ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສູນກາງວັດທະນະທໍາລາວ ທີ່ເມືອງ San Diego ສະຫຼອງບຸນປະເພນີ ສົງການປີໃໝ່ລາວ


ຄະນະສະພາກໍາມະການຂອງສູນກາງວັດທະນະທໍາລາວ ເມືອງ San Diego ລັດ California
ຄະນະສະພາກໍາມະການຂອງສູນກາງວັດທະນະທໍາລາວ ເມືອງ San Diego ລັດ California

ໃນລາຍການຊີວິດຊາວລາວໃນຕ່າງແດນມື້ນີ້ ທາງເຮົາມີລາຍງານພິເສດມາສະເໜີທ່ານ ຕໍ່ໄປ ຊຶ່ງເປັນການສໍາພາດກັບຜູ້ຕາງໜ້າສອງທ່ານຂອງສູນກາງວັດທະນະທໍາລາວ ທີ່ເມືອງ San Diego ລັດ California ເພື່ອຢາກຮູ້ຈັກວ່າສູນກາງມີຄວາມເປັນມາແນວໃດ ເຮົາຂໍເຊີນພົບກັບວັນນະສອນໄດ້ເລີຍ.

ຮີດຄອງປະເພນີແລະວັດທະນະທໍາອັນດີງາມຂອງຊາວລາວ
ຢ່າງເຊັ່ນບຸນປະເພນີແລະພິທີກໍາຕ່າງໆນັ້ນຍັງຄົງຮັກສາ
ແລະປະຕິບັດສືບທອດ ຈາກບັນພະບຸລຸດຈົນມາຮອດປະຈຸ
ບັນນີ້ ໃຫ້ຄົນຮຸ້ນຫຼັງໄດ້ດໍາເນີນ ຮັກສາເຄົ້າມູນອັນດີງາມ
ສືບທອດຕໍ່ໄປ ຕາບນານເທົ່ານານ. ບຸນປະເພນີສໍາຄັນອັນ
ນຶ່ງທີ່ຊາວລາວປະຕິບັດສະເໝີມາກໍຄື ກຸດສົງການປີໃໝ່ຫຼື
ທີ່ຫຼາຍໆຄົນຮູ້ຈັກກໍຄື ບຸນເດືອນຫ້າ ຊຶ່ງມື້ນີ້ທັງສອງຜູ້ຕາງ
ໜ້າຈາກສູນກາງວັດທະນະທໍາລາວຈາກ​ເມືອງ San
Diego ລັດ California ອັນ​ມີ​ທ່ານ ສົມ​ສັກ ທອງ​ຈັນ
ປະທານ​ພ້ອມດ້ວຍຮອງ​ປະທານ ຍານາງ​ Dr. ສໍາລອງ
ພົມມະ​ຊູ​ວັນ ​ໃຫ້ສໍາພາດ​ກັບ VOA ກ່ຽວກັບການຈັດງານສະຫຼອງປີໃໝ່ທີ່ທາງສູນກາງ
ດັ່ງກ່າວທີ່ຈະຈັດຂຶ້ນໃນວັນຢຸດສັບປະດາວັນທີ 2-3 ເມສາທີ່ຈະມາເຖິງນີ້. ຂໍເຊີນຮັບຟັງ
ການສໍາພາດໄດ້ດັ່ງຕໍ່ໄປນີ້.

ຄະນະບໍລິຫານໜຸ່ມນ້ອຍ ລາວ-ອະເມຣິກັນ ທີ່ເປັນຫົວຈັກຫົວແຮງ ຕົວແທນປະຊາຄົມລາວ
ຄະນະບໍລິຫານໜຸ່ມນ້ອຍ ລາວ-ອະເມຣິກັນ ທີ່ເປັນຫົວຈັກຫົວແຮງ ຕົວແທນປະຊາຄົມລາວ



ການສໍາພາດ /ທ່ານ ສົມ​ສັກ ທອງ​ຈັນ ແລະ ຍານາງ Dr. ສໍາລອງ ພົມມະ​ຊູ​ວັນ/.

ປະກອບສ່ວນໃນງານລ້ຽງຣາຕຣີສະໂມສອນ Asian Heritage Awards
ປະກອບສ່ວນໃນງານລ້ຽງຣາຕຣີສະໂມສອນ Asian Heritage Awards


ເຖິງແມ່ນວ່າຊາວລາວຈະກະຈັດກະຈາຍໄປຢູ່ໃນຫຼາຍປະເທດໃນໂລກກໍຕາມ ແຕ່ພວກເຂົາ
ເຈົ້າຍັງຄົງຮັກສາແລະກໍາກັບໃຫ້ພວກລູກຫຼານລາວທີ່ເກີດໃໝ່ໃຫຍ່ລຸນໃນຕ່າງປະເທດ
ໃນດິນແດນໃໝ່ທີ່ຫ່າງໄກຈາກມະຕຸພູມຂອງພວກເຂົາເຈົ້ານັ້ນ ຍັງຄົງຮັກສາໄວ້ຊຶ່ງເຄົ້າມູນ
ແລະຮາກເຫງົ້າອັນດີງາມດັ້ງເດີມນີ້ ຊຶ່ງເປັນສິ່ງດຽວທີ່ພວກຊາວລາວອົບພະຍົບໄດ້ນໍາຕິດຕົວ
ມາແລະຈະຄົງຕິດຕົວພວກເຂົາເຈົ້າໄປທຸກຫົນທຸກແຫ່ງ ແລະທາງລາຍການຊາວລາວ
ໃນຕ່າງແດນ ກໍຈະນໍາການສໍາພາດຂອງຫຼາຍປະຊາຄົມ ທັງທີ່ຢູ່ໃນສະຫະລັດແລະຫຼາຍໆທີ່
ໃນໂລກມາສະເໜີທ່ານອີກໃນໂອກາດຕໍ່ໄປ.

ຂໍຄຸນພຣະສີຣັດຕະໄຕຣ ຈົ່ງປົກປັກຮັກສາແລະຄຸ້ມຄອງໃຫ້ພວກທ່ານຈົ່ງມີແຕ່ຄວາມສຸກ
ຄວາມຈະເຣີນ ຕະຫຼອດປີໃໝ່ປີ 2011 ນີ້ ໂຊກດີປີໃໝ່.

XS
SM
MD
LG