ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາແຫ່ງຊາດລາວ ຊຸດທີ 7 ເປີດກອງປະຊຸມ ສະໄໝສາມັນ ຄັ້ງທີ 3


ກອງປະຊຸມສະໄໝສາມັນຂອງຄັ້ງທີ 3 ຂອງສະພາແຫ່ງຊາດລາວ ທີ່ຈັດຂຶ້ນໃນວັນທີ 20 ມິຖຸນາ, 2012
ກອງປະຊຸມສະໄໝສາມັນຂອງຄັ້ງທີ 3 ຂອງສະພາແຫ່ງຊາດລາວ ທີ່ຈັດຂຶ້ນໃນວັນທີ 20 ມິຖຸນາ, 2012

ສະພາແຫ່ງຊາດລາວຊຸດທີ 7 ເລີ້ມດໍາເນີນກອງປະຊຸມສະໄໝສາມັນຄັ້ງທີ 3 ຢ່າງເປັນ ທາງການ ໂດຍມີວາລະສໍາຄັນໃນການພິຈາລະນາຮ່າງກົດໝາຍ 7 ສະບັບ ແລະແຜນ ການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ.

ກອງປະຊຸມສະໄໝສາມັນຄັ້ງທີ
3 ຂອງສະພາແຫ່ງຊາດລາວຊຸດ
ທີ 7 ໄດ້ໄຂຂຶ້ນຢ່າງເປັນທາງການ
ໃນຕອນເຊົ້າຂອງວັນທີ 20 ມິຖຸ
ນາທີ່ຜ່ານມາ ພາຍໃຕ້ການເປັນ
ປະທານຂອງທ່ານນາງປານີ ຢາ
ທໍຕູ້ ໂດຍມີທ່ານຈູ​ມມະລີ ໄຊຍະ
ສອນ ປະທານປະເທດ ພ້ອມທັງ
ບັນດາຜູ້ນໍາພັກ-ລັດ ແລະສະມາ
ຊິກສະພາແຫ່ງຊາດລາວເຂົ້າຮ່ວມ
ໃນພິທີໄຂກອງປະຊຸມຄັ້ງນີ້ດ້ວຍ.

ກ່ຽວກັບຄວາມສໍາຄັນຂອງກອງປະຊຸມສະພາແຫ່ງຊາດລາວໃນຄັ້ງນີ້ ທ່ານນາງປານີ ກໍໄດ້
ເນັ້ນຢໍ້າວ່າ ມີວາລະສໍາຄັນທີ່ຖືກບັນຈຸເຂົ້າໃນການພິຈາລະນາຂອງກອງປະຊຸມຈໍານວນທັງ
ໝົດ 10 ວາລະດ້ວຍກັນ ໂດຍສະເພາະແມ່ນຮ່າງກົດໝາຍຕ່າງໆ ທີ່ຖືກ ບັນຈຸເຂົ້າສູ່ກອງ
ປະຊຸມຄັ້ງນີ້ ກໍ່ມີເຖິງ 7 ສະບັບ ແລະໃນນີ້ເປັນກົດໝາຍໃໝ່ 2 ສະບັບ ແລະກົດໝາຍເກົ່າ
ດັດແກ້ໃໝ່ 5 ສະບັບ ດັ່ງທີ່ທ່ານນາງປານີ ຊີ້ແຈງວ່າ:

ທ່ານນາງປານີ ຢາທາຕູ້ ປະທານກອງປະຊຸມສະໄໝສາມັນຂອງຄັ້ງທີ 3 ຂອງສະພາແຫ່ງຊາດລາວຊຸດທີ 7
ທ່ານນາງປານີ ຢາທາຕູ້ ປະທານກອງປະຊຸມສະໄໝສາມັນຂອງຄັ້ງທີ 3 ຂອງສະພາແຫ່ງຊາດລາວຊຸດທີ 7

“ຈະໄດ້ຮັບຮອງກົດໝາຍ
ສ້າງໃໝ່ຈໍານວນ 2 ສະບັບ
ຄືກົດໝາຍວ່າດ້ວຍການ
ສ້າງນິຕິກໍາ ແລະກົດໝາຍ
ວ່າດ້ວຍການສົ່ງຜູ້ຮ້າຍຂ້າມ
ແດນ ແລະຮັບຮອງການປັບ
ປຸງບາງມາດຕາຂອງ 5 ກົດ
ໝາຍ ຄືກົດໝາຍວ່າດ້ວຍ
ການດໍາ ເນີນຄະດີອາຍາ,
ກົດໝາຍວ່າດ້ວຍການດໍາ
ເນີນຄະດີແພ່ງ, ກົດໝາຍ
ວ່າດ້ວຍຊັບສິນຂອງລັດ,
ກົດໝາຍວ່າ ດ້ວຍການກວດສອບ, ກົດໝາຍວ່າ ດ້ວຍການກິລາ ແລະກາຍະກໍາ”

ສ່ວນວາລະອື່ນໆທີ່ສໍາຄັນນັ້ນ ກໍປະກອບດ້ວຍການພິຈາລະນາ ແລະຮັບຮອງເອົາລາຍ
ງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-
ສັງຄົມ ແຜນງົບປະມານແຫ່ງລັດ ປີ 2011-12 ແລະທິດທາງວຽກງານສົກປີ 2012-
2013 ການພິຈາລະນາບົດລາຍງານຂອງປະທານອົງການກວດສອບແຫ່ງລັດ ຫົວໜ້າ
ອົງການໄອຍະການປະຊາຊົນສູງສຸດ, ປະທານ​ສານປະຊາຊົນສູງສຸດ, ແລະລັດຖະມົນຕີ
ວ່າການກະຊວງຍຸດຕິທໍາເປັນຕົ້ນ.

