ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄິດ​ເຖິງ ​ຂັບ​ຮ້ອງ​ໂດຍ ບຸນວຽງ ໄຊ​ຍະ​ບຸນ​ຊູ


ບຸນວຽງ ໄຊ​ຍະ​ບຸນ​ຊູ ກັບ​ສາ​ມີ ທ່ານສົມ​ລິດ ​ໄຊ​ຍະ​ບຸນ​ຊູ
ບຸນວຽງ ໄຊ​ຍະ​ບຸນ​ຊູ ກັບ​ສາ​ມີ ທ່ານສົມ​ລິດ ​ໄຊ​ຍະ​ບຸນ​ຊູ

ທ່ານ​ຜູ້​ຟັງ​ທີ່​ເຄົາຣົບ ໃນລາຍການ​ສຽງ​ເພງ​ຈາກ​ແດນ​ໄກ ຂອງວີ​ໂອ​ເອ ສຳລັບແລງ​
ວັນ​ອາທິດມື້​ນີ້ ວັນນະ​ສອນ ​ຈະ​ນຳເອົາເພງ​ລາວ ມາສະເໜີທ່ານ ກະລຸນາ​ເຂົ້າ​ສູ່
​ລາຍການ​ຂອງ​ເຮົາ​ໄດ້​ນະ​ບັດ​ນີ້

ສະບາຍດີ​ ແຟນເພງທຸກໆທ່ານ ​ມາພົບ​ກັບວັນນະສອນ ອີກເຊັ່ນ​ເຄີຍ​ ໃນ​ຄໍ່າ​ຄືນ
​ຂອງ​ວັນ​ອາທິດ ພ້ອມ​ກັບ​ເພງ​ມ່ວນໆ ໃນ​ລາຍການສຽງ​ເພງ​ຈາກ​ແດນ​ໄກຂອງ VOA
ຄ່ຳ​ຄືນ​ນີ້ ເພງຕາມ​ຄຳ​ຂໍ​ຂອງ​ນ້ອງວຽງ​ໄຊ ຫຼວງ​ສະ​ອາດ ທີ່​ຂຽນມາ​ຂໍ​ຟັງ​ເພງ​ຜ່ານ
​ທາງ​ເຟສບຸກວ່າ​ເພງຫຍັງ ກໍ​ໄດ້ວ່າຊັ້ນ ສະ​ນັ້ນ ເອື້ອຍ​ວັນ​ນະ​ສອນຈຶ່ງຈະ​ຂໍ​ພາ​ທ່ານ
​ຜູ້​ຟັງ​ຢ້ອນ​ກັບ​ຄືນໄປ​ຫາເພງດັງ​ໃນ​ອະ​ດີດ ຊຶ່ງ​ຫຼາຍໆ​ທ່ານ​ຄົງ​ເຂົ້າ​ໃຈ​ວ່າ ເພງ​ເກົ່າໆ​
ຂອງ​ລາວ​ນັ້ນ ນັບ​ມື້ ນັບ​ຫາ​ຟັງ​ໄດ້​ຍາກ…​ຂໍ​ເຊີນ​ມາ​ຟັງເພງ ຊັງ​ຄົນ​ຫຼາຍ​ໃຈ ຂອງ
ກ. ວິ​ເສດ​ ພ້ອມ​ໆ​ກັນ​ເລີຍ.


