ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວໄຂກອງປະຊຸມ ສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດ ເພື່ອຮັບຮອງເອົາ ຮ່າງກົດໝາຍໃໝ່


ພິທີໄຂກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດລາວ ໃນຕອນເຊົ້າຂອງວັນທີ 7 ທັນວານີ້ ທີ່ນະຄອນຫລວງວຽງຈັນ
ພິທີໄຂກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດລາວ ໃນຕອນເຊົ້າຂອງວັນທີ 7 ທັນວານີ້ ທີ່ນະຄອນຫລວງວຽງຈັນ

ສະພາແຫ່ງຊາດລາວໄຂກອງປະຊຸມສະໄໝສາມັນຄັ້ງທີ 2 ເພື່ອພິຈາລະນາຮ່າງກົດໝາຍໃໝ່ ແລະດັດແກ້ກົດໝາຍເກົ່າຈໍານວນ 12 ສະບັບ ພ້ອມດ້ວຍການພິຈາລະນາແຜນການພັດທະ ນາຕ່າງໆ ຂອງລັດຖະບານລາວ.

ກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດລາວ ໄດ້ໄຂຂຶ້ນຢ່າງເປັນທາງ
ການ ໃນຕອນເຊົ້າຂອງວັນທີ 7 ທັນວານີ້ ໂດຍມີທ່ານນາງປານີ ຢາທໍຕູ ປະທານສະພາ
ແຫ່ງຊາດ ເປັນປະທານໃນກອງປະຊຸມ ຊຶ່ງມີທັງສະມາຊິກສະພາແຫ່ງຊາດ ປະທານ
ປະເທດ ນາຍົກລັດຖະມົນຕ ຄະນະລັດຖະບານ ແລະແຂກຕ່າງຊາດ ໄດ້ເຂົ້າຮ່ວມໃນ
ພິທີເປີດກອງປະຊຸມ ໃນຄັ້ງນີ້ອີກດ້ວຍ.

ທ່ານນາງ ປານີ ຢາທໍຕູ ປະທານສະພາແຫ່ງຊາດ ແລະ ເປັນປະທານໃນກອງປະຊຸມ
ທ່ານນາງ ປານີ ຢາທໍຕູ ປະທານສະພາແຫ່ງຊາດ ແລະ ເປັນປະທານໃນກອງປະຊຸມ

ວາລະສໍາຄັນໃນກອງປະຊຸມຄັ້ງນີ້ ກໍຄືການພິຈາລະນາ
ຮັບຮອງເອົາກົດໝາຍໃໝ່ 3 ສະບັບ ທີ່ປະກອບດ້ວຍ
ຮ່າງກົດໝາຍ ວ່າດ້ວຍສະພາທະນາຍຄວາມ, ຮ່າງກົດ
ໝາຍວ່າດ້ວຍຫ້ອງສະມຸດ, ຮ່າງກົດໝາຍວ່າດ້ວຍການ
ສົ່ງເສີມວິສະຫະກິດຂະໜາດນ້ອຍ ແລະຂະໜາດກາງ.

ພ້ອມກັນນີ້ ກໍຈະມີການພິຈາລະນາການດັດແກ້ກົດ
ໝາຍເກົ່າອີກ 9 ສະບັບ ກໍຄື ກົດໝາຍປະກັນໄພ, ກົດ
ໝາຍສ່ວຍສາອາກອນ, ກົດໝາຍພາສີ, ກົດໝາຍອະ
ນາໄມກັນພະຍາດ ແລະສົ່ງເສີມສຸຂະພາບກົດໝາຍວ່າດ້ວຍຢາ ແລະຜະລິດຕະພັນທາງການ
ແພດ, ກົດໝາຍວ່າດ້ວຍການໂທລະຄົມມະນາຄົມ, ກົດໝາຍຊັບສິນທາງປັນຍາ, ກົດໝາຍວ່າ
ດ້ວຍແຮ່ທາດ ແລະກົດໝາຍວ່າດ້ວຍໄຟຟ້າ.

ສາເຫດທີ່ພາໃຫ້ມີການດັດແກ້ກົດໝາຍເກົ່າຫລາຍກວ່າ ການພິຈາລະນາຮັບຮອງເອົາກົດ
ໝາຍໃໝ່ນັ້ນ ກໍຍ້ອນວ່າ ກົດໝາຍເກົ່າ ທີ່ໄດ້ປະກາດບັງຄັບໃຊ້ໄປແລ້ວນັ້ນ ບໍ່ສາມາດທີ່ ຈະປັບໃຊ້ໄດ້ຢ່າງເທົ່າທຽມກັບສະພາບການພາຍໃນ ແລະພາຍນອກປະເທດ ທີ່ປ່ຽນແປງໄປ
ຢ່າງໄວວາ.

