ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະ​ພາ​ແຫ່ງ​ຊາດ ລາວ ຮັບ​ຮອງ​ ການ​ແຕ່ງ​ຕັ້ງ​ ລັດ​ຖະ​ມົນ​ຕີ ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ ຄົນ​ໃໝ່


ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ 8, ກອງ​ປະ​ຊຸມ​ສະໄໝ​ສາ​ມັນເທ​ື່ອ​ທີ 6, ນະ​ຄອນຫຼວງ ວຽງ​ຈັນ, ສ​ປ​ປ ລາວ.
ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ 8, ກອງ​ປະ​ຊຸມ​ສະໄໝ​ສາ​ມັນເທ​ື່ອ​ທີ 6, ນະ​ຄອນຫຼວງ ວຽງ​ຈັນ, ສ​ປ​ປ ລາວ.

ສະ​ພາ​ແຫ່ງ​ຊາດ ລາວ ຮັບ​ຮອງ​ການ​ແຕ່ງ​ຕັ້ງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​
ຄວາມສະຫງົບຄົນໃໝ່ ດ້ວຍເປົ້າໝາຍທີ່ຈະເພີ່ມມາດຕະການເຂັ້ມງວດ ເຂົ້າໃນ
ການສະກັດກັ້ນອິດທິກຳລັງປໍລະປັກ ແລະ ຄົນບໍ່ດີ.

ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ສະ​ໄໝ​ຄັ້ງ​ທີ 6 ຂອງ​ສະ​ພາ​ແຫ່ງ​ຊາດ ລາວ ຊຸດ​ທີ 8 ທີ່​ດຳ
ເນີນກອງປະຊຸມໃນຊ່ວງວັນທີ 20 ພະຈິກ-21 ທັນວາ 2018 ຜ່ານມາ ໄດ້ມີມະຕິຮັບ
ຮອງການແຕ່ງຕັ້ງ ພົນໂທ ວິໄລ ຫຼ້າຄຳຟອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ໃຫ້ເປັນລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບຄົນໃໝ່ ໂດຍປ່ຽນແທນ
ຕຳແໜ່ງຂອງພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະ
ຫງົບຄົນເກົ່າ ທີ່ຖືກຍ້າຍໄປຮັບຕຳແໜ່ງໃໝ່ໃນກະຊວງປ້ອງກັນປະເທດ ຕາມການ
ສະເໜີຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ.

ໂດຍ​ການ​ປ່ຽນ​ແປງ​ຕຳ​ແໜ່ງ​ລັດ​ຖະ​ມົນ​ຕີ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ດ້ານ​ການ​ປ້ອງ​ກັນ​
ຄວາມສະຫງົບ ແລະ ປ້ອງກັນຊາດ ລາວ ໃນຄັ້ງຫຼ້າສຸດນີ້ ໄດ້ເກີດຂຶ້ນໃນທ່າມກາງ
ສະພາບການທີ່ພັກປະຊາຊົນປະຕິວັດ ລາວ ແລະ ລັດຖະບານ ລາວ ໄດ້ສືບຕໍ່ການ
ດຳເນີນນະໂຍບາຍເປີດກວ້າງການພົວພັນ ແລະ ຮ່ວມມືກັບສາກົນໃຫ້ກວ້າງຂວາງ
ຫຼາຍຂຶ້ນ ແຕ່ໃນຂະນະດຽວກັນກໍຍັງປາກົດວ່າມີການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ແລະ
ອິດທິກຳລັງທີ່ເປັນປໍລະປັກຕໍ່ການນຳຂອງພັກ-ລັດຢູ່ເລື້ອຍມາ ເຮັດໃຫ້ຍັງຈະຕ້ອງ
ເພີ່ມມາດຕະການເຂັ້ມງວດ ເຂົ້າໃນການສະກັດກັ້ນການເຄື່ອນໄຫວດັ່ງກ່າວຢູ່ຕໍ່ໄປ
ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງປ້ອງກັນສະຫງົບ ໄດ້ໃຫ້ການຢືນຢັນວ່າ

"ໃນ​ສະ​ພາບ​ປັດ​ຈຸ​ບັນ​ກໍ​ຄື​ຕໍ່​ໜ້າ ພັກ-ລັດ​ໄດ້​ເປີດ​ກວ້າງ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ພາກ​ພື້ນ
ແລະ ສາກົນຄຽງຄູ່ກັນນັ້ນ ພວກອິດທິກຳລັງປໍລະປັກ ແລະ ພວກກຸ່ມຄົນບໍ່ດີ ໄດ້ສວຍ
ໃຊ້ທຸກເລ່ຫຼ່ຽມ ກົນອຸບາຍ ທຸກຮູບການ ທຸກຊ່ອງຫວ່າງ ແລະ ທຸກວິທີທາງ ເພື່ອແຊກ
ແຊງມ້າງເພທຳລາຍລະບອບໃໝ່ຂອງພວກເຮົາ. ນອກຈາກນັ້ນການປະກອບສ່ວນ
ຂອງພະນັກງານລັດຈຳນວນນຶ່ງຕໍ່ວຽກງານປ້ອງກັນຄວາມສະຫງົບ ຍັງບໍ່ທັນສູງເທົ່າທີ່
ຄວນ ແລະ ພົວພັນກັບປາກົດການຫຍໍ້ທໍ້ຕ່າງໆ ເຊັ່ນບັນຫາຢາເສບຕິດ, ການຄ້າມະນຸດ,
ປຸ້ນ, ຈີ້, ຊິງຊັບ, ກຸ່ມແກັ່ງຄ້າຂາຍເຖື່ອນ, ກຸ່ມແກັ່ງນັກເລງອັນຕະພານ, ໂສເພນີ ແລະ
ບັນຫາອື່ນໆ."

