ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຸດທະລິດ ກີຕ້າຊ້າຍ: ຈະຮັກໃຜດີ? (ຄາຣາໂອເກະ)


ສຸດທະລິດ ກີຕ້າຊ້າຍ
ສຸດທະລິດ ກີຕ້າຊ້າຍ
ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ເພງ​ທໍາ​ອິດ​ນີ້ ຂໍ​ຈັດ​ໃຫ້ຫລານ ອານຸລັກ ​ແກ້ວມະ​ນີ ທີ່​ຂໍ​ຟັງ​ເພງ ​ເອື້ອຍ​ກໍ​ງາມ ນ້ອງ​ກໍ​ງາມ ຊຶ່ງ​ຄວາມ​ຈິງ​ແລ້ວ ​ຊື່​ເພງ​ແມ່ນ ​ຈະ​ຮັກ​ໃຜ​ດີ. ຫລານ​ອານຸລັກ ຂໍ​ມອບເພງ​ນີ້ ໃຫ້​ພໍ່​ກັບ​ແມ່ທີ່​ເຄົາລົບຮັກ ພ້ອມ​ກັບປ້າ​ດາຣານໍາວ່າ​ຊັ້ນ ກໍ​ຂໍ​ຂອບ​ໃຈ​ຫລາຍໆ ປ້າ​ກໍ​ເລີຍ​ຈັດຜົນງານ​ຂອງສຸດ​ທະ​ລິດ ກີ​ຕ້າ​ຊ້າຍ ນັກ​ຮ້ອງຝີ​ມືການບັນ​ເລງ​ກີຕ້າຍອດ​ຢ້ຽມ ຈາກ ​ສປປ ລາວ ​ໃຫ້​ຟັງ. ຫວັງ​ວ່າ​ຫລານ​ອະນຸລັກ​ຄົງ​ມັກ ​ແລະ​ກໍ​ກໍາລັງ​ຟັງ​ຢູ່ ພ້ອມ​ກັບ​ພໍ່​ແລະ​ແມ່.


ເອົ້າ​ຈັດ​ໃຫ້​ລູກແລ້ວ ບັດ​ນີ້​ຂໍ​ຈັດ​ໃຫ້​ພໍ່ ຄື​ທ່ານ​ນວນຕາ ​ແກ້ວມະນີ ທີ່​ຂໍ​ຟັງ​ເພງ ​ເຊ​ໂປ​ນລໍາ​ລຶກ ຮ່ວມ​ກັບ​ນາງ​ສີ​ບຸນ​ເຮືອງ ​ແກ້ວມະນີ ບ້ານ​ດົງ​ຫລວງ ​ເມືອງ​ນາ​ຊາຍ​ທອງ ນະຄອນ ຫລວງ​ວຽງ​ຈັນ ກະ​ຄົນ​ດຽວ​ກັບ​ທີ່​ຂໍ​ຟັງ​ນໍາອາທິດ​ແລ້ວນີ້ ຫວັງ​ວ່າ​ທັງ​ສອງ​ທ່ານ ຄົງກໍາລັງຟັງ​ຢູ່. ທ່ານ​ນວນ​ຕາ​ບອກ​ວ່າ ອາທິດ​ແລ້ວ​ນີ້ ​ນັ່ງ​ກິນ​ເຂົ້າ​ຢູ່​ແລະ​ຟັງ​ເພງ​ທີ່​ຈັດ​ໃຫ້​ໄປ​ພ້ອມ. ​ເອົ້າ​ ອາທິດ​ນີ້​ກໍ​ຂໍ​ໃຫ້​ກິນ​ເຂົ້າ​ແຊບໆ​ເດີ້. ຫວັງ​ວ່າ ​ໂອກາດ​ໜ້າ​ໄປ​ວຽງ​ຈັນ ຈະ​ມີ​ໂອກາດ​ໄດ້​ກິນ​ເຂົ້າ​ນໍາ​ທັງ​ພໍ່ແມ່ ແລະລູກ ຈະ​ໄດ້​ຮູ້ຈັກ​ລື້​ງ​ແກ່ນ​ກັນ​ໄວ້.​



ເພງເຊໂປນລໍາລຶກ ທີ່ຈົບລົງໄປນັ້ນ ເປັນຜົນງານຂອງ ຄໍາຜ່ານ ດິນດາວົງ. ເຂົ້າໃຈວ່າ ເປັນນັກຮ້ອງຈາກ ສປປ ລາວ. ​ເພງ​ສຸດ​ທ້າຍ​ສໍາລັບ​ຄືນ​ນີ້ ຂໍ​ຈັດ​ເພງ​ຕາມ​ໃຈ​ມັກ​ຊະ ​ເພາະ
​ບໍ່​ມີ​ໃຜ​ຂໍ​ຟັງ​ເພງ​ໃດ​ມາ ຂ້າພະ​ເຈົ້າ​ເອງ​ກໍ​ຫາ​ໄດ້​ຍິນ ​ແຕ່​ກໍ​ມັກ​ຫລາຍ​ເພາະເປັນ​ເພງ​ທີ່​ຟັງ​ແລ້ວຊາບ​ຊຶ້ງດີ ຄືເພງ ຄິດຮອດນ້ອງເດ້ ຂອງ.ຄໍາຜ່ານ ດິນດາລົງ ຄືກັນ. ຂໍ​ມອບ​ໃຫ້ນ້ອງ​ເກດ​ສະນາ ​ເສ​ດາ​ວົງ ​ແທນ​ເພງ​ຄິດ​ເຖິງ​ບ້ານ ທີ່​ຂໍ​ຟັງ​ມາ. ຖ້າ​ເອື້ອຍ​ຊອກ​ເຫັນ​ແລ້ວ ຈະຈັດ​ໃຫ້​ຟັງເດີ້. ​ແລະ​ກໍ​ຂໍ​ມອບ​ໃຫ້​ຫລານ​ອະນຸລັກ ​ແລະ​ທຸກໆ​ທ່ານ​ທີ່​ກໍາລັງ​ຟັງ​ຢູ່. ຟັງ​ແລ້ວ​ຂໍ​ໃຫ້​ນອນ​ຫລັບ​ຝັນ​ດີ. ລາຕີ​ສະຫວັດ ຈາກ​ຂ້າພະ​ເຈົ້າ ດາຣາ ບັກຄໍາ.

XS
SM
MD
LG