ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

“ສະບາຍດີ​ປີ​ໃໝ່” - ອາຈານ ຄໍາ​ຫຼ້າ ໜໍ່​ແກ້ວ


ອາຈານ ຄໍາ​ຫຼ້າ ໜໍ່​ແກ້ວ
ອາຈານ ຄໍາ​ຫຼ້າ ໜໍ່​ແກ້ວ

“ສະບາຍດີ​ປີ​ໃໝ່” - ອາຈານ ຄໍາ​ຫຼ້າ ໜໍ່​ແກ້ວ
“ສະບາຍດີ​ປີ​ໃໝ່” - ອາຈານ ຄໍາ​ຫຼ້າ ໜໍ່​ແກ້ວ

ສະບາຍດີປີໃໝ່ແຟນລາຍການສຽງເພງຈາກແດນໄກຂອງ VOA ທຸກໆ​ທ່ານ ວັນ​ເວລາ
ຊ່າງ​ໝູນວຽນປ່ຽນໄປ ໄວຈົນຕັ້ງຕົວບໍ່ທັນ. ແປບດຽວກໍໝົດປີແລ້ວ ວັນນະສອນຫວັງວ່າ
ທຸກໆ​ທ່ານ​ຄົງ​ຈະ​ພ້ອມ​ແລ້ວ​ໃນ​ການ​ທີ່​ຈະ​ປັບ​ຕົວ​ ປັບ​ໃຈປ່ຽນ​ແປງ​ໃຫ້​ຕົວ​ເອງ​ດີ​ຂຶ້ນ ​
ເຂັ້ມ​ແຂງ​ຂຶ້ນ ມີ​ພະລັງ​ແລະ​ກໍາລັງ​ໃຈດີ​ຂຶ້ນ ​ເພື່ອ​ພົບ​ພໍ້​ແຕ່ສິ່ງໃໝ່ໆແລະດີໆໃນປີ 2011
ທີ່​ຈະ​ມາ​ເຖິງ​ນີ້ ວັນນະສອນຂໍ​ມອບ​ເພງ “ສະບາຍດີ​ປີ​ໃໝ່” ຂອງ​ອາຈານ ຄໍາ​ຫຼ້າ ໜໍ່​ແກ້ວ
ແທນ​ຄໍາ​ຂອບໃຈ​ແລະ​ຈະຄອຍ​ເປັນ​ກໍາລັງ​ໃຈ​ໃຫ້​ທ່ານ ​ເພື່ອ​ຈະ​ໃຫ້​ທຸກໆ​ທ່ານໄປຮອດ
ໄປເຖິງ ​ໃນ​ຄວາມ​ໝາຍ​ໝັ້ນ​ຕັ້ງ​ໃຈ​ ໃຫ້​ໄປ​ເຖິງ​ປີ 2011 ​ໄດ້ຢ່າງ​ພາກພູມ​ໃຈ​ແລະ​ໝັ້ນຄົງ.

ເພງ: “ສະບາຍດີ​ປີ​ໃໝ່”- ອາຈານ ຄໍາ​ຫຼ້າ ໜໍ່​ແກ້ວ

ເພງ​ມ່ວນໆກ່ຽວ​ກັບ​ວັນ​ປີ​ໃໝ່​ນນັ້ນ​ແມ່ນ​ມີ​ຫຼາກ​ຫຼາຍ​ໃຫ້​ເລືອກ ​ໃຈ​ຈິງ​ແລ້ວ​ວັນນະ​ສອນ​
ກໍ​ຢາກ​ນໍາ​ສະ​ເໜີ​ໃຫ້​ຟັງ​ໝົດ​ທຸກໆ​ເພງ​ເລີຍ ​ແຕ່​ເສຍດາຍ​ເວລາ​ຂອງ​ເຮົາ​ບໍ່ເອື້ອຍອໍານວຍ
ກໍ​ເລີຍ​ຂໍ​ຈັດ​ເພງ​ສາກົນ​ທີ່​ມີ​ຊື່ວ່າ “What Are You Doing New Year’s Eve?” ​ໂດຍ
Harry Connick ທີ່​ມີ​ຄວາມ​ໝາຍ​ວ່າ ​ໃນ​ຄໍ່າຄືນ​ຂອງ​ວັນ​ກ່ອນ​ວັນ​ປິ​ໃຫມ່ ​ເຈົ້າ​ເຮັດ​ຫຍັງ?

ເພງ: “What Are You Doing New Year’s Eve?” ​ໂດຍ Harry Connick

ໃນ​ວັນ​ອາທິດ​ທ້າ​ຍປີ 2010 ນີ້ ວັນນະ​ສອນ​ຂໍ​ມອບ​ເພງ “ວັນ​ໃໝ່” ​ເພງ​ຄູ່​ຂອງ​ນ້ອງ
ອະລຸ​ນາ ຖາວອນ​ສຸກ ​ແລະ​ແຊມ ອິນທະຣະພິທັກ ສິນ​ລະ​ປິນຈາກ ສປປລາວ ​ແລະ​
ຂໍ​ໃຫ້​ປີ​ໃໝ່​ 2011 ນີ້ ​ເປັນ​ທີ່​ໂຊກ​ລາບ ສຸກຂະພາບ​ແຂງ​ແຮງ ສົດຊື່ນ​ສົມ​ຫວັງ​ໃນ​ທຸກໆ
ປະການ ​ແລະ​ຂໍ​ໃຫ້​ຄຸນ​ພຣະສີ​ລັດຕະນະ​ໄຕຣ ຄຸ້ມຄອງ​ທ່ານ.
ນອນ​ລັບ​ຝັນ​ດີ.

ເພງ: “ວັນ​ໃໝ່” ​ເພງ​ຄູ່​ຂອງ​ນ້ອງ ອະລຸ​ນາ ຖາວອນ​ສຸກ ​ແລະ​ແຊມ ອິນທະຣະພິທັກ

XS
SM
MD
LG