ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕ້ອມ ເຣນໂບ: ຄົນຮັກຄົນສຸດທ້າຍ


ຕ້ອມ ເຣນໂບ
ຕ້ອມ ເຣນໂບ

ລາຍການດົນຕີ ຂອງວີໂອເອ ແລງວັນ ທີ 20 ມັງກອນ ຜ່ານມານີ້ ສະເໜີ ເພງຕາມຄໍາຂໍ ອັນມີຜົນງານ ຂອງຕ້ອມ ເຣນໂບ ກັບ ກ. ວິເສດ ແລະ Carried Underwood.

ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ເພື່ອ​ບໍ່​ໃຫ້​ເສຍ​ເວລາ ຂ້າພະ​ເຈົ້າ​ຂໍ​ສະ​ເໜີ​ເພງ​ທໍາ​ອິດ​ເລີຍ ຄື​ເພງ ຄົນ​ຮັກ​ຄົນ​ສຸດ​ທ້າຍ ຂອງ​ຕ້ອມ ​ເຣນ​ໂບ ຈັດ​ໃຫ້​ຕາມ​ຄໍາ​ຂໍ​ຂອງ​ນ້ອງ​ອິນ​ທະ​ສອນ ກຸນ​ລະ​ວຸດ ຈາກ​ຫລວງ​ພະ​ບາງ ທີ່​ຂຽນ​ມາ​ຂໍ​ຟັງ​ນໍາ​ວັນນະ​ສອນ ພິທີ​ກອນ​ສຽງ​ຫວານ​ໄທ​ເມືອງ ເອື້ອຍຂໍ​ຈັດ​ໃຫ້​ຟັງ​ແທນ ​ເພາະ​ຖ້າ​ຈະ​ລໍ​ວັນນະ​ສອນ ກໍ​ຄົງ​ອີກ​ສອງ ເດືອນ​ພຸ້ນ​ລະ ​ເພາະວ່າ​ເພິ່ນ​ລາ​ປ່ວຍ​ຍາວ​ນານ​. ນ້ອງ​ອິນ​ທະ​ສອນ​ຂໍ​ຟັງ​ເພງ​ນີ້​ຮ່ວມ​ກັບ​ສາວ Ice ທີ່​ວຽງ​ຈັນ​. ​ເອົ້າ ຂໍ​ໃຫ້ແອນ​ຈອຍ​ເພງ​ນີ້ທັງ ສອງ​ຄົນ​ເດີ້. ຄົນ​ຮັກ​ຄົນ​ສຸດ​ທ້າຍ​ຂອງ​ຕ້ອມ ​ເຣນ​ໂບ.​


ເພງ​ຕໍ່​ໄປ​ ຂໍ​ມອບ​ໃຫ້​ແຟນປະ​ຈໍາ​ລາຍການ ຄື​ຄອບ​ຄົວ​ຂອງ​ທ່ານ​ນວນ​ຕາ ​ແກ້ວມະນີ ຢູ່​ວຽງ​ຈັນ ທີ່​ທຸກໆ​ແລງ​ວັນ​ອາທິດ​ແມ່ນ​ຈະ​ນັ່ງ​ກິນ​ເຂົ້າ​ພ້ອມ​ກັນ​ທັງ​ພໍ່​ແມ່​ແລະ​ລູກ​ສອງ​ຄົນ ​ແລ້ວ​ຟັງ​ລາຍການສຽງ​ເພງຈາກ​ແດນ​ໄກ​ຂອງ​ວີ​ໂອ​ເອ​ໄປ​ພ້ອມ​ວ່າຊັ້ນ. ຮູ້ສຶກ​ວ່າ ​ເປັນຄອບຄົວ​ທີ່​ໂຣ​ແມນ​ຕິກ​ຫລາຍ ​ເພາະ​ວ່າພໍ່​ກະ​ຂໍ​ມອບ​ເພງໃຫ້​ແມ່ ​ແລະ​ລູກ​ກະ​ຂໍ​ມອບ​ໃຫ້​ພໍ່​ແມ່. ໜ້າຊຶ່ນ​ຊົມ​ແທ້ໆ ​ແບບ​ນີ້​ຂ້າພະ​ເຈົ້າ​ຄົງ​ຕ້ອງ​ມອບ​ເພງ​ໃຫ້​ທຸກໆ​ແລງ​ວັນ​ອາທິດ​ແລ້ວ​ແຫລະ ​ເພື່ອ​ຈະ​ໄດ້​ມີ​ຄວາມສຸ​ກກັນ​ເວລາ​ນັ່ງ​ກິນ​ເຂົ້າ. ​ນີ້​ແມ່ນເພງ​ທີ່ທ່ານ​ນວນ​ຕາ ຂໍ​ຟັງ​ມາ ​ແລະ​ຂໍ​ຟັງ​ຮ່ວມ​ກັບ​ສີ​ພັນ​ລະ​ຍາ ຍານາງ​ສີ​ບຸນ​ເຮືອງ ກັບ​ລູກໆ. ​ໄທ​ດໍາ​ລໍາ​ພັນ ຂອງ ກ. ວິ​ເສດ. ຂອບ​ໃຈ​ເດີ້​ທີ່​ຂໍ​ຟັງ​ເພງ​ນີ້ ​ເພ​ງມັກ​ລະ​ບໍ ​ເພາະ​ສາມີ ​ເປັນ​ໄທ​ດໍາ​ເດ້.



