ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ງານບຸນປີໃໝ່ລາວ ທີ່ເມືອງເມີຟຣີສໂບໂລ ລັດເທັນເນັສຊີ


ວັດລາວພຸດທະຣາມ, ເມືອງເມີຟຣີສໂບໂຣມ ລັດເທັນເນັສຊີ
ວັດລາວພຸດທະຣາມ, ເມືອງເມີຟຣີສໂບໂຣມ ລັດເທັນເນັສຊີ

ຢູ່ທີ່ເມືອງເມີຟຣີສໂບໂຣ ລັດເທັນເນັສຊີ, ກໍາລັງຊະຈັດບຸນປະເພີນີປີໃໝ່ລາວຂຶ້ນໃນທ້າຍເດືອນພຶດສະພາທີ່ຈະມາເຖິງນີ້, ເຊິ່ງກົງກັບວັນພັກທາງລັດຖະການຂອງສະຫະລັດຄື “ວັນແມັມໂມຣຽລ” ຫຼື “ວັນລະນຶກເຖິງທະ​ຫານ​ອາ​ເມ​ຣິກັນ​ທີ່​ເສຍ​ຊີ​ວິດ​ໃນ​ລະ​ຫວ່າງ​ຮັບ​ໃຊ້​ປະ​ເທດ​ຊາດ” ໂດຍງານຈະໄດ້ຈັດແຕ່ວັນສຸກ ທີ 27 ຫາວັນອາທິດ ທີ 29 ພຶດສະພາ.

ນຶ່ງໃນຄະນະກໍາມະການຈັດງານຂອງວັດ ຍານາງໄພວັນ ເມກອະລຸນ ໄດ້ກ່າວໃຫ້ຟັງກ່ຽວກັບງານວ່າ:

“ເພາະວ່າສອງປີຜ່ານມາເນາະ ຄືບັນດາທ່ານຮູ້ຈັກແລ້ວວ່າ ພະຍາດໂຄວິດລະບາດ ແລະພວກເຮົາຄະນະກໍາມະການກໍຍັງບໍ່ພ້ອມ ແລະທາງຊິຕີ້ເພິ່ນກໍບໍ່ອະນະຍາດ, ປີນີ້ກໍເປັນປີທໍາອິດລະ ທີ່ຫຼັງຈາກໂຄວິດແລ້ວເນາະ ແລ້ວກະຊິເປັນປີທີມ່ວນຊື່ນ ແລະກໍຍິ່ງໃຫຍ່ ຫວັງວ່າພີ່ນ້ອງຊາວລາວ ຊາວພຸ້ນທີ່ຢູ່ທັງໃກ້ ແລະໄກ ຈະມາຮ່ວມ, ພວກເຮົາຄະນະກໍາມະການກໍໄດ້ກຽມພ້ອມ ແລະກໍມີການກຽມລາງວັນຈົກສະຫຼາກ ລາງວັນທີ ນຶ່ງ ທີ່ສອງ ທີ່ສາມ ແລະ​ລາງວັນ ອື່ນໆ ນໍາດ້ວຍ.”

ນອກນັ້ນໃນງານບຸນເພິ່ນຍັງຈະມີວົງດົນຕີເຂົ້າມາໃຫ້ຄວາມມ່ວນຊື່ນເຖິງ 6 ວົງ, ເຊິ່ງ ແອນເດຣ ສຸຄໍາທັດ ກໍຈະມາຮ່ວມໃນງານຄັ້ງນີ້ເຊັ່ນກັນ.

ໃນງານ ເພິ່ນເປີດສະຖານທີ່ໃຫ້ພໍ່ຄ້າ-ແມ່ຄ້າມາຂາຍເຄື່ອງຢ່າງຫຼວງຫຼາຍ, ແຕ່ຈຸດເດັ່ນຂອງງານທີ່ຫຼາຍຄົນໃຫ້ຄວາມສົນໃຈຫຼາຍກໍ່ແມ່ນການຈົກສະຫຼາກເອົາລາງວັນພິເສດເຊັ່ນ ລາງວັນທີນຶ່ງຈະເປັນເງິນ 10,000 ໂດລາ, ສ່ວນລາງວັນທີສອງຈະເປັນເງິນ 5,000 ໂດລາ ແລະລາງວັນທີສາມເປັນຄໍາ 3 ບາດ ພ້ອມທັງລາງວັນອື່ນໆອີກຢ່າງຫຼວງຫຼາຍ.

XS
SM
MD
LG