ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຖານທູດລາວ ຈັດງານ ສະເຫລີມສະຫລອງປີໃໝ່ (ເບິ່ງວີດິໂອສາວນ້ອຍຟ້ອນເຊີ້ງ)


ຈາກຊ້າຍ: ທ່ານນາງເອກອັກຄະລັດຖະທູດ ກັນນິກາ ພົມມະຈັນ ຫົວໜ້າສໍານັກງານຜູ້ຕາງໜ້າ ສປປ ລາວ ປະຈໍາອົງການສະຫະປະຊາຊາດ, ແລະສາມີ ທ່ານ ຫຽມ ພົມມະຈັນ ລມຕ ຊ່ວຍວ່າການກະຊວງການຕ່າງ ປະເທດລາວ, ທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດ ສປປ ລາວ ປະຈໍາສະຫະລັດ, ແລະພັນລະຍາ ທ່ານນາງ ສົມດີ ສ
ຈາກຊ້າຍ: ທ່ານນາງເອກອັກຄະລັດຖະທູດ ກັນນິກາ ພົມມະຈັນ ຫົວໜ້າສໍານັກງານຜູ້ຕາງໜ້າ ສປປ ລາວ ປະຈໍາອົງການສະຫະປະຊາຊາດ, ແລະສາມີ ທ່ານ ຫຽມ ພົມມະຈັນ ລມຕ ຊ່ວຍວ່າການກະຊວງການຕ່າງ ປະເທດລາວ, ທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດ ສປປ ລາວ ປະຈໍາສະຫະລັດ, ແລະພັນລະຍາ ທ່ານນາງ ສົມດີ ສ

ເມື່ອວັນເສົາທີ່ຜ່ານມານີ້ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາສະຫະລັດ ອາເມຣິກາ ການາດາ ແລະເມັກຊິໂກ ພ້ອມກັບສໍານັກງານຜູ້ຕ່າງໜ້າຖາວອນແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ໄດ້ຮ່ວມກັນຈັດງານສະເຫລີມສະຫລອງປີໃໝ່ລາວ ຂຶ້ນ ຢູ່ສະຖານທູດລາວ ທີ່ນະຄອນຫລວງວໍຊິງຕັນ. ດາຣາໄດ້ໄປຮ່ວມໃນງານດັ່ງກ່າວ ແລະມີລາຍງານມາສະເໜີທ່ານ.

// ສຽງດົນຕີ ຕໍ່ໃສ່ສຽງເອກອັກຄະລັດຖະທູດ ແສງ ສຸຂະທິວົງ //

ນັ້ນຄື​ຄໍາ​ປາ​ໃສ​ເປີດ​ງານ ຂອງ​ທ່ານເອກ​ອັກຄະ​ລັດຖະທູດ ແສງ ສຸຂະ​ທິວົງ ​ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ​ນີ້ ຢູ່​ສະຖານ​ທູດ​ລາວ ທີ່​ນະຄອນຫລວງ​ວໍ​ຊິງ​ຕັນ ຊຶ່ງ​ບັນຍາກາດ​ອົບ​ອວນ​ໄປ​ດ້ວຍ​ກິ່ນ​ອາຍ​ຂອງ​ການສະ​ເຫລີ​ມສະຫລອງ​ປີ​ໃໝ່​ລາວ ທີ່ ​ດໍາ​ເນີນ​ໄປ​ໝົດ​ມື້ຈົນເດິກ ​ໂດຍ​ມີ​ຊາວ​ຕ່າງປະ​ເທດ​ຈໍານວນ​ນຶ່ງ​ແລະ​ຊາວ​ລາວ​ຫລາຍ​ຮ້ອຍ​ຄົນ​ ຈາກ​ລັດ​ຕ່າງໆເກືອບ​ທົ່ວສະຫະລັດ​ມາ​ຮ່ວມສະຫລອງ​ນໍາ.