​ເພງ​ສຸດ​ທ້າຍ​ເປັນ​ເພງ​ສາກົນ ຈັດ​ໃຫ້​ຕາມ​ຄໍາ​ຂໍ​ຂອງ​ຫລານ​ອານຸລັກ ​ແກ້ວມະນີ ທີ່​ຂໍ​ຟັງ​ເພງ Take me to your heart ​ປ້າ​ຊອກ​ເພງ​ຊື່​ນີ້​ແລ້ວ ບໍ່​ເຫັນ​ມີ ​ແຕ່​ມີ​ເພງ​ນຶ່ງ​ທີ່​ມີ​ປະ​ໂຫຍ​ກນີ້​ຢູ່​ໃນ​ເພງ ​ແ​ຕ່ຊື່​ເພງ​ແມ່ນ Home Sweet Home ຜົນງານ​ຂອງ ນັກ​ຮ້ອງ​ລູກ​ທົ່ງ​ຊື່​ດັງ Carrie Underwood​. ຫລານ​ອານຸລັກ​ຂໍ​ຟັງ​ຮ່ວມກັບ​ພໍ່​ແມ່ ​ເປັນ​ເພງ​ທີ່​ເໝາະ​ສົມ​ແທ້ໆ Home Sweet Home ​ເພາະ​ເປ​ນເຮືອນຫລື​ຄອບ​ຄົວ​ທີ່ມີ​ຄວາມສຸກ​ແທ້ໆ ນັ່ງ​ກິນ​ເຂົ້າ​ແລະຂໍຟັງ​ເພງນໍາ​ກັນ. ພາ​ໃຫ້​ປ້າ​ນຶກ​ເຖິງ​ສະ​ໄໝ​ຍັງ​ຮຽນ​ຢູ່​ມັດທະຍົມ ປ້າ​ກໍ​ນັ່ງ​ກິນ​ເຂົ້າ​ແລງ​ແລະ​ຟັງ​ວິທະຍຸ​ວີ​ໂອ​ເອ ​ໄປ​ພ້ອມ​ແບບ​ນີ້​ແຫລະ ທຸກໆ​ມື້​ຈົນ​ປ້າ​ຕັ້ງ​ປະ​ນິທານ​ວ່າ ມື້​ນຶ່ງ​ຕ້ອງ​ເປັນ​ໂຄສົກ​ວິທະຍຸ​ແຫ່ງ​ນີ້​ໃຫ້​ໄດ້ ກໍ​ໄດ້​ເປັນສົມ​ດັ່ງ​ໄຝ່ຝັນ. ​ເອົ້າ ກໍ​ຂໍ​ມອບ​ໃຫ້​ຄອບຄົວ​ແກ້ວມະນີ​ທັງບ້ານ​ເລີຍ ພ້ອມ​ກັບ​ທຸກໆ​ທ່ານ​ທີ່​ກໍາລັງ​ຟັງ​ຢູ່ ​ແລະ​ຂ້າພະ​ເຈົ້າ​ກໍ​ຂໍ​ອໍາ​ລາ​ໄປ​ພ້ອມ​ກັບ​ເພງ​ນີ້ ສຸກ​ສົດ​ຊື່ນ​ສົມ​ຫວັງ ຈົ່ງ​ມີ​ແກ່​ທຸກໆ​ທ່ານ. ລາຕີ​ສະຫວັດ.

ລິງໂດຍກົງ
XS
SM
MD
LG