ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໓ ກຸມພາ ໒໐໒໖

ສະມາຊິກແຫ່ງຊາດ ລາວ ຮຽກຮ້ອງໃຫ້ມີຄວາມໂປ່ງໃສ ກ່ຽວກັບ ການຍຶດຂອງກາງ ແລະ ຊັບສິນ ຂອງນັກຄ້າຢາເສບຕິດ

ເຈົ້າໜ້າທີ່ລາວ ກະກຽມການທຳລາຍ ຢາເສບຕິດທີ່ຖືກຍຶດມາໄດ້ດ້ວຍການຈູດ ໃນລະຫວ່າງກອງປະຊຸມ ທີ່ຖືກຈັດຂຶ້ນໃນວັນທີ 26 ມິຖຸນາ 2002 ເພື່ອສະເຫຼີມສະຫຼອງວັນຕໍ່ຕ້ານຢາເສບຕິດໂລກ.
ເຈົ້າໜ້າທີ່ລາວ ກະກຽມການທຳລາຍ ຢາເສບຕິດທີ່ຖືກຍຶດມາໄດ້ດ້ວຍການຈູດ ໃນລະຫວ່າງກອງປະຊຸມ ທີ່ຖືກຈັດຂຶ້ນໃນວັນທີ 26 ມິຖຸນາ 2002 ເພື່ອສະເຫຼີມສະຫຼອງວັນຕໍ່ຕ້ານຢາເສບຕິດໂລກ.

ສະມາຊິກແຫ່ງຊາດ ລາວ ຮຽກຮ້ອງໃຫ້ມີການຮ່ວມມືຈາກຫຼາຍພາກສ່ວນເພື່ອຮັບປະກັນວ່າການຍຶດຂອງກາງ ແລະ ຊັບສິນຂອງນັກຄ້າຢາເສບຕິດນັ້ນມີຄວາມໂປ່ງໃສ ແລະ ເປັນໄປຕາມກົດ ໝາຍ.

ທ່ານ ຄຳປະສົງ ລາດຊະຈັກ ສະມາຊິກແຫ່ງຊາດຈາກແຂວງອັດຕະປືໄດ້ສະແດງການຮຽກຮ້ອງໃນກອງປະຊຸມສະໄໝສາມັນຄັ້ງທີ 1 ຂອງສະພາແຫ່ງຊາດ ລາວ ເມື່ອບໍ່ດົນມານີ້ວ່າເພື່ອຮັບປະກັນໃຫ້ໄດ້ຢ່າງຄັກແນ່ວ່າການປາບປາມການຄ້າຢາເສບຕິດໄດ້ດຳເນີນການໄປຕາມກົດໝາຍຢ່າງແທ້ຈິງ ແລະ ເພື່ອເສີມສ້າງຄວາມເຊື່ອໝັ້ນຂອງປະຊາຊົນໃຫ້ມີຕໍ່ການປະຕິບັດໜ້າທີ່ຂອງບັນດາພະນັກ ງານລັດທີ່ກ່ຽວຂ້ອງນັ້ນ ຈຶ່ງມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງສ້າງເສີມຄວາມໂປ່ງໃສໃນການຈັດ ຕັ້ງປະຕິບັດທີ່ມີການຮ່ວມມືຈາກຫຼາຍພາກສ່ວນໂດຍສະເພາະແມ່ນໃນຂັ້ນຕອນຂອງການພິສູດຊັບສິນ ແລະ ຂອງກາງທີ່ຍຶດໄດ້ຈາກນັກຄ້າຢາເສບຕິດນັ້ນ ນອກຈາກຈະຖືເປັນຄວາມຮັບຜິດຊອບຂອງເຈົ້າໜ້າທີ່ຕຳຫຼວດແລ້ວກໍຄວນຈະຕ້ອງເປີດໃຫ້ພະນັກງານລັດຈາກພາກສ່ວນອື່ນໆເຂົ້າມາມີສ່ວນໃນການພິສູດດັ່ງກ່າວດ້ວຍ ເພາະຜ່ານມາໄດ້ມີຫາງສຽງເກີດຂຶ້ນໃນສັງຄົມ ລາວ ຢ່າງກວ້າງ ຂວາງວ່າພະນັກງານລັດໄດ້ປະຕິບັດໜ້າທີ່ໂດຍການຊ່ວຍເຫຼືອຜູ້ຕ້ອງຫາໃຫ້ພົ້ນຜິດ ແລະ ໄດ້ຍຶດ ເອົາຊັບສິນຂອງກາງທັງໝົດມາເປັນຂອງພວກຕົນ ດັ່ງທີ່ທ່ານ ຄຳປະສົງ ໄດ້ຖະແຫຼງຢືນຢັນວ່າ