ຜູ້ໄດ້ຮັບຫລຽນກາລະນຶກຄົບຮອບ 60 ປີຂອງສູນກາງແນວລາວສ້າງຊາດຄົນນຶ່ງ
ຜູ້ໄດ້ຮັບຫລຽນກາລະນຶກຄົບຮອບ 60 ປີຂອງສູນກາງແນວລາວສ້າງຊາດຄົນນຶ່ງ

ງານ​ໄດ້​ເລີ້ມ​ຂຶ້ນ​ໃນ​ຕອນ​ເຊົ້າ ດ້ວຍ​ພິທີ​ທໍາບຸນ​ຕັກບາດ​ຖວາຍ​ເພນ​ແກ່​ພະສົງ ​ແລ້ວກໍ​ບາສີສູ່​ຂວັນ​ໃຫ້​ແກ່​ບັນດາ​ເຈົ້າ​ໜ້າ​ທີ່​ຂອງ​ທັງສອງສະຖານທູດ ພາຍ​ໃຕ້​ການ​ນໍາພາ​ຂອງ​ເອກ​ອັກຄະ​ລັດ ຖະທູດ ​ແສງ ສຸຂະ​ທິວົງ ​ແລະ ​ທ່ານ​ນາງ​ເອກ​ອັກຄະລັດຖະທູດ ກັນນິກາ ພົມມະຈັນ ຫົວໜ້າ​ສໍາ ນັກງານ​ຜູ້ຕາງໜ້າ​ຖາວອນ​ແຫ່ງ ສປປ ລາວ ປະ​ຈໍາອົງການ​ສະ ຫະ​ປະຊາ​ຊາດ ພ້ອມ​ດ້ວຍ​ສາ ມີຂອງ​ທ່ານ​ນາງ ລັດຖະມົນຕີ ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ ທ່ານ​ຫຽມ ພົມມະຈັນ ທີ່​ໄດ້​ນໍາ​ພາ​ເຈົ້າ​ໜ້າ​ທີ່​ກະຊວງ​ຄະນະ​ນຶ່ງ ມາ​ເຮັດ​ວຽກຮ່ວມ​ກັບທັງ​ສອງ​ສໍານັກງານ​ການ​ທູດ​ຂອງ​ລາວ ທີ່​ສະຫະລັດ ຊຶ່ງ​ຕໍ່​ມາ​ໃນ​ຕອນ​ບ່າຍ ທ່ານ​ຫຽມກໍ​ໄດ້​ທໍາ​ພິທີ​ມອບ​ຫລຽນ​ກາລະ​ນຶກ​ຄົບຮອບ 60 ປີ ຂອງ​ການ​ສ້າງ​ຕັ້ງ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ໃຫ້ແກ່​ຄົນ​ລາວຈໍານວນ​ນຶ່ງ​ຈາກ​ສະຫະລັດ​ແລະກາ ​ນາ​ດາ ທີ່​ໄດ້​ມີ​ບົດບາດ​ໃນ​ການ​ສ້າງ​ຄວາມ​ຖືກຕ້ອງ​ປອງ​ດອງ ​ລະຫວ່າງ​ລາວ​ນອກ​ກັບ​ລາວ​ໃນ ​ຕະຫລອດ​ທັງ​ມີ​ສ່ວນ​ໃນ​ການ​ຊ່ວຍ​ສ້າງສາ​ພັດທະນາ​ປະ​ເທດ​ລາວ.

ທ່ານ ຫຽມ ພົມມະຈັນ ລມຕ ຊ່ວຍວ່າການ ກະຊວງການຕ່າງປະເທດແຫ່ງ ສປປ ລາວ
ທ່ານ ຫຽມ ພົມມະຈັນ ລມຕ ຊ່ວຍວ່າການ ກະຊວງການຕ່າງປະເທດແຫ່ງ ສປປ ລາວ