ພົນ​ໂທ ວິ​ໄລ ຫຼ້າ​ຄຳ​ຟອງ ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຄົນ​ໃໝ່
ພົນ​ໂທ ວິ​ໄລ ຫຼ້າ​ຄຳ​ຟອງ ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຄົນ​ໃໝ່

ທາງ​ດ້ານ​ທ່ານ ອະ​ລຸນ​ໄຊ ສູນ​ນະ​ລາດ ຮອງ​ເລ​ຂາ​ທິ​ການ​ສູນ​ກາງ​ຊາວ​ໜຸ່ມ​ປະ​ຕິ​ວັດ
ລາວ ຮອບຮັບວ່າ ປາກົດການຫຍໍ້ທໍ້ໃນສັງຄົມທີ່ມີລະດັບຄວາມຮຸນແຮງຫຼາຍຂຶ້ນນັບ
ມື້ນັ້ນ ໃນດ້ານນຶ່ງຍ່ອມບໍ່ສາມາດປະຕິເສດໄດ້ເລີຍວ່າ ມີເຍົາວະຊົນ ລາວ ໄດ້ເຂົ້າໄປ
ມີສ່ວນກ່ຽວຂ້ອງໃນບັນຫາຫຼາຍຂຶ້ນນັບມື້ດ້ວຍເຊັ່ນກັນ, ໂດຍສະເພາະການເຂົ້າໄປມີ
ສ່ວນກ່ຽວຂ້ອງໃນການກໍ່ອາຊະຍາກຳທີ່ກ່ຽວກັບການລັກລອບຄ້າຂາຍຢາເສບຕິດ
ອັນເປັນສາເຫດທີ່ນຳໄປສູ່ອາຊະຍາກຳອື່ນໆ ທີ່ກ່ຽວພັນກັນອີກດ້ວຍ.

ສ່ວນ​ທ່ານ ໄຊ​ລີ ສັນ​ຕິ​ວົງ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຍຸ​ຕິ​ທຳ ຍອມ​ຮັບ​ວ່າ ນັກ​ໂທດ​
ທີ່ໄດ້ກະທຳຄວາມຜິດ ກ່ຽວກັບ ຢາເສບຕິດເປັນກຸ່ມນັກໂທດທີ່ເພີ່ມຂຶ້ນຫຼາຍທີ່ສຸດ
ໂດຍສານປະຊາຊົນ ລາວ ໄດ້ພິຈາລະນາຕັດສິນຄວາມຜິດໄປແລ້ວ 28,475 ຄະດີ
ຈາກທັງໝົດ 29,780 ຄະດີໃນຊ່ວງ 5 ປີທີ່ຜ່ານມາ.

ນອກ​ຈາກ​ນັ້ນ​ທາງ​ການ​ຕຳຫຼວດ ລາວ ຍັງ​ສາ​ມາດ​ມ້າງ​ແກັ່ງ​ຄ້າ​ຢາ​ເສບ​ຕິດ​ລາຍ​ໃຫຍ່​
ໄດ້ 5 ແກັ່ງ ແລະ ຈັບກຸມຜູ້ຕ້ອງຫາໄດ້ 33 ຄົນ ໃນນີ້ລວມເຖິງຜູ້ຕ້ອງຫາ 5 ຄົນທີ່ເປັນ
ສະມາຊິກແກັ່ງຂອງທ້າວ ໄຊຊະນະ ແກ້ວພິມພາ ນັກຄ້າຢາເສບຕິດລາຍໃຫຍ່ທີ່ຖືກ
ຕຳຫຼວດ ໄທ ຈັບກຸມຕົວໄດ້ໃນວັນທີ 9 ມັງກອນ 2017.

ສ່ວນ​ສຳ​ນັກ​ງານ​ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ ແລະ ປາບ​ປາມ​ຢາ​ເສບ​ຕິດ​ແຫ່ງ​ຊາດ ໄທ
ລາຍງານວ່າ ການປາບປາມການລັກລອບຄ້າຢາເສບຕິດໂດຍຊາວຕ່າງຊາດໃນ ໄທ
ໃນໄລຍະ 7 ປີຜ່ານມາໄດ້ຈັບກຸມນັກຄ້າຢາເສບຕິດຊາວ ລາວ 9,593 ຄົນ ຊຶ່ງນັບເປັນ
ຈຳນວນນັກຄ້າຢາເສບຕິດຊາວຕ່າງຊາດທີ່ຖືກຈັບກຸມໃນ ໄທ ເປັນອັນດັບທີ 2 ຮອງ
ຈາກນັກຄ້າຢາເສບຕິດຊາວ ມຽນມາ ທີ່ຖືກຈັບກຸມຕົວໃນ ໄທ ຈຳນວນທັງໝົດ 13,417
ຄົນໃນໄລຍະດຽວກັນ.

XS
SM
MD
LG