ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວ ປະກາດໃຊ້ມາດຕະການປິດເມືອງຮອບໃໝ່ ໃນນະຄອນຫຼວງວຽງຈັນ ຍ້ອນມີການລະບາດຂອງໂຄວິດ-19 ຢ່າງແຜ່ຫຼາຍ


ດ່ານກວດລົດ ຢູ່ຖະໜົນທາງໄປສີໄຄ ໃນລະຫວ່າງການອອກມາດຕະການປິດເມືອງໃນນະຄອນຫຼວງວຽງຈັນ.
ດ່ານກວດລົດ ຢູ່ຖະໜົນທາງໄປສີໄຄ ໃນລະຫວ່າງການອອກມາດຕະການປິດເມືອງໃນນະຄອນຫຼວງວຽງຈັນ.

ອີງຕາມລາຍງານຂອງກອງບັນຊາການປ້ອງກັນຄວາມສະຫງົບນະຄອນວຽງຈັນໃນການປະຕິບັດຄຳສັ່ງເລກທີ 016/ຈນວ ລົງວັນທີ 19 ກັນຍາ 2021 ທີ່ຜ່ານມາ ຊຶ່ງພະແນກຕຳຫຼວດຈະລາຈອນນະຄອນວຽງຈັນ ໄດ້ຈັດຕັ້ງດ່ານກວດ ປິດເສັ້ນທາງ 11 ແຫ່ງ ໃນນະຄອນຫຼວງວຽງຈັນ ເພື່ອສະກັດກັ້ນການສັນຈອນໃນເວລາຫ້າມ ໂດຍການກວດເອກະສານຂອງຜູ້ຂັບຂີ່ທີ່ໄດ້ຮັບອະນຸຍາດ ໃຫ້ສັນ ຈອນໄດ້ ພຽງເທົ່ານັ້ນ.

ໃນຂະນະທີ່ທາງການລາວໄດ້ອອກມາດຕະການປິດເມືອງຮອບໃໝ່ຢູ່ໃນນະຄອນ ຫຼວງວຽງຈັນ ຍ້ອນມີການລະບາດ ໃນຊຸມຊົນຢ່າງແຜ່ຫຼາຍ ຢູ່ພາຍໃນໂຮງງານຕັດຫຍິບແຫ່ງນຶ່ງ ໃນເມືອງຈັນທະບູລີ ທີ່ມີຄົນຕິດເຊື້ອຫຼາຍເຖິງ 247 ຄົນ ດັ່ງທີ່ວີໂອເອລາວ ໄດ້ລາຍງານໄປ ໃນວັນຈັນວານນີ້. ເປັນທີ່ແນ່ນອນວ່າ ມາດຕະການປິດເມືອງດັ່ງກ່າວ ຈະສົ່ງຜົນກະທົບຕໍ່ປະຊາຊົນໃນເຂດກຳແພງນະຄອນວຽງຈັນ ໂດຍທີ່ຈະໄດ້ຮັບຄວາມຍາກລຳບາກໃນທຸກໆດ້ານ ບໍ່ວ່າຈະເປັນການດຳລົງຊີວິດປະຈຳວັນ ທຸລະກິດຄ້າຂາຍ ຕະຫຼອດເຖິງການໄປມາຫາສູ່ກັນ ຊຶ່ງປະຊາຊົນທ່ານນຶ່ງ ຢູ່ໃນນະຄອນຫຼວງວຽງຈັນໄດ້ກ່າວສູ່ວີໂອເອ ລາວ ຟັງກ່ຽວກັບສະພາບການນີ້ວ່າ:

ສຽງຂອງປະຊາຊົນຄົນນຶ່ງໃນນະຄອນວຽງຈັນ:

ບັນຍາກາດໃນຍາມກາງຄືນຢູ່ໃນນະຄອນຫຼວງວຽງຈັນ ໃນລະຫວ່າງການປະກາດມາດຕະການປິດເມືອງ ເພື່ອສະກັດກັ້ນການລະບາດຂອງພະຍາດໂຄວິດ-19.
ບັນຍາກາດໃນຍາມກາງຄືນຢູ່ໃນນະຄອນຫຼວງວຽງຈັນ ໃນລະຫວ່າງການປະກາດມາດຕະການປິດເມືອງ ເພື່ອສະກັດກັ້ນການລະບາດຂອງພະຍາດໂຄວິດ-19.

ປະຊາຊົນທ່ານນີ້ ກ່າວອີກວ່າ ຫຼັງຈາກ 6 ໂມງແລງແລ້ວ ຕົວເມືອງໃນເຂດນະ ຄອນຫຼວງວຽງຈັນ ຈະມິດງຽບ ມີລົດແລ່ນໄປມາຢູ່ຕາມທ້ອງຖະໜົນພຽງເລັກນ້ອຍ ແລະມີແຕ່ພຽງເຈົ້າໜ້າທີ່ຕຳຫຼວດ ທະຫານ ແລະອຳນາດການປົກຄອງໃນແຕ່ລະທ້ອງຖິ່ນ ປະຈຳການຢູ່ທີ່ດ່ານກວດເທົ່ານັ້ນ.

Video Lockdown in Vientiane Laos 9-21-21
please wait

No media source currently available

0:00 0:00:40 0:00

XS
SM
MD
LG