ສ່ວນ​ງານ​ສະຫລອງ​ໃນ​ຕອນ​ແລງ​ນັ້ນ ​ເລີ້ມ​ຂຶ້ນ​ໃນ​ເວລາ 5 ​ໂມງ​ປາຍ ຫລັງ​ຈາກ​ທີ່​ບັນດາ​ແຂກ​ໄດ້​ທະຍອຍ​ກັນ​ເຂົ້າ​ມາ ຈາກ​ຫລາຍ​ສິບ​ຄົນ​ໃນ​ຕອນ​ເຊົ້າ ​ເປັນ​ຫລາຍ​ຮ້ອຍ​ຄົນເຕັມ​ເດິ່ນທີ່​ກວ້າງ​ໃຫຍ່ ​ຢູ່ທາງ​ຫລັງ​ຕຶກ​ສະຖານທູດ ຊຶ່ງ​ມີ​ການ​ກາງ​ເຕ້ນ​ໃຫຍ່​ຂຶ້ນ​ເພື່ອ​ປ້ອງ​ກັນ​ຝົນຕົກ ​ໃນ​ກໍລະນີທີ່​ດິນ​ຟ້າ​ອາກາດ​ບໍ່​ເອື້ອ​ອໍານວຍ ​ແຕ່​ກໍ ​ເປັນ​ຈັ່ງ​ບຸນ ອາກາດມື້​ນັ້ນ​ແມ່ນ​ແຈ່ມ​ໃສ ບໍ່​ໜາວ​ຫລາຍ​ຄື​ກັບ​ປີ ຜ່ານໆ​ມາ. ຫລັງ​ຈາກ​ທີ່​ເອກ​ອັກ ຄະ​ລັດຖະທູດ​ແສງ ສຸຂະ​ທິວົງ ​ໄດ້​ກ່າວ​ເປີດ​ງານ​ແລ້ວ ທ່ານ​ຫຽມ ພົມມະຈັນ ລັດຖະມົນຕີ ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ ກໍ​ໄດ້​ຂຶ້ນ​ກ່າວ​ສະ​ແດງຄວາມເຫັນດັ່ງ​ຕໍ່​ໄປ​ນີ້:

// ສຽງ //

ນອກ​ນີ້ ທ່ານ​ຫຽ​ມຍັງ​ໄດ້​ກ່າວ​ເຖິງ​ບົດບາດ​ຂອງ ສປປ ລາວ ຢູ່​ໃນ​ເວທີ​ສາກົນ ​ແລະ​ການ​ພົວພັນ​ລະຫວ່າງ​ລາວ​ກັບ​ສະຫະລັດ ທີ່​ທ່ານ​ກ່າວ​ວ່າ ​ໄດ້​ມີ​ບາດກ້າວ​ຂະຫຍາຍ​ໂຕເພິ່ມຂຶ້ນ​ນັບ​ມື້.

ໂຕະໝາກໄມ້ ທີ່ຈັດໄວ້ຢ່າງສວຍງາມ
ໂຕະໝາກໄມ້ ທີ່ຈັດໄວ້ຢ່າງສວຍງາມ

ຫລັງ​ຈາກນັ້ນ ທາງ​ເຈົ້າພາບ​ກໍ​ໄດ້​ເຊຶ້ອ​ເຊີນ​ໃຫ້​ບັນດາ​ແຂກ​ຮ່ວມ​ຮັບ​ປະທານ​ອາຫານ​ລາວ​ອັນ​ແຊບ ນົວ ​ມາກ​ມາຍຫລາຍ​ຢ່າງ ​ທ່າມ ກາງ​ບັນຍາກາດ​ອັນ​ມ່ວນ​ຊື່ນ ສັງ​ສັນ​ກັນ​ແລະ​ຮັບ​ຊົມການສະ​ແດງ ຟ້ອນ​ນາດຕະສິນ ດົນ​ຕີ​ລາວ​ເດີມ​ໂດຍ​ສິນລະປິນ​ລຸ່ນນ້ອຍ ​ແລະ​ສະ​ແດງ​ຊຸດແຟຊັ່ນ​ໂຊ​ວ໌ເສື້ອ​ຜ້າ ອາພອນ​ຂອງ​ຊົນ​ຊາດ​ຊົນ​ເຜົ່າ​ລາວ ຊື່​ງທ່ານ​ນາງ​ແສງ​ຈັນ Reddick ທີ່​ເປັນ​ຜູ້​ນໍາພາ​ມາ ສະ​ແດງ​ ອະທິບາຍ​ສູ່ວີ​ໂອ​ເອວ່າ:

// ສຽງ //

ສ່ວນນຶ່ງຂອງການສະແດງຊຸດເສື້ອຜ້າຊົນເຜົ່າ ແລະແຜ່ນແພຕໍ່າຂອງລາວ
ສ່ວນນຶ່ງຂອງການສະແດງຊຸດເສື້ອຜ້າຊົນເຜົ່າ ແລະແຜ່ນແພຕໍ່າຂອງລາວ

