ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເພງຕາມຄໍາຂໍ: ຕາວັນ - ກຸຫລາບປາກຊັນ


ສິນລະປິນລາວ ຕ. ຕາວັນ (ຊ້າຍ) ກັບ ເຕ້ຍ ຄໍາວົງໄຊ.
ສິນລະປິນລາວ ຕ. ຕາວັນ (ຊ້າຍ) ກັບ ເຕ້ຍ ຄໍາວົງໄຊ.
ສະບາ​ຍດີ ທຸກໆ​ທ່ານ ຄືນ​ນີ້​ກໍ​ມາ​ຟັງເພງ​ຕາມ​ຄໍາ​ຂໍ​ກັນ​ອີກ​ຕາມ​ເຄີຍ. ນ້ອງຣິດ ສຸ​ລີ​ຄໍາ ທີ່​ຫລວງ​ພະ​ບາງ ສົ່ງ​ຂໍ້ຄວາມ​ມາ​ທາງ​ເຟສບຸກ ຂໍ​ຟັງ​ເພງ ກຸ​ຫລາບ​ປາກ​ຊັນ. ຄວາມ​ຈິງ​ເພງນີ້​ກໍ​ຫາ​ສະ​ເໜີ​ໄປ​ຫວ່າງ​ສີ່​ອາທິດ​ຜ່ານ​ມາ​ນີ້​ເອງ ​ແຕ່​ເມື່ອ​ທ່ານ​ຜູ້​ຟັງ​ຂໍ​ມາ​ອີກ ກໍ​ຕ້ອງ​ສະໜອງ​ໃຫ້​ລະ​ເນາະ ​ເອື້ອຍ​ຂໍ​ຈັດ​ເວີ​ເຊີ່ນ​ຂອງ ຕ. ຕາວັນ ​ໃຫ້​ຟັງ ​ເພາະ​ເຫັນ​ວ່າ​ຄຶກຄຶ້ນ​ດີ ຫວັງ​ວ່າ​ນ້ອງຣິດ ສຸ​ລີ​ຄໍາ ຄົງ​ມັກ ​ແລະ​ຂໍ​ມອບ​ເປັນ​ພິ​ເສດ​ແກ່​ຫລານ​ອານຸລັກ ​ແກ້ວມະນີ ທີ່​ຂໍ​ຟັງ​ມາ​ເທື່ອ​ກ່ອນ ສໍາລັບ​ມອບ​ໃຫ້​ຄົນ​ພິ​ເສດ​ຂອງ​ຫລານ​ທີ່​ປາກ​ຊັນ​. ​ເອົາ ​ເຊີນ​ມ່ວນ​ຊື່ນ​ກັບ​ເພງ​ນີ້​ໄດ້​ເລີຍ.

ລິງໂດຍກົງ


ເພງ​ຕໍ່​ໄປ ຈັດ​ໃຫ້​ຕາມ​ຄໍາ​ຂໍ​ຂອງ​ທ່ານ​ບຸນ​ທອນ ຊະນະ​ສິນ ຢູ່​ຍີ່​ປຸນ ​ແຟນລາຍ​ການເກົ່າ
ຂ້າພະ​ເຈົ້າ​ຈື່​ຊື່​ໄດ້​ເພາະເພິ່ນເຄີຍ​ຂຽນ​ມາ​ຂໍ​ຟັງ​ເພງ​ນໍາ​ຢູ່. ທ່ານ​ບຸນ​ທອນ​ອີ​ເມລມາ​ຂໍ​ຟັງ​
ລໍາ​ສີ​ພັນ​ດອນ​. ຂ້າພະ​ເຈົ້າ​ຂໍ​ຈັດ​ຜົນງານ​ຂອງຈິດ​ດາຣານີ ນັກ​ສາວ​ມາກ​ຄວາມ​ສາມາດ
​ທີ່​ປະ​ເທດຝຣັ່ງ​ໃຫ້ ​ເນື້ອ​ຮ້ອງ​ດີ​ແລະ​ກໍ​ມີວີ​ດິ​ໂອ​ທໍາ​ມະ​ຊາດ​ສີ​ພັນ​ດອນ​ງາມ​ໆໃຫ້ເບິ່ງ.
ທ່ານ​ບຸນ​ທອນ​ຂໍ​ມອບ​ໃຫ້​ລູກ​ຊາຍກັບ​ເພື່ອນ​ມິດ​ທຸກໆ​ຄົນ. ຟັງ​ຢູ່​ຈັກ​ຄົນ​ບໍ່​ນໍ້? ບໍ່​ເປັນ​ຫຍັງ​
ຖ້າ​ບໍ່​ໄດ້​ຟັງ ກໍລໍຖ້າ​ຟັງ​ທາງ​ອິນ​ເຕີ​ແນັດ​ເອົາ​ກໍ​ແລ້ວ​ກັນ​ເນາະ. ​ເຊີນ​ພົບ​ກັບ ຈິດ​ດາຣານີ​
ໄດ້​ເລີຍ ​ໃນ ລໍາ​ສີ​ພັນ​ດອນ​.

