ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສູນກາງແນວລາວສ້າງຊາດ ເນັ້ນໜັກໃສ່ ການຮັກສາສະຖຽນລະພາບທາງການເມືອງແລະຄວາມໝັ້ນຄົງແຫ່ງຊາດ


ສູນກາງແນວລາວສ້າງຊາດ ປະຕິບັດວຽກງານການທູດປະຊາຊົນແລະໄດ້ຊຸກຍູ້-ນຳພາການສ້າງຄອບຄົວ-ບ້ານແລະເມືອງສາມັກຄີປ້ອງດອງ ຢູ່ໃນເມືອງປາກຊັນແຂວງບໍລິຄຳໄຊ.
ສູນກາງແນວລາວສ້າງຊາດ ປະຕິບັດວຽກງານການທູດປະຊາຊົນແລະໄດ້ຊຸກຍູ້-ນຳພາການສ້າງຄອບຄົວ-ບ້ານແລະເມືອງສາມັກຄີປ້ອງດອງ ຢູ່ໃນເມືອງປາກຊັນແຂວງບໍລິຄຳໄຊ.

ປະທານສູນກາງແນວລາວສ້າງຊາດ ເນັ້ນໜັກວ່າ ການຮັກສາສະຖຽນລະພາບທາງການເມືອງແລະຄວາມໝັ້ນຄົງແຫ່ງຊາດ ດ້ວຍການສ້າງບ້ານແລະເມືອງສາມັກຄີ-ປ້ອງດອງ ຄືພາລະກິດສຳຄັນທີ່ສຸດ.

ທ່ານໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ຖະແຫລງວ່າ ການເສີມສ້າງສະຖຽນລະພາບທາງການເມືອງແລະການຮັກສາຄວາມໝັ້ນຄົງແຫ່ງຊາດ ຖືເປັນພາລະໜ້າທີ່ສຳຄັນທີ່ສຸດທີ່ສູນກາງພັກປະຊາຊົນປະຕິວັດລາວ ໄດ້ມອບໝາຍໃຫ້ສະມາຊິກຂອງແນວລາວສ້າງຊາດ ຕ້ອງຈັດຕັ້ງປະຕິບັດຢ່າງສຸດຄວາມສາມາດໃນການສ້າງຄອບຄົວ-ບ້ານແລະເມືອງສາມັກຄີປ້ອງດອງໃນທົ່ວປະເທດໃຫ້ໄດ້ຢ່າງເປັນຮູບປະທຳ ດ້ວຍການຈັດຕັ້ງປະຕິບັດຄຽງຄູ່ກັບວິຖີການທູດປະຊາຊົນ ທີ່ແນໃສ່ການເສີມສ້າງຄວາມສາມັກຄີປອງດອງ ລະຫວ່າງ ປະຊາຊົນບັນດາເຜົ່າໃນລາວ ຮວມເຖິງການເສີມສ້າງຄວາມເຂົ້າໃຈອັນດີກັບປະເທດເພື່ອນມິດດ້ວຍ ດັ່ງທີ່ ທ່ານໄຊສົມພອນ ຢືນຢັນວ່າ:

“ແນວລາງສ້າງຊາດ ຍາມໃດ ກໍເອົາໃຈໃສ່ປັບປຸງຕົນເອງຕາມແຕ່ລະສະໄໝຂອງການປະຕິບັດ ໄດ້ເອົາໃຈໃສ່ປະຕິບັດວຽກງານການທູດປະຊາຊົນແລະໄດ້ຊຸກຍູ້-ນຳພາການສ້າງຄອບຄົວ-ບ້ານສາມັກຄີປອງດອງ ເມືອງສາມັກຄີປອງດອງ ແລະປະກອບສ່ວນພັດທະນາຊົນນະບົດແກ້ໄຂຄວາມທຸກຍາກຕຮາມນະໂຍບາຍຂອງພັກແລະລັດ ປັບປຸງສາຍໃຍການຈັດຕັ້ງຮອດທ້ອງຖິ່ນຮາກເກຖານໄປສູ່ຄຸນນະພາບໃໝ່ ທີ່ເປັນລະບົບລະບຽບກວ່າເກົ່າ ເຮັດຫຼ້ອນໜ້າທີ່ການເມືອງທີ່ພັກມອບໃຫ້.”

