ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາແຫ່ງຊາດລາວ ຮັບຮອງກົດໝາຍ ວ່າດ້ວຍຊາຍແດນ ເພື່ອ​ແນ​ໃສ່ປາບປາມ ອາຊະຍາກໍາຢູ່ເຂດຊາຍແດນລາວ ກັບເພື່ອນ​ບ້ານ


ຕຳ​ຫລວດ​ແຂວງບໍ່​ແກ້ວ ​ຢຶດ​ຢາ​ບ້າ​ໄດ້​ໃນ​ວັນ​ມີ 20 ຕຸ​ລາ 2021.
ຕຳ​ຫລວດ​ແຂວງບໍ່​ແກ້ວ ​ຢຶດ​ຢາ​ບ້າ​ໄດ້​ໃນ​ວັນ​ມີ 20 ຕຸ​ລາ 2021.

ສະພາແຫ່ງຊາດລາວຮັບຮອງກົດໝາຍວ່າດ້ວຍຊາຍແດນ ພາຍໃຕ້ເປົ້າໝາຍປາບປາມອາຊະຍາກໍາຢູ່ເຂດຊາຍແດນລາວ ກັບເພື່ອນບ້ານທີ່ເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນຢູ່ທີ່ເຂດສາມຫຼ່ຽມຄໍານັ້ນ, ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.


ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ຫຼື ປກສ ໃນແຂວງບໍ່ແກ້ວເປີດເຜີຍວ່າ ການຈັບກຸມ ແລະຢຶດຂອງກາງເປັນຢາບ້າໄດ້ຫຼາຍກວ່າ 77 ລ້ານເມັດ, ຢາໄອຊ໌ກວ່າ 1,537 ກິໂລກຣາມ, ສານເຄມີກວ່າ 220 ກິໂລກຣາມ ແລະ ອຸປະກອນທີ່ນໍາໃຊ້ໃນການຜະລິດຢ່າງຄົບຊຸດພ້ອມທັງຍານພາຫະນະ, ອຸປະກອນສື່ສານ ແລະອາວຸດສົງຄາມອີກຈໍານວນຫຼາຍທັງຍັງເປັນການຈັບກຸມ ແລະຢຶດຂອງກາງຈາກແກັ່ງຄ້າຢາເສບຕິດພຽງຜູ້ດຽວໃນເດືອນຕຸລາ ປີ 2021 ທີ່ຜ່ານມາດ້ວຍນັ້ນ ເຮັດໃຫ້ສາມາດວິເຄາະໄດ້ວ່າ ການຄ້າຢາເສບຕິດຢູ່ເຂດຊາຍແດນລາວກັບປະເທດເພື່ອນບ້ານໄດ້ຍົກລະດັບເປັນເຄືອຂ່າຍຂະໜາດໃຫຍ່ຂຶ້ນນັບມື້ ທັງໄດ້ມີການຈັດແບ່ງໜ້າທີ່ຮັບຜິດຊອບລະຫວ່າງກັນ ຢ່າງເປັນລະບົບອີກດ້ວຍ ໂດຍ​ສໍ​າ​ລັບຄວາມຮັບຜິດຊອບຂອງ​ແກັ່ງ​ໃນ​ລາວ ກໍ​ຄື​ການ​ຂົນ​ຢາ​ເສບ​ຕິດຈາກ​ເຂດ​ສາມ​ຫລ່ຽມ​ຄຳ ຜ່ານ​ລາວ ເພື່ອ​ສົ່ງ​ຕໍ່​ໄປ​ຈີນ, ໄທ, ກຳ​ປູ​ເຈຍ, ແລະ​ຫວຽດ​ນາມ​ແລ້ວ​ຈຶ່ງ​ສົ່ງ​ຕໍ່​ໄປ​ທົ່ວ​ອາ​ຊຽນ ແລະ​ໃນ​ທົ່ວ​ໂລກ ໂດຍ​ສະ​ເພາະ​ແມ່ນ​ຢາ​ບ້າ ແລະ​ຢາ​ໄອສ໌ ນັບ​ວ່າ​ເປັນ​ຢາ​ເສບ​ຕິດ​ທີ່​ມີ​ການ​ຜະ​ລິດຫລາຍ​ທີ່​ສຸດ ຊຶ່ງຄະນະກໍາມະການປ້ອງກັນ ແລະປາບປາມ ຢາເສບຕິດ ແຫ່ງຊາດໄທປະເມີນວ່າ ມີການຜະລິດຢາບ້າ ແລະຢາໄອຊ໌ໃນ ເຂດສາມຫຼ່ຽມຄໍາກວ່າ 7,000 ໂຕນຕໍ່ປີ.

