ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ລາວ ຕ້ອງການໃຫ້ ລັດຖະບານ ປັບປຸງ ການບໍລິຫານງານ ໃຫ້ມີປະສິດທິພາບ ສູງຂຶ້ນ


ປະຊາຊົນ ຂີ່ລົດຈັກຂ້າມຂົວທີ່ເປ່ເພ ແລະ ບໍ່ໄດ້ມາດຕະຖານ ໃນລາວ.
ປະຊາຊົນ ຂີ່ລົດຈັກຂ້າມຂົວທີ່ເປ່ເພ ແລະ ບໍ່ໄດ້ມາດຕະຖານ ໃນລາວ.

ສະມາຊິກສະພາແຫ່ງຊາດ ຢືນຢັນວ່າ ປະຊາຊົນ ລາວ ຕ້ອງການໃຫ້ລັດຖະບານປັບ
ປຸງການບໍລິຫານງານໃຫ້ມີປະສິດທິພາບສູງຂຶ້ນ ໂດຍສະເພາະການຄຸ້ມຄອງສິດທິ
ປະຊາທິປະໄຕຂອງປະຊາຊົນນັ້ນ.

ທ່ານ ເພັດແກ້ວ ເຮືອງປັນຍາ ສະມາຊິກສະພາແຫ່ງຊາດ ລາວ ຈາກແຂວງອັດຕະປື
ຖະແຫຼງຢືນຢັນວ່າ ຈາກການເກັບກຳຂໍ້ມູນ ແລະ ຄວາມຄິດເຫັນຂອງປະຊາຊົນໃນ
ແຂວງອັດຕະປື ພົບວ່າກໍລະນີທີ່ປະຊາຊົນຕ້ອງການໃຫ້ລັດຖະບານ ລາວ ດຳເນີນ
ມາດຕະການປັບປຸງໃຫ້ດີຂຶ້ນຢ່າງເລັ່ງດ່ວນທີ່ສຸດ ກໍຄືການບໍລິຫານງານພາຍໃນໜ່ວຍ
ງານຂອງລັດຖະບານທີ່ມີປະສິດທິພາບ ໂດຍສະເພາະແມ່ນການຄຸ້ມຄອງສິດທິຕ່າງໆ
ຂອງປະຊາຊົນທັງໃນດ້ານການເມືອງ, ເສດຖະກິດ ແລະ ສັງຄົມນັ້ນ ຖືເປັນບັນຫາທີ່
ລັດຖະບານຈະຕ້ອງໃຫ້ຄວາມສຳຄັນເປັນພິເສດ ທັງນີ້ເພື່ອຮັບປະກັນໃຫ້ໄດ້ວ່າ ພາຍ
ໃຕ້ການບໍລິຫານງານຂອງລັດຖະບານ ຈະເຮັດໃຫ້ປະຊາຊົນມີສະພາບຊີວິດການ
ເປັນຢູ່ທີ່ດີຂຶ້ນນັບມື້ນັ້ນເອງ ດັ່ງທີ່ທ່ານ ເພັດແກ້ວ ຢືນຢັນວ່າ.

"ບັນຫາພື້ນຖານທີ່ປະຊາຊົນຢູ່ທີ່ແຂວງອັດຕະປືສົນໃຈ ນຶ່ງລະແມ່ນເວົ້າເລື່ອງການ
ຄຸ້ມຄອງບໍລິຫານລັດ, ພາກບໍລິການປະຊາຊົນ ເຂົາເຈົ້າກະຮຽກຮ້ອງວ່າຈະປັບປຸງແນວ
ໃດ ເພື່ອເຮັດໃຫ້ສິດທິປະຊາທິປະໄຕຂອງປະຊາຊົນໄດ້ຮັບການຈັດຕັ້ງປະຕິບັດ, ອັນ
ທີສອງນີ້ ກ່ຽວກັບ ບັນຫາເສດຖະກິດ, ຈິດໃຈທີ່ປະຊາຊົນສົນໃຈທີ່ສຸດ ແມ່ນເຮັດແນວ
ໃດຈະເຮັດໃຫ້ເສດຖະກິດຂອງອັດຕະປື ນີ້ໄດ້ມີການປັບປຸງ ແລະ ຟື້ນຟູຂຶ້ນມາເພື່ອ
ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ການຜະລິດກະຢາກໃຫ້ໄປສູ່ອັນໃໝ່,
ຜະລິດແລ້ວກະຢາກໃຫ້ໄດ້ມີຊື້ ມີຂາຍ ມີຕະຫຼາດ ຫຼືວ່າໃຫ້ລັດນີ້ຊ່ວຍທາງດ້ານໂຄງ
ຮ່າງ ເປັນຕົ້ນເສັ້ນທາງ ເມືອງຫາເມືອງ, ບ້ານຫາບ້ານ, ຊຶ່ງມີບາງບ້ານ ລະດູຝົນນີ້ຖືວ່າ
ຕັດແຍກຈາກໂລກພາຍນອກເລີຍ, ໂດຍສະເພາະແມ່ນທາງເມືອງສະໜາມໄຊ."

