວ
ຄັ້ງນີ້ ຢູ່​ໃນ​ເຟັສບຸກຂອງ​ວິທະຍຸວີ​ໂອ​ເອແລ້ວ​ເນາະວ່າ ​ວັດລາວພຸດທະວົງ ​ເປັນ​ວັດ​ທີ່​
ກວ້າງ​ໃຫຍ່ ​ແລະງາມ​ຕາ​ ​ແລະງານ​ສະຫລອງ​ບຸນປີ​ໃໝ່ປີນີ້​ເປັນ​ປີ​ທີ່​ພິ​ເສດ ​ເພາະມັນ
​ເປັນງານ​ສະຫລອງ​ວັນ​ຄົບຮອບ 40 ປີ​ຂອງ​ການ​ສ້າງຕັ້ງວັດ​ລາວ​ພຸດ​ທະ​ວົງ​ໃນ​ເຂດ
​ນະຄອນ​ວໍ​ຊິງ​ຕັນ ດີ​ຊີ ​ແລະ​ດໍາ​ເນີນ​ໄປ​ສອງ​ວັນ. ງານບຸນ​ທີ່​ດັ່ງກ່າວ​ເລີ້ມຕົ້ນດ້ວຍ​ພິທີ​
ທາງ​ສາດສະໜາ, ການ​ສົງ​ພະ, ງານ​ສະ​ແດງ​ສິນລະປະ ​ແລະ​ແຫ່​ນາງ​ສັງຂານ. ຢູ່ໃນ
ສາລາ​ໂຮງ​ທໍາ​ຂອງ​ວັດກໍອັ່ງອໍໄປດ້ວຍບັນດາອອກຕົນຍາດໂຍມພຸດທະສາຊະນິກະ
ຊົນ ແລະຝູງຊົນທີ່ເດີນທາງມາຈາກໃກ້ ແລະໄກ​ ໂດຍ​ສະ​ເພາະ​ກໍ​ແມ່ນ​ພີ່ນ້ອງ​ຢູ່​ໃນ​ເຂດ
​ອ້ອມ​ແອ້ມ​ນະຄອນຫລວງ​ວໍ​ຊິງ​ຕັນ ​ໄດ້​ຫ້າງ​ຫາ​ອາຫານການກິນ ​ແລະ​ປັດ​ໄຈ​ຕ່າງໆມາ​
ຕັກບາດ ຖວາຍ​ພະສົງອົງຄະເຈົ້າ ​ແລະ​ຟັງທໍາ​ມະ​ເທດສະໜາມຕາມປະເພນີລາວ. ງານ​ບຸ​ຄັ້ງນີ້ດໍາ​ເນີນ​ໄປພາຍໃຕ້ດິນຟ້າອາກາດທີ່ອົບອຸ່ນ ຊຶ່ງ​ໃນ​ມື້ທໍາ​ອິດມີ​ແດດຈ້າ​ ​ແລະ​ທ້ອງ
ຟ້າ​ແຈ່ມ​ໃສ​ດີ. ສ່ວນມື້ທີ 2 ​ເຖິງ​ຈະ​ມີຝົນຕົກ​ຍິຍໆ ແດ່​ເລັກ​ນ້ອຍ​ ແຕ່​ການ​ສະ​ຫລອງ ​
ແລະ​ຄົບງັນ​ກໍ​ຍັງ​ດໍາ​ເນີນ​ໄປ​ຢ່າງ​ຄຶກຄື້ນມ່ວນ​ຊື່ນ. ພຣະອາຈານ ດຣ. ມະຫາຈັນດາພອນ
ຈັກກະ​ວາ​ໂລ, ຮອງເຈົ້າອະທິການວັດລາວພຸດທະວົງໄດ້ຖືໂອກາດ​ເລົ່າ​ເຖິງ​ຄວາມ​ສໍາຄັນ
​ຂອງ​ງານ​ສະຫລອງ​ປຸນ​ປີ​ໃໝ່ລາວ​ປີນີ້ ​ແລະສົ່ງຄໍາອວຍພອນປີໃໝ່ອັນປະເສີດຜ່ານ
ທາງວີໂອເອດັ່ງນີ້:

ການຟ້ອນແລະເສບໃນເວລາແຫ່ນາງສັງຂານທີ່ວັດລາວພຸດທະວົງໃນວັນທີ 15 ເມສາ 2018
ການຟ້ອນແລະເສບໃນເວລາແຫ່ນາງສັງຂານທີ່ວັດລາວພຸດທະວົງໃນວັນທີ 15 ເມສາ 2018

ງານ​ນີ້​ບໍ່ພຽງ​ແຕ່​ໄດ້​ດຶງ​ດູດ​ເອົາຄົນລາວ ​ແລະ​ຄົນ​ຕ່າງປະ​ເທດ​ທີ່​ມາ​ຈາກ​ບັນດາ​ລັດ
ຕ່າງໆ ທີ່ຢູ່ໃກ້​ເຂດ​ນະຄອນຫລວງ​ວໍ​ຊິງ​ຕັນດີຊີ ​ເຊັ່ນ​ລັດແມຣີ​ແລນ, ລັດ​ເວ​ຈີ​ເນຍ ​ແລະ
​ນະຄອນຫລວງວໍ​ຊິງ​ຕັນ​ເທົ່າ​ນັ້ນ ​ແຕ່​ກໍຍັງ​ດຶງ​ດູດ​ເອົາ​ຜູ້​ຊົມ​ຄົນ​ລາວ​ມາ​ຈາກປະ​ເທດ
​ລາວ​ອີກ​ດ້ວຍ. ນາງ​ມີ່​ມີ ທີ່​ເດີນທາງ​ມາ​ຈາກ​ວຽງຈັນ​ເພື່ອ​ມາ​ປະ ຕິບັດ​ງານ​ໃນ​ນະຄອນ
ຫລວງວໍຊິງຕັນ ກໍ​ໄດ້​ໄປ​ຮ່ວມ​ງານ​ນີ້ ຊຶ່ງ​ນາງໄດ້ເປີດ​ເຜີຍ​ໃຫ້​ຮູ້​ເຖິງ​ຄວາມ​ຮູ້ສຶກ​ປະ​ທັບ​
ໃຈ​ຂອງນາງ​ໃຫ້​ຟັງ​ວ່າ:

ລິງໂດຍກົງ

​ຢູ່ເດີ່ນ​ວັດ​ທາງ​ຂ້າງ ​ແລະຫລັງ​ຂອງສາລາໂຮງທຳກໍມີລົດລາຫລາຍໆຮ້ອຍຄັນຈອດລຽງ
ລາຍກັນຢ່າງ​ເປັນ​ລະບຽບ ​ແລະມີຝູງ​ຄົນ ຊຶ່ງນອກຈາກ​ແມ່ນ​ຄົນເຊື້ອສາຍລາວ​ແລ້ວ​ກໍ
​ຍັງ​ມີ​ຄົນ​ຕ່າງປະ​ເທດ ​ເຊັ່ນ​ໄທ, ຫວຽດນາມ, ອາ​ເມຣິກັນ ​ເຊື້ອສາຍ​ຢູ​ໂຣບ ​ເປັນ​ພັນໆ
ຄົນພາກັນມາ​ທ່ຽວງານ​ດັ່ງກ່າວ ແລະ​ໄດ້​ພາກັນຍ່າງໄປມາ ທັກທາຍກັນ, ຢືນ​ຊົມ​ການ
ສະ​ແດງ​ສິນລະປະ ​ແລະ​ການ​ປະ​ກວດ​ນາງ​ສັງຂານ ​ແລະ​ພ້ອມ​ທັງພາກັນເລາະຫາຊື້ ​
ເຄື່ອງນຸ່ງ​ຂອງ​ຖື ​ເຄື່ອງ​ເອ້​ຂອງ​ຊົງ ທີ່​ຜະລິດ​ມາ​ຈາກ​ລາວຢູ່ຕາມຮ້ານຄ້າຕ່າງໆ. ທ່ານ
ວື ຢາງ ຊຶ່ງ​ເປັນຊາວ​ອາ​ເມຣິກັນ​ເຊື້ອສາຍ​ລາວ​ມົ້ງ ທີ່​ເດີນທາງ​ມາ​ຈາກ​ລັດ​ມັດ​ຊາ​ຈູ​ເຊັສ
​ເພື່ອ​ເອົາ​ເຄື່ອງນຸ່ງ ​ແລະ​ເຄື່ອງ​ເອ້​ຕ່າງ​ໆ ທີ່​ນໍາ​ມາ​ຈາກ​ລາວມາ​ຂາຍຢູ່​ໃນ​ງານ​ບຸນປີ​ໃໝ່
ລາວ ທີ່​ວັດ​ລາວ​ພຸດ​ທະ​ວົງ​ມາ​ໄດ້​ຫລາຍ​ປີ​ແລ້ວນັ້ນ ​ເລົ່າ​ສູ່​ວີ​ເອ​ເອຟັງ ​ກ່ຽວກັບ​ຄວາມ​ຮູ້
ສຶກ​ຂອງ​ທ່ານຕໍ່ການ​ສະຫລອງບຸນປີ​ໃໝ່ລາວ​ປີນີ້ວ່າ:

ລິງໂດຍກົງ
ນາງສັງຂານ ກໍາລັງຫົດສົງພະພຸດທະຮູບຢູ່ໃນວັດລາວພຸດທະວົງ ຕາມຮີດຄອງປະເພນີລາວ ທີ່ສືບສານກັນມາ
ນາງສັງຂານ ກໍາລັງຫົດສົງພະພຸດທະຮູບຢູ່ໃນວັດລາວພຸດທະວົງ ຕາມຮີດຄອງປະເພນີລາວ ທີ່ສືບສານກັນມາ

ນອກຈາກ​ນັ້ນ ຝູງ​ຄົນ​ທັງ​ລາຍ​ກໍ​ໄດ້​ພາກັນ​ໄປຊື້ເຄື່ອງປູກຂອງຝັງ ​ເຊັ່ນ​ຕົ້ນຜັກ​ບົວລະ
ພາ, ຜັກກະ​ເພົາ, ຕົ້ນຂີ້ຫູດ ຕົ້ນຜັກສະເມັກ ​ແລະຜັກກະໂດນ​ເປັນຕົ້ນ. ນອກ​ຈານັ້ນ
ກໍ​ຍັງ​ມີຜັກສົດ ​ແລະຕົ້ນ​ດອກ​ໄມ້ເຂດ​ຮ້ອນ​ເຊ່ັນ​ຕົ້ນດອກ​ຈໍາປາ, ຕົ້ນດອກ​ຊ້ອນ ​ແລະ​ອື່ນໆ ທີ່ຫາ​ຍາກ​ຈາກລັດຟລໍຣິດາ ​ແລະ​ລັດ​ອື່ນຢູ່​ທາງ​ພາກ​ໃຕ້ຂອງສະຫະລັດທີ່​ມີ​ອາ
ກາດ​ອົບ​ອຸ່ນ ​ແລະ​ມີ​ລະດູໜາວສັ້ນກວ່າ​ຢູ່​ໃນ​ເຂດ​ວໍ​ຊິງ​ຕັນ​ດີ​ຊີ ທີ່​ຕັ້ງຢູ່​ໃນເຂດ​ຕາເວັນ
​ອອກສຽງ​ເໜືອ​ຂອງ​ປະ​ເທດ​ນີ້ຫລາຍ.