ນອກຈາກນີ້ ກໍຈະມີການລາຍງານກ່ຽວກັບ ການຈັດຕັ້ງເຄື່ອນໄຫວວຽກງານຂອງສະພາ
ແຫ່ງຊາດ ທີ່ໄດ້ຈັດຕັ້ງປະຕິບັດໃນຮອບ 1 ປີທີຜ່ານມາ ລວມໄປເຖິງຮັບຟັງການປະກອບ
ຄວາມເຫັນຂອງຜູ້ຕາງໜ້າອົງການຈັດຕັ້ງຂອງພັກ-ລັດ ກໍຄືແນວລາວສ້າງຊາດ, ສະຫະພັນ
ກໍາບານລາວ, ສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່​ມປະຕິວັດລາວ ແລະ ອົງການອື່ນໆ
ອີກຈໍານວນນຶ່ງ ໂດຍກອງປະຊຸມຈະດໍາເນີນໄປຈົງເຖິງວັນທີ 13 ກໍລະກົດ ຈຶ່ງຈະອັດລົງ.

ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີ
ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີ

ແຕ່ຢ່າງໃດກໍ່ຕາມ ທ່ານທອງສິງ
ທໍາມະວົງ ນາຍົກລັດຖະມົນຕີ
ໃນຖານະອະດີດປະທານສະພາ
ແຫ່ງຊາດລາວ ໄດ້ຍອມຮັບວ່າ
ການຮ່າງກົດໝາຍ ແລະການ
ຮັບຮອງຮ່າງກົດໝາຍອອກມາ
ບັງຄັບໃຊ້ ໂດຍສະພາແຫ່ງຊາດ
ລາວ ໃນໄລຍະທີຜ່ານມາ ເຖິງ
ແມ່ນວ່າຈະສາມາດຜ່ານກົດ
ໝາຍອອກມາບັງຄັບໃຊ້ໄດ້ຫຼາຍ
ສົມຄວນກໍ່ຕາມ ຫາກແຕ່ໃນຂະ
ນະດຽວກັນກໍປາກົດວ່າ ມີຈໍາ
ນວນບໍ່ໜ້ອຍທີ່ເປັນການດັດແກ້ກົດໝາຍເກົ່າ ເພື່ອໃຫ້ສອດຄ່ອງກັບສະພາບການທີ່ປ່ຽນ
ແປງໄປຢ່າງໄວວາ.

ເພາະສະນັ້ນ ເມື່ອເປັນແນວນີ້ ກໍໄດ້ເປັນຜົນເຮັດໃຫ້ສະມາຊິກສະພາແຫ່ງຊາດຕ້ອງໃຊ້
ເວລາໄປບໍ່ໜ້ອຍຄືກັນ ເພື່ອທໍາການດັດແກ້ກົດໝາຍເກົ່າ ໃຫ້ທັນສະໄໝດັ່ງກ່າວ. ນອກ
ຈາກນີ້ ກໍຍັງໄດ້ສົ່ງຜົນກະທົບຕໍ່ເນື່ອງ ເຮັດໃຫ້ມີເວລາໃນການສ້າງກົດໝາຍໃໝ່ໄດ້ໜ້ອຍ
ລົງ ແລະຍັງເປັນການສະທ້ອນເຖິງຄຸນນະພາບທີ່ຕໍ່າຂອງກົດໝາຍໃນລາວອີກດ້ວຍ.

ທັງນີ້ ສະພາແຫ່ງຊາດລາວຊຸດທີ 7 ນີ້ ມີຈໍານວນສະມາຊິກທັງໝົດ 132 ຄົນ ຊຶ່ງເພີ່ມ
ຂຶ້ນຈາກຊຸດທີ 6 ທີ່ມີຈໍານວນທັງໝົດ 115 ຄົນ ເນື່ອງຈາກວ່າ ຈໍານວນປະຊາກອນລາວ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ສ່ວນໃນດ້ານນິຕິບັັນຍັດນັ້ນ ກໍປາກົດວ່າສະພາແຫ່ງຊາດລາວ ໄດ້ຜ່ານກົດໝາຍອອກມາບັງຄັບໃຊ້ແລ້ວ ຈໍານວນທັງໝົດຫຼາຍກວ່າ 90 ສະບັບ ໃນປັດ
ຈຸບັນນີ້.

XS
SM
MD
LG