ການສະ​ແດງ​ຊຸດ​ເສື້ອ​ຜ້າ​ຊົນ​ເຜົ່າ
ແລະ​ແຜ່ນ​ແພລາວ ຕະຫລອດ
ທັງ​ການ​ຟ້ອນ​ນາດຕະສິນ​ແລະ
ລໍາ​ເຊີ້ງ ​ໂດຍນັກຟ້ອນສະມັກ
ຫລີ້ນ ທັງລຸ່ນ​ໃຫຍ່​ແລະ​ລຸ່ນນ້ອຍ
ແມ່ນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ
ແລະ​ມ່ວນຊຶ່ນ​ໃຫ້​ແກ່​ບັນດາ​ແຂກ
ທີ່​ມາ​ຈາກ​ທັງ​ໃກ້​ແລະ​ໄກ ທັງ​ລັດ
ອ້ອມ​ແອ້ມ ກໍ​ຄື Maryland,
Virginia, Delaware, New
Jersey, Pennsylvania,
New York ​ແລະ​ໄກ​ອອກ​ໄປ ​ຮອດ​ລັດ Tennessee ທາງ​ພາກ​ໃຕ້. ອອກ​ໄປ​ທາງພາກ​ກາງ ກໍ​ມີ​ລັດ Kansas, Missouri, Ohio, Illinois ​ໄປ​ຈົນ​ຮອດ Minnesota ທາງ​ພາກ​ກາງ​ຕອນ​ເໜືອ​ຂອງ​ສະຫະລັດ ຊຶ່ງ​ນຶ່ງ​ໃນ​ນັ້ນ ກໍ​ແມ່ນ​ທ່ານ ດອກ​ເຕີ້​ ຢັງ​ ດາວ ຜູ້​ນໍາ​ປະຊາ​ຄົມ​ມົ້ງ​ໃນ​ລັດ Minnesota ທີ່​ກ່າວ​ກັບ​ວີໂອ​ເອວ່່າ:

// ສຽງ //

ແຂກ​ທີ່​ມາຮ່ວມ​ໃນ​ງານ​ອີກ​ຄົນ​ນຶ່ງ ທີ່ຢູ່​ໄກແຜ່ນດິນໃຫຍ່​ສະຫະລັດ ອອກ​ໄປ​ອີກ ກໍ​ຄື​ຂັນ​ທະ​ລີ ວົງ​ພະຈັນ ​ແລະ​ສາມີ ທີ່​ມາ​ຈາກ​ລັດອາລັສກາ ບ່ອນ​ທີ່ 10 ​ໂມງ​ກາງຄືນ​ແລ້ວ ຕາ​ເວັນ​ກໍ​ຍັງ​ບໍ່​ຕົກ​ດິນ ​ໃນ​ຍາມ​ຮ້ອນ​ນັ້ນ.

// ສຽງ //

ການສະແດງຟ້ອນລາວຮ່ວມເຜົ່າ ໃນງານສະຫລອງປີໃໝ່ລາວ ທີ່ສະຖານທູດລາວ, ວໍຊິງຕັນ ດີຊີ, ວັນທີ 30 ເມສາ 2011
ການສະແດງຟ້ອນລາວຮ່ວມເຜົ່າ ໃນງານສະຫລອງປີໃໝ່ລາວ ທີ່ສະຖານທູດລາວ, ວໍຊິງຕັນ ດີຊີ, ວັນທີ 30 ເມສາ 2011