ທັງນີ້ ໂດຍແກັ່ງອາຊະຍາກໍາຈີນ ຖືເປັນແກັ່ງອາຊະຍາກອນ ທີ່ຖືກຈັບກຸມໃນລາວຫຼາຍທີ່ສຸດນັບຕັ້ງແຕ່ປີ 2018 ເປັນຕົ້ນມາ ເຊິ່ງພະແນກປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ແລະແຂວງຫຼວງນໍ້າທາໄດ້ສົ່ງ ໂຕຊາວຈີນທີ່ແຂວງຢຸນນານຫຼາຍກວ່າ 980 ຄົນທີ່ພົວພັນກັບແກັ່ງ ຄ້າຢາເສບຕິດ, ແກັ່ງຄ້າມະນຸດ, ແກັ່ງການພະນັນອອນລາຍນ໌ ແລະແກັ່ງ ຟອກເງິນທີ່ມີລັກສະນະເປັນອາດຊະຍາກໍາຂ້າມຊາດໃນປີ 2018-2020, ດັ່ງທີ່ເຈົ້າໜ້າທີ່ປະຈໍາກອງບັນຊາການປ້ອງກັນຄວາມສະງົບໃນແຂວງບໍ່ແກ້ວ ໄດ້ໃຫ້ການຢືນຢັນວ່າ:

“ກຸ່ມຄົນບໍ່ຫວັງດີ ບໍ່ລົດລະຕໍ່ເຈດຈໍານົງຫວັງມ້າງເພທໍາລາຍ, ກໍ່ຄວາມບໍ່ ສະຫງົບດ້ວຍຫຼາຍຮູບແບບເຊັ່ນ: ດ້ານການເມືອງ, ເສດຖະກິດ, ວັດທະນະທໍາສັງຄົມ, ສາສະໜາ, ນັກສືບສອດແນມ, ກໍ່ໃຫ້ເກີດມີ ເຫດການຍຸຍົງ, ສົ່ງເສີມໃຫ້ເກີດມີປະກົດການຫຍໍ້ທໍ້ ເກີດຂຶ້ນໃນສັງຄົມ ແຜ່ລາມຢ່າງກ້ວາງຂວາງ, ກໍ່ໃຫ້ເກີດບັນຫາຢາເສບຕິດ, ກໍ່ອາລະວາດຕີກັນຢູ່ຕາມສະຖານທີ່ສາທາລະນະ, ຂີ້ລັກ-ງັດແງະ, ຕົວະຍົວະ, ຫຼອກລວງ, ຄ້າມະນຸດ, ຄ້າຂາຍເຖື່ອນ, ຫຼິ້ນການພະນັນເຖື່ອນ ແລະບັນຫາອາດຊະຍາກໍາຕ່າງໆ.”

ສ່ວນທ່ານບົວຄົງ ນາມມະວົງ, ເຈົ້າແຂວງແຂວງບໍ່ແກ້ງຍອມຮັບວ່າ ການກໍ່ອາດຊະຍາກໍາກ່ຽວຂ້ອງກັບການຄ້າຢາເສບຕິດ, ການຄ້າມະນຸດ ແລະການຫຼິ້ນການພະນັນທີ່ພົວພັນກັບແກັ່ງຈາກຈີນ ໂດຍທີ່ມີພະນັກງານຂອງລັດຖະບານລາວເຂົ້າໄປກ່ຽວຂ້ອງດ້ວຍນັ້ນ ກໍມີທ່າອ່ຽງເພີ້ມຂຶ້ນນັບມື້ ເຫັນໄດ້ຈາກການຈັບກຸມ ແລະຢຶດຢາບ້າໄດ້ເກີນກວ່າ 77 ລ້ານເມັດ ໃນເດືອນຕຸລາ 2021. ເຖິງແມ່ນວ່າຈະເກີດບັນຫາການລະບາດ ໄວຣັສໂຄວິດ-19 ນັບແຕ່ປີ 2020 ເລື້ອຍມາ ທີ່ເຮັດໃຫ້ລັດຖະບານລາວຕ້ອງໄດ້ ດໍາເນີນມາດຕະການປິດຊາຍແດນ ທຸກດ້ານທີ່ຕິດຕໍ່ກັບປະເທດ ເພື່ອນບ້ານກໍຕາມ, ແຕ່ວ່າກໍຍັງປາກົດມີການລັກລອບຂົນສົ່ງຢາເສບຕິດເກີດຂຶ້ນຢູ່ເລື້ອຍມາ ຈຶ່ງເຮັດໃຫ້ທາງການແຂວງບໍ່ແກ້ວໄດ້ເພີ້ມມາດຕະການເຂັ້ມງວດ ເຂົ້າໃນການ ປາບປາມຫຼາຍຂຶ້ນຢູ່ໃນເຂດ 39 ບ້ານຂອງເມືອງຕົ້ນເຜິ້ງ ອັນເປັນທີ່ຕັ້ງ ຂອງເສດຖະກິດພິເສດສາມຫຼ່ຽມຄໍາ ທັງຍັງໄດ້ລົງໂທດພະນັກງານລັດ ທີ່ມີສ່ວນພົວພັນໃນອາດຊະຍາກໍາດັ່ງກ່າວ ຫຼາຍກວ່າ 100 ຄົນອີກດ້ວຍ.

