ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ສະພາແຫ່ງຊາດ ລາວ ກວດພົບ ການສໍ້ລາດບັງຫຼວງ ຍັງຄົງເພີ່ມຂຶ້ນ ນັບມື້


Indonesian Navy personnel handle a box containing the flight data recorder recovered from the crash site of the Sriwijaya Air flight SJ-182 in the Java Sea at Tanjung Priok Port.
Indonesian Navy personnel handle a box containing the flight data recorder recovered from the crash site of the Sriwijaya Air flight SJ-182 in the Java Sea at Tanjung Priok Port.

ສະມາຊິກແຫ່ງຊາດ ລາວ ລະບຸວ່າ ການກວດພົບການສໍ້ລາດບັງຫຼວງທີ່ຍັງຄົງເພີ່ມຂຶ້ນ
ນັບມື້ ເພາະການຮ່ວມມື ຢ່າງເປັນຂະບວນການ ຂອງເຈົ້າໜ້າທີ່ລັດ ກັບນັກທຸລະກິດ
ລາວ ແລະ ຊາວຕ່າງຊາດ.

ທ່ານ ບຸນທອງ ຈິດມະນີ ປະທານອົງການກວດກາລັດຖະບານລາຍງານຕໍ່ກອງປະ
ຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດ ລາວ ຊຸດທີ 8 ທີ່ດຳເນີນກອງປະຊຸມ
ໃນວັນທີ 16 ຕຸລາ ຫາ ວັນທີ 17 ພະຈິກນີ້ວ່າໄດ້ກວດພົບໂຄງການນອກແຜນການ
ປະຈຳປີ 2017 ຂອງລັດຖະບານ ລາວ ຈຳນວນ 285 ໂຄງການຢູ່ທີ່ແຂວງຫຼວງນໍ້າທາ,
ອຸດົມໄຊ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ສະຫວັນນະເຂດ, ຈຳປາສັກ,
ອັດຕະປີ ແລະ ແຂວງວຽງຈັນ ທີ່ມີມູນຄ່າລວມຫຼາຍກວ່າ 4,483 ຕື້ກີບ ຊຶ່ງກໍມີຄວາມ
ສ່ຽງຢ່າງສູງທີ່ຈະສ້າງຄວາມເສຍຫາຍໃຫ້ລັດຖະບານ ລາວ ເພາະໄດ້ກວດພົບວ່າການ
ຈັດຕັ້ງປະຕິບັດບັນດາໂຄງການເຫຼົ່ານີ້ ບໍ່ເປັນໄປຕາມລະບຽບກົດໝາຍດ້ານງົບປະ
ມານລາຍຮັບ-ລາຍຈ່າຍຂອງ ສປປ ລາວ ທັງຍັງເປັນໂຄງການທີ່ບໍ່ຜ່ານການຮັບຮອງ
ຂອງສະພາແຫ່ງຊາດ ລາວ ອີກດ້ວຍ.

ທ່ານ ບຸນທອງ ໄດ້ເນັ້ນຢໍ້າດ້ວຍວ່າ ການກວດພົບບັນດາໂຄງການນອກແຜນດັ່ງກ່າວ
ຍັງບໍ່ລວມເຖິງຜົນເສຍຫາຍທີ່ເກີດຂຶ້ນຈາກການຈັດຕັ້ງປະຕິບັດທີ່ຜິດກົດລະບຽບກົດ
ໝາຍ ກ່ຽວກັບ ການຍົກເວັ້ນອາກອນການນຳເຂົ້າເຄືອງຈັກ, ຍານພາຫະນະ ແລະ ນໍ້າ
ມັນເຊື້ອໄພຂອງບັນດາບໍລິສັດຕ່າງຊາດທີ່ລົງທຶນໃນ ລາວ ແຕ່ຢ່າງໃດ ທັງຍັງກວດພົບ
ການສົ່ງໄມ້ໄປຕ່າງປະເທດໂດຍຜິດກົດໝາຍ ຄິດເປັນມູນຄ່າຫຼາຍກວ່າ 2,407 ຕື້ກີບ
ອີກດ້ວຍ ສະເພາະໃນຊ່ວງປີ 2014-2015 ທີ່ຜ່ານມາ.

ໂດຍການຈັດຕັ້ງປະຕິບັດໄດ້ຄືແນວນີ້ຈະຕ້ອງມີການຮ່ວມມືກັນຢ່າງເປັນຂະບວນການ
ທັງພາກສ່ວນທີ່ເປັນພະນັກງານລັດ, ນັກທຸລະກິດເອກະຊົນ ລາວ ແລະ ນັກທຸລະກິດ
ຊາວຕ່າງຊາດທີ່ລົງທຶນຢູ່ໃນ ລາວ ດັ່ງທີ່ທ່ານນາງ ວາລີ ເວດສະພົງ ສະມາຊິກສະພາ
ແຫ່ງຊາດເຂດ 1 ນະຄອນຫຼວງວຽງຈັນ ໄດ້ໃຫ້ການຢືນຢັນວ່າ.

