ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຣັດຕະນະພອນ ສຸກສະວັນ: ລາວເອີຍລາວ


Rattanaphone with fan club (Paris, France)
Rattanaphone with fan club (Paris, France)

ສະບາຍ​ດີ​ແຟນລາຍການ​ທຸກໆ​ທ່ານ ວັນນະ​ສອນ​ຫາຍ​ໄປ
ຕັ້ງ​ຫຼາຍ​ອາທິດ ຫັວງວ່າທ່ານ​ຜູ້​ຟັງ​ຄົງ​ຈະ​ຄິດ​ຮອດ​ກັນ​
ແລະ​ຄິດ​ຮອດ​ສຽງ​ເພງ​ມວ່ນໆ​ທີ່​ ວັນນະ​ສອນ​ຈັດ​ມອບ​ໃຫ້​
ໃນ​ທຸກ​ຄໍ່າ​ຄືນ​ຂອງ​ວັນ​ອາທິດ ​ແລະ​ແນ່ນອນ ​ເພງ​ທີ່​ຈະ
ຫຼິ້ນ​ໃຫ້​ຟັງ​ຕໍ່​ໄປ​ນີ້ ຂໍ​ມອບ​ແດ່​ແຟນ​ເພງ​ທຸກໆທ່ານ ທຸກໆ
ມູມ​ໂລກທີ່​ຍັງ​ມີ​ຄວາມ​ຮູ້ສຶກ​ທີ່​ດີ​ແລະ​ພູມ​ໃຈ​ທີ່​ເກີດ​ມາ​ເປັນ​
ຄົນ​ລາວ ພ້ອມນີ້ຂໍຈັດໃຫ້ໄພປະດິດທີ່ຂຽນຂໍ້ຄວາມຝາກ
ໄວ້ຜ່ານທາງລາຍການຊີວິດຊາວລາວໃນຕ່າງແດນວ່າ
ຂໍຟັງເພງລາວສະໄຫມ ແລະແນ່ນອນເພງນີ້ຄົງຖືກໃຈ.
ຂໍ​ເ​ຊີ​ນຮັບ​ຟັງ​ໄດ້ໃນ​ບົດ​ເພງ“​ລາວ​ເອີຍ​ລາວ” ​ໂດຍ ຣັດຕະ
ນະ​ພອນ ສຸກ​ສວັນ ສິນລະປິນ​ລາວ​ຈາກ​ຝຣັ່ງທີ່ທັງຮ້ອງແລະແຕ່ງເພງນຳອີກ.

ເພງ: “​ລາວ​ເອີຍ​ລາວ” ​ໂດຍ ຣັຕນະ​ພອນ ສຸກ​ສວັນ

ສ່ວນເພງ “​ສຽງ​ແຄນ​ເຂົ້າຫນຽວ” ​ຂັບ​ຮ້ອງ​ໂດຍ ສີ​ສຸ​ມັກ ທອງ​ອຸ​ໄລ ສິນລະປິນ​ລາວ
ຈາກ​ລັດ Washington ກໍເປັນ​ເພງ​ນຶ່ງ​ອີກເຊັ່ນ​ກັນ ທີ່​ຖ້າ​ໄດ້ຟັງ​ແລ້ວ​ກໍ​ຍິ່ງ​ເຮັດ​ໃຫ້
ຄິດ​ຮອດບ້ານເກີດ​ປະ​ເທດ​ລາວ​ພຸ້ນ ​ໂດຍ​ສະ​ເພາະຄໍາສະຫມອນທີ່​ກໍາລັງ​ສຶກສາ​ຕໍ່​ທີ່​
ປະ​ເທດອິນເດຍ ທີ່ຂຽນ email ເຂົ້າມາແລະບອກວ່າປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ
ວ່າ​ຊັ້ນ ເຖິງ​ຢ່າງ​ໃດກໍ​ຕາ​ມ ວັນນະ​ສອນຂໍ​ໃຫ້ຄຳ​ສະຫມອນຈົ່ງ​ຕັ້ງຫນ້າ​ຕັ້ງ​ຕາ​ສຶກສາ​
ເຫຼົ່າ​ຮຽນ​ເພື່ອ​ຈະ​ໄ​ດ້​ໄປ​ເຖິງ​ເສັ້ນໄຊທີ່​ຄາດຫມາຍ​ໄວ້ ​ແລະ​ແນ່ນອນນໍາ​ຄວາມ​ສໍາເລັດ
ກັບ​ເມືອ​ປຸນ​ແປງ​ສ້າງສາ​ພັດທະນາ​ປະ​ເທດ ​ໂອກາດ​ຫນ້າຄົງ​ຈະ​ໄດ້​ມີ​ເວລາ​ໂອ້​ລົມ
ແລກ​ປ່ຽນແລະແບ່ງປັນ​ຄວາມ​ຮູ້ສຶກ​ຊຶ່ງ​ກັນ​ແລະ​ກັນ ​ເຊີນ​ຮັບຟັງພ້ອມໆ​ກັນ​ທຸກໆຄົນເລີຍ.

ເພງ: “​ສຽງ​ແຄນ​ເຂົ້າຫນຽວ” ​ໂດຍ ສີ​ສຸ​ມັກ ທອງ​ອຸ​ໄລ

ແລະ ວຽງ ອະນາໄມສິນລະປິນສາວຈາກການາດາກໍມາກ່ອມທ່ານຜູ້ຟັງ ດວ້ຍ​ເພງນີ້
“ຫີນເຫີບແດນງາມ” ຂໍມອບໃຫ້ແດ່ທຸກໆທ່ານທີ່ມີຄວາມຫຼັງຝັງໃຈໃນເຂດດັ່ງກ່າວນີ້
ແລະກໍຢ່າລືມກັບມາພົບກັນອີກໃຫມ່ໃນສັບປະດາຫນ້າ ຂໍໃຫ້ທຸກໆທ່ານນອນຫລັບຝັນດີ.

XS
SM
MD
LG