ທ່ານ ເພັດແກ້ວ ຢືນຢັນດ້ວຍວ່າ ອີກບັນຫານຶ່ງທີ່ອຳນາດການປົກຄອງແຂວງອັດຕະ
ປືຕ້ອງຈັດຕັ້ງປະຕິບັດຢ່າງເຂັ້ມງວດຄື ຄຳສັ່ງນາຍົກລັດຖະມົນຕີ ກ່ຽວກັບ ການໃຊ້
ຈ່າຍງົບປະມານ ແລະ ການຈັດເກັບລາຍຮັບພາສີອາກອນ ເນື່ອງຈາກປາກົດວ່າມີ
ການລັກລອບຄ້າຂາຍໂດຍຜິດກົດໝາຍເກີດຂຶ້ນຢ່າງກວ້າງຂວາງ ໂດຍສະເພາະແມ່ນ
ການຄ້າຂາອອກ-ຂາເຂົ້າຢູ່ດ່ານຊາຍແດນທີ່ຕິດຕໍ່ກັບ ຫວຽດນາມ ຊຶ່ງຈະເຫັນໄດ້ຈາກ
ກໍລະນີລົດບັນທຸກສິນຄ້າ 27 ຄັນທີ່ພະຍາຍາມລັກລອບຂົນສົ່ງໄມ້ທ່ອນຈາກແຂວງ
ອັດຕະປື ໄປ ຫວຽດນາມ ທີ່ໜ່ວຍສະເພາະກິດຂອງລັດຖະບານ ລາວ ຈັບກຸມໄດ້ ເມື່ອ
ເດືອນພຶດສະພາ 2017 ທີ່ຜ່ານມາ ທັງນີ້ໂດຍລົດບັນທຸກສິນຄ້າ 27 ຄັນດັ່ງກ່າວເປັນ
ຂອງ 5 ບໍລິສັດເອກະຊົນ ລາວ ທີ່ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດການຄ້າຂາ
ອອກ-ຂາເຂົ້າມານານແລ້ວ ຈຶ່ງເຊື່ອວ່າ ເຈົ້າໜ້າທີ່ຂອງລັດເຂົ້າໄປມີສ່ວນກ່ຽວຂ້ອງ
ດ້ວຍ ຈຶ່ງເຮັດໃຫ້ພາກທຸລະກິດສາມາດສວຍໂອກາດສະແຫວງຫາຜົນກຳໄລໄດ້ຢ່າງ
ຫຼວງຫຼາຍ.

ສ່ວນອົງການອະນຸລັກສິ່ງແວດລ້ອມທຳມະຊາດສາກົນ Global Witness ໄດ້ນຳສະ
ເໜີລາຍງານວ່າ ບໍລິສັດຄ້າໄມ້ຂອງ ຫວຽດນາມ ເປັນພາກສ່ວນທີ່ຮັບຊື້ໄມ້ທີ່ລັກລອບ
ຂົນສົ່ງຈາກ ລາວ ຫຼາຍທີ່ສຸດ ຊຶ່ງກໍເຮັດໃຫ້ ຫວຽດນາມ ກາຍເປັນຜູ້ສົ່ງອອກໄມ້ແປຮູບ
ອັນດັບທີ 1 ຂອງໂລກໃນປັດຈຸບັນນີ້.

ທາງດ້ານທ່ານ ມະນີໂສ ຊາມົນຕີ ສະມາຊິກສະພາແຫ່ງຊາດຈາກແຂວງອັດຈະປືເຊັ່ນ
ກັນ ກໍຢືນຢັນວ່າ ການນຳສິນຄ້າຈາກຕ່າງປະເທດເຂົ້າມາໃນ ລາວ ນັ້ນມີທັງການລັກ
ລອບ ແລະ ລ່ຽງການຊໍາລະພາສີອາກອນຢ່າງຖືກຕ້ອງຕາມກົດໝາຍ ໂດຍເຈົ້າໜ້າທີ່
ຂັ້ນສູງໄດ້ເຂົ້າໄປມີສ່ວນກ່ຽວຂ້ອງດ້ວຍ ທັງໃນການແຈ້ງປະລິມານສິນຄ້າ ແລະ ການ
ສະແດງລາຄາສິນຄ້າທີ່ເປັນເທັດ ເພື່ອທີ່ວ່າຈະໄດ້ຊຳລະພາສີອາກອນໃນອັດຕາທີ່ຕໍ່
າກວ່າຄວາມເປັນຈິງ ໂດຍສະເພາະສິນຄ້າປະເພດເບຍ, ວັດຖຸກໍ່ສ້າງ ແລະ ປູນຊີເມັນ
ທີ່ນຳເຂົ້າຈາກ ຫວຽດນາມ ນັ້ນໄດ້ແຈ້ງຊຳລະພາສີອາກອນຕໍ່າກວ່າສິນຄ້າຊະນິດ
ດຽວກັນທີ່ຜະລິດໃນ ລາວ ເຖິງ 43 ເປີເຊັນ.

ນອກຈາກນີ້ ອົງການກວດກາລັດຖະບານ ລາວ ລາຍງານວ່າ ການຈັດຕັ້ງປະຕິບັດທີ່
ຜິດລະບຽບກົດໝາຍວ່າດ້ວຍການຍົກເວັ້ນພາສີອາກອນນຳເຂົ້ານໍ້າມັນໃຫ້ບໍລິສັດຕ່າງ
ຊາດທີ່ລົງທຶນໃນ າວ ໃນປີ 2017 ເຮັດໃຫ້ລັດຖະບານ ລາວ ສູນເສຍລາຍຮັບໄປຫຼາຍ
ກວ່າ 2,407 ຕື້ກີບ ທັງນີ້ໂດຍຍັງບໍ່ລວມເຖິງຜົນເສຍຫາຍທີ່ເກີດຈາກການລັກລອບ
ສົ່ງໄມ້ທ່ອນອອກໄປຕ່າງປະເທດແຕ່ຢ່າງໃດ.

XS
SM
MD
LG