ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຖານທູດລາວ ປະຈຳ ວໍຊິງຕັນ ຈັດງານລ້ຽງ ສະຫຼອງ ປີໃໝ່ລາວ ພສ 2561


ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ນະຄອນວຽງຈັນ ທ່ານນາງ ຣີນາ ບິດເຕີ ມາຮ່ວມງານລ້ຽງ ສະເຫຼີມສະຫຼອງ ປີໃໝ່ລາວ ພສ 2561 ຢູ່ທີ່ສະຖານທູດລາວ ປະຈຳ ນະຄອນຫຼວງ ວໍຊິງຕັນ, ວັນທີ 28 ເມສາ 2018.
ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ນະຄອນວຽງຈັນ ທ່ານນາງ ຣີນາ ບິດເຕີ ມາຮ່ວມງານລ້ຽງ ສະເຫຼີມສະຫຼອງ ປີໃໝ່ລາວ ພສ 2561 ຢູ່ທີ່ສະຖານທູດລາວ ປະຈຳ ນະຄອນຫຼວງ ວໍຊິງຕັນ, ວັນທີ 28 ເມສາ 2018.

ໃນລາຍການຊີວິດຊາວລາວໃນຕ່າງແດນຂອງວີໂອເອ ສຳລັບແລງມື້ນີ້ ໄຊຈະເລີນສຸກ
ມີລາຍງານ ກ່ຽວກັບການສະເຫຼີມສະຫຼອງ ວັນຂຶ້ນປີໃໝ່ລາວ ປີ ພສ 2561 ທີ່ສະຖານ
ທູດ ສປປ ລາວ ໃນນະຄອນຫຼວງ ວໍຊິງຕັນ ດີຊີ ມາສະເໜີທ່ານ.


ເຖິງແມ່ນວ່າ ປີໃໝ່ລາວ ພສ 2561 ໄດ້ຜ່ານພົ້ນໄປ ສອງຫາສາມສັບ ປະດາແລ້ວ
ກໍຕາມ ໃນວັນສຸກ ທີ 27 ເມສາ 2018 ຜ່ານມານີ້ ສະຖານທູດລາວ ປະຈຳນະຄອນ
ຫຼວງວໍຊິງຕັນ ດີຊີ ກໍໄດ້ຈັດພິທີທາງສາດສະໜາ ຕາມຮີດຄອງປະເພນີອັນດີງາມ
ຂອງຊົນຊາດລາວ ທີ່ໄດ້ປະຕິບັດກັນມາເປັນປະຈຳ ໃນແຕ່ລະປີ. ສຳລັບປີ 2018 ນີ້
ໂດຍການນຳພາຂອງເອກອັກຄະລັດຖະທູດ ລາວ ປະຈຳສະຫະລັດ ຮັບຜິດຊອບ ທັງ
ປະເທດ ການາດາ ແລະ ເມັກຊິໂກ ທ່ານ ໄມ ໄຊຍະວົງ ພ້ອມດ້ວຍພັນລະຍາ ແລະ
ບັນດາພະນັກງານປະຈຳຄົບຄະນະ ຈຶ່ງໄດ້ນິມົນພະສົງອົງຄະເຈົ້າ ຈາກວັດລາວ ໃນ
ລັດເວີຈີເນຍ ມາຍັງສະຖານທູດ ເພື່ອປະກອບພິທີທາງສາສະໜາ ໃນການເຮັດບຸນ
ໄຫວ້ພະຮັບສິນ ຕັກບາດ ແລະກິນທານ ເປັນຕົ້ນ ພ້ອມກັນນັ້ນ ສະຖານທູດລາວ ກໍ
ໄດ້ເຊື້ອເຊີນບັນດາແຂກຜູ້ມີກຽດ ທີ່ເປັນຊາວອາເມຣິກັນ ແລະ ປະເທດໄກ້ຄຽງ
ຈຳນວນນຶ່ງ ມາຮ່ວມພິທີທາງສາສະໜານີ້ ນຳດ້ວຍ.

ເຂົ້າຕົ້ມ ເຂົ້າໜົມ ສຳລັບແຂກຄົນທີ່ມາຮ່ວມ ງານລ້ຽງສະເຫຼີມສະຫຼອງ ປີໃໝ່ລາວ ພສ 2561 ທີ່ສະຖານທູດລາວ ປະຈຳ ນະຄອນຫຼວງວໍຊິງຕັນ ດີຊີ, ວັນທີ 28 2018.
ເຂົ້າຕົ້ມ ເຂົ້າໜົມ ສຳລັບແຂກຄົນທີ່ມາຮ່ວມ ງານລ້ຽງສະເຫຼີມສະຫຼອງ ປີໃໝ່ລາວ ພສ 2561 ທີ່ສະຖານທູດລາວ ປະຈຳ ນະຄອນຫຼວງວໍຊິງຕັນ ດີຊີ, ວັນທີ 28 2018.