"ໂຕເລກລາຍງານຂອງອົງການກວດສອບຖືວ່າການເສຍຫາຍຕາມບົດລາຍງານນີ້
ແມ່ມະຫະສານ ຖ້າວ່າເປັນແນວນີ້ ເຮົາອາດສາມາດເວົ້າໄດ້ວ່າເປັນການສົມຮູ້ຮ່ວມຄິດ
ລະຫວ່າງ ກຸ່ມຄົນຢູ່ໃນກົງຈັກລັດ ແລະ ພາກທຸລະກິດ ລວມທັງຜູ້ລົງທຶນຕ່າງປະເທດ
ທີ່ມັນສາມາດເປັນຜົນກະທົບອັນຮ້າຍແຮງຕໍ່ບັນຫາສັງຄົມ, ເສດຖະກິດ, ການເມືອງ
ແລະ ມີຜົນອັນຕະລາຍທີ່ສຸດຕໍ່ການສ້າງສາພັດທະນາປະເທດຊາດ ຖ້າພວກຮເົາບໍ່ຕັດ
ສິນໃນ, ກ້າຫານ, ສະດຸ້ງໄວ ຫຼື ເສຍສະຫຼະແກ້ບັນຫານີ້."

ກ່ອນໜ້ານີ້ ຄະນະກົມການເມືອງສູນກາງພັກ ປະຊາຊົນປະຕິວັດ ລາວ ໄດ້ມີຄຳສັ່ງໃຫ້
ບັນດາກະຊວງ, ອົງການຈັດຕັ້ງມະຫາຊົນຂອງພັກ, ໜ່ວຍງານຂອງລັດ ແລະ ອຳນາດ
ການປົກຄອງແຂວງໃນທົ່ວປະເທດ ລາວ ໃຫ້ແຕ່ຕັ້ງຄະນະຮັບຜິດຊອບເພື່ອຕິດຕາມ
ກວດກາການຈັດຕັ້ງປະຕິບັດໜ້າທີ່ຂອງບັນດາສະມາຊິກພັກ ແລະ ພະນັກງານໃນສັງ
ກັດຂອງພວກຕົນຢ່າງໃກ້ຊິດ ດ້ວຍເປົ້າໝາຍເພື່ອການຈັດແບ່ງລະດັບຊັ້ນ ແລະ ຄຸນ
ນະພາບໃນການປະຕິບັດໜ້າທີ່ຂອງສະມາຊິກພັກ ແລະ ພະນັກງານລັດໃນທົ່ວປະເທດ
ໂດຍໃຫ້ກົມຈັດຕັ້ງ ແລະ ກົມກວດກາເປັນພາກສ່ວນທີ່ຮັບຜິດຊອບຮ່ວມກັນ ເນື່ອງຈາກ
ໄດ້ມີບັນຫາປະກົດການຫຍໍ້ທໍ້ຢ່າງກວ້າງຂວາງທັງໃນພັກ ແລະ ລັດຖະບານ ລາວ ນັ້ນ
ເອງ.

ໂດຍອົງການຕ້ານການສໍ້ລາດບັງຫຼວງແຫ່ງຊາດ ລາວ ລາຍງານວ່າໄລຍະ 5 ປີຜ່ານມາ
ໄດ້ກວດພົບການທຸຈະລິດທີ່ເຮັດໃຫ້ພັກ-ລັດເສຍຫາຍຄິດເປັນມູນຄ່າຫຼາຍກວ່າ
5,000 ຕື້ກີບ ພ້ອມດ້ວຍເງິນຕາຕ່າງປະເທດຫຼາຍກວ່າ 90 ລ້ານໂດລາ ກັບອີກ 40
ກວ່າລ້ານບາດ ຈາກການດຳເນີນການກວດກາ ແລະ ກວດສອບ 734 ເປົ້າໝາຍທີ່ເປັນ
ໜ່ວຍງານຂອງພັກ ແລະ ລັດຖະບານ ລາວ ຊຶ່ງຈາກການຕິດຕາມກວດກາດັ່ງກ່າວກໍ
ສາມາດຍຶດຊອບສິນກັບຄືນມາໄດ້ 1,000 ກວ່າຕຶ້ກີບກັບ 70 ກວ່າລ້ານໂດລາ ແລະ 30
ກວ່າລ້ານບາດ ທັງຍັງຍຶດເອົາທີ່ດິນຂອງລັດທີ່ຖືກລັກລອບຂາຍໃຫ້ນັກທຸລະກິດ ລາວ
ແລະ ຊາວຕ່າງຊາດກັບຄືນມາໄດ້ໃນເນື້ອທີ່ກວ້າງກວ່າ 10,000 ເຮັກຕາ ສ່ວນອົງການ
ກວດກາແຫ່ງລັດກໍຍັງໄດ້ລົງໂທດທາງວິໄນຕໍ່ພະນັກງານພັກ-ລັດຖະບານທີ່ກ່ຽວຂ້ອງ
ໃນການທຸຈະລິດຄໍຣັບຊັນ 165 ຄົນ ແລະ 38 ຄົນຖືກສານຕັດສິນໃຫ້ລົງໂທດຈຳຄຸກໃນ
ຖານຄວາມຜິດ ກ່ຽວກັບ ການສໍ້ລາດບັງຫຼວງດັ່ງກ່າວ.

XS
SM
MD
LG