ໃນວາລະ ລາດູບານໃໝ່ນີ້ ຊາວລາວຢູ່ທົ່ວໂລກຕ່າງກໍພາກັນ
ສະຫລອງບຸນປີໃໝ່ລາວ ຢູ່ໃນເຂດທ້ອງຖິ່ນຂອງໃຜລາວ ໂດຍ
ສະເພາະຢ່າງຍິ່ງ ຢູ່ທີ່ວັດລາວພຸດທະວົງ ເຂດນະຄອນຫລວງ
ວໍຊິງຕັນ ທ່າມກາງບັນຍາກາດເຢັນສະບາຍ ທ້ອງຟ້າແຈ່ມໃສ
ມີຝູງຊົນຫລາຍພັນຄົນມາທ່ຽວຊົມເບິ່ງ ການສະແດງຮ້ອງລຳ
ທຳເພງ ຊື້ອາຫານການກິນ ແລະພວກພໍ່ຄ້າແມ່ຄ້າ ພາກັນນຳ
ເອົາເຄຶ່ອງປູກຂອງຝັງມາວາງຂາຍ. ເດີ່ນວັດລາວພຸດທະວົງ
ໄດ້ກາຍເປັນບ່ອນເຕົ້າໂຮມຊຸມນຸມ ສະຫລອງບຸນປີໃໝ່ທີ່ໃຫຍ່
ແລະຄຶກຄື້ນທີ່ສຸດ ໃນວັນເສົາ ທີ 20 ເດືອນເມສາ ທີ່ຜ່ານມາ.
ເລິກເຂົ້າໄປໃນຫລັງວັດລາວພຸດທະວົງ ມີເດິ່ນກວ້າງໃຫຍ່ ມີນ້ຳ
ຫ້ວຍນ້ອຍໄຫລຜ່ານ ພໍແຕ່ຢ່າງເຂົ້າໄປເຖິງເຂດນີ້ ຈະໄດ້ຍິນສຽງດົນຕີຂັບລຳ ໄດ້ກິ່ນ ຄວັນ
ໄຟຈາກຜາມ ຂາຍອາຫານລາວແລະໄທ ທີ່ສົ່ງກິ່ນຫອມມາໃສ່ດັງ ເຮັດໃຫ້ທ້ອງເກີດຄວາມ
ວຸ້ນວາຍຂື້ນທັນທີ່ ເພາະຢາກຊີ່ມອາຫານເຫລົ່ານັ້ນ. ແຕ່ລະເຈົ້າຂອງຮ້ານມີສິນຄ້າແຕກ
ຕ່າງກັນ ເຊັ່ນວ່າ ເຂົ້າຫລາມ ປີ້ງໄກ່ ຊີ້ນສະຫວັນ ແຈ່ວບອງ ໃສ້ອົ່ວ ເຝີ ຕຳໜາກຮຸ່ງ ນ້ຳ
ອ້ອຍສົດແລະເຂົ້າໜົມຄົກ. ເຄື່ອງປຸງອາຫານພື້ນເມືອງລາວສຳເລັດຮູບທີ່ນຳເມືອໃຊ້ໄດ້
ໂດຍບໍ່ຕ້ອງເສຍເວລາເຮັດ ກໍມີເຂົ້າຂົ້ວໃສ່ລາບ ໝາກເຜັດປົ່ນ ແລະອາຫານອຶ່ນໆ ກໍມີ
ສົ້ມປາ ສົ້ມໄຂ່ປາ ປາແດກເຄື່ອງ ສົ້ມຜັກ ສົ້ມກະລຳໃສ່ໜັງໝູ ແກງຂີ້ເຫລັກ ແກງໜໍ່ໄມ້
ແລະອື່ນໆ ທີ່ຂາຍກັນກັບລະ $5 ໂດລ່າ ແລະ $10 ໂດລ່າ ຊຶ່ງເປັນອາຫານທີ່ໃຊ້ເວລາເຮັດ
ດົນ ແລະຫາກິນຍາກ ເພາະສະນັ້ນບັນດາຜູ້ມາທ່ຽວຊົມຕ່າງກໍພາກັນ ຖືຖົງຫີ້ວກັບເມື່ອໄວ້
ກິນຢູ່ບ້ານ.
ຮວມຢູ່ໃນບັນດາແມ່ຄ້າທັງຫລາຍເລົ່ານີ້ ມີນາງ ແກ້ວພານຸວົງ ທີ່ໄດ້ເດີນທາງໂດຍທາງເຮືອ
ບິນມາຈາກລັດ New Mexico ຊຶ່ງເປັນລັດນຶ່ງທີ່ຕັ້ງຢູ່ທາງພາກໃຕ້ຂອງສະຫະລັດ ຕິດຊາຍ
ແດນພາກຕາເປັນຕົກຂອງລັດ Texas ທາງໃຕ້ຕິດກັບຊາຍແດນຂອງປະເທດເມັກຊິໂກ.