“ກ່ຽວກັບການພິສູດ-ວິໄສຢານີ້ ຄວນມີຄະນະຮັບຜິດຊອບມີສ່ວນຮ່ວມຂອງຫຼາຍພາກສ່ວນ ເພື່ອບໍ່ໃຫ້ມີຊ່ອງຫວ່າງໃນເວລາເອົາໄປພິສູດ ເປັນຕົ້ນອາດຈະມີສ່ວນຮ່ວມຂອງຂະແໜງສາທາ ລະນະສຸກ ຂອງໄອຍະການເຂົ້າມາຮ່ວມວ່າຊັ້ນສະ ໄລຍະຜ່ານມາກະມີຫາງສຽງວ່າມີການສັບປ່ຽນການຢັ້ງຢືນວ່ານີ້ເປັນຜົງແປ້ງ ເພື່ອເຮັດໃຫ້ການຫຼຸດຜ່ອນໂທດຫັ້ນ ເພື່ອໃຫ້ຮັບປະກັນຈຸດນີ້ ຄວນມີຄະນະຮັບຜິດຊອບໃນການກວດພິສູດຢາ ອັນນີ້ມັນຈະຮັບປະກັນເພາະວ່າໄລຍະຜ່ານມາມັນມີກໍລະນີທີ່ວ່າເວລາຈັບແລ້ວ ຊັບສິນຍຂອງເຂົາເຈົ້າຫັ້ນນະກັບຄືນມາຜັດບໍ່ແມ່ນຕົວຈິງ ມີການສັບ ປ່ຽນ.”

ສ່ວນພົນໂທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຖະແຫຼງຕໍ່ກອງປະຊຸມວ່າດ້ວຍການປ້ອງກັນຄວາມສະຫງົບໃນ ລາວ ເມື່ອບໍ່ດົນມານີ້ວ່າ ມາດຕະການສຳຄັນທີ່ຈະຊຸກຍູ້ໃຫ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດໃນຕະຫຼອດປີ 2021 ກໍຄືການດຳເນີນມາດຕະການລົງໂທດຕໍ່ພະນັກງານລັດ ແລະ ເຈົ້າໜ້າທີ່ຕຳຫຼວດທຸກຄົນທີ່ມີສ່ວນພົວພັນກັບກຸ່ມແກັ່ງອາຊະຍາກອນ ໂດຍສະເພາະແມ່ນແກັ່ງຄ້າຢາເສບຕິດຂ້າມຊາດ ນັ້ນຖືເປັນບັນຫາທີ່ສັງຄົມ ລາວ ໄດ້ມີການຕັ້ງຂໍ້ສົງໄສຕໍ່ບົດບາດຂອງເຈົ້າໜ້າທີ່ຕຳຫຼວດຫຼາຍທີ່ສຸດ ໂດຍເຊື່ອວ່າການທີ່ແກັ່ງອາຊະຍາກອນສາມາດລັກລອບຂົນສົ່ງຢາເສບຕິດໄດ້ຢ່າງຫຼວງຫຼາຍນັ້ນກໍຍ້ອນວ່າ ໄດ້ຮັບການຊ່ວຍເຫຼືອຈາກເຈົ້າໜ້າທີ່ຕຳ ຫຼວດ ລາວ ນັ້ນເອງ ດັ່ງທີ່ພົນໂທ ວິໄລ ໄດ້ໃຫ້ການຢືນຢັນວ່າ

“ສັງຄົມເຂົາເຈົ້າກະສ່ອງແສງເປັນຫຍັງມັນມີຫວ້ານ ມີຢາຫຼາຍແທ້ ເຂົາວ່າຕຳຫຼວດ-ທະຫານນີ້ເຂົ້າຮ່ວມ ເຂົາວ່າແນວນັ້ນເດ ດຽວນີ້ໃຫ້ແກ້ແທ້ເດ້ກຳລັງຢູ່ນຳຜູ້ໃດ ຖືກຜູ້ໃດເອົາອອກໂລດຈາກກຳລັງ ບໍ່ໃຫ້ຢູ່ອີກ ໃສ່ວິໄນ ໃສ່ໂທດ ໃສລະບຽບໂລດ ເອົ້າເຈົ້າເປັນໜ້າທີ່ ເປັນເຈົ້າໜ້າທີ່ໄປເຮັດແນວນັ້ນ ໃຜຊິໄປນັບຖື ບັດນີ້ສັງຄົມກະເວົ້າເລື້ອຍໆ ຮອດສະພາເພິ່ນກະເວົ້າເດ້ ມັນກະໄປໄດ້ແທ້ຢາ ມັນບໍ່ແມ່ນຄືໂຕແມງໝີ່ ແມງວັນ ມັນເປັນເທົ່າໃດໂຕນລາກໃສ່ລົດໄປໄດ້ແມ່ນຍ້ອນຫຍັງ ຂອງຕຳຫຼວດຫັ້ນເອື້ອອຳນວຍຄວາມສະດວກ ທະຫານພາກັນໄປເຮັດເຂົາວ່າແນວນັ້ນເດ້.”

