ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອ ເຊັນສັນຍາ​ ​​ກັບວິທະຍຸ​ ແຫ່ງ​ຊາດລາວ ຮ່ວມຜະລິດ ແລະ ອອກອາກາດ ບົດຮຽນ ພາສາອັງກິດ


ການເຊັນ​ສັນຍາ ລະຫວ່າງທ່ານນາງ Birgit Berg ຫົວໜ້າພະແນກການຕະຫຼາດ ຂອງວີໂອເອ ແລະທ່ານສີພາ ນົງລາດ (ທີສອງ ຈາກຂວາ) ຫົວໜ້າກົມວິທະຍຸແຫ່ງຊາດ ສປປ ລາວ.
ການເຊັນ​ສັນຍາ ລະຫວ່າງທ່ານນາງ Birgit Berg ຫົວໜ້າພະແນກການຕະຫຼາດ ຂອງວີໂອເອ ແລະທ່ານສີພາ ນົງລາດ (ທີສອງ ຈາກຂວາ) ຫົວໜ້າກົມວິທະຍຸແຫ່ງຊາດ ສປປ ລາວ.
ສະຖານີ​ວິທະຍຸ ສຽງ​ອາ​ເມຣິກາ ຫລື ວີ​ໂອ​ເອ ຂອງ​ສະຫະລັດ
ແລະ​ສະຖານີ​ວິທະຍຸ​ແຫ່ງ​ຊາດ ຂອງ​ ສປປ ລາວ ​ໄດ້​ເຊັນ​ສັນຍາ
​ຮ່ວມ​ມື​ກັນ ​ໃນ​ການ​ຜະລິດ​ບົດຮຽນ​ພາສາ​ອັງກິດ ​ເພື່ອ​ນໍາ​ອອກ​
ອາກາດ​ທາງສະຖານີວິທະຍຸ​ແຫ່ງ​ຊາດ​ລາວ ໄປ​ທົ່ວ​ປະ​ເທດ.

ພິທິ​ເຊັນ​ສັນຍາ​ດັ່ງກ່າວ​ໄດ້​ມີ​ຂຶ້ນ​ໃນ​ຕອນ​ບ່າຍ​ຂອງ​ວັນ​ພຸດ​ວານ​ນີ້
ຢູ່ທີ່ ສະຖານີ​ວິທະ​ຍຸ​ແຫ່ງ​ຊາດ​ລາວ ​ໃນ​ນະຄອນຫລວງ​ວຽງ​ຈັນລະຫ​ວ່າງ​ທ່ານ ສີພາ ນົງ​ລາດ
ຜູ້​ອໍານວຍ​ການ​ສະຖານີ​ວິທະຍຸ​ແຫ່ງ​ຊາດ​ລາວ ກັບ​ທ່ານ​ນາງ Dr. Birgit Berg ຫົວໜ້າ​
ພະ​ແນ​ກການ​ຕະຫລາດ​ຂອງວີ​ໂອ​ເອ ປະ​ຈໍາ​ຂົງ​ເຂດ​ເອ​ເຊຍ ທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ບາງກອກ.

ພາຍ​ໃຕ້​ສັນຍາ​ນີ້ ວີ​ໂອ​ເອ ພະ​ແນ​ກພາສາ​ລາວ ຈະ​ຮ່ວມ​ກັນ​ກັບ​ສະຖານີ​ວິທະຍຸ​ແຫ່ງ​ຊາດ
ລາວ ຜະລິດ​ບົດຮຽນ​ພາສາ​ອັງກິດ 52 ບົດ ​ ບົດ​ລະ 15 ນາທີ ຢູ່ຫ້ອງ​ສົ່ງ​ຂອງ​ສະຖານີ​ແຫ່ງ
​ຊາດເລີ້ມ​ຕົ້ນ​ໃນ​ເດືອນ​ກັນຍາ​ປີ​ນີ້ ຊຶ່ງ​ທາງ​ສະຖານີ​ແຫ່​ງຊາດ​ລາວ​ຈະ​ນໍາ​ອອກ​ອາກາດ ​
ໃນ​ທັນທີ​ ທີ່​ຜະລິດ​ສໍາ​ເລັດ ​ເພື່ອ​ສົ່ງ​ເສີມ​ການ​ຮຽນ​ຮູ້​ພາສາ​ອັງກິດ ​ໃນ​ໝູ່​ນັກຮຽນ ນັກ​ສຶກສາ
​ແລະ​ປະຊາຊົນ​ລາວ ທີ່​ຢາກ​ປາກ​ເວົ້າ​ພາສາ​ອັງກິດ​ໄດ້ ​ໃນ​ຂະນະ​ທີ່​ລາວ​ກໍາລັງ​ມີ​ບົດບາດ​
ຫລາຍ​ຂຶ້ນ​ໃນ​ສະມາຄົມ​ອາ​ຊ່ຽນ ກໍ​ຄື​ໃນ​ເວທີ​ຂົງ​ເຂດ​ແລະ​ສາກົນ. ທາງ​ວີ​ໂອ​ເອ-ລາວ
ກໍ​ຈະ​ເອົາ​ບົດຮຽນທີ່​ຜະລິດ​ຮ່ວມ​ກັນ​ນີ້ ລົງ​ໃນ​ເວັບ​ໄຊ້ຂອງ​ຕົນ​ເຊ່ນ​ກັນ. ວີ​ໂອ​ເອ ​ເຄີຍໄດ້
​ຮ່ວມ​ມື​ກັນແບບ​ນີ້​ກັບ​ສະຖານີ​ວິທະຍຸ​ແຫ່ງ​ຊາດ​ລາວ​ມາ​ແລ້ວ​ຄັ້ງ​ນຶ່ງ ຈາກ​ປີ 2006 ຫາ
2009 ​ແຕ່​ໄດ້​ຢຸດ​ສະ​ງັກ​ໄປ ​ໃນ​ປີ 2010 ຍ້ອນ​ມີ​ຂໍ້​ຂັດ​ຂ້ອງ​ບາງ​ປະການ.

ທ່ານ​ນາງ Birgit Berg ກ່າວ​ວ່າ ການ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ກັນ​ອີກ​ ​ກັບ​ອົງການ​ກະຈາຍສຽງ​
ຂອງ​ລັດຖະບານ​ລາວ ທີ່​ເປັນນຶ່ງ​ໃນ​ຫ້າປະ​ເທດ​ຄອມ​ມິ​ວນິສ ທີ່​ຍັງ​ເຫລືອ​ຢູ່​ໃນ​ໂລກ​ນັ້ນ ​
ແມ່ນ​ເປັນຄວາມ​ສໍາ​ເລັດ​ຢ່າງ​ໃຫຍ່​ຫລວງ​ອັນ​ນຶ່ງ.
XS
SM
MD
LG