ລັດ New Mexico ນີ້ຕັ້ງຢູ່ຫ່າງຈາກນະຄອນຫລວງວໍຊິງຕັນ 1,886ໄມລ໌ ຫລື 3,035 ກິໂລ
ແມດ. ນາງແກ້ວບໍ່ເຄີຍໄດ້ມາຢ້ຽມຢາມນະຄອນຫລວງວໍຊິງຕັນຈັກເທື່ອ ແຕ່ໄດ້ຍິນຂ່າວ
ຄວາມໂດ່ງດັງຂອງບຸນວັດລາວພຸກທະວົງ ເພາະສະນັ້ນ ນາງຈຶ່ງໄດ້ສວຍໂດກາດນີ້ນຳສິນ
ຄ້າຂອງນາງ ມາວາງຂາຍ ແລະ ໄດ້ເລົ່າສູ່ ວີໂອເອ ຟັງວ່າ:
ຖ້າຫາກວ່າ ທ່ານເປັນຄົນມັກປູກຝັງ ເວລານີ້ແມ່ນເປັນໂອກາດ
ທີ່ມາຊອກຊື້ ພືດຜົນປູກຕ່າງໆ ເຊັ່ນວ່າຕົ້ນໝາກຂີ້ຫູດ ຕົ້ນຂີ້ເຫລັກ ຕົ້ນຜັກຕີ້ວ ຕົ້ນດອກແຄ
ແລະຕົ້ນໜາກຮຸ່ງເຫລົ່ານີ້ເປັນຕົ້ນ ທີ່ນຳມາວາງຂາຍສູງພຽງແອວ ໃນລາຄາ $20 ໂດລ່າ
ຂື້ນໄປ. ຕົ້ນໄມ້ເຫລົ່ານີ້ໄດ້ແກ່ໃສ່ລົດມາ ດົນກວ່າ 10 ຊົ່ວໂມງຈາກລັດ Florida ທີ່ຕັ້ງຢູ່
ທາງພາກໃຕ້ສຸດຂອງສະຫະລັດ ຊຶ່ງເປັນລັດທີ່ມີອາກາດຮ້ອນຢູ່ຕະຫລອດປີ. ນອກຈາກ
ນັ້ນອີກແລ້ວ ກໍມີແມ່ຄ້າຂາຍເຄື່ອງນຸ່ງຫົ່ມ ເຄຶ່ອງເອ້ ເຄື່ອງຫັດຖະກຳພື້ນເມືອງລາວຕ່າງໆ
ເຊັ່ນວ່າ ຫວດເຂົ້າ ໝໍ້ໜື້ງເຂົ້າ ແລະກ່ອງເຂົ້າ ເຫລົ່ານີ້ເປັນຕົ້ນ.
ຢູ່ອີກແຈນຶ່ງໄກອອກໄປ ມີສຽງເພງຟົດສະໜັ່ນດັງແຂ່ງກັນອອກມາ ຈາກຮ້ານຂາຍ CD ແລະ
DVD ມີທັງເພງລາວ ແລະເພງໄທ. ພໍ່ຄ້າປະຈຳທ້ອງຖິ່ນ ທ່ານ ຊູຊີວອງ ອະດີດດາລາຕະຫລົກ
ລາວ ກໍແມ່ນຜູ້ນຶ່ງທີ່ໄດ້ນຳເອົາເພງລາວ ແລະເພງໄທ ນິຍົມໃໝ່ໆມາວາງຂາຍ ແຜ່ນລະ $5
ໂດລາ ແລະ $10 ໂດລາ ຊຶ່ງທ່ານໄດ້ກ່າວຕໍ່ ວີໂອເອ ຟັງວ່າ:
ອີກຮ້ານນຶ່ງ ກໍ່ແມ່ນແມ່ຄ້າຂາຍນໍ້າອ້ອຍ ຊື່ວ່າ ນາງແສງ ນໍ້າອ້ອຍຂອງລາວຫວານສົດແຊບອີ່ຫລີ ແລະກໍໄດ້ຂາຍດິບຂາຍດີ. ຫລຽວເບິ່ງດຸກອງຂີ້ອ້ອຍ ທີ່ລາວປັ່ນອອກມານັ້ນ ກອງກັນໄວ້ໃຫ້ເຫັນຢູ່ທາງໜ້າຮ້ານ. ແມ່ຄ້າຜູ້ນີ້ເປັນຄົນດຸໝັ່ນຂະຫຍັນຂັນແຂງ ເວລາໃດທີ່ລາວບໍ່ໄດ້ມາຂາຍນໍ້າ
ອ້ອຍຢູ່ບຸນວັດ ລາວກໍຈະຂັບລົດຂາຍອາຫານຂອງລາວ ໄປຂາຍໃນຕອນທ່ຽງວັນ ຢູ່ຕາມ
ຖະໜົນ ໃນນະຄອນຫລວງວໍຊິງຕັນ. ນາງແສງ ໄດ້ຕອບຄໍາຖາມແກ່ ວີໂອເອ ດັ່ງນີ້:
ລາຍການບຸນປີໃໝ່ທີ່ວັດລາວພຸດທະວົງ ໃນຕອນເຊົ້າມີຕັກບາດ
ຟັງທຳມະເທດສະໜາ ແລະຖະຫວາຍເພນ. ຢູ່ນອກສາລາໂຮງທຳ
ກໍມີຜາມສົງພະພຸດທະຮູບ ຜາມສ່ຽງຊີ ແລະຕອນຄ້ອຍແລງ ກໍມີພິທີ່ແຫ່ພະພຸດທະຮູບ ນາງສັງຂານ ແລະຕົບພະທາດຊາຍ.