ນອກຈາກນີ້ ສະພາແຫ່ງຊາດລາວກໍໄດ້ຮັບຮອງເອົາກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ ເມື່ອຕົ້ນເດືອນພະຈິກ 2021, ແນໃສ່ການເພີ້ມປະສິດທິພາບໃນການປາບປາມອາດຊະຍາກໍາ ຢູ່ທີ່ຊາຍແດນລາວກັບເພື່ອນບ້ານ ລວມເຖິງການພັດທະນາເສດຖະກິດການຄ້າ ການລົງທຶນທີ່ປາດສະຈາກບັນຫາ ອາດຊະຍາກໍາໃຫ້ໄດ້ຢ່າງແທ້ຈິງ, ດັ່ງທີ່ທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດໄດ້ຢືນຢັນວ່າ:

“ກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ ຈະເປັນບ່ອນອີງໃຫ້ແກ່ການຄຸ້ມຄອງ ແລະການປົກປັກຮັກສາຊາຍແດນແຫ່ງຊາດຢ່າງເປັນລະບົບ ໂດຍສອດຄ່ອງກັບກົດໝາຍສາກົນ ແລະສົນທິສັນຍາທີ່ ສປປ.ລາວ ລົງນາມກັບປະເທດໃກ້ຄຽງ ທັງເປັນບ່ອນອີງດ້ານກົດໝາຍທີ່ໜັກແໜ້ນໃຫ້ແກ່ການເຄື່ອນໄຫວວຽກງານຊາຍແດນແຫ່ງຊາດ ໃຫ້ມີຄວາມເປັນເອກະພາບ, ມີປະສິດທິພາບ ແລະປະສິດທິຜົນສູງ ຈະກາຍເປັນບ່ອນອີງທີ່ສໍາຄັນ ເພື່ອກໍາໜົດແຜນຍຸດທະສາດພັດທະນາ ບໍລິເວນຊາຍແດນໃຫ້ເຂັ້ມແຂງຮອບດ້ານ.”

ທັງນີ້ ກະຊວງປ້ອງກັນຄວາມສະຫງົບ ແລະກະຊວງປ້ອງກັນປະເທດກໍຄືພາກສ່ວນທີ່ຮັບຜິດຊອບການຮັບປະກັນດ້ານຄວາມໝັ້ນຄົງ ແລະສະຖຽນລະພາບທາງການເມືອງ ໃຫ້ໄດ້ຢ່າງເຕັມສ່ວນຕາມກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ ທັງຈະຕ້ອງສາມາດປົກປັກຮັກສາ ແລະສ້າງເສີມການເມືອງ-ການປົກຄອງ ໃນລາວໃຫ້ແຂງແຮງ ແລະເປັນທີ່ຍອມຮັບໃນສາກົນເພີ້ມຂຶ້ນນັບມື້ ໂດຍສະເພາະກອງທັບປະຊາຊົນລາວນັ້ນ ຍັງຈະຕ້ອງປະຕິບັດຕາມການຊີ້ນໍາຂອງພັກປະຊາຊົນ ປະຕິວັດລາວ ຢ່າງເຂັ້ມງວດອີກດ້ວຍ.

XS
SM
MD
LG