ສ່ວນຜູ້​ຟັງຊື່ ໂກ້ ບຸນ​ຈະ​ເລີນ ທີ່​ຂຽນ​ຂໍ້​ຄວາມ​ໄວ້ ​ໃນວັນ​ທີ 01 ຕຸ​ລາ 2018 ຖາມ​ມາ​ວ່າ
ວິ​ທະ​ຍຸ​ວີ​ໂອ​ເອ ຫຼື ສຽງ​ອາ​ເມ​ຣິ​ກາ ວ່າ ຜູ້​ສ້າງ​ແມ່ນ​ຄົນ​ອົບ​ພະ​ຍົບ​ໄປ​ຢູ່​ອາ​ເມ​ຣິ​ກາ​ແມ່ນ​ບໍ່? ຄວາມຈິງກໍຄືວ່າ ສະຖານີວິ​ທະ​ຍຸ​ ວີ​ໂອ​ເອ ຫຼືສຽງອາເມຣິກາ ແມ່ນ​ຂອງລັດ​ຖະ​ບານ​
ອາ​ເມ​ຣິ​ກາ ທີ່​ມີ​ມາຫຼາຍທົດສະວັດແລ້ວ ຊຶ່ງ​ເປັນ​ແຫຼ່ງ​ນຳ​ສະ​ເໜີ​ຂ່າວ​ໃນທົ່ວ​ໂລກ ປະກອບດ້ວຍຫຼາຍກວ່າ 45 ພາ​ສາ ແລະ​ພະ​ແນກ​ພາ​ສາ​ລາວ ກໍ​ມີອາຍຸ​ມາ​ນານກວ່າ
50 ປີ​ ມາແລ້ວ ​ຕັ້ງ​ແຕ່​ປີ 1962 ເປັນ​ຕົ້ນ​ມາ…ແລະ​ກໍ​ຫວັງ​ວ່າ ​ທ່ານ​ຜູ້​ຟັງ​ຂອງເຮົາຄົງ​ຈະ​
ສະ​ນັບ​ສະ​ໜູນ ແລະ​ຮັ​ບ​ຟັງ​ພວກ​ເຮົາຕະ​ຫຼອດ​ໄປ ເພື່ອ​ວ່າ ພະ​ແນກພາ​ສາ​ລາວ ຈະ​ຍັງ​ຄົງ
​ຢູ່ຄູ່ຟ້າ ກັບ​ວີ​ໂອເອ, ກັບພວກ​ລູກລາວ​ຫຼານ​ລາວ ຕາບ​ນານ​ເທົ່າ​ນານ…ເອົ໋າ ບັດນີ້​ມາ​ຟັງ​
ເພງ​ຂອງສິ​ນ​ລະ​ປິນ ນັກ​ຮ້ອງ ​ນັກ​ດົນ​ຕີ​ແລະ​ນັກ​ແຕ່ງ​ເພງ ໄກ​ຄຳ ອຸ​ດົມ ຈາກ​ລັດ​ຄາ​ລີ​
ຟໍ​ເນຍ ໃນ​ບົດ​ເພງ ໄກ​ບ້ານ.

ຂໍ​ປິດ​ທ້າຍ​ລາຍ​ການ​ດ້ວຍ​ເພງ ຄິດ​ເຖິງ ທີ່​ຂັບ​ຮ້ອງ​ໂດຍ ບຸນວຽງ ໄຊ​ຍະ​ບຸນ​ຊູ ພັນ​ລະ​ຍາ
ຄົນ​ງາມຂອງ​ອາຈານ ສົມ​ລິດ ​ໄຊ​ຍະ​ບຸນ​ຊູ ຜູ້​ຊຶ່ງ​ເປັນ​ອາ​ຈານ ນັກ​ແຕ່ງ​ເພງ​ດັງ ທີ່​ສິນລະ
ປິນຈາກປະ​ເທດ​ໄທ ສຸ​ນາລີ ຣາຊສິມ​ມາ ​ນຳ​ໄປ​ຂັບ​ຮ້ອງ ໃນ​ບົດເພງ ຮັກ​ເຄິ່ງທາງ​
ຂໍ​ຂອບ​ໃຈສຽງ​ຫວານ​ຂອງບຸນ​ວຽງ ​ແລະ​ອາ​ຈານ ສົມ​ລິດ ​ໄຊ​ຍະ​ບຸນ​ຊູ ແລະ​ກໍ​ຫວັງ​ວ່າ
ໃນ​ອາ​ນາ​ຄົດ​ຂ້າງ​ໜ້າ ພວກ​ເຮົາ ຄົງໄດ້​ຮັບຟັງ​ເພງ​ມ່ວນໆ ຈາກ​ບຸນ​ວຽງ​ ອີກ. ຂໍ​ຝາກ​
ຄວາມຄິດ​ເຖິງ​ມາ​ກັບ​ເພງ​ນີ້ ເຖິງ​ທ່ານ​ຜູ້​ຟັງ ວ່າ… ຄິດ​ເຖິງ. ຂໍໃຫ້ທຸກໆທ່ານຈົ່ງນອນຫຼັບ
ຝັນຫວານ​ພົບ​ກັນ​ໃໝ່ ໃນ​ສັບປະດາ​ໜ້າ​.

XS
SM
MD
LG