ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເພງ ສະ​ບາຍ​ດີ​ປີ​ໃໝ່ ​ຂັບ​ຮ້ອງ​ໂດຍ PTran Production


ພາ​ຂວັນ​ປີ​ໃໝ່ ໃນ​ເທດ​ສະ​ການ​ສົງ​ການ​ປ
ພາ​ຂວັນ​ປີ​ໃໝ່ ໃນ​ເທດ​ສະ​ການ​ສົງ​ການ​ປ

ຄ່ຳ​ຄືນ​ນີ້ ຂໍ​ເຊີນ​ທ່ານ​ມາ​ຮ່ວມ​ມ່ວນ​ຊື່ນ​ກັບ​ລາຍ​ການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງວີ​ໂອ​ເອ
ໃນ​ການ​ສະ​ຫຼອງ​ປີ​ໃໝ່ 2562 ຮ່ວມ​ກັນ ຊຶ່ງວັນ​ນະສອນ ຈັດ​ຕຽມ​ໄວ້​ເພື່ອ​ກ່ອມ​ອາ​ລົມ​
ທ່ານ​ແລະ​ອວຍ​ໄຊ​ໃຫ້​ພອນທ່ານ​ຜູ້​ຟັງ ຈົ່ງ​ມີ​ຄວາມ​ສຸກ​ກາຍ​ສະ​ບາຍໃຈໃນ​ວັນ​ດິ​ຖີ​ຂຶ້ນ
​ປີ​ໃໝ່​ 2562 ນີ້.

ສະບາຍດີປີ​ໃໝ່ ວັນນະສອນຫວັງວ່າທ່ານຜູ້ຟັງຄົງຈະ​ໄດ້​ເລີ້ມມ່ວນ​ຊື່ນ​ກັບການຈະ
ສະຫຼອງປີໃໝ່ປີ 2562 ໄປ​ແດ່​ແລ້ວ. ຂໍ​ໃຫ້​ປີໃໝ່ປີນີ້ ນຳພາ​ສິ່ງ​ທີ່​ດີງາມ ແລະສຸກ​ຊຸ່ມ​
ກຸ່ມ​ເຢັນ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອ ລ້ຳ​ລວຍ​ເງິນ​ທອງ ຕ່າງໆ​ນາໆ ເອົາ​ເຮົາມາ​ຟັງເພງ
​ມ່ວນໆ ເພື່ອ​ເລີ້ມສະ​ຫຼອງ​ປີ​ໃໝ່​ກັນ​ກ່ອນ ຂໍ​ເລີ້ມ​ດ້ວຍ​ເພງ ສະ​ບາຍ​ດີ​ປີ​ໃໝ່ ຂອງ
PTran Production ທີ່ຈັດ​ທຳ​ເພງ​ນີ້ ຊຶ່ງ​ເປັນ​ເພງໃໝ່ ທີ່​ຫາ​ກໍ​ໄດ້​ຟັງ​ກັນ ເພາະ​ວ່າ
ກໍ​ໄດ້​ມີ​ຫຼາຍໆ​ທ່ານ​ພາ​ກັນ​ຈົ່ມ​ວ່າ ພໍ​ປີ​ໃໝ່​ແລ້ວ ທາງ​ເຮົາ ກໍ​ມັກ​ຈະ​ເປີດ​ແຕ່​ເພງ​ເກົ່າ
ຊຶ່ງກໍ​ຂໍ​ຮັບ​ຮູ້​ຕາມຄວາມ​ຈິງ ເພາະ​ວ່າ ເພງ​ປີ​ໃໝ່​ລາວນັ້ນ ກໍ​ບໍ່​ຄ່ອຍ​ມີ​ຫຼາຍ​ໃຫ້​ເລືອກ
ແລະ​ເພງ​ທີ່​ຮ້ອງ​ໄດ້​ຕິດ​ປາກ​ນັ້ນ ກໍ​ຍິ່ງ​ມີ​ໜ້ອຍ ຂໍ​ເຊີນ​ຟັງ​ເພງ​ນີ້​ເພື່ອ​ສະ​ຫຼອງ​ປີ​ໃຫມ່
ພ້ອມໆ​ກັນນີ້ ກໍ​ຂໍ​ໃຫ້ທຸກໆ​ທ່າ​ນ ອອກ​ມາ​ຟ້ອນ​ລຳ​ວົງ​ຮ່ວມ​ກັນ ແລະ​ຂໍ​ໃຫ້ແຟນລາຍ
ການ​ສຽງ​ເພງ​ຈາກ​ແດນໄກ​ທຸກໆ​ທ່ານ​ເລີຍ…ມີ​ຄວາມ​ສຸກ​ສະ​ບາຍ​ໃຈດັ່ງ​ຄວາມ​ໝາຍ
​ຂອງ​ເພງ​ນີ້ ສະ​ບາຍ​ດີ​ປີ​ໃໝ່.