ໃນຕອນແລງຂອງວັນເສົາ ມື້ຕໍ່ມາ ສະຖານທູດລາວ ກໍໄດ້ຈັດງານກິນລ້ຽງ ເພື່ອສະເຫຼີມ
ສະຫຼອງ ປີໃໝ່ລາວ ຢູ່ພາຍໃນບໍລິເວນດ້ານຫຼັງ ຂອງສະຖານທູດ ທີ່ໄດ້ເຄີຍປະຕິບັດ
ກັນມາໃນແຕ່ລະປີ. ເມື່ອເຖິງເວລາ 5 ໂມງແລງເປັນຕົ້ນໄປ ບັນດາແຂກຜູ້ມີກຽດທັງ
ຊາວລາວ ຈາກທົ່ວສະຫະລັດ ຊາວອາເມຣິກັນ ຈາກອົງການຈັດຕັ້ງສາກົນຕ່າງໆ ກໍ
ໄດ້ພາກັນລັ່ງໄຫລເຂົ້າມາ ສະຖານທູດລາວ ຢ່າງບໍ່ຂາດສາຍ. ແຂກຜູ້ສຳຄັນທ່ານນຶ່ງ
ທີ່ມາຮ່ວມໃນງານລ້ຽງສະຫຼອງ ປີໃໝ່ລາວ ກໍຄື ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດ
ຖະທູດ ສະຫະລັດ ປະຈຳ ນະຄອນວຽງຈັນ. ອົງຕາມເຈົ້າໜ້າທີ່ປະຈຳສະຖານທູດ
ລາວ ທີ່ໄດ້ແຈ້ງໃຫ້ວີໂອເອລາວ ຊາບວ່າ ຕົວເລກທີ່ພະນັກງານໃຊ້ເຄື່ອງນັບມື ແຂກທີ່
ເຂົ້າມາຮ່ວມໃນງານສະຫຼອງປີໃໝ່ລາວ ມີປະມານ 1,285 ຄົນ ແລະອາດຈະສູງຂຶ້ນ
ຫຼາຍກວ່ານັ້ນ ເພາະວ່າພະນັກງານນັບແຂກ ໄດ້ເຊົານັບ ເມື່ອເວລາ 9 ໂມງ 30.

ນັກຟ້ອນ ນ້ອງນ້ອຍລູກລາວຫຼານລາວ ທີ່ເກີດຢູ່ໃນສະຫະລັດ ໄດ້ມາສະແດງສິລະປະວັດທະທຳຂອງລາວ ໃນງານລ້ຽງ ສະເຫຼີມສະຫຼອງ ປີໃໝ່ລາວ ຢູ່ທີ່ສະຖານທູດລາວ ປະຈຳ ນະຄອນຫຼວງວໍຊິງຕັນ ດີຊີ, ວັນທີ 28, 2018.
ນັກຟ້ອນ ນ້ອງນ້ອຍລູກລາວຫຼານລາວ ທີ່ເກີດຢູ່ໃນສະຫະລັດ ໄດ້ມາສະແດງສິລະປະວັດທະທຳຂອງລາວ ໃນງານລ້ຽງ ສະເຫຼີມສະຫຼອງ ປີໃໝ່ລາວ ຢູ່ທີ່ສະຖານທູດລາວ ປະຈຳ ນະຄອນຫຼວງວໍຊິງຕັນ ດີຊີ, ວັນທີ 28, 2018.

