ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ລາຍ​ນາກຕ່ຳໃນ​ຜ້າ​ແພ​​ລາວ ຖືກ​ນຳ​ສະ​ເໜີ ​ໃຫ້ຈົດ​​ເຂົ້າ​​ບັນ​ຊີ​ລາຍ​ຊື່ ມໍ​ລະ​ດົກ​ທາງ​ວັດ​ທະ​ນະ​ທຳ ຂອງ​ ສ​​ປຊ​


ນາງ​ສາວ​ລາວ​ນຸ່ງ​ຊຸດລາ​ຕີ​ທີ່​ເປັນ​ແພ​ໄໝ​ຕ່ຳ​ລາຍ​ນາກ​ໃນ​ການ​ເດີນ​ແບບ​ຢູ່ໃນ​ງານ​ເດີນ​ແຟ​ຊັນ​ຜ້າ​ໄໝ​ລາວ​ແຫ່ງ​ນຶ່ງ ໃນ​ລາວ
ນາງ​ສາວ​ລາວ​ນຸ່ງ​ຊຸດລາ​ຕີ​ທີ່​ເປັນ​ແພ​ໄໝ​ຕ່ຳ​ລາຍ​ນາກ​ໃນ​ການ​ເດີນ​ແບບ​ຢູ່ໃນ​ງານ​ເດີນ​ແຟ​ຊັນ​ຜ້າ​ໄໝ​ລາວ​ແຫ່ງ​ນຶ່ງ ໃນ​ລາວ

ລາຍ​ນາກທີ່​ຕ່ຳໃນ​ຜ້າ​ບ່ຽງ, ສິ້ນ, ແລະຜ້າ​ແພ​ອື່ນໆ ເປັນມໍ​ລະ​ດົກ​ທາງວັດ​ທະ​ນະ​ທຳ​ທີ່ບໍ່​ເປັນ​ວັດ​ຖຸ​ປະ​ເພດ​ນຶ່ງຂອງ​ລາວ, ອີງ​ຕາມ​ຂໍ້​ຕົກ​ລົງ​ຂອງ​ກະ​ຊວງຖ​ະ​ແຫລງ​ຂ່າວ, ວັດ​ທະ​ນະ​ທຳ ແລະທ່ອງ​ທ່ຽວ ​ລົງ​ວັນ​ທີ 16 ກັນ​ຍາ 2020. ປັດ​ຈຸ​ບັນການ​ປະ​ດິດ​ສ້າງ ຫລືພູມປັນ​ຍາ​ຂອງ​ຊຸມ​ຊົນ​ເຊື້ອ​ຊາດ​ລາວ​ທີ່​ມີ​ມາ​ແຕ່​ດຶກ​ດຳ​ບັນອັນ​ນີ້ ກຳ​ລັງຖືກນຳ​ສະ​ເໜີ​ໃຫ້​ເອົາ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກທາງວັດ​ທະ​ນະ​ທຳ ທີ່ທາ​ງ​ການ​ລາວ​ເອີ້ນ​ວ່າ ​ມໍ​ລະ​ດົກທາງ​ນາ​ມະ​ທຳ​ຂອງມວນ​ມະ​ນຸດຂອງ​ອົງ​ການສະ​ຫະ​ປະ​ຊາ​ຊາດ​ເພື່ອ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ​ວັດ​ທະ​ນະ​ທຳ ຫລື UNESCO ຊຶ່ງ​ກຳ​ລັງ​ຖືກ​ພິ​ຈະ​ລະ​ນາ ໂດຍຄະ​ນະ​ກຳ​ມະ​ການຂອງ​ອົງ​ການ​ດັ່ງ​ກ່າວ ​ຢູ່ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ເພື່ອຄັດ​ເລືອກ ແລະ​ຮັບ​ຮອງ​ເອົາ. ກອງ​ປະ​ຊຸມນັ້ນ​ດຳ​ເນີນ​ມາ​ແຕ່​ວັນ​ທີ 13 ຮອດ​ວັນ​ທີ 18 ເດືອນນີ້. ເຖິງ​ຈະ​ຍັງ​ບໍ່​ທັນ​ຮູ້​ຜົນ​ຂອງ​ການຄັດ​ເລືອກ​ເທື່ອ​ກໍ​ຕາມ ແຕ່​ຄົນ​ລາວ​ຫລາຍ​ຄົນ​ກໍ​ຮູ້​ສຶກ​ດີ​ໃຈ ແລະ​ພູມ​ໃຈ​ຫລາຍ​ທີ່ທາງ​ການລາວ​ໄດ້​ນຳ​ເອົາ​ພູມ​ປັນ​ຍາ​ອັນ​ນີ້​ຂອງ​ລາວ​ ໄປ​ສະ​ເໜີ​ຈົດ​ເຂົ້າ​ບັນ​ຊີນັ້ນ ​ດັ່ງ​ ດ​ຣ. ວິນ​ຍາ ສາຍ​ສະ​ໝຸດ, ອຳ​ນວຍ​ການ​ສູນ​ລາວ​ສຶກ​ສາບອກວ່າ:

ທ່ານອະ​ທິ​ບາຍ​ສູ່​ຟັງ​ອີກວ່າ ພະ​ຍາ​ນາກ​ອາດເປັນ​ຄວາມ​ເຊື່ອ​ຖືໃນ​ວັດ​ທະ​ນະ​ທຳ​ຂອງ​ຫລາຍ​ຊາດ ເຊັ່ນ​ກຳ​ປູ​ເຈຍ, ໄທ ແລະມຽນ ມາ​ ແຕ່​ທ່ານບອກວ່າ:

ຜ່ານ​ມາ​ໃນ​ປີ 2017 ແຄນ​ລາວ​ກໍ​ໄດ້​ຖືກ​ຈົດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ທາງວັດ​ທະ​ນະ​ທຳ​ຂອງມວນ​ມະ​ນຸດ ຫລື Intangible Cultural Heritage of Humanity ຂອງ UNESCO.

XS
SM
MD
LG