ກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດລາວ
ຊຸດ ທີ 7 ທີ່ໄດ້ດໍາເນີນກອງປະຊຸມ ນັບແຕ່ວັນທີ່ 5 ທັນວາ ເປັນ
ຕົ້ນມາ ແລະສິ້ນສຸດລົງຢ່າງເປັນທາງການໃນຕອນແລງຂອງວັນ
ທີ່ 19 ທັນວາທີ່ຜ່ານມານີ້ ໄດ້ມີການພິຈາລະນາຮັບຮອງເອົາກົດ
ໝາຍ ແລະແຜນການພັດທະນາຕ່າງໆໃນຫຼາຍດ້ານດ້ວຍກັນ.
ສ່ວນໃນການຮັບຮອງເອົາກົດໝາຍນັ້ນ ກໍມີຢູ່ເຖິງ 11 ສະບັບ
ທີ່ປະກອບດ້ວຍກົດໝາຍໃໝ່ ຈໍານວນ 4 ສະບັບກໍຄື ກົດໝາຍ
ວ່າດ້ວຍຫຼັກຊັບ ກົດໝາຍວ່າດ້ວຍຊົນລະປະທານ ກົດໝາຍ
ວ່າດ້ວຍທຸລະກໍາທາງອີເລັກໂທຣນິກ ແລະກົດໝາຍວ່າດ້ວຍ
ການຂົນສົ່ງຫຼາຍຮູບແບບ.
ສ່ວນກົດໝາຍເກົ່າທີ່ດັດແກ້ໃໝ່ຈໍານວນ 7 ສະບັບ ທີ່ຜ່ານມະຕິຮັບຮອງເອົາໃນໂອກາດ ດຽວກັນນີ້ ກໍມີກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ກໍຄືກົດໝາຍວ່າດ້ວຍ ການຂົນສົ່ງທາງບົກ ກົດໝາຍວ່າດ້ວຍການຈະລາຈອນທາງບົກ ກົດໝາຍວ່າດ້ວຍການ ປົກປັກຮັກສາສິ່ງແວດລ້ອມ ກົດໝາຍວ່າດ້ວຍພັນທະໃນການປ້ອງກັນຊາດ ກົດໝາຍ
ອາຍາ ແລະກົດໝາຍວ່າດ້ວຍຢາເສບຕິດ.
ນອກຈາກນີ້ ກໍມີວາລະທີ່ສໍາຄັນໃນດ້ານອື່ນໆ ອີກຫຼາຍວາລະດ້ວຍກັນ ທີ່ຜ່ານມະຕິຮັບ ຮອງຂອງສະມາຊິກສະພາແຫ່ງຊາດລາວໃນຄັ້ງນີ້ ເຊັ່ນແຜນຍຸດທະສາດການປະຕິຮູບ ວຽກງານດ້ານສາທາລະນະສຸກແຫ່ງຊາດ ເພື່ອໃຫ້ສາມາດບັນລຸເປົ້າໝາຍ ສະຫັດສະ ວັດຂອງການພັດທະນາໃຫ້ໄດ້ພາຍໃນ 5 ປີຕໍ່ໜ້າ ການຮັບຮອງເອົາໂຄງການກໍ່ສ້າງ ເຂື່ອນໄຟຟ້ານໍ້າຂອງຢູ່ໄຊຍະບູລີ ການຮັບຮອງເອົາລາຍງານຂອງອົງການກວດສອບ ກ່ຽວກັບບົດສະລຸບຂາດຕົວຂອງການຈັດຕັ້ງປະຕິບັດແຜນການງົບປະມານແຫ່ງລັດ ປະ ຈໍາສົກປີ 2010-2011 ການມອບໝາຍໃຫ້ກະຊວງອຸດສາຫະກໍາ ແລະການຄ້າຮັບຜິດ ຊອບໃນການຄົ້ນຄວ້າ ເພື່ອດໍາເນີນການພັດທະນາປັບປຸງຮ່າງກົດໝາຍວ່າດ້ວຍອຸດສາ ຫະກໍາປຸງແຕ່ງ ເພື່ອນໍາສະເໜີຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 5 ຕໍ່ໄປ ແລະລວມເຖິງ ການໃຊ້ສັດຕະຍາບັນຕໍ່ອະນຸສັນຍາການ ເປັນສະມາຊິກຂອງອົງການການຄ້າໂລກ
(WTO) ຂອງລາວອີກດ້ວຍ.
ດັ່ງທີ່ທ່ານ ອຸ່ນແກ້ວ ວຸດທິລາດ ສະມາຊິກແລະຫົວໜ້າ
ຫ້ອງການສະພາແຫ່ງ ຊາດລາວໄດ້ຖະແຫຼງຢືນຢັນວ່າ:
“ພິດຈາລະນາຮັບຮອງເອົາໂຄງການກໍ່ສ້າງເຂື່ອນ
ໄຟຟ້ານໍ້າຂອງແຂວງໄຊຍະບູລີ ພິຈາລະນາແລະ ຮັບຮອງເອົາບົດລາຍງານຂອງອົງການການກວດ
ສອບແຫ່ງລັດ ກ່ຽວກັບການກວດສອບບົດສະຫລຸບ
ຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານປະ
ຈໍາສົກປີ 2010-2011 ແລະບົດລາຍງານຜົນການ
ກວດສອບຄືນຕາມມະຕິຂອງສະພາແຫ່ງຊາດພິຈາ
ລະນາ ແລະຮັບຮອງເອົາບົດລາຍງານການເຄື່ອນໄຫວຊີ້ນໍາ ນໍາພາຂອງຄະນະ ປະຈໍາສະພາແຫ່ງຊາດ ປະຈໍາຫົກເດືອນທ້າຍປີ 2012.”
ສະພາແຫ່ງຊາດລາວຈະຈັດກອງປະຊຸມສະໄໝສາມັນປີລະ 2 ຄັ້ງ ໂດຍກອງປະຊຸມກ່ອນ
ໜ້ານີ້ ກໍຄືກອງປະຊຸມສະໄໝສາມັນຄັ້ງທີ 3 ທີ່ໄດ້ດໍາເນີນກອງປະຊຸມໃນລະຫວ່າງ ວັນທີ
20 ມີນາ ຫາວັນທີ 13 ກໍລະກົດຜ່ານມາ ຊຶ່ງກອງປະຊຸມໃນຄັ້ງນັ້ນກໍໄດ້ມີວາລະການພິຈາ
ລະນາທີ່ສໍາຄັນ ແລະກໍໄດ້ມີການລົງມະຕິຮັບຮອງເອົາຢ່າງເປັນທາງການ ຈໍານວນທັງໝົດ
ເຖິງ 10 ວາລະດ້ວຍກັນ ຫາກແຕ່ວ່າກໍລະນີທີ່ຖືວ່າ ພົ້ນເດັ່ນທີ່ສຸດໃນກອງປະຊຸມ ກໍຄື
ການລົງມະຕິແຕ່ງຕັ້ງທ່ານນາງວຽງທອງ ສີພັນດອນ ລູກສາວຂອງທ່ານຄໍາໄຕ ສີພັນດອນ ອະດີດຜູ້ນໍາສູງສຸດຂອງລາວ ໃຫ້ເປັນປະທານອົງການກວດສອບແຫ່ງລັດຄົນໃໝ່ນັ້ນເອງ.