ໃນ​ບັນດາ​ແຂກ​ຕ່າງປະ​ເທດ​ທີ່
ມາຮ່ວມສະຫລອງ​ນັ້ນ ກໍ​ມີ​ໂຮ​ມ
ທັງ​ເຈົ້າ​ໜ້າ​ທີ່​ຈາກ​ກະຊວງ​ການ
ຕ່າງປະ​ເທດ​ສະຫະລັດ ​ແລະ​
ພວກ​ອະດີດ​ນັກ​ການ​ທູດ​ສະຫະ
ລັດ ທີ່​ເຄີຍ​ໄປ​ປະ​ຈໍາ​ການ​ຢູ່ສປປ
ລາວ ​ແລະ​ບັນດາ​ເພື່ອນ​ມິດ​ຂອງ
ທາງ​ເຈົ້າ​ໜ້າ​ທີ່​ສະຖານທູ​ດ ຊຶ່ງ
ຄົນ​ນຶ່ງ​ໃນ​ນັ້ນ ​ກ່າວ​ສະ​ແດງ ​ຄວາມ​ປະ​ທັບ​ໃຈ​ຂອງ​ລາວ​ວ່າ:

// ສຽງ //

ເກດສະໜາ ວິໄລລັກ ຈາກລັດເທັນແນສຊີ ກໍມາຮ່ວມໃຫ້ຄວາມ ມ່ວນຊື່ນແກ່ແຂກ ໂດຍການຮ້ອງເພງ ກ້ຽວສາວແຄມງຶ່ມ ຮ່ວມ ກັບເຈົ້າໜ້າທີ່ສະຖານທູດ.
ເກດສະໜາ ວິໄລລັກ ຈາກລັດເທັນແນສຊີ ກໍມາຮ່ວມໃຫ້ຄວາມ ມ່ວນຊື່ນແກ່ແຂກ ໂດຍການຮ້ອງເພງ ກ້ຽວສາວແຄມງຶ່ມ ຮ່ວມ ກັບເຈົ້າໜ້າທີ່ສະຖານທູດ.

ຫລັງ​ຈາກ​ສິ້ນ​ສຸດ​ການສະ​ແດງ​ຕ່າງ​ໆ​ແລ້ວ ​ເຈົ້າພາບ​ແລະ​ແຂກ​ກໍ​ໄດ້​ຮ່ວມ​ມ່ວນ​ຊຶ່ນ​ກັນ ຟ້ອນ​ລໍາວົງ​ແລະ​ລ່າຍ​ລໍາ​ໃນ​ຈັງ​ວະ​ຕ່າງໆ ຕາມ​ສຽງ​ບັນ​ເລງ​ດົນຕີ​ຂອງ​ວົງ​ດົນຕີ ຄະນະ​ຫລວງ​ພະ​ບາງ ຈາກ​ລັດ​ເພັນ​ຊິ​ລ​ເວ​ເນຍ ​ໂດຍ​ມີ​ນັກ​ຮ້ອງແລະ​ສິນລະປິນ​ລາວທີ່​ເປັນ​ທີ່​ຮູ້ຈັກ​ກັນ​ດີຈາກ​ລັດ ​ອື່ນໆ​ມາ​ຮ່ວມ​ໃຫ້​ຄວາມ​ບັນ​ເທີ​ງ ​ເຊ່ນ​ທ່ານ​ຄໍາ​ຫລ້າ ໜໍ່​ແກ້ວ ​ແລະ​ເກດ​ສະໜາ ວິ​ໄລ​ລັກ ຈາກ​ລັດ​ເທັນ​ແນັສຊີ ທີ່​ໄດ້​ມາ​ຮ່ວມ​ບັນ ​ເທີ​ງ ສ້າ​ງຄວາມມ່ວນ​ຊື່ນ​ໃຫ້​ແກ່​ ບັນດາ​ແຂກ ທີ່​ມາ​ຮ່ວມ​ໃນ​ງານ​ສະ​ເຫລີ​ມສະຫລອງ​ປີ​ໃໝ່ທີ່​ສະຖານ ​ເອກ​ອັກຄະ​ລັດຖະທູດ ລາວ ທີ່​ນະຄອນຫລວງ​ວໍ​ຊິງ​ຕັນ ດີ​ຊີ ​ໃນ​ຄັ້ງ​ນີ້​ດ້ວຍ.

ສອງສາວນ້ອຍນັກຟ້ອນເຊິ້ງ ທີ່ມາປະກອບສ່ວນຈາກລັດເພັນຊິລເວເນຍ
ສ້າງຄວາມປະທັບໃຈແລະມ່ວນຊື່ນໃຫ້ຜູ້ຊົມຢ່າງຫລວງຫລາຍ.

XS
SM
MD
LG