ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແພັດ ເພັດ​ດາວວອນ ​ມາ​ກ່ອນ​ອາ​ລົມ​ທ່ານ​ດ້ວຍ​ເພງ​ດັງ​ໃນ​ອະ​ດີດ...ເມື່ອ​ວາ​ໂຍ ບົດ​ປະ​ພັນ​ຂອງວໍຣະ​ເດດ ດິດ​ທະ​ວົງ


ແພັດ ເພັດ​ດາວວອນ
ແພັດ ເພັດ​ດາວວອນ

ທ່ານ​ຜູ້​ຟັງ​ທີ່​ເຄົາຣົບ ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ ຂອງວີ​ໂອ​ເອ ໃນ​ແລງ​ວັນ​ອາທິດມື້​ນີ້
ວັນນະ​ສອນ ​ນຳ​ສະ​ເໜີ​ເພງ​ລາວມ່ວນ​ໆ ຂໍ​ເຊີນ​ເຂົ້າ​ສູ່​ລາຍການ​ຂອງ​ເຮົາ ​ພ້ອມໆ​ກັນ​ເລີຍ.

ສະບາຍດີ​ທຸກໆທ່ານ ​ແລ້ວກໍກັບມາພົບ​ກັບວັນນະສອນ ອີກເຊັ່ນ​ເຄີຍ​ ​ມາ​ເຖິງ​ສັບ​ປະ​ດາ​
ທີ່​ເປັນ​ເພງ​ລາວ​ແລ້ວ ແລະ​ແນ່ນອນ ວັນ​ນະ​ສອນ​ຈະ​ຈັດ​ເພງໃ​ຫ້​ຖືກ​ໃຈ​ແລະ​ບໍ່​ຜິດ​ຫວັງ…
ຂໍ​ເລີ້ມ​ດ້ວຍ​ເພງ​ອະ​ມະ​ຕະ​ຂອງ​ລາວ ທີ່​ນິ​ຍົມ​ກັນ​ຮ້ອງ​ທຸກ​ຍຸກ​ທຸກ​ສະ​ໄໝ ​ເປັນ​ບົດ​ປະ​ພັນ​
ຂອງວໍ​ຣະ​ເດດ ດິດ​ທະ​ວົງ ຕົ້ນ​ສະ​ບັບ​ເປັນ​ຂອງ​ຜູ້​ຊາຍ ແ​ຕ່ຄັ້ງ​ນີ້ ແມ່ນ​ຂອງ​ສິນ​ລະ​ປິນ​
ສາວຈາກ​ພາກ​ໃຕ້​ຂອງ​ລາວ ທີ່​ໄປ​ໂດ່ງ​ດັງ ເຂົ້າ​ແຂ່ງ​ຂັນ​ຊີງ​ລາງວັນ​ເງິນ​ລ້ານ​ຈາກ​ການ​
ປະ​ກວດ​ທີ່​ປະ​ເທດໄທ​ມາ​ແລ້ວ ສະ​ບັບ​ນີ້​ນ້ອງ​ແພັດ ມາ​ຮ້ອງເປັນ​ສະ​ບັບ​ຂອງ​ຜູ້​ຍິງ ​
ປ່ຽນ​ຄຳ​ເວົ້າເລັກ​ນ້ອຍ​ເພື່ອ​ໃຫ້​ເໝາະ​ສົມ…ເອົາ​ໄປ​ຟັງ​ເພງ​ຂອງນ້ອງ​ແພັດ ເພັດ​ດາວ
ວອນ
ກັນ​ກ່ອນ ວ່າ​ຈະ​ມີນ້ຳ​ສຽງ​ມ່ວນ​ສະ​ເດາະຫູ ຂະ​ໜາດ​ໃດ​ນັ້ນ ກໍ​ຕ້ອງເຂົ້າໄປ​ຮັບ​ຟັງ
​ພ້ອມ​ໆກັນ​ເລີຍໃນ​ບົດ​ເພງ ເມື່ອ​ວາ​ໂຍ.