ທັງນີ້ ທ່ານບຸນຍັງ ວໍລະຈິດ ປະທານປະເທດ ໄດ້ມອບໝາຍໃຫ້ແນວລາວສ້າງຊາດປະສານງານຢ່າງໃກ້ຊິດກັບກະຊວງປ້ອງກັນຄວາມສະຫງົບແລະກະຊວງປ້ອງກັນປະເທດ ແນໃສ່ການຮັກສາຄວາມໝັ້ນຄົງແຫ່ງຊາດ ແລະສະຖຽນລະພາບທາງການເມືອງ ພາຍໃຕ້ການນຳຂອງພັກປະຊາຊົນປະຕິວັດລາວ ຊຶ່ງກໍຄືພາລະກິດສຳຄັນທີ່ສຸດຂອງກຳລັງປ້ອງກັນຄວາມສະຫງົບແລະເພື່ອຮັບປະກັນວ່າ ການຈັດຕັ້ງປະຕິບັດດັ່ງກ່າວ ຈະປະສົບຄວາມສຳເລັດເປັນຢ່າງດີນັ້ນ ຈະຕ້ອງເສີມສ້າງຄວາມພ້ອມໃຫ້ເທົ່າທັນກັບທຸກສະພາບການທີ່ເກີດຂຶ້ນ ທັງໃນລາວແລະຕ່າງປະເທດອີກດ້ວຍ.

ທັງນີ້ ກະຊວງປ້ອງກັນຄວາກມສະຫງົບ ກໍຍັງໄດ້ປະສານງານຢ່າງໃກ້ຊິດກັບກະຊວງປ້ອງກັນປະເທດ ເພື່ອທີ່ຈະສາມາດຮັບປະກັນດ້ານຄວາມໝັ້ນຄົງແຫ່ງຊາດ ແລະສະຖຽນລະພາບທາງການເມືອງໄດ້ຢ່າງເຕັມສ່ວນ ທັງສາມາດທີ່ຈະປົກປັກຮັກສາແລະສ້າງເສີມລະບອບການເມືອງການປົກຄອງຂອງລາວໃຫ້ແຂງແຮງ ແລະເປັນທີ່ຍອມຮັບໃນເວທີສາກົນຫຼາຍຂຶ້ນນັບມືອີກດ້ວຍ ທັງນີ້ ກໍເພາະວ່າ ກອງທັບໄດ້ປະຕິບັດຕາມການຊີ້ນຳຂອງພັກຢ່າງເຂັ້ມງວດ ດັ່ງທີ່ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ໄດ້ໃຫ້ການຢືນຢັນວ່າ:

“ພາຍໃຕ້ການຊີ້ນໍານໍາພາຂອງຄະນະພັກກະຊວງປ້ອງກັນປະເທດໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກລັດ ວຽກງານຈຸດສຸມຂອງກະຊວງປ້ອງກັນປະເທດ ພວກເຮົາໄດ້ສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ ອັນພົ້ນເດັ່ນແມ່ນຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງ ຄວາມສະຫງົບ ຄວາມປອດໄພທາງສັງຄົມ ອັນໄດ້ເຮັດໃຫ້ບົດບາດ ອິດທິພົນຂອງ ສປປ ລາວ ພວກເຮົາໄດ້ພົ້ນເດັ່ນຂຶ້ນໃນພາກພື້ນ ໃນສາກົນ ໃນນັ້ນ ກອງທັບເຮົາ ໄດ້ເປັນກຳລັງຫລັກແຫລ່ງ ເຮັດໃຫ້ລະບອບພວກເຮົາ ປະເທດພວກເຮົາມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ.”

ຫາກແຕ່ທ່ານບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ຍອມຮັບວ່າ ປະຊາຊົນລາວບັນດາເຜົ່າມີທ່າອຽງທີ່ເສື່ອມສັດທາຕໍ່ການນຳພາຂອງພັກເພີ້ມຂຶ້ນນັບມື້ ໂດຍມີສາເຫດຈາກການຈັດຕັ້ງປະຕິບັດວຽກງານທີ່ບໍ່ມີປະສິດທິພາບຂອງບຸກຄະລາກອນພັກແລະມີການທຸຈະລິດເກີດຂຶ້ນຢ່າງກວ້າງຂວາງ ທັງທີ່ຢູ່ຂັ້ນສູນກາງ ແລະທ້ອງຖິ່ນ ອັນໄດ້ກາຍເປັນອຸປະສັກຕໍ່ການສ້າງຄວາມເຂັ້ມແຂງຂອງພັກ.

ທ່ານບຸນທອງ ໄດ້ຍົກຕົວຢ່າງບັນດາໂຄງການລົງທຶນຂອງລັດຖະບານລາວ 209 ໂຄງການທີ່ຈັດຕັ້ງປະຕິບັດບໍ່ຖືກຕ້ອງຕາມກົດໝາຍ ເຮັດໃຫ້ລັດຖະບານລາວ ສູນເສຍງົບປະມານ 5,331 ກວ່າຕື້ກີບ ທີ່ເປັນການຮ່ວມມືລະຫວ່າງພະນັກງານລັດກັບນັກທຸລະກິດ 1,285 ຄົນ ແລະການກວດພົບໂຄງການນອກແຜນຂອງລັດຖະບານ 285 ໂຄງການທີ່ເສຍຫາຍກວ່າ 4,483 ຕື້ກີບ ທັງຍັງຢຶດໄມ້ເຖື່ອນໄດ້ 4 ລ້ານກວ່າແມັດກ້ອນ.

XS
SM
MD
LG