ທັງນີ້ກະຊວງປ້ອງກັນຄວາມສະຫງົບ ໄດ້ວາງເປົ້າໝາຍສະກັດກັ້ນ ແລະ ແກ້ບັນຫາອາຊະຍະກຳທີ່ສົ່ງຜົນກະທົບຕໍ່ສັງຄົມລາວໃຫ້ໄດ້ເຖິງ 90 ເປີເຊັນຂອງອາຊະຍະກຳທີ່ເກີດຂຶ້ນທັງໝົດດ້ວຍການຍົກລະດັບປະສິດທິພາບໃນການປະຕິບັດໜ້າທີ່ຂອງບັນດາພະນັກງານປ້ອງກັນຄວາມສະຫງົບໃຫ້ສູງຂຶ້ນກວ່າໃນຊ່ວງທີ່ຜ່ານມາ ເພາະວ່າບັນຫາໄພສັງຄົມໄດ້ກາຍເປັນບັນຫາທີ່ຮຸນແຮງເພີ່ມຂຶ້ນນັບມື້ໂດຍສະເພາະແມ່ນການກໍ່ອາຊະຍະກຳທີ່ພົວພັນກັບແກັ່ງຄ້າຢາເສບຕິດ ຊຶ່ງໃນ 2 ປີທີ່ຜ່ານມາທາງການ ລາວ ຈັບນັກຄ້າຢາເສບຕິດໄດ້ຫຼາຍກວ່າ 13,900 ຄົນຈາກ 9,430 ກວ່າຄະດີ ຍຶດຢາບ້າໄດ້ເຖິງ 37 ກວ່າລ້ານເມັດ, ເຮໂຣອິນກວ່າ 735 ກິໂລກຣາມ, ຢາໄອຊ໌ 2​ ໂຕນກວ່າ, ກັນຊາ 6.3 ໂຕນ, ຝິ່ນກວ່າ 500 ກິໂລກຣາມ, ໂຄເຄນ 80 ກິໂລກຣາມ, ສານເຄມີ 10 ໂຕນ, ອາວຸດປືນ ແລະ ອຸປະກອນສື່ສານທັນສະໄໝຫຼາຍກວ່າ 10,000 ລາຍການ.

ທາງດ້ານສູນກາງຊາວໜຸ່ມປະຊາຊົນປະຕິບັດ ລາວ ລາຍງານວ່າມີເຍົາວະຊົນ ລາວ ກວ່າ 400,000 ຄົນທີ່ຢູ່ໃນສິ່ງແວດລ້ອມທີ່ມີຄວາມສ່ຽງສູງທີ່ຈະໄປຫຍຸ້ງກ່ຽວກັບຢາເສບຕິດ ໂດຍສະ ເພາະແມ່ນການເຂົ້າໄປມີສ່ວນໃນການຄ້າຢາເສບຕິດທີ່ເພີ່ມຂຶ້ນນັບມື້ນັ້ນ ສ່ວນອົງການຄວບຄຸມຢາເສບຕິດ ແລະ ອາຊະຍະກຳແຫ່ງສະຫະປະຊາຊາດ (UNODC) ​ປະເມີນວ່າມີການລັກລອບປູກຝິ່ນ 15,000 ກວ່າເຮັກຕາໃນແຂວງພາກເໜືອຂອງ ລາວ ແລະ ກວ່າ 50,000 ເຮັກຕາໃນມຽນມາ ກັບອີກ 5,000 ເຮັກຕາໃນພາກເໜືອຂອງ ໄທ ແລະ ກອງກຳລັງຊົນຊາດວ້າໃນເຂດລັດສານຂອງມຽນມາ ຜະລິດຢາບ້າຫຼາຍກວ່າ 8,000 ລ້ານເມັດໃນແຕ່ລະປີ.

XS
SM
MD
LG