ສ່ວນ​ເພງ​ຕໍ່​ໄ​ປ​ນີ້ ເປັນຜົນ​ງານ​ບົດ​ປະ​ພັນ​ຂອງ​ອາ​ຈານ​ສົມ​ລິດ ໄຊ​ຍະ​ບຸນ​ຊູ ເປັນ​ເພງ
​ທີ່​ໄດ້ສ້າງ​ຊື່​ສຽງ​ມາ​ໄດ້​ດົນ​ແລ້ວ ແລະ​ກໍ​ໄດ້​ມີ​ຫຼາຍໆ​ນັກ​ຮ້ອງ​ນຳ​ໄປ​ຂັບ​ຮ້ອງ ເປັນ​ອະ​ມະ
​ຕະ ທີ່​ມີ​ຄວາມ​ໝາຍ​ຊຶ້ງ​ກິນ​ໃຈ ໃນ​ຊ່ວງ​ທີ່​ລາວ​ແຕກ ຄອບ​ຄົວ​ກະ​ຈັດ​ກະ​ຈາຍ ຍ້າຍ​ໜີ​
ໄປອາ​ໄສຢູ່​ປະ​ເທດ​ທີ 3…ເລື້ອງ​ລາວ​ ຄວາມ​ຮັກ​ຄວາມ​ເສົ້າຕ່າງໆນີ້ ຈຶ່ງເກີດ​ມີເພງນີ້
ຮັກ​ເຄິ່ງ​ທາງ...ຮັກ​ແລ້ວເຈັບ…ຮັກ​ແລ້ວ​ພາກ...ຮັກ​ແລ້ວ​ຈາກ​ລາ ​ມີເຫດ​ຜົນ​ຕ່າງໆ​ນາ​ໆ
ເພາະ​ຕ່າງ​ຄົນ​ຕ່າງ​ມີ​ເ​ສັ້ນ​ທາງ​ຊີ​ວິດ​ຂອງ​ຕົນ​ ທີ່​ຕ້ອງ​ເລືອກ ຕ້ອງ​ເດີນ​ຕໍ່…ບໍ່​ວ່າ​ຈະ​ເປັນ
​ຄອບ​ຄົວ ຫຼື​ຄົນ​ຮັກ. ​ບຸນ​ວຽງ ພັ​ນ​ລະ​ຍາ​ຄົນ​ງາມ​ຂອງ​ທ່ານ​ສົມ​ລິດ ກໍ​ໄດ້​ຂັບ​ຮ້ອງ​ເພງ​ນີ້ ​
ຮວມ​ທັງ ສຸ​ນາ​ຣີ ຣາ​ຊ​ສິມ​ມາ ​ນຳ. ແຕ່​ສະ​ບັບ​ນີ້ ຂໍ​ແນະ​ນຳ Mélissa ພົມ​ມະ​ຈັນ
ສິນ​ລະ​ປິນ​ສາວ​ງາມ​ຈາກ​ຝ​ຣັ່ງ. ກະ​ລຸ​ນາ​ຂຽນບອກ​ມາດ້ວຍ​ວ່າ...ນ້ຳ​ສຽງຂອງ Mélissa
​ເປັນ​ຈັ່ງ​ໃດ...ເຖິງ​ຈັ່ງ​ໃດ ກໍ​ຂໍ​ໃຫ້​ຊ່ອຍ​ສົ່ງ​ເສີມ​ສິນ​ລາວ ເພື່ອ​ເພງ​ລາວ ພາ​ສາ​ລາວ ຈະ​ໄດ້
​ຢູ່​ກັບ​ລູກ​ຫຼານ​ລາວ​...ຕະ​ຫຼອດ​ໄປ.

ຂໍ​ອຳ​ລາ​ທ່ານ​ຜູ້​ຟັງ​ທີ່​ໜ້າ​ຮັກ ດ້ວຍ​ເພງ​ທີ່​ມີ​ຄວາມ​ໝາຍ​ກິນ​ໃຈ…ຈາກ​ນ້ຳ​ສຽງ​ຂອງ
​ສິນລະ​ປິນ ວັງ​ເງິນ ຊະ​ນະ​ນິກ​ອນ ຈາກ​ຝຣັ່ງ…ແລະ​ວັນ​ນະ​ສອນ​ວ່າ ເພງ​ນີ້ ຄົງ​ຈະ​
ເຮັດ​ໃຫ້ທ່ານ​ຄິດເຖິງ​ອະ​ດີດ​ທີ່​ຝັ່ງ​ໃຈ…ອາດ​ເປັນ​ຮັກ​ທຳ​ອິດ ແລະ​ຮັກ​ດຽວ​ຂອງ​ທ່ານ
​ຜູ້​ຟັງກໍ​ເປັນ​ໄດ້…ເພາະ​ມັນ​ເປັນ​ຮັກ​ທີ່​ຝັງ​ໃຈ ໃນ​ບົດ​ເພງ ບໍ່​ອາດ​ຈະ​ລື​ມ. ຂໍໃຫ້ທຸກໆ
ທ່ານນອນຫຼັບຝັນຫວານ ແລະ​ພົບ​ກັນ​ໃໝ່ ໃນ​ສະ​ບັບ​ໜ້າ​.

XS
SM
MD
LG