ທ່ານທອງສິງທໍາມະວົງ ນາຍົກລັດຖະມົນຕີລາວ
ທ່ານທອງສິງທໍາມະວົງ ນາຍົກລັດຖະມົນຕີລາວ

ຊຶ່ງຕໍ່ກໍລະນີດັ່ງກ່າວນີ້ ທ່ານທອງສິງ
ທໍາມະວົງ ນາຍົກລັດຖະມົນຕີ ໃນຖານະ
ອະດີດປະທານສະພາແຫ່ງຊາດລາວ
ກໍຄີຍໄດ້ຖະແຫລງຍອມຮັບວ່າ ການ
ຮ່າງກົດໝາຍ ແລະການຮັບຮອງຮ່າງ
ກົດໝາຍອອກມາບັງຄັບໃຊ້ໂດຍສະພາ
ແຫ່ງຊາດລາວ ໃນຕະຫລອດໄລຍະ 5
ປີ ທີ່ຜ່ານມານັ້ນ ເຖິງແມ່ນວ່າ ຈະສາ
ມາດຜ່ານກົດໝາຍອອກມາບັງຄັບໃຊ້
ໄດ້ຫລາຍພໍສົມຄວນກໍຕາມ ຫາກແຕ່ໃນຂະນະດຽວກັນນັ້ນ ກໍປາກົດວ່າ ມີຈໍານວນບໍ່ໜ້ອຍ ທີ່ເປັນການດັດແກ້ກົດໝາຍເກົ່າ ເພື່ອໃຫ້ສອດຄ່ອງກັບສະພາບການທີ່ປ່ຽນແປງໄປຢ່າງໄວວາ.

ເພາະສະນັ້ນ ເມື່ອເປັນແນວນັ້ນ ກໍໄດ້ເປັນຜົນເຮັດໃຫ້ສະມາຊິກສະພາແຫ່ງຊາດ ຕ້ອງໃຊ້
ເວລາໄປບໍ່ໜ້ອຍ ຄືກັນ ເພື່ອທໍາການດັດແກ້ກົດໝາຍເກົ່າ ໃຫ້ທັນສະໄໝ ດັ່ງກ່າວ ນອກ
ຈາກນີ້ ກໍຍັງໄດ້ສົ່ງຜົນກະທົບຕໍ່ເນື່ອງ ເຮັດໃຫ້ການສ້າງກົດໝາຍໃໝ່ ໄດ້ໜ້ອຍລົງ ແລະກໍ
ຍັງເປັນການສະທ້ອນເຖິງ ຄຸນນະພາບ ທີ່ຕໍ່ຂອງກົດໝາຍ ໃນລາວອີກດ້ວຍ ດັ່ງທີ່ທ່ານ ທອງສິງໄດ້ຖະແຫລວງເນັ້ນຢໍ້າໃນຕອນນຶ່ງວ່າ:

“ສະພາແຫ່ງຊາດຂອງພວກເຮົາ ເຖິງວ່າໄດ້ພິຈາລະນາຮັບເອົາກົດໝາຍຫລາຍ
ສົມຄວນ ຫາກແຕ່ເນື້ອໃນຂອງກົດໝາຍຈໍານວນນຶ່ງ ຍັງມີບັນຫາທີ່ບໍ່ສອດຄ່ອງ
ສະນັ້ນ ພວກເຮົາສ້າງກົດໝາຍ ກັບພວກເຮົາປັບປຸງກົດໝາຍ ໃນໄລຍະ 5 ປີ
ຜ່ານມາ ເກືອບເທົ່າກັນ ແທນທີ່ຈະໄດ້ສ້າງກົດໝາຍໃໝ່ໃຫ້ຫລາຍກວ່ານີ້ ແຕ່
ວ່າຕ້ອງໃຊ້ເວລາ ເສຍເວລາກັບການປັບປຸງກົດໝາຍເກົ່າຫລາຍສົມຄວນ ອັນນີ້ ສະແດງເຖິງຄຸນນະພາບຂອງກົດໝາຍພວກເຮົາ.

ກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດລາວຊຸດທີ 7 ຈະດໍາເນີນຕໍ່ໄປ
ຈົນເຖິງວັນທີ 21 ທັນວາ. ນອກຈາກການພິຈາລະນາຮັບຮອງເອົາຮ່າງກົດໝາຍໃໝ່ ແລະດັດແກ້ກົດໝາຍເກົ່າດັ່ງກ່າວແລ້ວ ກໍຍັງຈະມີການພິຈາລະນາ ແລະຮັບຮອງເອົາບົດ
ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວ ຂອງຄະນະປະຈໍາສະພາ
ແຫ່ງຊາດ, ການສະຫລຸບຜົນການຈັດຕັ້ງ-ປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2010
-2011, ການຈັດຕັ້ງ-ປະຕິບັດບັນດາມາດຕະການແກ້ໄຂ ຜົນກະທົບຂອງນໍ້າຖ້ວມ ແລະ
ຊຸກຍູ້ການຜະລິດລະດູແລ້ງ ລວມເຖິງ ການຮັບຟັງການລາຍງານຂອງລັດຖະບານກ່ຽວກັບ
ຍຸດທະສາດການປະຕິ ຮູບການສຶກສາແຫ່ງຊາດ ໃນຊ່ວງປີ 2011-2015 ກໍຄືໃນ 5 ປີຕໍ່ໜ້າ
ນັ້ນເອງ.

XS
SM
MD
LG