ນອກຈາກເພງສຽງແຄນລາວທີ່ຈົບລົງໄປນັ້ນແລ້ວ ນ້ອງເກດສະໜາຍັງຂໍຟັງເພງ ຄິດເຖິງບ້ານ ນໍາ ແຕ່ເອົາໄວ້ອາທິດໜ້າຈຶ່ງຟັງເນາະ. ຄືນນີ້ ກໍຈັດເພງນຶ່ງໃຫ້ທ່ານນວນຕາ ແກ້ວ ມະນີ ທີ່ຂໍຟັງເພງ ປາແດກກົ້ນໄຫ ຮ່ວມກັບນາງສີບຸນເຮືອງ ບ້ານດົງຫລວງ ເມືອງນາຊາຍທອງ ນະຄອນ ຫລວງວຽງຈັນ. ຂ້າພະເຈົ້າຂໍມອບຜົນງານຂອງອູ່ແກ້ວ ໄຊຍະວົງ ໃຫ້ ກໍແລ້ວກັນເນາະ. ຫວັງວ່າ ຄົງມັກ.
ສໍາລັບເພງສຸດທ້າຍນີ້ ຂໍມອບໃຫ້ຍາລຸງບົວຫອມ ດໍາລົງ ແຟນແທ້ແລະດັ້ງເດີມຂອງວີໂອເອ ທີ່ຕິດຕາມຟັງມາຕັ້ງແຕ່ຂ້າພະເຈົ້າເຂົ້າມາເຮັດການໃໝ່ໆ ເມື່ອ 30 ປາຍປີກ່ອນພຸ້ນ. ດີີໃຈທີ່ໄດ້ໄປພົບກັບຍາລຸງ ຕອນໄປລາວເທື່ອແລ້ວນີ້. ນີ້ຄືເພງ ຂອບໃຈ ທີ່ຍາລຸງຂໍມາ ເພື່ອຂອບໃຈວີໂອເອ ສໍາລັບຂອງຂວັນທີ່ໄດ້ຮັບ. ວີໂອເອກໍຂໍຂອບໃຈຍາລຸງທີ່ຕິດຕາມຟັງມາຕະຫລອດ ຮູ້ສຶກວ່າເປັນທໍານອງຄຶກຄຶ້ນໄວໜຸ່ມແດ່ໜ້ອຍນຶ່ງ ແຕ່ກໍຫວັງວ່າ ຍາລຸງຄົງມັກ ມັນພາໃຫ້ຊີວິດສົດຊື່ນຂຶ້ນຕົວະ ພິເສດຂໍມອບໃຫ້ຫລານລັດຕະນະ ຄົນງາມແລະໜ້າຮັກ ປ້າດີໃຈທີ່ໄດ້ຫລານສາວຕື່ມອີກຄົນ ເພາະວ່າບໍ່ມີລູກສາວ. ກໍຂໍມອບໃຫ້ທຸກໆທ່ານທີ່ກໍາລັງຟັງຢູ່ນໍາ ພ້ອມກັບຄໍາອ່ວຍພອນປີໃໝ່ໃນເພງນີ້ ຂອບໃຈ ຂອງນັກຮ້ອງໜຸ່ມທີ່ຊື່ ຈັນທະວອນ. ຫວັງວ່າທຸກທ່ານຄົງມ່ວນຊື່ນກັບລາຍການເພງຂອງເຮົາໃນຄືນນີ້. ຂໍໃຫ້ນອນຫລັບສະນິດ ແລະຝັນດີ.