ເຖິງແມ່ນວັນປີໃໝ່ລາວຈະຜ່ານມາແລ້ວກໍຕາມ ຂ້າພະເຈົ້າ ພ້ອມດ້ວຍຄະນະຈັດທຳລາຍການ ວີໂອເອ ພາກພາສາລາວ ຂໍຖືໂອກາດນີ້ ສົ່ງຄຳກອນອ່ວຍພອນ ແຕ່ງໂດຍ ທ່ານ ບຸນຜົງ ພົມທະວົງ ເຖິງທ່ານຟັງດັ່ງນີ້:
ເກນເວລາ ລ່ວງຂ້າມ ຍາມປ່ຽນລະດູການ
ສັງຂານ ວັນເດືອນປີ ດັ່ງນາທີລົງແກ້ງ
ອາທິດ ແຍງຍັງຟ້າ ນະພາໄລໃສສ່ອງ ຈິງແລ້ວ
ຍາມແສງທອງ ຈາກຟ້າ ຣາຕຣີກ້າວດ່ວນມາ.
ປີເກົ່າ ກາຍຜ່ານພົ້ນ ປີໃໝ່ກໍມາແທນ ຈິງແລ້ວ
ໃນວາ ໃນເມືອງຄົນ ໂລກຫາກເປັນສັນນີ້
ກາງວັນ ຕາເວັນແຈ້ງ ແສງເດືອນດາວຍາມຄໍ່າ
ດິນ ລົມ ໄຟຄູ່ນໍ້າ ສິ່ງນໍາສ້າງໂລກຄົນ ນີ້ນາ.
ຟ້າໃໝ່ ປີໃໝ່ຍນີ້ ຂໍນ້ອມກ່າວ ຄໍ່າພອນ
ສົ່ງພອນ ຫາຊາວລາວ ຊາດປະຊາຊາວເຊື້ອ
ຢູ່ທິດເໜືອ ແດນໃຕ້ ເນົາໃນທຸກຫົນແຫ່ງ
ພົງພັນ ລາວຊາດເຊື້ອ ຂໍວອນໄຫວ້ສູ່ຄົນ ແດ່ເນີ.
ປີໃໝ່ ເລີກໃໝ່ນີ້ ໃຫ້ມີແຕ່ຄວາມສຸກ
ອັນຕະລາຍ ໄພທຸກ ໝູ່ມານຢ່າມາໃກ້
ໝາຍໃຈ ທໍາການສ້າງ ທາງທໍາແນວປະເສີດ
ຈົ່ງເກີດ ເປັນດັ່ງເວົ້າ ສົມໃຈເຈົ້າປາຖໜາ.
ຈົ່ງມີ ຍົດລາບລົ້ນ ມີໂຊກໃຫຍ່ໄຊງາມ
ອາຍຸ ຍືນຫລາຍປີ ໂຣກໄພຢ່າມາໃກ້
ວັນນະ ໃສງາມເຫລື້ອມ ສຸກສັນຢ່າເຂີນຂາດ
ພະລະ ມາດແກ່ກ້າ ຄົງໝັ້ນຕະຫລອດການ ແທ້ນາ.
ວີດິໂອກ່ຽວກັບ ບັນຍາກາດວັນສະຫລອງປີໃໝ່ ຢູ່ວັດລາວພຸດທະວົງ
(ຖ່າຍໂດຍ Reasy Poch ນັກຂ່າວວີໂອເອພະແນກພາສາຂະເໝນ):