ລິງໂດຍກົງ



ລໍາ​ສີ​ພັນ​ດອນ​ທີ່​ຈົບ​ລົງ​ໄປ​ນັ້ນ ​ແມ່ນ​ຈັດ​ໃຫ້​ຕາມ​ຄໍາ​ຂໍ​ຂອງ​ທ່ານ​ບຸນ​ທອນ ຊະນະ​ສິນ
ທີ່​ຈາກ​ບ້າ​ນ​ໄປ​ຮຽນ​ຢູ່​ຍີ່ປຸ່ນ ​ເປັນ​ເວລາ​ຫລາຍ​ປີ ​ແລະ​ຄິດ​ຮອດ​ບ້ານ​ກັບ​ຄອບຄົວ​
ຫລາຍວ່າ​ຊັ້ນ. ຄື​ວ່າ​ຫັ້ນ​ແລ້ວ ບ້ານ​ເກີດ​ເມືອງ​ນອນ​ໃຜ​ຈະ​ບໍ່​ຄິດ​ຮອດ ຢູ່​ໃສ​ກໍ​ບໍ່​ຄື​ບ້ານ​
ເຮົາ​ເນາະ ດັ່ງ​ທີ່​ພາສາ​ອັງກິດ​ ​ເວົ້າ​ວ່າ There is no place like home. ສະ​ນັ້ນ ​ຂ້າ
ພະ​ເຈົ້າ​ຂໍມອບ​ອີກ​ເພງ​ນຶ່ງ​ໃຫ້​ ​ຄື​ເພງ ຄິດ​ຮອດ​ບ້ານ ຂອງ​ ປະເສີດສິນ (ຂໍໂທດ ບໍ່ແມ່ນ ແສງ​ດາວວີ ຕາມທີ່ປະກາດໄປ) ມ່ວນ​ບໍ່​ແພ້​ເພງ​ຄິດ​ຮອດ​ບ້ານ​ເກີດ ທີ່​ຂ້າພະ​ເຈົ້າ​ຈັດ​ສະ​
ເໜີ​ໄປ​ເມື່ອ​ອາທິດ​ແລ້ວນີ້. ຂໍ​ມອບ​ໃຫ້​ທຸກໆ​ທ່ານ​ທີ່​ກໍາລັງ​ຟັງ​ຢູ່. ຂໍ​ໃຫ້​ມ່ວນ​ຊື່ນ​ກັບ​ເພງ​ນີ້​
ແລະ​ຂໍໃຫ້ນອນ​ຫລັບ​ຝັນ​ດີ. ລາ​ຕີ​ສະຫວັດ.

ລິງໂດຍກົງ


ຂອບໃຈບັນດາທ່ານ ທີ່ອັບໂຫລດ ວີດິໂອ ໃຫ້ເບິ່ງ.
XS
SM
MD
LG