ຜູ້ຮອງນາງສັງຂານກໍາລັງສົງພະໃນສາລາຂອງວັດລາວພຸດທະວົງຕາມປະເພນີລາວ
ຜູ້ຮອງນາງສັງຂານກໍາລັງສົງພະໃນສາລາຂອງວັດລາວພຸດທະວົງຕາມປະເພນີລາວ

ພ້ອມ​ກັນນັ້ນ ງານ​ບຸນປີ​ໃໝ່​ໃນ​ວັດ​ລາວ​ພຸດ​ທະ​ວົງ​ນີ້ ທຸກ​ປີ​ກໍ​ຈະ​ມີ​ຜູ້​ຄົນ​ມາ​ເລາະຊື້,
ເລາະ​ກິນ​ອາຫານ​ພື້ນ​ເມືອງ​ລາວ ​ເຊັ່ນ​ເຂົ້າໜົມຄົກ, ນໍ້າອ້ອຍ, ນໍ້າໝາກພ້າວ, ​ເຂົ້າ
ຫລາມ, ປີ້ງ​ໄກ່, ລາບ​ຊີ້ນ, ລາບ​ໄກ່, ສົ້ມປາ, ຕຳໝາກຮຸ່ງ ​ແລະອື່ນໆອີກ ຊຶ່ງ​ນາງເພັດ
ສະໝອນ ແກ້ວວົງເພັດ ຈາກ​ເມືອງຣີວມອນ, ລັດ​ເວີ​ຈີ​ເນຍ ກໍ​ເປັນ​ແມ່​ຄ້າຄົນ​ນຶ່ງທີ່ມາ
​ຂາຍອາຫານ​ລາວ​ພື້ນ​ເມືອງເຫລົ່ານີ້ຢູ່​ໃນງານບຸນຕ່າງໆ ທີ່​ຈັດ​ຢູ່ໃນວັດ​ລາວ​ພຸດ​ທະ
​ວົງ ລວມທັງປີ​ໃໝ່ລາວມາໄດ້​ຫລາຍ​ປີ​ແລ້ວນັ້ນກໍ​ໄດ້​ບອກ​ວີ​ໂອ​ເອ ກ່ຽວກັບ​ການ
ຂາຍ​ເຄື່ອງ​ໃນ​ງານ​ສົງການ​ປີວ່າ:

ລິງໂດຍກົງ

ການ​ສະຫລອງ​ງານ​ປີ​ໃໝ່ລາວ​ຂາດ​ບໍ່​ໄດ້​ກໍ​ຄື​ການ​ຄົບງັນ​ດ້ວຍ​ສິນລະປະ​ພື້ນ​ເມືອງ​ລາວ,
ພື້ນ​ເມືອງ​ ​ແລະ​ດົນຕີ​ທັນສະ​ໄໝຂອງປະ​ເທດ​ໃກ້​ເຮືອນຄຽງ​ເຊັ່ນ​ຊາວຫວຽດນາມ ​ແລະ​ຊາວ​ໄທ​ອີ່​ສານ ຊຶ່ງ​ມີ​ຮີດຄອງ​ປະ​ເພນີ​ຄ້າຍຄື​ກັນ​ກັບ​ລາວ ມາ​ຄົບງັນ​ກັນ​ທງສອງ​ມື້ ຊຶ່ງ​
ອາຈານ​ປະພາດ ສະທ້ານ​ອິດທິຣິດ ຮອງປະທານສໍານັກງານ​ວັດທະນະທໍາຈັງ​ຫວັດ
ມະຫາ​ສາລະ​ຄາມກໍ​ໄດ້​ນໍາ​ເອົາ​ຄະນະ​ດົນຕີ​ພື້ນ​ເມືອງວັດທະນະ​ທໍາ​ຂອງ​ໄທ​ອີສານ​ມາ
​ສະ​ແດງ​ເພື່ອ​ເປັນ​ການ​ຄົບງັນ ​ຮ່ວມ​ກັບ​ວົງ​ດົນຕີ​ຂອງ​ປະຊາ​ຄົມ​ລາວ​ ​ແລະ​ຊາວ​ຫວຽດ
ນາມ​ຢູ່ໃນ​ຂົງ​ເຂດ​ນະຄອນ​ວໍ​ຊິງ​ຕັນ ດີ​ຊີອີກ​ດ້ວຍ.