ໃນລະຫວ່າງ ທີ່ແຂກຄົນກຳລັງເຂົ້າມາຢ່າງຄັບຄາໜາແໜ້ນ ແລະໄດ້ພາກັນຈັບຈອງ
ບ່ອນນັ່ງຢູ່ນັ້ນ ວົງດົນຕີນ້ຳສອງສີ ຈາກເມືອງໂລວ ພ້ອມກັບບັນດານັກຮ້ອງ ຈາກລັດ
ຄາລີຟໍເນຍ ທີ່ອາສາມາປະກອບສ່ວນສ້າງຄວາມເບີກບານມ່ວນຊື່ນ ໃຫ້ແກ່ບັນດາ
ແຂກຜູ້ມີກຽດ ທີ່ມາຮ່ວມງານໃນຄ່ຳຄືນ ວັນເສົາຜ່ານມາ ພ້ອມກັນນັ້ນ ກໍຍັງມີ ພວກ
ນ້ອງນ້ອຍລູກຫຼານລາວ ທີ່ເກີດຢູ່ໃນສະຫະລັດ ຜູ້ທີ່ໄດ້ຮ່ຳຮຽນສິນລະປະການຟ້ອນ ແລະການຫຼິ້ນດົນຕີພື້ນເມືອງຂອງລາວ ຈາກມູນນິທິ ມໍລະດົກລາວ ຫຼື Lao Heritage
Foundation ຈຳນວນ 15 ຄົນ ແລະ ພວກນ້ອງນ້ອຍຊົນເຜົ່າມົ້ງ ຈາກລັດມີເນໂຊຕາ
ແລະ ລັດວິສຄອນຊິນ ກໍໄດ້ມາຮ່ວມ ໃນການສະແດງຟ້ອນລຳພື້ນເມືອງ ຂອງພວກ
ເຂົາເຈົ້ານຳດ້ວຍ.

ນັກຟ້ອນ ໜຸ່ມນ້ອຍລູກລາວຫຼານລາວຊົນເຜົ່າມົ້ງ ທີ່ມາຈາກລັດວິສຄອນຊິນ ໄດ້ມາສະແດງສິລະປະ ວັດທະທຳພື້ນເມືອງຂອງລາວ ໃນງານລ້ຽງສະເຫຼີມສະຫຼອງ ປີໃໝ່ລາວ ຢູ່ທີ່ສະຖານທູດລາວ ປະຈຳ ນະຄອນຫຼວງວໍຊິງຕັນ ດີຊີ, ວັນທີ 28, 2018.
ນັກຟ້ອນ ໜຸ່ມນ້ອຍລູກລາວຫຼານລາວຊົນເຜົ່າມົ້ງ ທີ່ມາຈາກລັດວິສຄອນຊິນ ໄດ້ມາສະແດງສິລະປະ ວັດທະທຳພື້ນເມືອງຂອງລາວ ໃນງານລ້ຽງສະເຫຼີມສະຫຼອງ ປີໃໝ່ລາວ ຢູ່ທີ່ສະຖານທູດລາວ ປະຈຳ ນະຄອນຫຼວງວໍຊິງຕັນ ດີຊີ, ວັນທີ 28, 2018.

ປີໃໝ່ລາວສະເພາະປີ 2561 ນີ້ ເປັນປີທີ່ສຳຄັນ ສຳລັບລັດຖະບານລາວ ທີ່ໄດ້ປະກາດ
ໃຫ້ເປັນປີທ່ອງທ່ຽວລາວ ຢ່າງເປັນທາງການ ສະນັ້ນແລ້ວ ຈຶ່ງເປັນການດີ ທີ່ພວກນ້ອງ
ນ້ອຍໄດ້ນຳເອົາສິລະປະວັດທະທຳ ຂອງຊາວລາວບັນດາເຜົ່າ ມາສະແດງໃຫ້ແຂກ ທີ່
ມາຮ່ວມໃນງານໄດ້ຮັບຟັງແລະຊົມ. ເມື່ອເຖິງເວລາ 7 ໂມງແລງ ເອກອັກຄະລັດຖະທູດ
ລາວ ທ່ານ ໄມ ໄຊຍະວົງ ກໍໄດ້ກ່າວເປີດ ພິທີງານກິນລ້ຽງສະເຫຼີມສະຫຼອງ ປີໃໝ່ລາວ
ຢ່າງເປັນທາງການ ຊຶ່ງຄຳຖະແຫລງສ່ວນນຶ່ງ ທ່ານໄດ້ກ່າວເຖິງ ບັນດາພີ່ນ້ອງຊາວ
ລາວ ທັງໃນ ສະຫະ ລັດ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການສະໜັບສະໜູນ ງານສະຫຼອງ
ປີໃໝ່ລາວ ໃນຄັ້ງນີ້ ດັ່ງທີ່ທ່ານໄດ້ກ່າວຕອນນຶ່ງວ່າ:

ນອກເໜືອຈາກງານລ້ຽງສະຫຼອງປີໃໝ່ລາວແລ້ວ ທາງສະຖານທູດລາວ ກໍໄດ້ຈັດການ
ແຂ່ງຂັນຕີກັອຟເພື່ອການກຸສົນ ປະຈຳປີ ຄັ້ງທີ 8 ຊຶ່ງກິດຈະກຳນີ້ ໄດ້ລິເລີ້ມມາຕັ້ງແຕ່ປີ
2011 ໂດຍອະດີດເອກອັກຄະລັດຖະທູດລາວ ປະຈຳວໍຊິງຕັນຄົນກ່ອນໆ. ດັ່ງນັ້ນ ທ່ານ
ໄມ ໄຊຍະວົງ ໂດຍການຮ່ວມມືກັບສະມາ ຄົມນັກຕີກັອຟ ຂອງລັດເວີຈີເນຍ ວໍຊິງຕັນ
ແລະແມຣີແລນ ຈຶ່ງໄດ້ເຊື້ອເຊີນ ບັນດານັກຕີກັອຟສະໝັກຫຼິ້ນ ຊາວລາວ ແລະຕ່າງ
ປະເທດຈາກທົ່ວສະຫະລັດ ແລະການາດາ ມາຮ່ວມ.

ບັນດານັກຕີກັອຟລາວ ສະໝັກຫຼິ້ນ ຈາກທົ່ວສະຫະລັດ ທີ່ເດີນທາງມາຮ່ວມໃນການແຂ່ງຂັນຕີກັອຟເພື່ອການກຸສົນ ຄັ້ງທີ 8 ປະຈຳປີ 2018 ທີ່ທາງສະຖານທູດລາວ ເປັນເຈົ້າພາບຈັດງານ ໃນວັນທີ 28 ເມສາ 2018.
ບັນດານັກຕີກັອຟລາວ ສະໝັກຫຼິ້ນ ຈາກທົ່ວສະຫະລັດ ທີ່ເດີນທາງມາຮ່ວມໃນການແຂ່ງຂັນຕີກັອຟເພື່ອການກຸສົນ ຄັ້ງທີ 8 ປະຈຳປີ 2018 ທີ່ທາງສະຖານທູດລາວ ເປັນເຈົ້າພາບຈັດງານ ໃນວັນທີ 28 ເມສາ 2018.

ບັນດານັກຕີກອັຟ ທັງຍິງແລະຊາຍ ຈາກທົ່ວທຸກທິດຂອງສະ ຫະລັດ ກໍພາກັນເດີນທາງ
ມາຮ່ວມໃນກິດຈະກຳ ຕີກອັຟ ເພື່ອການກຸສົນ ຂອງສະຖານທູດລາວ ລວມແລ້ວ ມີຈຳ
ນວນຫຼາຍເຖິງ 139 ຄົນ ຢູ່ທີ່ສະໜາມກອັຟ Meadows Farms ໃນເມືອງ Locust
Grove ລັດເວີຈີເນຍ ຊຶ່ງສະໜາມ ກອັຟແຫ່ງນີ້ ມີຫຼາຍໆຂຸມທີ່ມີຄວາມໂດດເດັ່ນ ແລະ
ມີທິວທັດທີ່ສວຍສົດງົດງາມ. ເປົ້າໝາຍຂອງການມາຮ່ວມ ໃນການແຂ່ງຂັນຕີກອັຟ ໃນ
ແຕ່ລະຄັ້ງ ກໍເພື່ອສ້າງຄວາມຮັກແພງ ຄວາມສາມັກຄີ ລະຫວ່າງຊາວລາວທຸກທົ່ວໜ້າ
ແລະສິ່ງທີ່ສຳຄັນທີ່ສຸດ ກໍແມ່ນການຫາທຶນຮອນ ເພື່ອນຳໄປສ້າງສາພັດທະນາ ເຂດຊົນ
ນະບົດຫ່າງໄກສອກຫຼີກ ທີ່ການພັດທະນາ ຍັງບໍ່ທັນໄປເຖິງ ດັ່ງທີ່ ທ່ານທູດໄມ ໄຊຍະວົງ
ໄດ້ກ່າວດັ່ງຕໍ່ໄປນີ້:

ຫຼັງຈາກທີ່ການກ່າວເປີດການແຂ່ງຂັນຕີກອັຟຂອງທ່ານທູດໄມ ໄຊຍະວົງ ໄດ້ຈົບລົງແລ້ວ
ບັນດານັກກອັຟ 139 ຄົນ ໄດ້ເຂົ້າປະຈຳລົດກອັຟ ກຸ່ມລະສີ່ຄົນແລະໃນເວລາ 9 ໂມງ 30
ຕອນເຊົ້າຂອງວັນເສົາ ທີ 28 ການແຂ່ງຂັນກໍໄດ້ເລີ້ມຕົ້ນຂຶ້ນ ຈົນເຖິງເວລາ ບາຍ 2 ໂມງ
ການແຂ່ງຂັນກໍໄດ້ສຳເລັດລົງ. ໃນການກ່າວເປີດການແຂ່ງຂັນຕີກອັຟ ທ່ານທູດໄມ
ໄຊຍະວົງ ກໍໄດ້ເຊື້ອເຊີນ ບັນດານັກກອັຟທັງຫຼາຍ ໄປຮ່ວມໃນງານລ້ຽງສະເຫຼີມສະຫຼອງ
ປີໃໝ່ລາວ ຢູ່ທີ່ສະຖານທູດລາວ ເຊັ່ນກັນ.

ບັນດາແຂກທີ່ມາຮ່ວມງານກິນລ້ຽງສະເຫຼີມສະຫຼອງ ປີໃໝ່ລາວ ຢູ່ທີ່ສະຖານທູດລາວ ປະຈຳນະຄອນຫຼວງ ວໍຊິງຕັນ ດີຊີ ກຳລັງພາກັນ ຕັກເອົາອາຫານການກິນ ທີ່ທາງສະຖະທູດ ໄດ້ຈັດໄວ້ໃຫ້.
ບັນດາແຂກທີ່ມາຮ່ວມງານກິນລ້ຽງສະເຫຼີມສະຫຼອງ ປີໃໝ່ລາວ ຢູ່ທີ່ສະຖານທູດລາວ ປະຈຳນະຄອນຫຼວງ ວໍຊິງຕັນ ດີຊີ ກຳລັງພາກັນ ຕັກເອົາອາຫານການກິນ ທີ່ທາງສະຖະທູດ ໄດ້ຈັດໄວ້ໃຫ້.

ພາຍຫຼັງຈາກທີ່ໄດ້ຮັບປະທານອາຫານ ແລະເຄື່ອງດື່ມຢ່າງອິ່ມໜຳສຳລານແລ້ວ ທ່ານ
ໄມ ໄຊຍະວົງ ພ້ອມດ້ວຍພັນລະຍາ ຈຶ່ງໄດ້ເປີດເວທີ ຟ້ອນລຳວົງຮອບປະຖົມມະເລີກ
ແລະໄດ້ເຊື້ອເຊີນບັນດາແຂກຜູ້ກຽດ ທັງຊາວລາວ ແລະຕ່າງປະເທດ ຈຳນວນນຶ່ງ ຂຶ້ນ
ມາຟ້ອນລຳວົງ ນຳດ້ວຍ. ຫຼັງຈາກນັ້ນ ວົງດົນຕີ ນ້ຳສອງສີ ໄດ້ນຳພາບັນດາແຂກ ທີ່ມາ
ຮ່ວມໃນງານລ້ຽງສະເຫຼີມສະຫຼອງປີໃໝ່ ລາວ ຈຳນວນເກືອບພັນຄົນ ຂຶ້ນມາຟ້ອນແລະ
ເຕັ້ນລຳ ໃນຈັງວະຫຼາກຫຼາຍປະ ເພດ ຢ່າງເບີກບານມ່ວນຊື່ນ ຈົນເຖິງເວລາປະມານ 9
ໂມງເຄິ່ງ ການຟ້ອນລຳກໍໄດ້ຢຸດລົງເປັນການຊົ່ວຄາວ ເພື່ອມອບລາງວັນ ໃຫ້ແກ່ພວກ
ນັກຕີກອັຟ ຜູ້ທີ່ໄດ້ຄະແນນດີເລີດ.

ຕໍ່ຈາກນັ້ນ ການບັນເລັງເພງລາວ ແລະການຟ້ອນລຳ ກໍໄດ້ເລີ້ມຂຶ້ນອີກຈົ ນເຖິງເວລາ
ເກືອບທ່ຽງຄືນແລະບັນດາແຂກທັງຫຼາຍກໍຄ່ອຍໆ ທະຍອຍກັບຄືນສູ່ບ້ານເຮືອນຂອງ
ໃຜລາວ ອັນຖືວ່າ ເປັນການເສັດສິ້ນງານສະເຫຼີມສະຫຼອງປີໃໝ່ລາວ ທີ່ສະຖານທູດລາວ
ໃນນະຄອນຫຼວງ ວໍຊິງຕັນ.

XS
SM
MD
LG