ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການ​​ສະ​ຫລອງວັນ​ຊາດລາວ ທີ​ 2 ທັນ​ວາ​ ປີນີ້ ​ມີທັງສິ່ງທີ່ໜ້າຕື່ນ​ເຕັ້ນ​ ແລະ ສິ່ງ​ທີ່ໜ້າເປັນ​ຫ່ວງ​


ລົດ​ໄຟ​ຫົວ​ລູກ​ປືນ​ທີ່​ເປີດ​ນຳ​ໃຊ້​ໃນ​ລາວ​ໃນ​ວັນ​ທີ 3 ທ​ັນ​ວາ​ຜ່ານ​ມາ
ລົດ​ໄຟ​ຫົວ​ລູກ​ປືນ​ທີ່​ເປີດ​ນຳ​ໃຊ້​ໃນ​ລາວ​ໃນ​ວັນ​ທີ 3 ທ​ັນ​ວາ​ຜ່ານ​ມາ

ການ​ສະ​ເຫລີມ​ສະ​ຫລອງວັນ​ຊາດ ທີ​ 2 ທັນ​ວາ ​ຂອງ​ ສ​ປ​ປ ລາວ ​ປີນີ້ ບໍ່​ຄື​ປີ​ກ່ອນໆ. ມີທັງ​ສິ່ງທີ່​ພາ​ໃຫ້ຕື່ນ​ເຕັ້ນ​ດີ​ໃຈ ແລະພາ​ໃຫ້​ເປັນ​ຫ່ວງ​ເປັນ​ໃຍໄປ​ພ້ອມໆ​ກັນ. ສິ່ງທີ່​ພາ​ໃຫ້​ການ​ສະ​ເຫລີມ​ສະ​ຫລອງ ວັນ​ຊາດ​ປີ​ນີ້ ມີ​ຄວາມ​ໝາຍ​ທາງ​ປະ​ຫວັດ​ສາດຫລາຍ ກໍ​ຄືໄດ້ມີພິ​ທີເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ​ຊຶ່ງ​ຈັດ​ຂຶ້ນໃນ​ວັນ​ທີ 2 ຫາ​ວັນ​ທີ 3 ທັນ​ວາ. ​

