ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສະຫຼອງປີໃໝ່ລາວ ປີກະຕ່າຍ ຂອງປະຊາຄົມລາວ ທີ່ອ໊ອສເຕຣເລຍ


ຄະນະນາດຕະສິນຂອງສະມາຄົມລາວລ້ານຊ້າງຫຼວງພະບາງທີ່ ນະຄອນ Sydney, Australia
ຄະນະນາດຕະສິນຂອງສະມາຄົມລາວລ້ານຊ້າງຫຼວງພະບາງທີ່ ນະຄອນ Sydney, Australia

ທ່ານ ສຸນທອນ ມັງຄະລະປະທານສະມາຄົມລາວລ້ານຊ້າງຫຼວງພະບາງໄດ້ໃຫ້ສໍາພາດກັບ VOA ສໍາລັບລາຍການຊີວິດຊາວລາວໃນຕ່າງແດນມື້ນີ້.ທ່ານຈະມາໂອ້ລົມກັບພວກເຮົາກ່ຽວ ກັບການຂົບງັນເທດສະການກຸດສົງການປີໃໝ່ລາວແບບລາວດັ້ງເດີມຂອງປະຊາຄົມລາວ ໃນນະຄອນ Sydney, Australia ຂໍເຊີນພົບກັບວັນນະສອນໄດ້.

ມື້ນີ້ວັນນະສອນໄດ້ສໍາພາດກັບທ່ານສຸນທອນ ມັງຄະລະ
ປະທານສະມາຄົມລາວລ້ານຊ້າງຫຼວງພະບາງໃນ Sydney,
Australia ທີ່ມີການສະຫຼອງບຸນປະເພນີສໍາຄັນຂອງລາວ
ຄືກຸດສົງການປີໃໝ່ ຂໍເຊີນຮັບຟັງການລາຍລະອຽດຕ່າງໆ
ຈາກສໍາພາດໄດ້ດັ່ງຕໍ່ໄປນີ້.

ທ່ານ ສຸນທອນ ມັງຄະລະ ພ້ອມຄະນະນາດຕະສິນ
ທ່ານ ສຸນທອນ ມັງຄະລະ ພ້ອມຄະນະນາດຕະສິນ

ການສໍາພາດ: ທ່ານສຸນທອນ ມັງຄະລະ ປະທານສະມາຄົມລາວລ້ານຊ້າງຫຼວງພະບາງ
ໃນນະຄອນ Sydney, Australia/.

ຕາມຮີດຄອງປະເພນີແລ້ວ ກໍຈະມີການຫົດສົງນໍ້າພະພຸດທະຮູບແລະພະສົງອົງຄະເຈົ້າ
ຕາມວັດຕ່າງໆ ໄປຫົດນໍ້າດໍາຫົວ ສົມມາຄາລະຫວະໃຫ້ຜູ້ເຖ້າຜູ້ແກ່, ພໍ່ປ້ານ້າອາ ເພື່ອຂໍ
ອະນຸຍາດບາດກໍາ ຈະໄປວັດຟັງເທດ ໄປທໍາບຸນ ສັງຄະທານ ຈະມີຕະຫຼາດນັດ ​ເພື່ອຈັບ​
ຈ່າຍ ຊື້​ເຂົ້າຂອງ ສັດສາວາສິ່ງໄປປ່ອຍ ຊຶ່ງຖືວ່າເປັນການໂພດສັດຕັດຊີວິດໃຫ້ມີສຸກຂະພາບ
ແຂງແຮງ ສ່ວນຄົນໝຸ່ມຄົນສາວນັ້ນກໍມ່ວນຊື່ນ ຫົດນໍາໃສ່ກັນ ເພາະເຊື່ອກັນວ່າໄດ້ລ້າງຊວາຍ
ເອົາສິ່ງທີ່ບໍ່ດີອອກຈາກຮ່າງກາຍໃຫ້ໄຫຼໄປກັບນໍ້ານັ້ນ ​ແລະ​ປະຊາ​ຄົມ​ລາວ​ໃນ​ອ໊ອສ​ເຕຣ​ເລຍ​
ແລະ​ທີ່ໃດໆ​ໃນ​ໂລກ​ນັ້ນ ກໍ​ແມ່ນວ່າ​ຍັງ​ຮັກສາ​ສືບ​ທອດເຄົ້າມູນແລະຮາກເຫງົ້າຮີດຄອງ
ປະເພນີອັນດີງານນີ້ໄວ້ສະ​ເໝີ​ມາ ​ເພື່ອໃຫ້ຄົນຮຸ່ນຫຼັງໄດ້ສືບທອດຕໍ່​ໄປຈາກຊົ່ວເຊັ່ນຄົນນຶ່ງ
ສູ່ອີກເຊັ່ນຄົນນຶ່ງ.

