ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຂື່ອນຫຼວງພະບາງ ຍັງສ້າງຄວາມເປັນຫ່ວງ ໃຫ້ແກ່ເພື່ອນບ້ານຂອງລາວ


ຮູບບໍລິເວນ ທີ່ຈະມີການສ້າງເຂື່ອນຫຼວງພະບາງ ທີ່ບ້ານຫ້ວຍຍໍ
ຮູບບໍລິເວນ ທີ່ຈະມີການສ້າງເຂື່ອນຫຼວງພະບາງ ທີ່ບ້ານຫ້ວຍຍໍ

ບັນດາປະເທດເພື່ອນບ້ານ ໃນເຂດລຸ່ມແມ່ນ້ຳຂອງ ຍັງສືບຕໍ່ມີຄວາມເປັນຫ່ວງກ່ຽວກັບການສ້າງເຂື່ອນຫຼວງພະບາງ ໄພສານມີລາຍງານກ່ຽວກັບເລື້ອງນີ້:


ບັນດາປະເທດເພື່ອນບ້ານຂອງລາວ ໃນເຂດລຸ່ມແມ່ນ້ຳຂອງ ໄດ້ສະແດງຄວາມເປັນຫ່ວງກ່ຽວ ກັບຜົນກະທົບທາງດ້ານສະພາບແວດລ້ອມ ຂ້າມຊາຍແດນ ຈາກໂຄງການສ້າງເຂື່ອນຫຼວງພະບາງ.

ກຳປູເຈຍ ໄທ ແລະຫວຽດນາມຕ່າງກໍໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບເຂື່ອນຫຼວງພະບາງ ທີ່ສ້າງໃສ່ລຳແມ່ນ້ຳຂອງ ໂດຍທີ່ກຳປູເຈຍ ຢາກໃຫ້ສຶກສາເບິ່ງຜົນກະທົບຂ້າມຊາຍແດນຕື່ມ ຢ່າງລະອຽດ ແລະການບັນເທົາຜົນກະທົບດັ່ງກ່າວຊຶ່ງອາດຈະມີຄວາມຮຸນແຮງ ສ່ວນໄທ ກໍໄດ້ສະເໜີໃຫ້ມີການປຶກສາຮ່ວມກັນສີ່ປະເທດ ກ່ຽວກັບ ເລື້ອງຕັ້ງກອງທຶນ ເພື່ອຈະນຳມາຊ່ວຍບັນເທົາຖ້າຫາກວ່າເກີດຜົນກະທົບໃນທາງລົບ ແລະຫວຽດນາມກໍເປັນຫ່ວງ ກ່ຽວກັບການໄຫຼຂອງຝຸ່ນຕົມ ທີ່ຈະມີຜົນກະທົບ ຕໍ່ເຂດສາມຫຼ່ຽມປາກແມ່ນ້ຳຂອງ.

ກ່ຽວກັບເລື້ອງນີ້ ສາສະດາຈານ ອຽນ ແບດ (Ian Baird) ຈາກມະຫາວິທະຍາໄລ Wisconsin-Madison ພ້ອມທັງເປັນນັກຊ່ຽວຊານ ໃນດ້ານນະໂຍບາຍ ສິ່ງແວດລ້ອມ ແລະ ເຂື່ອນໄຟຟ້າພະລັງນ້ຳ ໃຫ້ຄວາມເຫັນວ່າ:


ດຣ. ອະນຸລັກ ກິດຕິຄຸນ ຫົວໜ້າຍຸດທະສາດ ແລະຄູ່ຮ່ວມງານຂອງອົງການແມ່ນ້ຳຂອງສາກົນ ຫລື MRC ກ່າວວ່າ ເຖິງແມ່ນການປຶກສາຫາລື ໄດ້ເສັດສິ້ນໄປແລ້ວກໍຕາມ ແຕ່ກໍຍັງຈະມີການແລກປ່ຽນຂໍ້ມູນກັນຢູ່. ດຣ. ອະນຸລັກ ກ່າວກ່ຽວກັບເລື້ອງນີ້ວ່າ:


ການປຶຶກສາຫາລື ກັບພວກທີ່ມີສ່ວນໄດ້ສ່ວນເສຍ ເປັນເວລາ 6 ເດືອນກ່ຽວກັບເຂື່ອນຫຼວງພະບາງ ຫາກໍສິ້ນສຸດລົງ ເມື່ອທ້າຍເດືອນແລ້ວນີ້. ເຂື່ອນຫຼວງພະບາງ ຊຶ່ງມີຄວາມແຮງ 1,460 ເມກາວັດ ມີກໍານົດຈະເລີ້ມລົງມືສ້າງ ໃນທ້າຍປີນີ້ ທີ່ບ້ານຫ້ວຍຍໍ ໃນແຂວງຫຼວງພະບາງໂດຍມີບໍ​ລິ​ສັດ​ໄຟ​ຟ້າ PetroVietnam ເປັນ​ຜູ້​ຖື​ຮຸ້ນ​ສ່ວນ​ໃຫຍ່.

XS
SM
MD
LG