ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ການສະຫຼອງ ບຸນປີໃໝ່ລາວ ຢູ່ພາຍໃນຄອບຄົວ


ແຟ້ມຮູບ-ນາງສັງຂານທັງ 7 ໃນງານບຸນປີໃໝ່ລາວ
ແຟ້ມຮູບ-ນາງສັງຂານທັງ 7 ໃນງານບຸນປີໃໝ່ລາວ

ເຖິງວ່າສະຖານະການຂອງພະຍາດໂຄວິດຈະຍັງບໍ່ຊ່ວງເຊົາ ແລະມີຂໍ້ຫ້າມອອກມາບໍ່ໃຫ້ມີການສະເຫຼີມສະຫຼອງ ເນື່ອງຈາກການລະບາດຂອງພະຍາດໂຄວິດຍັງບໍ່ທັນໄດ້ເບົາບາງລົງ ແຕ່ໃນໄລຍະຂອງຊ່ວງບຸນປີໃໝ່ລາວ ທີ່ຫາກໍຜ່ານພົ້ນໄປ ປະຊາຊົນ ກໍ່ຍັງມີການປະຕິບັດຕາມ ຮີດຕາມຄອງກັນ ແບບພາຍໃນຄອບຄົວ ເພື່ອສືບຕໍ່ຮີດສິບສອງຄອງສິບສີ່ແບບບໍ່ຂາດ ສໍາຄັນສໍາລັບຄອບຄົວ ເພາະທຸກໆຄົນໄດ້ມາເຕົ້າໂຮມກັນເພື່ອສົມບັດສົມມາຜູ້ທີ່ອະວຸໂສກວ່າ ອັນເປັນການປະຕິບັດສືບເນື່ອງມາຈົນເຖິງປັດຈຸບັນ. ດັ່ງທີ່ປະຊາຊົນທ່ານນຶ່ງ ທີ່ອາໄສຢູ່ຫຼວງພະບາງກ່າວໃຫ້ VOA ຟັງວ່າ:

“ບໍ່ໄດ້ລະຮີດໃຫ້ໝອງ ລະຄອງໃຫ້ເສົ້າໃດ, ວັນທີ 14 ແມ່ນມື້ສັງຂານລ່ວງ ອະນາໄມເຮືອນ ປັດກວດເຮືອນຊານ. ມື້ສັງຂານລ່ວງ ແມ່ນມື້ເອົາພຣະລົງ ແຕ່ງຂັນອັນເຊີນພຣະລົງສົງຢູ່ເຮືອນ, ມື້ວັນທີ 15 ແມ່ນມື້ເນົາ ມື້ຢຸດວຽກ, ວັນທີ 16 ເປັນວັນສິນ ເປັນມື້ສັງຂານຂຶ້ນປີໃໝ່ ຊິເຮັດລາບຮັບໂຊກ ເຮັດພາເຂົ້າຮັບໂຊກ ເອົາໂຊກເອົາລາບເຂົ້າເຮືອນ ຂຶ້ນຂັນຮ້ານພຣະ ມື້ສວາຍມາກໍກິນເຂົ້າຄອບຄົວ ພໍ່-ແມ່-ລູກ ແລະກໍສົມບັດສົມມາພໍ່ແມ່...”

ບຸນປີໃໝ່ລາວ ແມ່ນມີມື້ສໍາຄັນຢູ່ສາມມື້ ເຊັ່ນ ມື້ສັງຂານລ່ວງ ມື້ສັງຂານເນົາ ແລະມື້ສັງຂານຂຶ້ນປີໃໝ່, ເຊິ່ງທຸກໆ 4 ປີໃດ ຈະຕ້ອງມີມື້ເນົາຢູ່ສອງມື້. ໂດຍປົກກະຕິແລ້ວ ຢູ່ວັດ ຫຼື ຢູ່ຕາມບ້ານເຮືອນຂອງປະຊາຊົນ ພວກເພິ່ນຈະເອົາ ພຣະລົງມາ ເພື່ອທໍາການຫົດສົງນັັ້ນໃນມື້ສັງຂານລ່ວງ ແລະຈະເອົາພຣະຂຶ້ນ ໃນມື້ສັງຂານຂຶ້ນປີໃໝ່.

ຕາມຄວາມເຊື່ອແລ້ວ ນໍ້າທີ່ໄດ້ຫຼັງຈາກສົງພຣະ ຈະເອົາມາສິດໃສ່ຫົວ ໃສ່ເຮືອນຊານ ແລະສະຖານທີ່ຕ່າງໆ ຕາມຄວາມເຊື່ອທີ່ວ່າ ໃຫ້ລ້າງສິ່ງບໍ່ດີໄປກັບປີເກົ່າ ແລະເຮັດໃຫ້ປອດໄພ ຈາກໂຣກໄພໄຂ້ເຈັບ ໃຫ້ຢູ່ດີມີແຮງ ລ້າງສວ່າຍສິ່ງບໍ່ດີຕ່າງໆ ອອກໄປພ້ອມກັບປີເກົ່າ ແລະຮັບເອົາສິ່ງດີໆໃໝ່ ທີ່ຈະເຂົ້າມາໃນປີໃໝ່ ເໝືອນດັ່ງທີ່ຫຼາຍໆຄອບຄົວໄດ້ປະຕິບັດຮ່ວມກັນໃນມື້ສັງຂານຂຶ້ນປີໃໝ່ແລ້ວມານີ້.

XS
SM
MD
LG