ສ່ວນ​ເພງ​ຕໍ່​ໄປ​ນີ້​ແມ່ນ​ເພງ​ທີ່ ນ້ອງສິດ​ທິ​ພົງ ສີ​ພົມ​ໄຊ ຮຽບ​ຮຽງ​ດົນ​ຕີ​ແລະ​ຮ້ອງ​ເອງສົ່ງ​ມາ​
ໃຫ້​ ວີ​ໂອ​ເອ ເພື່ອ​ເປີດ​ໃຫ້​ແດ່​ຄົນ​ລາວ ທີ່​ຢູ່​ໃນທົ່ວ​ໂລກ​ ໄດ້​ຮັບ​ຟັງ​ກັນ ພ້ອມ​ນີ້​ຍັງ
ອວຍພອນ​ໃຫ້​ແດ່​ພີ່​ນ້ອງ​ລາວ​ທັງ​ມວນ ຈົ່ງ​ປະ​ສົບ​ແດ່​ຄວາມ​ຈະ​ເລີນ​ກ້າວ​ໜ້າ ​ເພງນີ້​
ມີ​ຊື່ວ່າ ສະ​ບາຍ​ດີ​ປີ​ໃໝ່ ຄື​ກັນ ທີ່ສິດ​ທິ​ພົງ ບອກ​ມາ​ວ່າ ເພງ​ນີ້ ມີ​ຄວາມ​ໝາຍ​ສຳ​ລັບ​ຜູ້​ກ່ຽວ
ເພາະ​ເປັນ​ເພງ​ທີ່​ພໍ່​ຂອງ​ລາວ ທ່ານບຸນ​ທັມ ສີ​ພົມ​ໄຊ ໄດ້​ແຕ່ງ​ໄວ້ ເມື່ອ 40 ກວ່າ​ປີ​ມາ​ແລ້ວ
ຕອນ​ນີ້ ທ່ານ​ກໍ​ໄດ້ຈາກ​ໂລກ​ນີ້​ໄປ​ແລ້ວ ​ເຫຼືອ​ໄວ້​ຊຶ່ງ​ຜົນ​ງານ​ການ​ຂຽນ ທີ່ສິດ​ທິ​ພົງ ຢາກ​ໃຫ້
​ເພງ​ນີ້​ເປັນ​ເພງ​ທີ່​ມີ​ຄວາມ​ຊົງ​ຈຳ​ອັນ​ດີ​ງາມ​ຂອງ​ພໍ່ ແລະ​ເປັນ​ເພງ​ທີ່​ສົ່ງ​ຄວາມ​ຮູ້​ສຶກ​ທີ່​ດີ
ໃຫ້​ທຸກ​ໆ​ຄົນລາວ ໃນ​ວັນ​ປີ​ໃໝ່ ເອົາ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ.

ຂໍ​ອຳ​ລາ​ທ່ານ​ດ້ວຍ​ເພງ​ກ່ຽວ​ກັບ​ປີ​ໃໝ່​ລາວ ມ່ວນໆອີກ​ເພງ​ນຶ່ງ ເປັນ​ບົດເພງທີ່​ແຕ່ງ
​ໂດຍ​ອາ​ຈານ​ສ. ແສງ​ສິ​ຣິ​ວັນ ແລະ​ຂັບ​ຮ້ອງ​ໂດຍ​ພັນ​ໂນ​ຣັກ ປະ​ຖັມ​ມະ​ວົງ ໃນ​ບົດ​ເພງ
ເຊີ້ງ​ປີ​ໃໝ່​ລາວ ທີ່​ທາງ​ເຮົາ​ຫາກໍ​ໄດ້​ຮັບ​ ເພື່ອ​ມາ​ຈັດ​ໃຫ້​ທັນ​ບຸນ​ປີ​ໃໝ່ ເພື່ອ​ສົ່ງ​ຄວາມ​ສຸກ​
ມາ​ກັບ​ສຽງ​ເພງ ວັນ​ນະ​ສອນ​ພ້ອມ​ດ້ວຍ​ຄະ​ນະ​ຂອງວີ​ໂອ​ເອທຸກ​ຖ້ວນ​ໜ້າ ຂໍ​ຖື​ໂອ​ກາດ​ນີ້
ອວຍ​ໄຊ​ໃຫ້ພອນ ​ແດ່​ທຸກໆ​ທ່ານ​ແລະ​ຂໍໃຫ້ເມສານີ້ ເປັນການເລີ່ມຕົ້ນປີໃໝ່ທີ່ເບີກ
ບານມ່ວນຊື່ນ ປະສົບແຕ່ລາບຍົດ, ສັນລະເສີນ ເງິນ​ຄຳ ພ້ອມ​ທັງ ວັນນະ ສຸກຂະ ພະລະ
ສົມ​ດັງ​ໃຈ​ໝາຍ​ທຸກ​ປະ​ການເຖີ້ນ...ໂຊກ​ດີ​ປີ​ໃໝ່.

XS
SM
MD
LG