ພ້ອມ​ນີ້ ທາງຄະນະ VOA ຂໍສົ່ງຄວາມສຸກ ມອບແດ່ທ່ານຜູ້ຟັງທຸກຖ້ວນໜ້າດັ່ງຄໍາກອນທີ່
ອ້າຍສຸຣິຍາ ສີຫາຣາດ ໄດ້ແຕ່ງໃຫ້ VOA ​ໂດຍ​ສະ​ເພາະ​ເພື່ອ​ອວຍພອນໃຫ້​ແດ່​ທ່ານ​ຜູ້​ຟັງ
ດັ່ງ​ຕໍ່​ໄປ​ນີ້:

ໃໝ່ອີກປີ ປີໃໝ່ແລ້ວ ປີເກົ່າກາຍໜີ
VOA ສະບາຍດີ ພີ່ນ້ອງ​ລາວ​ໄກ​ໃກ້
ພະນົມ​ມື​ໄຫ້​ວ ທັງ​ເມືອງ​ໃນ​ເມືອງ​ນອກ
ວານ​ບອກ​ອົງ​ເທພ​ໄທ້ ປະທານ​ໃຫ້​ທິພະ​ພອນ

ປີ​ເກົ່າ​ຊຸ​ສິ່ງ​ຮ້ອນ ຫາຍ​ຫ່າງ​ບາງ​ເບົາ
ຈາກ​ຄວາມ​ເຫງົາ​ຫງຸດຫງິດ ​ເສ​ຖກິດ​ລະລາຍ​ລົ້ມ
ຄວາມ​ຂື່ນ​ຂົມ​ໜາວ​ໄຂ້ ​ໂຣຄາ​ເຈັບ​ປ່ວຍ
ທຸກ​ຄວາມ​ອວຍ​ຜ່ານ​ພົ້ນ ຕາມ​ກົ້ນ​ເກົ່າ​ປີ

ຕົກ​ມາ​ປີ​ນີ້​ກະຕ່າຍ​ນີ້ ລາບ​ຍົດ​ສັນລະ​ເສີນ
ຈໍາ​ເຣີນທົງ​ໃຈ​ການ ວຽກ​ການ​ເດີນ​ກ້າວ
ຈໍາປາ​ລາວ​ຫອມ​ກຸ້ມ ສັນ​ໃດ​ສຽງ​ຊື່
ໃຫ້​ໂລກ​ລືຊ່າຍ້ອງ ​ແຍງ​ເຈົ້າ​ດັ່ງ​ດຽວ...ພີ່ນ້ອງ​ເອີຍ

ໃຫ້​ບຸນຮອດຍອດ​ກ້ຽວ ​ ໃຜ​ຜູ້​ປ່ຽວ​ຊວງ​ໃນ
ໄດ​ເພົບ​ພານ​ຫວານ​ໃຈ ຮ່ວມ​ສານ​ຝັນ​ສ້າງ
ທາງ​ຜູ້​ມີ​ສຸຂ​ແລ້ວ ທະວີຄູນ​ເຮືອ​ຮຸ່ງ
ລຸງ​ອາວ​ອາ​ແມ່​ປ້າ ສາວ​ນ້ອຍ​ບ່າວ​ຊອນ...

ສຽງ​ແຄນ​ຍ່າວໆ​ຈ້ອນ ຫວານ​ອ່ອນ​ມະ​ໂຫຣີ
ຮ່ວມ​ບັນ​ເງສລອງ​ປີ ​ແຫ່​ຂະ​ບວນບໍ່​ລໍ​ຊ້າ
ຈໍາປາ​ບານ​ໄກວ​ກ້ານ ຕຸ​ດສົງການ​ສັກກະຣາດ
VOA ​ໂອກາດ​ນີ້ ພະນົມຣ້ອມຝາກ​ສົ່ງ​ພອນ...

ໂດຍ: ສຸຣິຍາ ສີຫສຣາດ
09 ເມສາ 2011


ຂໍໃຫ້ຄຸນພຣະສີຣັດຕະນະໄຕຣ ຈົ່ງຄຸ້ມຄອງໃຫ້ພວກທ່ານຈົ່ງຢູ່​ເຢັນ​ເປັນ​ສຸກ ຂໍ​ໃຫ້​ປີ​ນີ້​ເປັນ​ປີ​
ທີ່​ສຸກຂີອີກຕື່ມ​ປີ​ນຶ່ງ ພັ່ງພ້ອມ​ໄປ​ດ້ວຍ​ລາບ​ຍົດ ສັນ​ລະ​ເສີນ ວຽກ​ງານແລະ​ໜ້າ​ທີ່ ເງິນ​ຄໍາ
ໄຫຼມາ​ເທ​ມາ ພ້ອມ​ທັງ​ສຸກຂະ​ພາບ​ແຂງແຮງ...


ໂຊກດີປີໃໝ່

XS
SM
MD
LG