ລິງໂດຍກົງ

ໃນ​ພ.ສ. 2561 ​ນີ້ ການ​ສະຫລອງ​ບຸນ​ສົງການ​ປີ​ໃໝ່ຢູ່ທົ່ວສະຫະລັດ ກໍ​ຄ້າຍຄື​ກັບ​ປີ​ທີ່​
ຜ່ານ​ມາ ຊຶ່ງໄດ້ດຳເນີນນັບ​ແຕ່​ທ້າຍ​ເດືອນ​ນີມາ​ເປັນຕົ້ນມາ. ມີ​ບາງ​ແຫ່ງ​ເຊັ່ນ​ວ່າ ສະມາ​
ຄົມ​ຄົນ​ລາວ​ໃນເຂດອ່າວ​ທະ​ເລ ຫລື Bay Area ໃນ​ເມືອງຣິສມອນ (Richmond)
​ລັດ​ຄາ​ລິ​ຟໍ​ເນຍ ໄດ້​ຈັດ​ງານ​ສະ​ໂມ​ສອນສາມັກຄີ​ບຸນປີ ​ໃໝ່ຂອງ​ຊາວ​ລາວ ​ໂດຍ ​18 ອົງ
ການ​ຈັດຕັ້ງສະມາຄົມ​ຄົນ​ລາວ​ຈາກ​ຫລາຍ​ເຜົ່າຂຶ້ນ​ໃນ​ວັນທີ 31 ມີນາ, ອີງ​ຕາມ​ການ
​ລາຍ​ງານ​ຂອງ​ທ່ານໝັ້ນ ພົງ​ບຸບຜາ, ຊຶ່ງ​ເປັນ​ຜູ້​ນຶ່ງ​ໃນ​ຄະນະ​ກໍາມະການ​ສະມາຄົມ​ລາວ
​ໃນເຂດອ່າວ​ທະ​ເລ ຫລື Bay Area ​ແລະ​ຕາງໜ້າ​ໃຫ້​ຊາວ​ລາວ​ເຜົ່າ​ກຶມຸ. ຕິດຕາມມາ
ດ້ວຍວັດ​ລາວ​ລັດຕະນະ​ລາມ​ໃນ​ເມືອງຣິສມອນ ກໍ​ໄດ້​ຈັດ​ງານ​ສະຫລອງ​ດັ່ງກ່າວ​ໃນ​ວັນ
​ທີ 14 ​ເມສາ ​ແລະ​ວັດ​ລາວ​ຢູ່​ໃນ​ເມືອງ ຊາຄຣາ​ແມນ​ໂຕ (Sacramento), ລັດ​ຄາ​ລິ​ຟໍ​
ເນຍ ​ແມ່ນ​ສະຫລອງງານ​ດັ່ງກ່າວ​ໃນ​ວັນ​ອາທິດທີ 15 ​ເມສາ​. ທ້າຍ​ສຸດ​ກໍ​ເປັນ​ການຈັດ​
ງານ​ສະຫລອງ​ປີ​ໃໝ່ລາວ ຢູ່ທີ່ສະຖານທູດລາວໃນນະຄອນຫຼວງວໍຊິງຕັນດີຊີ ຊຶ່ງ​ປີນີ້ຈະ​
ຈັດ​ຂຶ້ນໃນວັນເສົາ ທີ 28 ເມສາທີ່ຈະມາເຖິງນີ້ ​ແລະ​ທາງ​ວິທະຍຸວີໂອເອ ກໍຈະນຳເອົາ
ລາຍງານກ່ຽວກັບການສະຫລອງງານດັ່ງກ່າວ ມາສະເໜີທ່ານໃນທ້າຍເດືອນນີ້. ກະ
ລຸນາຄິດຕາມຟັງດ້ວຍ.

XS
SM
MD
LG