ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕ້າ ທະວິໄຊ ໄຊທິລາດ - ກະວົນກະວາຍ


ຕ້າ ທະວິໄຊ ໄຊທິລາດ
ຕ້າ ທະວິໄຊ ໄຊທິລາດ

ວັນອາທິດນີ້ທາງລາຍການສຽງເພງຈາກແດນໄກຂໍສະເນີເພງ ກະວົນກະວາຍ ຂອງ
ນ້ອງຕ້າ ທະວິໄຊ ໄຊທິລາດ ທີ່ເປັນເພງ single ໃຫມ່ຂອງນ້ອງຕ້າ, ສິນລະປິນທີ່ມີ
ຄວາມສາມາດທັງເປັນນັກຮ້ອງ, ທັງແຕ່ງເພງເອງ ພ້ອມນີ້ຍັງເປັນຜູ້ກຳກັບ Music
Vedio ນຳ.

ສ່ວນເພງທີ່ສອງຈັດມອບໃຫ້ຍາລຸງບົວຫອມ ດຳຣົງ ຜູ້ຟັງທີ່ສະເຫມີຕົ້ນ ສະເຫມີປາຍ.
ເພິ່ນຂໍຟັງເພງ ຈອມໃຈຄົນຈົນທີ່ເປັນເພງເກົ່າໃນອະດີດ ທີ່ຫາຟັງໄດ້ຍາກ ວັນນະສອນ
ກໍເລີຍຈັດເພງ ບ້ານນາຜາສຸກໃຫ້ຟັງແທນ ຊຶ່ງເປັນຜົນງານເພງຂອງດາຣາເພັດ.

ສວ່ນເພງສຸດທ້າຍເປັນເພງຂອງ ໄຊ ອິນດາວັນຈາກ ປະເທດຝຣັ່ງແລະປະພັນໂດຍ
ເຈົ້າຄຳຜາຍໃນບົດເພງ ຈົ່ງນອນລັບຝັນດີ.

ພົບກັນໃຫມ່ໃນສັບປະດາຫນ້າ.

XS
SM
MD
LG