ໃນ​ນັ້ນມີພິ​ທີ​ເບີກ​ໂຊກ​ໄຊ​ຍະ​ມົງ​ຄຸນຊຶ່ງ​ເປັນພິ​ທີ​ທາງ​ສາ​ສະ​ໜາ​ພຸດ ແລະ​ມີ​ການ​ພົບ​ປະຢ່າງ​ເປັນ​ທາງ​ການ ​ຜ່ານທາງອອ​ນ​ລາຍ​ລະ​ຫວ່າງປະ​ທານ​ປະ​ເທດ​ລາວ, ທ່ານ​ທອງ​ລຸນ ສີ​ສຸ​ລິດ ແລະ ປະ​ທານ​ປະ​ເທດ​ສີ ຈິ້ນ​ຜິງ​ຂອງ​ຈີນ, ມີພິ​ທີ​ການ​ເປີດ​ການ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ ຢ່າງ​ເປັນ​ທາງ​ການ​ ຜ່ານ​ທາງວີ​ດິ​ໂອ ຢູ່​ທີ່​ສະ​ຖາ​ນີ​ລົດ​ໄຟ​ໃນ​ນະ​ຄອ​ນຫລວງ​ວຽງ​ຈັນ ຕິດ​ຕາມ​ດ້ວຍ​ການ​ເປີດ​ລົດ​ໄຟ​ໂດຍ​ສານ​ ຖ້ຽວ​ປະ​ຖົມ​ມະ​ເລີກທີ່​ຈະອອກເດີນ​ທາງ​ຈາກ​ນະ​ຄອນ​ຫລວງວຽງ​ຈັນ​ ໄປ​ຫາ​ເມືອງວັງ​ວຽງແລ້ວກັບ​ມາ. ​ນຳ​ພາ​ແຂກ​ຜູ້​ມີ​ກຽດ​ຂີ່​ລົດ​ໄຟຮອບ​ປະ​ຖົມ​ມະ​ເລີກ​ນີ້ ຈະ​ແມ່ນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ພັນ​ຄຳ ວິ​ພາ​ວັນ​. ພ້ອມ​ໆ​ກັນ​ນັ້ນກໍຈະ​ມີຂະ​ບວນ​ລົດ​ໄຟ​ຈາກ​ນະ​ຄອນ​ຄຸນ​ໝິງ​ຂອງ​ຈີນມາ​ເຖິງ​ດ່ານ​ຊາຍ​ແດນບໍ່​ເຕັນ​ຂອງ​ລາວ ຕິດ​ຕາມ​ດ້ວຍຂະ​ບວນ​ລົດໄຟ​ຂົນ​ສົ່ງ​ສິນ​ຄ້າ​ຖ້ຽວ​ປະ​ຖົມ​ມະ​ເລີກ ທີ່​ອອກ​ເດີນ​ທາງ​ແຕ່​ນະ​ຄອນ​ວຽງ​ຈັ​ນ ໄປ​ຫາບໍ່​ເຕັນແລ້ວ​ຂ້າມ​ຊາຍ​ແດນໄປ​ຫາ​ຈີນ​. ພິ​ທີ​ທັງ​ໝົດນີ້​ ​ຈະ​ມີ​ການ​ຖ່າຍ​ທອດ​ສົດພິ​ເສດ​ຜ່ານ​ທາງ​ໂທ​ລະ​ພາບ ແລະ​ວິ​ທະ​ຍຸ​ຕ່າງໆ. ແຕ່​ຢ່າງ​ໃດ​ກໍ​ຕາມ ທ້າມ​ກາງ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ​ຢ່າງ​ແຮງຢູ່ນີ້ທາງ​ການ​ອະ​ນຸ​ຍາດ​ນັກ​ຂ່າວ​ໃນ​ຈຳ​ນວນ​ຈຳ​ກັດໃຫ້ເຂົ້າ​ໄປ​ຖ່າຍ​ທຳ​ ແລະ​ລາຍ​ງານ​ຂ່າວໄດ້ ແລະແຂກ​ເຂົ້າ​ໄປຮ່ວມ​ກໍ​ມີ​ຈຳ​ກັດເຊັ່ນ​ກັນດັ່ງ​ທີ່​ພະ​ນັກ​ງານທ່ານ​ນຶ່ງໃນກະ​ຊວງ​ຖະ​ແຫລງ​ຂ່າວ, ວັດ​ທະ​ນະ​ທຳ ແລະ​ທ່ອງ​ທ່ຽວ​ເລົ່າ​ສູ່​ຟັງ​ວ່າ:

ພ້ອມ​ກັນ​ນັ້ນທຸກ​ຄົນ​ທີ່​ເຂົ້າ​ໄປ​ຮັບ​ໃຊ້ ແລະ​ເຂົ້າຮ່ວມ​ພິ​ທີ​ເປີດ​ການ​ນຳ​ໃຊ້​ລົດ​ໄຟນີ້ ຈະ​ຕ້ອງ​ໄດ້​ຮັບ​ການ​ສັກ​ວັກ​ຊີນເຂັມ​ທີ​ສາມຫລື ເຂັມ​ເພີ້ມອີກດ້ວຍ. ໃນດ້ານ​ນຶ່ງ​ວັນ​ຊາດ​ປີນີ້ ກໍ​ບໍ່ຄື​ກັບ​ປີ​ກ່ອນໆ ບໍ່​ໄດ້​ມີ​ການ​ຈັດ​ງານ​ສະ​ຫລອງ ຫລື​ກິນ​ລ້ຽງ​ຢູ່​ຕາມ​ຫ້ອງ​ການ​ຕ່າງໆ​ຂອງ​ລັດ​ຖະ​ບານ ແມ່ນ​ແຕ່ຍາດ​ພີ່​ນ້ອງ​ທີ່​ຢູ່​ຕ່າງ​ເຮືອນກໍ​ມີ​ຄຳ​ສັ່ງ​ຫ້າມບໍ່​ໃຫ້​ຈັດ​ງານຊຸມ​ແຊວ​ກັນເພື່ອ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ ໂຄວິດ-19.

ເບິ່ງວີດິໂອກ່ຽວກັບລາຍງານນີ້:

XS
SM
MD
LG